ໝູ່​ບ້ານ​ອາ​ຊີບຢູ່​ຮ່າ​ໂນ້ຍ ຟື້ນ​ຟູ​ການ​ຜະ​ລິດ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ-19

Ngoc Anh
Chia sẻ
(VOVWORLD) - ໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນໃນໂລກ ໄດ້ກໍ່ຜົນສະທ້ອນບໍ່ໜ້ອຍເຖິງບັນດາໝູ່ບ້ານອາຊີບທີ່ເປັນມູນເຊື້ອຂອງຫວຽດນາມ. ຕໍ່ໜ້າສະພາບການດັ່ງກ່າວ, ບັນດາໝູ່ບ້ານອາຊີບທີ່ເປັນມູນເຊື້ອຂອງຮ່າໂນ້ຍ ໄດ້ປ່ຽນແປງວິທີການຜະລິດ ແລະ ຟື້ນຟູການດຳເນີນທຸລະກິດເທື່ອລະກ້າວ ໃນຂະນະທີ່ປະຈຸບັນ, ໂລກລະບາດໂຄວິດ-19 ຢູ່ຫວຽດນາມ ໄດ້ຮັບການຄວບຄຸມໂດຍພື້ນຖານແລ້ວ.
ໝູ່​ບ້ານ​ອາ​ຊີບຢູ່​ຮ່າ​ໂນ້ຍ ຟື້ນ​ຟູ​ການ​ຜະ​ລິດ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ-19 - ảnh 1

ໂຮງຜະລິດເຄື່ອງປັ້ນດິນເຜົາຢູ່ໝູ່ບ້ານບາດຈ່າງ

(ພາບ: Minh Nguyet)

    ຮ່າໂນ້ຍ ແມ່ນແຫ່ງທີ່ມີໝູ່ບ້ານອາຊີບທີ່ເປັນມູນເຊື້ອຫຼາຍກ່ວາໝູ່ໃນທົ່ວປເທດ ແລະ ກໍ່ແມ່ນແຫ່ງທີ່ມີສິລະປະກອນທີ່ມີສີມືດີຫຼາຍຄົນ. ໃນຈຳນວນ 5400 ໝູ່ບ້ານອາຊີບຢູ່ຫວຽດນາມ, ຮ່າໂນ້ຍ ກວມເອົາອັດຕາສ່ວນ 1/3 ດ້ວຍ 1350 ໝູ່ບ້ານອາຊີບ ຊື່ງມີຜະລິດຕະພັນທີ່ມີຫຼາຍຮູບຫຼາຍແບບ, ລວດລາຍສວຍງາມຍອດຍິງ, ມີຈຸດຢືນທີ່ໝັ້ນຄົງໃນຕະຫຼາດພາຍໃນ ແລະ ຕ່າງປະເທດ.

  ມາຮອດປະຈຸບັນ, ລັດຖະບານໄດ້ອະນຸຍາດຄ່ອຍໆຜ່ອນຜັນການເຄື່ອນໄຫວຕ່າງໆແລ້ວ ແຕ່ບັນດາໝູ່ບ້ານອາຊີບບໍ່ ສາມາດກັບຄືນສູ່ການເຄື່ອນໄຫວ 100% ຄືກັບຈຸດເວລາກ່ອນເກີດໂລກລະບາດໄດ້ເທື່ອ. ບັນດາໝູ່ບ້ານຜະລິດເຄື່ອງສິລະປະຫັດຖະກຳ ແມ່ນ ໝວດທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍກ່ວາໝູ່. ຜ່ານການສຳຫຼວດ, ບັນດາໝູ່ບ້ານອາຊີບທີ່ມີຊື່ສຽງຂອງ ຮ່າໂນ້ຍ ຄື: ໝູ່ບ້ານຜະລິດເຄື່ອງຈັກສານ ຟູວິງ (ເມືອງເຈືອງໝີ້), ໝູ່ບ້ານຜະລິດພາບແຕ້ມສີຄັດມັນ ຮ້າທາຍ, ຖັກແສ່ວ ກວັດດົ້ງ (ເມືອງເທື່ອງຕິນ), ຄວັດຝັງມຸກ ຈວັນເງາະ (ເມືອງຝູຊວຽນ)…ລ້ວນແຕ່ຖືກຜົນສະທ້ອນຢ່າງຮ້າຍແຮງ ຍ້ອນໂລກລະບາດ. ກ່ອນນີ້, ບັນດາຮາກຖານຜະລິດຢູ່ ໝູ່ບ້ານຜະລິດເຄື່ອງຈັກສານ ຟູວິງ ຕ້ອງເຄື່ອນໄຫວຈົນສຸດສະມັດຕະພາບ ຈຶ່ງຈະຕອບສະໜອງບັນດາໃບສັ່ງຊື້ສິນຄ້າສົ່ງອອກໄດ້ ແຕ່ປະຈຸບັນ, ການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຢູ່ໝູ່ບ້ານອາຊີບນີ້ຖືກຢຸດສະງັກ, ເຄື່ອນໄຫວແບບພໍ່ແຕ່ແລ້ວມື       ແທນໃຫ້ການຜະລິດບັນດາປະເພດສິນຄ້າປະດັບ, ເຄື່ອງທີ່ລະນຶກທີ່ໄດ້ຮັບຄວາມນິຍົມຊົມຊອບຈາກບັນດາຕະຫຼາດເອີລົບ, ທະວີບອາເມລິກາ, ປະຈຸບັນ, ບັນດາຮາກຖານ, ວິສະຫະກິດໄດ້ສຸມໃສ່ຜະລິດບັນດາຜະລິດຕະພັນທີ່ເໝາະສົມກັບຄວາມຕ້ອງການຂອງຜູ້ບໍລິໂພກພາຍໃນປະເທດ.

