ກໍ່ສ້າງສູນການເງິນທີ່ມີສີສັນຂອງ ຫວຽດນາມ

Anh Huyen
Chia sẻ

(VOVWORLD) - ຫວຽດນາມ ພວມຜັນຂະຫຍາຍບັນດາບາດກ້າວທຳອິດ ເພ່ືອກໍ່ສ້າງສູນການເງິນສາກົນຢ່າງຮອບດ້ານຢູ່ ນະຄອນ ໂຮ່ຈິມິນ ແລະ ສູນການເງິນເຂດຢູ່ ດ່າຫນັງ. ໂດຍກຳນົດວ່າ ນີ້ແມ່ນວິວັດທະນາການຍາວນານ, ມີຄວາມໝາຍສຳຄັນພິເສດໃນການຊຸກຍູ້ການເຕີບໂຕເສດຖະກິດໃນສັງກາດໃຫມ່, ຫວຽດນາມ ໄດ້ ແລະ ພວມເລີ່ມມີບາດກ້າວເດີນຢ່າງລະມັດລະວັງ ດ້ວຍເປົ້າໝາຍກໍ່ສ້າງຮູບແບບສູນການເງິນທີ່ມີສີສັນສະເພາະຂອງຫວຽດນາມ ແລະ ພັດທະນາແບບຍືນຍົງ.

ກໍ່ສ້າງສູນການເງິນທີ່ມີສີສັນຂອງ ຫວຽດນາມ - ảnh 1ການກໍ່ສ້າງສູນການເງິນສາກົນແມ່ນບາດກ້າວເດີນສຳຄັນເພື່ອຍົກທີ່ຕັ້ງບົດບາດຂອງ ຫວຽດນາມ. (ພາບປະກອບ:VOV)

ບົນຈິດໃຈບໍ່ຮ້ອນເຮັ່ງ ແຕ່ບໍ່ໃຫ້ພາດໂອກາດ, ຫວຽດນາມ ໄດ້ກໍ່ສ້າງວິວັດການຜັນຂະຫຍາຍກໍ່ສ້າງສູນການເງິນ ດ້ວຍ 8 ໝວດນະໂຍບາຍ. ໂດຍອີງໃສ່ແຜນດັ່ງກ່າວ, ລັດຖະບານ ໄດ້ປະກາດໃຊ້ແຜນການດຳເນີນງານ ດ້ວຍ 49 ໝວດຫນ້າທີ່, ມາດຕະການລະອຽດໃຫ້ແກ່ບັນດາກະຊວງ, ຂະແຫນງການ ແລະ ບັນດາທ້ອງຖິ່ນ, ສ້າງກອບນິຕິກຳ ເພື່ອແນໃສ່ຫັນບັນດາເປົ້າໝາຍດັ່ງກ່າວໃຫ້ປະກົດຜົນເປັນຈິງ. ຫວຽດນາມ ກໍ່ໄດ້ສ້າງຕັ້ງຄະນະຊີ້ນຳກ່ຽວກັບສູນການເງິນພາກພື້ນ ແລະ ສາກົນ ຢູ່ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີແມ່ນຫົວຫນ້າຄະນະຊີ້ນຳ. ບັນດານະຄອນຄື  ໂຮ່ຈິມິນ ແລະ ດ່າຫນັງ ກໍ່ພວມຕັ້ງຫນ້າກະກຽມແຫລ່ງກຳລັງ, ຊຸກຍູ້ການເຮັດວຽກກັບບັນດານັກລົງທຶນ, ອົງການການເງິນໃຫຍ່, ມີຄວາມສາມາດບົ່ມຊ້ອນເພື່່ອທາບທາມຄຳເຫັນນະໂຍບາຍ ກໍ່ຄືຮຽກຮ້ອງການລົງທຶນ. ທ່ານ ຫງວຽນວັນເດືອກ, ປະທານ ຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈິມິນ ໃຫ້ຮູ້ວ່າ:

