ການ startup ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ ມີ​ຫຼາຍເງື່ອນ​ໄຂທີ່​ດີ​​ເພື່ອ​ພັດ​ທະ​ນາ

Thu Trang – Ba Thi
Chia sẻ
(VOVWORLD) -ໜຶ່ງໃນບັນດາຈຸດເດັ່ນທີ່ໜ້າປະທັບໃຈ ໃນໄລຍະຜ່ານມາທີ່ສະພາບການເສດຖະກິດ ຫວຽດນາມ ປະສົບກັບຄວາມຫຍຸ້ງຍາກ ແມ່ນການເຄື່ອນໄຫວ startup, ພິເສດແມ່ນ startup ທີ່ມີການປ່ຽນແປງໃໝ່ປະດິດຄິດສ້າງ. ຕາມນັ້ນແລ້ວ, ນັບທັງໃນເງື່ອນໄຂໂລກລະບາດມີການຜັນແປຢ່າງສັບສົນ ແລະ ໄລຍະເປັນປົກກະຕິໃໝ່, ບັນດາຂໍ້ລິເລີ່ມ, ມາດຕະການ, ໂຄງການປ່ຽນແປງໃໝ່ປະດິດຄິດສ້າງ, startup ປະດິດຄິດສ້າງ ລ້ວນແຕ່ສະແດງບົດບາດນຳໜ້າໃນການແກ້ໄຂບັນຫາເສດຖະກິດ - ສັງຄົມຂອງປະເທດຊາດ. ເພາະສະນັ້ນ, ເປັນໜ້າຊື່ນຊົມຫຼາຍ ເມື່ອປະຊາຄົມວິສາຫະກິດ startup ປ່ຽນແປງໃໝ່ປະດິດຄິດສ້າງໄດ້ຮັບການຕີລາຄາວ່າ ພວມມີເງື່ອນໄຂພັດທະນາດີທີ່ສຸດ.
ການ startup ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ ມີ​ຫຼາຍເງື່ອນ​ໄຂທີ່​ດີ​​ເພື່ອ​ພັດ​ທະ​ນາ - ảnh 1(ພາບປະກອບ: vietnamplus.vn)

ທ່ານຟ້າມຕວັນຮຽບ, ນັກຊ່ຽວຊານ startup ປ່ຽນແປງໃໝ່ປະດິດຄິດສ້າງ ແລະ ແມ່ນສະມາຊິກສະມາຄົມໃຫ້ຄຳປຶກສາ ແຜນຮ່າງ 844 “ໜູນຊ່ວຍປະຊາຄົມວິສາຫະກິດ startup ປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ ຮອດປີ 2025”, ໃຫ້ຮູ້ວ່າ ແຫຼ່ງເງິນລົງທຶນເຂົ້າໃນປະຊາຄົມ startup ປ່ຽນແປງໃໝ່ປະດິດຄິດສ້າງ ຢູ່ ຫວຽດນາມ ກຳລັງເພີ່ມຂຶ້ນຢ່າງແຮງ ແລະ ປັດຈຸບັນ, ມີຢູ່ໃນລະດັບສູງທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ. ສະເພາະປີ 2020, ວິສາຫະກິດ startup ປ່ຽນແປງໃໝ່ປະດິດຄິດສ້າງ ໄດ້ລະດົມເງິນລົງທຶນມາໄດ້ 500 ລ້ານ USD, ຮອດປີ  2021, ຕົວເລກດັ່ງກ່າວໄດ້ເພີ່ມຂຶ້ນລະດັບ 1,3 ຕື້ USD, ສູງກວ່າທົບ 3 ເທົ່າຂະນະຢູ່ໃນເງືື່ອນໄຂທີ່ພວມປະສົບກັບຄວາມຫຍຸ້ງຍາກນາໆປະການ ຍ້ອນໂລກລະບາດໂຄວິດ - 19 ອີກດ້ວຍ. ນັກຊ່ຽວຊານ ຟ້າມຕວັນຮຽບ ໃຫ້ຮູ້ວ່າ:

“ພວກເຮົາມີບໍລິສັດ startup 3000 ແຫ່ງ, ໂດຍເຂົ້າຮ່ວມການຜັນຂະຫຍາຍປະຕິບັດບັນດາເນື້ອໃນ, ບັນດາແຜນຮ່າງກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງ ແລະ startup ຢູ່ 57 ແຂວງ, ນະຄອນ. ປັດຈຸບັນ, ມີກອງທຶນລົງທຶນ startup 208 ແຫ່ງໄດ້ນຳເຂົ້າເຄື່ອນໄຫວ. ມີກອງທຶນລົງທຶນຫຼາຍແຫ່ງຈາກຕ່າງປະເທດກໍໄດ້ເປີດຫ້ອງການຜູ້ຕາງໜ້າປະຈຳ ຫວຽດນາມ. ທັງລະບົບໄດ້ເລີ່ມລົງມືຜັນຂະຫຍາຍການປ່ຽນແປງໃໝ່ປະດິດຄິດສ້າງ ແລະ startup.”

ມີບົດລາຍງານສະເພາະຂະແໜງ startup ປ່ຽນແປງໃໝ່ປະດິດຄິດສ້າງ ໄດ້ຊີ້ໃຫ້ເຫັນວ່າ ບັນດານັກລົງທຶນໃຫຍ່ຈາກຕ່າງປະເທດ ພວມມີທ່າອ່ຽງສຸມໃສ່ການກໍ່ສ້າງສູນເຕັກໂນໂລຢີແຫ່ງຕ່າງໆ ຢູ່ ຫວຽດນາມ ເພື່ອລົງທຶນເຕັກໂນໂລຢີ, ພ້ອມທັງພັດທະນາພື້ນຖານ R&D (ຄົ້ນຄວ້າ ແລະ ພັດທະນາ) ຢູ່ ຫວຽດນາມ ເອງ. ໃນຂະນະນັ້ນ, ການກໍ່ສ້າງກົນໄກ, ນະໂຍບາຍທີ່ກ່ຽວຂ້ອງເຖິງຂົງເຂດ startup ເວົ້າລວມ ແລະ startup ປ່ຽນແປງໃໝ່ປະດິດຄິດສ້າງເວົ້າສະເພາະ ກໍນັບມື້ນັບແທດເໝາະກັບສະພາບການຕົວຈິງຫຼາຍກວ່າ. ທ່ານ ງວຽນຫື້ວເລືອງ, ຮອງຜູ້ອຳນວຍການສູນໜູນຊ່ວຍວິສາຫະກິດ ຮ່າໂນ້ຍ ຢັ້ງຢືນວ່າ:

“ຄວາມສົນໃຈຂອງພັກ, ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ມີຕໍ່ປະຊາຄົມ startup ປ່ຽນແປງໃໝ່ປະດິດຄິດສ້າງ ນັບມື້ນັບຈະແຈ້ງ. ບັນດາໂຄງການນະໂຍບາຍທີ່ໄດ້ວາງອອກ ກໍນັບມື້ນັບລະອຽດກວ່າ, ແທດຈິງກວ່າ ເມື່ອທຽບໃສ່ຄວາມຕ້ອງການຂອງບັນດາວິສາຫະກິດ startup ແລະ ປະຊາຄົມ startup ປ່ຽນແປງໃໝ່ປະດິດຄິດສ້າງ. ອາດເວົ້າໄດ້ວ່າ ກ່ຽວກັບດ້ານນະໂຍບາຍ, ພວກເຮົາກໍ່ມີຄວາມພະຍາຍາມທີ່ສຸດ”.