   ຕະຫຼາດສົ່ງອອກເຄື່ອງປັ້ນດິນເຜົາຂອງໝູ່ບ້ານອາຊີບ ບາດຈ່າງ, ເມືອງຢາເລິມ, ຮ່າໂນ້ຍ ເກືອບຄືວ່າຖືກຢຸດຕິເລີຍ. ມາຮອດປະຈຸບັນ, ກ່ວາ 80% ໃບສັ່ງຊື້ສິນຄ້າສົ່ງອອກຂອງໂຮງ ຜະລິດເຄື່ອງປັ້ນດິນເຜົາ ເຕິນທິ້ງ ຢູ່ໝູ່ບ້ານອາຊີບ ບາດຈ່າງ ຖືກຍົກເລິກ. ສິລະປະກອນດີເດັ່ນ ເຈິ່ນດຶກເຕິນ ເຈົ້າຂອງໂຮງຜະລິດເຄື່ອງປັ້ນດິນເຜົາ ເຕິນທິ້ງ ແບ່ງປັນວ່າ:

   ພວກຂ້າພະເຈົ້າໄດ້ປະສົບກັບຄວາມຫຍຸ້ງຍາກທີ່ສຸດຍ້ອນວ່າ ມີໃບສັ່ງຊື້ສິນຄ້າ, ໄດ້ອອກແບບໝົດແລ້ວ, ມີພຽງແຕ່ລໍຖ້າການໂອນເງິນເທົ່ານັ້ນ ແຕ່ກໍ່ຖືກຍົກເລີກ. ຕະຫຼາດຢູ່ພາຍໃນປະເທດຄື: ບັນດາຜະລິດຕະພັນທີ່ເປັນຂອງຂວັນໃນເຫດການຕ່າງໆຂອງວິສາຫະກິດກໍ່ຫລຸດລົງສ່ວນໜຶ່ງ ແລະ ເຮັດໃຫ້ພວກຂ້າພະເຈົ້າໄດ້ຮັບຜົນສະທ້ອນເຊັ່ນດຽວດັນ.

ໝູ່​ບ້ານ​ອາ​ຊີບຢູ່​ຮ່າ​ໂນ້ຍ ຟື້ນ​ຟູ​ການ​ຜະ​ລິດ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ-19 - ảnh 2

ໂຮງຜະລິດແພໄໝວ້ານຟຸກ

(ພາບ: Duc Anh)

   ສະພາບການຄືດັ່ງກ່າວ ກໍ່ເກີດຂຶ້ນຢູ່ໃນໂຮງຈັກເຄື່ອງປັ້ນດິນເຜົາຂອງທ່ານ ຫງວຽນວັນເຫງັ້ຍ, ໂຮງເຄື່ອງປັ້ນດິນເຜົາຂອງທ່ານ ຫາກໍ່ໄດ້ຟື້ນຟູການຜະລິດ. ທ່ານ ຫງວຽນວັນເຫງັ້ຍ ໃຫ້ຮູ້ວ່າ:

    ສຳລັບບັນດາວິສາຫະກິດໃຫ່ຍ, ເຂົາເຈົ້າມີກຳລັງແຮງງານ, ມີວັດຖຸຢ່າງພຽງພໍເພື່ອດຳເນີນການຜະລິດ. ໃນຂະນະທີ່ບັນດາຄອບຄົວດຳເນີນທຸລະກິດນ້ອຍຄືພວກຂ້າພະເຈົ້າແມ່ນປະສົບກັບຄວາມຫຍຸ້ງຍາກກ່ວາ.

