ໂອ​ກາດ​ໃໝ່​ໃຫ້​ແກ່​ໝູ່​ບ້ານ​ອາ​ຊີບ​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາ​ ຈຳ ທີ່​ເປັນ​ມູນ​ເຊື້ອ

ທູ​ຮ​ວາ
Chia sẻ
(VOVWORLD) - ສິລະປະການຜະລິດເຄື່ອງປັ້ນດິນເຜົ່າຈຳ ໄດ້ຮັບໃບຮັບຮອງຈາກຄະນະກຳມະການວັດທະນະທຳ, ວິທະຍາສາດ, ການສຶກສາ ສປຊ (UNESCO) ແມ່ນ “ມໍລະດົກວັດທະນະທຳບໍ່ເປັນວັດຖຸຕ້ອງຮັກສາດ່ວນ” ໃນວັນທີ 16 ມິຖຸນາ ຢ່າງເປັນທາງການ. ເລື່ອງຮັບນາມມະຍົດນີ້ ແມ່ນໂອກາດໃໝ່ເພື່ອໃຫ້ອຳນາດການປົກຄອງທຸກຂັ້ນ ແລະ ປຊຊ ຊາວເຜົ່າຈຳ ຢູ່ທີ່ນີ້ ສາມາດອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ, ຮັກສາອາຊີບພື້ນເມືອງໄວ້ໄດ້ ແລະ ເພີ່ມລາຍຮັບຈາກການເຮັດການທ່ອງທ່ຽວ ອີງໃສ່ມໍລະດົກສິລະປະເຮັດເຄື່ອງປັ້ນດິນເຜົາ.
ໂອ​ກາດ​ໃໝ່​ໃຫ້​ແກ່​ໝູ່​ບ້ານ​ອາ​ຊີບ​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາ​ ຈຳ ທີ່​ເປັນ​ມູນ​ເຊື້ອ - ảnh 1

 ແຂກຕ່າງປະເທດຢ້ຽມຢາມ      ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ເບົາຈຸກ (ພາບ: VOV)

      ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ເບົາຈຸກ ແມ່ນໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາຈຳ ທີ່ມີຊື່ສຽງຢູ່ ນິງທ້ວນ ໄດ້ຄົງຕົວມາຮອດທຸກວັນນີ້ ຍ້ອນໄດ້ສືບທອດເຄັດລັບ, ສິ່ງທີ່ຍອດຍິ່ງການເຮັດເຄື່ອງປັ້ນດິນເຜົາ ລະຫວ່າງບັນດາສະມາຊິກໃນຄອບຄົວ, ແຕ່ລຸ້ນນີ້ ຫາລຸ້ນອື່ນ. ເຖິງວ່າມີອາຍຸ 70 ປີແລ້ວກໍ່ຕາມ ແຕ່ນັກສິລະປະກອນ ເຈືອງທິແກກ ຢູ່ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ເບົາຈຸກ ຍັງຄົງເມົາມົວກັບອາຊີບຜະລິດເຄື່ອງປັ້ນດິນເຜົາຂອງປູ່ຍ່າຕາຍາຍ. ສິ່ງທີ່ປ້າ ແກກ ໄດ້ສົນໃຈທີ່ສຸດ ນັ້ນກໍ່ຄືຕ້ອງຖ່າຍທອດວິທີເຮັດອາຊີບໃຫ້ແກ່ລູກຫຼານຂອງຕົນ:

   ຂ້າພະເຈົ້າຢາກໃຫ້ລູກຫຼານຂອງຕົນກໍ່ຮັກອາຊີບພື້ນເມືອງນີ້ ແລະ ຕ້ອງຮ່ຳຮຽນເພື່ອເຮັດອາຊີບນີ້ໃຫ້ໄດ້ດີ. ຂ້າພະເຈົ້າຈະພະຍາຍາມບອກສອນໃຫ້ລູກຫຼານຂອງຕົນ. ເຮັດແນວໃດເພື່ອຮັກສາອາຊີບພື້ນເມືອງຂອງລຸ້ນກ່ອນປະໄວ້ໃຫ້ໄດ້. ແມ່ຖ່າຍອດໃຫ້ເຮົາ, ເຮົາກໍ່ຖ່າຍອດໃຫ້ລູກ, ລູກຈະຖ່າຍອດໃຫ້ຫຼານ ແລະ ລຸ້ນຕໍ່ໆໄປອີກ.