 “ນະຄອນ ໂຮ່ຈິມິນ ປາດຖະຫນາຢາກໃຫ້ບັນດານັກຊ່ຽວຊານ, ນັກວິທະຍາສາດ, ບັນດາອົງການສາກົນ, ອົງການໃຫ້ຄຳປຶກສາ, ອົງການການເງິນ, ວິສາຫະກິດ ຮ່ວມເດີນທາງໃນວິວັດການກໍ່ສ້າງ ແລະ ພັດທະນາສູນການເງິນ. ສະເຫນີບັນດານະໂຍບາຍໂດຍອີງໃສ່ບົດຮຽນປະສົບການຂອງບັນດາສູນການເງິນທີ່ໄດ້ປະສົບຜົນສຳເລັດໃນໂລກ, ຫນູນຊ່ວຍແຫລ່ງກຳລັງ ແລະ ເຊື່ອມຕໍ່ບັນດານັກລົງທຶນໃຫຍ່, ມີຄວາມສາມາດບົ່ມຊ້ອນ, ເຂົ້າຮ່ວມ”.

ກໍ່ສ້າງສູນການເງິນທີ່ມີສີສັນຂອງ ຫວຽດນາມ - ảnh 2 ທ່ານ ຫງວຽນວັນເດືອກ, ປະທານ ຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈິມິນ. (ພາບ:Nguyễn Phan/nld.com.vn)

          ໃນຂະນະນັ້ນ ນະຄອນ ດ່າຫນັງ ກໍ່ເພີ່ມທະວີການທາບທາມຄຳເຫັນ, ຄຳປຶກສາຈາກບັນດາຮູບແບບສູນການເງິນສາກົນທີ່ໄດ້ປະສົບຜົນສຳເລັດໃນໂລກຄື: ສູນການເງິນສາກົນ ດູບາຍ. ທ່ານ ໂຮ່ກີ່ມິງ, ຮອງປະທານຜູ້ປະຈຳການ ຄະນະກຳມະການປະຊາຊົນ ນະຄອນ ດ່າຫນັງ ໃຫ້ຮູ້ວ່າ:

“ຜ່ານການແລກປ່ຽນ, ແບ່ງປັນກັບບັນດາຄູ່ຮ່ວມມື, ເພື່ອຊອກຫາບັນດາການກຳນົດທິດພັດທະນາບັນດາການບໍລິການການເງິນໃນສູນການເງິນສາກົນ ດ່າຫນັງ ໃນໄລຍະຈະມາເຖິງ, ຄື ບັນດາການບໍລິການກ່ຽວຂ້ອງເຖິງການເງິນສີຂຽວ, ທະນາຄານດິຈິຕອນ, Fintech, ຊັບສິນດິຈິຕອນ. ຄາດວ່າ ນີ້ແມ່ນບັນດາຂົງເຂດຈະສ້າງບາດກ້າວບຸກທະລຸໃນການພັດທະນາຂອງນະຄອນ ໃນໄລຍະຈະມາເຖິງ”.         

ເລ່ືອງສ້າງບັນດາຂໍ້ກຳນົດກົດລະບຽບຢ່າງຈະແຈ້ງ, ໂປ່ງໃສ ຈະສ້າງສະພາບແວດລ້ອມດ້ານນິຕິກຳເປັນປົກກະຕິ, ສົ່ງເສີມບັນດານັກລົງທຶນ, ວິສາຫະກິດສາກົນເຂົ້າຮ່ວມ. ຈາກແງ່ມູມບໍລິສັດກວດສອບໃຫ້ຄຳປຶກສາການເງິນທົ່ວໂລກ, ທ່ານ Warrick Cleine, ຜູ້ອຳນວຍການໃຫຍ່ KPMG ຫວຽດນາມ ຖືວ່າ:

ສຳລັບສູນການເງິນ, ພວກຂ້າພະເຈົ້າ ຕ້ອງໝູນໃຊ້ບັນດາມາດຖານ ຂອງບົດລາຍງານການເງິນ ບໍ່ພຽງແຕ່ກຳນົດໃນຂອບເຂດປະຈຸບັນຢູ່ ຫວຽດນາມ ເທົ່ານັ້ນ ຫາກຍັງຕ້ອງສອດຄ່ອງກັບມາດຖານສາກົນອີກດ້ວຍ. ພວກຂ້າພະເຈົ້າ ຕີລາຄາສູງເລື່ອງ ຫວຽດນາມ ໄດ້ສ້າງມາດຖານບົດລາຍງານການເງິນສາກົນ (IFRS) ດ້ວຍບັນດາບຸລິມະສິດ ແລະ ນີ້ແມ່ນປັດໄຈສຳຄັນໃນການພັດທະນາຂອງ IFC ແລະ ທັງໝົດບັນດາຝ່າຍທີ່ເຂົ້າຮ່ວມໃນນັ້ນ”.

ສູນການເງິນສາກົນ ສວມບົດບາດສຳຄັນຄືດັ່ງຂົວຕໍ່ໃນຂະແຫນງການເງິນ. ນີ້ແມ່ນຊ່ອງລະດົມທຶນເພື່ອຫນູນຊ່ວຍວິສາຫະກິດພັດທະນາ, ກໍ່ແມ່ນວິທີເພື່ອແກ້ໄຂບັນດາຊ່ອງການຄ້າ, ພິເສດ ແມ່ນການສົ່ງອອກກໍ່ຄືເງິນລົງທຶນ. ສະນັ້ນ ການສ້າງລະບົບຂໍ້ກຳນົດຮອບດ້ານ ບໍ່ພຽງແຕ່ສຸມໃສ່ເຂົ້າໃນຂົງເຂດການເງິນທຳມະດາເທົ່ານັ້ນ ຫາກຕ້ອງໃນຂອບເຂດອັນກວ້າງໃຫຍ່ກວ່າ. ສິ່ງນີ້ ຫວຽດນາມ ໄດ້ກຳນົດຢ່າງຈະແຈ້ງແລ້ວ.         

ທີ່ການເຮັດວຽກໃນວັນທີ 3 ເມສາ ຂອງ ຄະນະຊີ້ນຳກ່ຽວກັບສູນການເງິນສາກົນ ຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນ ການກໍ່ສ້າງບັນດາສູນການເງິນ ແມ່ນບັນຫາຍາກ ແລະ ໃຫມ່ອ່ຽມສຳລັບ ຫວຽດນາມ. ສະນັ້ນ ຕ້ອງສືບຕໍ່ປັບປຸງສຳເລັດບັນດາເອກະສານ, ແຜນຮ່າງ, ກະກຽມຢ່າງລອບຄອບຖີ່ຖ້ວນ. ໃນນັ້ນ ບັນດານະໂຍບາຍຍົກອອກມາຕ້ອງເດັ່ນກວ່າ, ທັນສະໄຫມ, ມີກຳລັງແກ້ງແຍ່ງ, ສອດຄ່ອງກັບສະພາບການ, ເງື່ອນໄຂພັດທະນາຂອງ ຫວຽດນາມ, ສອດຄ່ອງກັບບັນດາທ່າໄດ້ປຽບທີ່ມີຢູ່ແລ້ວຂອງຫວຽດນາມ.

ຫວຽດນາມ ຈະເປີດປະຕູຢ່າງແຮງຂົງເຂດການເງິນ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາອົງການການເງິນສາກົນເຄື່ອນໄຫວຢ່າງມີປະສິດທິຜົນ, ໂປ່ງໃສ, ຍຸຕິທຳ, ສອດຄ່ອງກັບທຳນຽມສາກົນ. ເລື່ອງສ້າງສູນການເງິນພາກພື້ນ ແລະ ສາກົນ ຢູ່ ຫວຽດນາມ ແມ່ນບາດກ້າວເດີນຍຸດທະສາດ ເພື່ອຍົກສູງກຳລັງຄວາມສາມາດແກ້ງແຍ່ງຂອງພື້ນຖານເສດຖະກິດ.

 

ຕອບກັບ