ໝູ່​ບ້ານ​ອາ​ຊີບ​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາ ແທັງ​ຮ່າ ອະ​ນຸ​ລັກ​ຮັກ​ສາ​ອາ​ຊີບຕິດ​ພັນກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ

ງອກ​ແອັງ
Chia sẻ
(VOVWORLD) - ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ແທັງຮ່າ,  ຢູ່ນະຄອນໂຮ້ຍອານ,  ແຂວງກວາງນາມ ແມ່ນໝູ່ບ້ານອາຊີບທີ່ມີມູນເຊື້ອປະຫວັດສາດກ່ວາ 500 ປີ. ປະຈຸບັນ, ໝູ່ບ້ານອາຊີບແຫ່ງນີ້ ຍັງໄດ້ຮັບການອະນຸລັກຮັກສາ, ເສີມຂະຫຍາຍອາຊີບທີ່ເປັນມູນເຊື້ອ ແລະ ແມ່ນສະຖານທີ່ທ່ອງທ່ຽວທີ່ດຶງດູດແຂກມາຢ້ຽມຢາມ ເມື່ອມາຄຸ້ມເມືອງເກົ່າ ໂຮ້ຍອານ.
ໝູ່​ບ້ານ​ອາ​ຊີບ​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາ ແທັງ​ຮ່າ  ອະ​ນຸ​ລັກ​ຮັກ​ສາ​ອາ​ຊີບຕິດ​ພັນກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ - ảnh 1

ນາຍຊ່າງເຮັດເຄື່ອງປັ້ນດິນເຜົາ

 (ພາບ: ງອກແອັງ)

      ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ແທັງຮ່າ ໄດ້ສ້າງຕັ້ງຂຶ້ນນັບແຕ່ສັດຕະວັດທີ XVI. ງານບຸນໄຫວ້ບູຊາກົກເຄົ້າ  ໝູ່ບ້ານ ໄດ້ຈັດຂຶ້ນໃນວັນທີ 10 ເດືອນ 7 ໄລ່ຕາມຈັນທະປະຕິທິນຂອງແຕ່ລະປີ. ໄລຍະສັດຕະວັດທີ XVI ຫາສັດຕະວັດທີ XVII ແມ່ນໄລຍະພັດທະນາດີກວ່າໝູ່ຂອງໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ແທັງຮ່າ ຂະນະທີ່ບັນດາຜະລິດຕະພັນຂອງໝູ່ບ້ານໄດ້ໃຊ້ເພື່ອຖະຫວາຍເຈົ້າຊີວິດ. ນາຍຊ່າງຜະລິດເຄື່ອງປັ້ນດິນເຜົາ ແທັງຮ່າ ມີຊື່ສຽງດ້ວຍສີມືທີ່ຄ່ອງແຄ້ວ, ໃຈດີ, ມີການພົວພັນທີ່ກ້ວາງຂວາງ. ພາບພົດນາຍຊ່າງ ແລະ ອາຊີບຜະລິດເຄື່ອງປັ້ນດິນເຜົາ ແທັງຮ່າ ໄດ້ຮັບການຍ້ອງຍໍຊົມເຊີຍຢູ່ໃນບັນດາບົດຂັບລຳ, ບົດກະວີ. ນັກສິລະປະກອນ ຫງວຽນແລ່ງ, ອາຍຸ 92 ປີ, ຢູ່ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ແທັງຮ່າ ໃຫ້ຮູ້ວ່າ:

ຂ້າພະເຈົ້າເຮັດເຄື່ອງປັ້ນດິນເຜົາແມ່ນລຸ້ນທີ 7 ແລ້ວ. ເຄື່ອງປັ້ນດິນເຜົາ ແທັງຮ່າ ຕ່າງກັບເຄື່ອງປັ້ນດິນເຜົາປະເພດອື່ນໆແມ່ນບໍ່ມີສີເຄືອບ, ບໍ່ມີຢາສີ. ເຄື່ອງປັ້ນດິນເຜົາມີສີແດງ ຫຼືສີນ້ຳຕານ ນັ້ນແມ່ນຈຸດພິເສດສະເພາະ ຂອງເຄື່ອງປັ້ນດິນເຜົາ  ແທັງຮ່າ.