ການ startup ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ ມີ​ຫຼາຍເງື່ອນ​ໄຂທີ່​ດີ​​ເພື່ອ​ພັດ​ທະ​ນາ - ảnh 2MOMO ແມ່ນໜຶ່ງໃນບັນດາຮູບແບບ  startup ປ່ຽນແປງໃໝ່ປະດິດຄິດສ້າງຢູ່ ຫວຽດນາມ (ພາບ: MOMO)

ເຖິງຢ່າງໃດກໍຕາມ, ນັກຊ່ຽວຊານແຖວໜ້າໃນຂົງເຂດ startup ປ່ຽນແປງໃໝ່ປະດິດຄິດສ້າງຫຼາຍທ່ານ ໄດ້ເນັ້ນໜັກວ່າ ບັນດາເງື່ອນໄຂພື້ນຖານທີ່ດີໃນປັດຈຸບັນ ພຽງແຕ່ແມ່ນເງື່ອນໄຂທີ່ຈຳເປັນເທົ່ານັ້ນ, ຫາກບໍ່ແມ່ນການຮັບປະກັນຄວາມສຳເລັດໃຫ້ແກ່ບັນດາວິສາຫະກິດ startup. ວິສາຫະກິດຈະຄົງຕົວ, ພັດທະນາ ແລະ ບືນຕົວຂຶ້ນໄດ້ຫຼືບໍ່ນັ້ນ ແມ່ນຂຶ້ນກັບບັນດາວິສາຫະກິດນັ້ນເອງ. ໝາຍຄວາມວ່າ ບັນດາວິສາຫະກິດ startup ຕ້ອງຍາດແຍ່ງໂອກາດ ແລະ ເງື່ອນໄຂທີ່ພວມມີໃຫ້ເປັນຢ່າງດີເພື່ອພັດທະນາ. ທ່ານ ຫງວຽນຮວ່າງລີ, ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນ Komtek ທັງເປັນທີ່ປຶກສາປະຈຳການ ການເຄື່ອນໄຫວ startup ປ່ຽນແປງໃໝ່ປະດິດຄິດສ້າງ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຢັ້ງຢືນວ່າ:

“ກົນໄກນະໂຍບາຍຂອງ ຫວຽດນາມ ໃນປັດຈຸບັນ ຕ້ອງເວົ້າວ່າ ສຸດທີ່ດີແລ້ວ. ອາດເວົ້າໄດ້ວ່າ  ເງື່ອນໄຂກ່ຽວກັບກົນໄກ, ນະໂຍບາຍສຳລັບການ startup ແມ່ນມີຢ່າງຄົບຖ້ວນ, ຊ້ຳບໍ່ໜຳແມ່ນເຫຼືອເຟືອແລ້ວ. ວິສາຫະກິດຈະຄົງຕົວໄດ້ຫຼືບໍ່ນັ້ນ ແມ່ນເລື່ອງຂອງ ວິສາຫະກິດ startup ຈະປັບຕົວໄດ້ຫຼືບໍ່”.

ເຊື່ອໝັ້ນວ່າ ໂດຍໄດ້ຮັບແຫຼ່ງກຳລັງໃຈຈາກຜົນສຳເລັດຫຼາຍຢ່າງ ເຊິ່ງວິສາຫະກິດ startup ປ່ຽນແປງໃໝ່ປະດິດຄິດສ້າງບັນລຸໄດ້ ໃນໄລຍະຜ່ານມານັ້ນ, ປະຊາຄົມວິສາຫະກິດ startup ປ່ຽນແປງໃໝ່ປະດິດຄິດສ້າງ ຈະຍາດແຍ່ງເງື່ອນໄຂທີ່ສະດວກທີ່ພວມມີໃນປັດຈຸບັນ ເພື່ອບືນຕົວຂຶ້ນ, ສືບຕໍ່ແມ່ນຈຸດພົ້ນເດັ່ນທີ່ໜ້າປະທັບໃຈຂອງພື້ນຖານເສດຖະກິດ ຫວຽດນາມ ໃນໄລຍະຈະມາເຖິງ.


ຕອບກັບ