   ນອກຈາກການຍົກສູງສະຕິຄວາມຮັບຮູ້ ກ່ຽວກັບບົດບາດຂອງການຄ້າເອເລັກໂຕນິກແລ້ວ, ຫຼາຍວິສາຫະກິດ, ຄອບຄົວຍັງຕັ້ງໜ້າປ່ຽນແປງຮູບແບບ, ຄຸນນະພາບຜະລິດຕະພັນ ເພື່ອເພີ່ມລັກສະນະແກ່ງແຍ້ງ. ທ່ານຮ່າວັນເລິມ, ຮອງຫົວໜ້າຄະນະຜູ້ຕາງໜ້າໝູ່ບ້ານອາຊີບເຄື່ອງປັ້ນດິນເຜົາ ບາດຈ່າງ ໃຫ້ຮູ້ວ່າ:

    ໝູ່ບ້ານອາຊີບພວກຂ້າພະເຈົ້າພວມໂຄສະນາຢ່າງເລິກເຊິ່ງກ້ວາງຂວາງ ໄປຍັງ ປະຊາຊົນ ແລະ ເຈົ້າຂອງຮ້ານຂາຍເຄື່ອງຢູ່ຕະຫຼາດເຄື່ອງປັ້ນດົນເຜົາ ບາດຈ່າງ ວ່າຕ້ອງຮັກສາຄວາມໄວ້ເນື້ອເຊື່ອໃຈ, ຂາຍຜະລິດຕະພັນ ບາດຈ່າງ ໃຫ້ຖືກຕ້ອງ. ປະຊາຊົນ ບາດຈ່າງ ມີຄວາມຮັບຜິດຊອບຕໍ່ເຄື່ອງໝາຍການຄ້າຂອງຕົນ. ພວກຂ້າພະເຈົ້າໄດ້ຄວບຄຸມ, ຄົ້ນພົບເພື່ອບໍ່ໃຫ້ປະຊາຊົນເອົາມາບັນດາສິນຄ້າທີ່ບໍ່ແມ່ນຂອງບາດຈ່າງ ມາຂາຍຢູ່ທີ່ນີ້.

   ເພື່ອປະເຊີນໜ້າກັບສະພາບຄວາມຫຍຸ້ງຍາກລວມ, ບັນດາໝູ່ບ້ານອາຊີບທີ່ເປັນມູນເຊື້ອຂອງຮ່າໂນ້ຍ ບໍ່ຖືກຊຸດໂຊມ ແລະ ມີກຳລັງມີການປະດິດສ້າງ, ປັບປຸງ, ຍົກສູງຄຸນນະພາບຜະລິດຕະພັນ, ຊອກຫາສົ້ນອອກ. ຍ້ອນຄວາມກົດດັນຂອງສະພາບການໃໝ່ອາດຈະແມ່ນໄມ້ງັດ ໃຫ້ແກ່ການຫັນປ່ຽນຢ່າງຕັ້ງໜ້າຂອງບັນດາໝູ່ບ້ານອາຊີບ, ພິເສດແມ່ນການເປັນເຈົ້າການເພື່ອປັບຕົວເຂົ້າກັບສະພາບການໃໝ່, ກ່ຽມພ້ອມ ຮັບກາລະໂອກາດໃນຂະນະທີ່ຕະຫຼາດມີການຟື້ນຟູ. ຄຽງຂ້າງນັ້ນ, ອຳນາດການປົກຄອງນະຄອນຮ່າໂນ້ຍ ກໍ່ມີບັນດາມາດຕະການໜູນຊ່ວຍ, ມີນະໂຍບາຍພິເສດຢ່າງທັນການ ເພື່ອຊ່ວຍບັນດາໝູ່ບ້ານອາຊີບຟື້ນຟູການຜະລິດ, ດຳເນີນທຸລະກິດໂດຍໄວ ພາຍຫຼັງໂລກລະບາດສິ້ນສຸດລົງ.

 

ຕອບກັບ