ໝູ່​ບ້ານ​ອາ​ຊີບ​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາ ແທັງ​ຮ່າ  ອະ​ນຸ​ລັກ​ຮັກ​ສາ​ອາ​ຊີບຕິດ​ພັນກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ - ảnh 2

ຜະລິດຕະພັນເຄື່ອງປັ້ນດິນເຜົາຂອງໝູ່ບ້ານ ແທັງຮ່າ  (ພາບ: ງອກແອັງ)

   ຖ້າຫາກວ່າ ຜະລິດຕະພັນເຄື່ອງປັ້ນດິນເຜົາຂອງ ໂຖຫ່າ (ແຂວງ ບັກຢາງ) ແມ່ນເຮັດຈາກດິນດາກຂຽວ, ຂອງບາດຈ່າງ (ນະຄອນຮ່າໂນ້ຍ) ເຮັດຈາກດິນດາກຂາວ, ຂອງຝູ່ລ້າງ (ແຂວງ ບັກນິງ) ເຮັດຈາກດິນດາກສີນ້ຳຕານແລ້ວ, ເຄື່ອງປັ້ນດິນເຜົາ ແທັງຮ່າ (ນະຄອນໂຮ້ຍອານ) ແມ່ນໄດ້ເຮັດຈາກດິນດາກສີນ້ຳຕານທີ່ເອົາມາຈາກແມ່ນ້ຳ

 ທູໂບ່ນ ຊື່ງມີຄວາມໜຽວ ແລະ ຕິດກັນສູງ. ເມື່ອເອົາດິນມາ, ນາຍຊ່າງຕ້ອງມາຢຽບ, ນວດ, ໝັກໃຫ້ອ່ອນນຽນຄືແປ້ງເຮັດເຂົ້າໜົມຈຶ່ງຈະປັ້ນໄດ້. ເອື້ອຍ ຫງວຽນທິຖຸຍ ຊາວໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ແທັງຮ່າ ໃຫ້ຮູ້ວ່າ:

   ການເຮັດເຄື່ອງປັ້ນດິນເຜົາແມ່ນຕ້ອງລະອຽດລະອໍທີ່ສຸດ ຍ້ອນວ່າ ຂັ້ນຕອນທັງໝົດຕ້ອງເຮັດດ້ວຍມື, ຕ້ອງເຮັດດິນໃຫ້ໜຽວຈຶ່ງຈະປັ້ນໄດ້. ດິນແຫ້ງແລ້ວຈຶ່ງຈະເຜົາໄດ້ ແລະ ຕ້ອງເຜົາໃນເວລາ 24 ຊົ່ວໂມງ ດ້ວຍອູນຫະພູມປະມານ 1.000 ອົງສາເຊ ແລ້ວຈະຜະລິດເປັນຜະລິດຕະພັນໄດ້.      ເຄື່ອງປັ້ນດິນເຜົາ ແທັງຮ່າ ແມ່ນເຄື່ອງປັ້ນດິນເຜົາເຮັດດ້ວຍມື, ມີສີແດງ. ເມື່ອຕາກແຫ້ງແລ້ວ ດິນຈະປ່ຽນເປັນສີຂາວ, ຫຼັງຈາກນັ້ນເອົາໄປເຜົາກໍ່ຈະເປັນສີແດງ. ເມື່ອເຄາະຜະລິດຕະພັນທີ່ເຜົາແລ້ວຈະມີສຽງດັງກ້ອງທີ່ສຸດ, ນັ້ນແມ່ນຈຸດພິເສດສະເພາະຂອງເຄື່ອງປັ້ນດິນເຜົາ ແທັງຮ່າ.

ໝູ່​ບ້ານ​ອາ​ຊີບ​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາ ແທັງ​ຮ່າ  ອະ​ນຸ​ລັກ​ຮັກ​ສາ​ອາ​ຊີບຕິດ​ພັນກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ - ảnh 3

ແຂກທ່ອງທ່ຽວສາກົນເຮັດເຄື່ອງປັ້ນດິນເຜົາ  (ພາບ: ງອກແອັງ)

     ຜະລິດຕະພັນຂອງນາຍຊ່າງເຄື່ອງປັ້ນດິນເຜົາ ແທັງຮ່າ ແມ່ນບັນດາເຄື່ອງໃຊ້ໃນຊີວິດປະຈຳວັນຄື: ຖ້ວຍ, ຈອກ, ໄຫ, ໂຖດອກໄມ້, ຮູບສັດສາວະສິ່ງຕ່າງໆ….ທີ່ມີຫຼາຍຮູບແບບ, ສີສັນຫຼາກຫຼາຍ ແລະ ພິເສດແມ່ນຈະເບົາກ່ວາຜະລິດຕະພັນປະເພດດຽວກັນຂອງທ້ອງຖິ່ນອື່ນໆ. ປະຈຸບັນ, ໝູ່ບ້ານເຄື່ອງປັ້ນດິນເຜົາ ແທັງຮ່າ ຍັງຮັກສາບັນດາຂັ້ນຕອນເຮັດເຄື່ອງປັ້ນດິນເຜົາດ້ວຍມືທັງໝົດ. ເອື້ອຍ ຟ້າມທິໝີ້ຢຸງ ເຈົ້າຂອງຮາກຖານຜະລິດເຄື່ອງປັ້ນດິນເຜົາ ເຊີນທຸຍ, ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ແທັງຮ່າ ໃຫ້ຮູ້ວ່າ:

    ເຄື່ອງປັ້ນດິນເຜົາທີ່ເຮັດດ້ວຍມືຂອງ ແທັງຮ່າ ບໍ່ມີປະລິມານຫຼາຍ ຍ້ອນຕ້ອງໃຊ້ເວລາ, ເຫື່ອແຮງ, ເຮັດລະອຽດລະອໍທີ່ສຸດ. ຍ້ອນນີ້ແມ່ນຜະລິດຕະພັນແບບຫັດຖະກຳ, ສະນັ້ນ ຈຶ່ງມີຈຸດພິເສດສະເພາະ. ຄອບຄົວຂ້າພະເຈົ້າມີ 6 ລຸ້ນຄົນໄດ້ເຮັດອາຊີບນີ້ແລ້ວ ແລະ ມີຄວາມຮັກມັກອາຊີບນີ້ຫຼາຍ. ເຄື່ອງປັ້ນດິນເຜົາ ແທັງຮ່າ ມີຈຸດພິເສດສະເພາະຢູ່ນ້ຳເຄືອບທີ່ໄດ້ເຮັດເອງ ແລະ ແມ່ນເຄື່ອງປັ້ນດິນເຜົາທີ່ເຮັດດ້ວຍມື.

     ນັບແຕ່ເມື່ອອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳ ສປຊ (UNESCO) ໄດ້ຮັບຮູ້ຄຸ້ມເມືອງເກົ່າ ໂຮ້ຍອານ ແມ່ນມໍລະດົກວັດທະນະທຳໂລກໃນເດືອນທັນວາປີ 1999, ອາຊີບເຮັດເຄື່ອງປັ້ນດິນເຜົາຢູ່ໝູ່ບ້ານ ແທັງຮ່າ ໄດ້ຟື້ນຟູຄືນໃໝ່, ພັດທະນາຢ່າງແຮງຍ້ອນມີການທ່ອງທ່ຽວ. ບັນດານາຍຊ່າງເຮັດເຄື່ອງປັ້ນດິນເຜົາ ແທັງຮ່າ ຍາມໃດກໍ່ປະດິດສ້າງຜະລິດຕະພັນໃຫ້ມີຄວາມອຸດົມສົມບູນຕື່ມອີກ, ເຮັດເປັນຂອງຂັວນທີ່ລະນຶກໃຫ້ແກ່ແຂກທ່ອງທ່ຽວ.

 

   ເອື້ອຍ ເຈິ່ນທິຕວຽດຍູງ ຊາວບ້ານຜະລິດເຄື່ອງປັ້ນດິນເຜົາ ແທັງຮ່າ ໃຫ້ຮູ້ວ່າ:

    ບັນດາຜະລິດຕະພັນແມ່ນໄດ້ເຮັດຕາມຄວາມຕ້ອງການຂອງລູກຄ້າ, ຕ້ອງເຮັດເປັນຫຼາຍຮູບຫຼາຍແບບ, ສຳລັບແຂກຕ່າງປະເທດແມ່ນມັກບັນດາຜະລິດຕະພັນນ້ອຍ, ເຄືອບສີ. ໂຖດອກໄມ້ນ້ອຍຕັ້ງໂຕະແມ່ນຂາຍໄດ້ດີທີ່ສຸດ, ນອກຈາກນັ້ນແມ່ນຈອກຊາ. ຜະລິດຕະພັນໄດ້ເຮັດດ້ວຍມື, ມີແຕ່ອັນດຽວ, ບາງອັນຈະຄ້າຍຄືກັນແຕ່ບໍ່ຄືກັນອ້ອຍຕ້ອຍ.

   ຫຼາຍຄອບຄົວໃນໝູ່ບ້ານ ຍັງໄດ້ເປີດປະຕູໃຫ້ແຂກມາຢ້ຽມຊົມ, ເລົ່າເລື່ອງກ່ຽວກັບອາຊີບຜະລິດເຄື່ອງປັ້ນດິນເຜົາ, ປະຫວັດສາດຂອງໝູ່ບ້ານ. ບໍ່ພຽງແຕ່ໄດ້ຮັບຊົມຂັ້ນຕອນການເຮັດເຄື່ອງປັ້ນດິນເຜົາເທົ່ານັ້ນ, ແຂກທ່ອງທ່ຽວຍັງສາມາດເຮັດເຄື່ອງປັ້ນດິນເຜົາດ້ວຍຕົນເອງອີກດ້ວຍ. ເອື້ອຍ Rhea Müller, ແຂກທ່ອງທ່ຽວມາຈາກ ສະວິດ ແບ່ງປັນວ່າ:

  ຂ້າພະເຈົ້າມາທ່ອງທ່ຽວຢູ່ນີ້ເຫັນວ່າ ໝູ່ບ້ານນີ້ສວຍງາມທີ່ສຸດ, ມີລັກສະນະເກົ່າແກ່, ມີມູນເຊື້ອວັດທະນະທຳພິເສດສະເພາະ, ຜະລິດຕະພັນເຄື່ອງປັ້ນດິນເຜົາກໍ່ງາມຫຼາຍ.

   ໝູ່ບ້ານນ້ອຍ ແທັງຮ່າ ນອນໃນຝັ່ງແມ່ນ້ຳ ທູໂບ່ນ ໄດ້ຜ່ານຜ່າໄລຍະເວລາປະຫວັດສາດບໍ່ຈັກວ່າຈັກປີ. ມີບາງຄັ້ງບາງຄາວ ເກືອບຄືວ່າ ອາຊີບເຮັດເຄື່ອງປັ້ນດິນເຜົາຢູ່ທີ່ນີ້ໄດ້ຖືກຫຼົງລືມໄປແລ້ວ ແຕ່ປະຈຸບັນ ພັດໄດ້ຮັບການພັດທະນາຢ່າງແຮງທີ່ສຸດ. ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຮັບຮູ້ວ່າ ໝູ່ບ້ານອາຊີບເຮັດເຄື່ອງປັ້ນດິນເຜົາ ແທັງຮ່າ ແມ່ນ “ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ” ເມື່ອປີ 2019./.

 

ຕອບກັບ