ໂອ​ກາດ​ໃໝ່​ໃຫ້​ແກ່​ໝູ່​ບ້ານ​ອາ​ຊີບ​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາ​ ຈຳ ທີ່​ເປັນ​ມູນ​ເຊື້ອ - ảnh 2

 ຜະລິດຕະພັນເຄື່ອງປັ້ນດິນເຜົາ ເບົາຈຸກ ມີຫຼາຍຮູບແບບ ແລະ ມີຄຸນນະພາບນັບມື້ນັບໄດ້ຍົກສູງຂຶ້ນ (ພາບ: VOV)

  ຈຸດພິເສດສະເພາະຂອງເຄື່ອງປັ້ນດິນເຜົາຈຳ ແມ່ນເຮັດດ້ວຍສີມືຢ່າງຄ່ອງແຄ້ວຂອງນາຍຊ່າງ. ນີ້ກໍ່ແມ່ນການສະແດງໃຫ້ເຫັນຄວາມດຸໝັ່ນຂອງແມ່ຍິງເຜົ່າຈຳ. ຈາກຈຸດພິເສດສະເພາະນີ້, ປີ 2017, ກະຊວງວັດທະນະທຳ-ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ຮັບຮອງວ່າ ອາຊີບຜະລິດເຄື່ອງປັ້ນດິນເຜົາຈຳ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸແຫ່ງຊາດ. ປີ 2022, UNESCO ໄດ້ຮັບຮອງເອົາສິລະປະເຮັດເຄື່ອງປັ້ນດິນເຜົາຈຳ ແມ່ນ “ມໍລະດົກວັດທະນະທຳບໍ່ເປັນວັດຖຸຕ້ອງຮັກສາດ່ວນ”.  ນັບແຕ່ຈຸດເວລານັ້ນມາຮອດປະຈຸບັນ, ຈຳນວນແຂກທ່ອງທ່ຽວມາຢ້ຽມຢາມໝູ່ບ້ານອາຊີບນີ້ ນັບມື້ນັບຫຼາຍຂຶ້ນ. ໃນໂອກາດງານບຸນຕ່າງໆ, ຜະລິດຕະພັນເຄື່ອງປັ້ນດິນເຜົາຈຳ ໄດ້ຮັບການຈຳໜ່າຍຢ່າງໄວວາ. ທ່ານ ວ້ານກວານຝູດວານ ຫົວໜ້າສະຫະກອນຜະລິດການຄ້າ ແລະ ການບໍລິການເຄື່ອງປັ້ນດິນເຜົາຈຳ ເບົາຈຸກ ໃຫ້ຮູ້ວ່າ:

   ແຂກທີ່ມາຈາກທຸກສາລະທິດ ໄດ້ນິຍົມເຄື່ອງປັ້ນດິນເຜົາ ເບົາຈຸກ ທີ່ສຸດ ແລະ ເຂົາເຈົ້າຊື້ຫຼາຍຜະລິດຕະພັນເພື່ອເອົາເມືອເປັນຂອງຕ້ອນ. ນອກຈາກຊື້ເຄື່ອງປັ້ນດິນເຜົາຢູ່ບັນດາຮ້ານຂາຍເຄື່ອງທີ່ລະນຶກແລ້ວ, ແຂກຍັງສາມາດໄປຢ້ຽມຢາມ 2 ໝູ່ບ້ານອາຊີບ ແລະ ຊື້ຜະລິດຕະພັນຢູ່ໝູ່ບ້ານໂດຍກົງ.

     ປະຈຸບັນ, ໝູ່ບ້ານອາຊີບເຮັດເຄື່ອງປັ້ນດິນເຜົາ ເບົາຈຸກ ມີ 300 ຄອບຄົວເຮັດອາຊີບ, 2 ສະຫະກອນຜະລິດເຄື່ອງປັ້ນດິນເຜົາ, 2 ບໍລິສັດ ແລະ 60 ຮາກຖານຜະລິດ ເຄື່ອງປັ້ນດິນເຜົາ ໄດ້ເຄື່ອນໄຫວເປັນປະຈຳ. ນັບແຕ່ປີ 2005 ມາຮອດປະຈຸບັນ, ແຂວງ ນິງທ້ວນ ໄດ້ຜັນຂະຫຍາຍຫຼາຍໂຄງການອະນຸລັກຮັກສາໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ເບົາຈຸກ. ດ້ວຍຄວາມເອົາໃຈໃສ່ຂອງອຳນາດການປົກຄອງທຸກຂັ້ນ, ການເຂົ້າຮ່ວມຢ່າງຕັ້ງໜ້າຂອງ ປຊຊ ທ້ອງຖິ່ນ, ພື້ນຖານໂຄງລ່າງໝູ່ບ້ານອາຊີບຜະລິດ ເຄື່ອງປັ້ນດິນເຜົາ ເບົາຈຸກ ນັບມື້ນັບໄດ້ຮັບການກໍ່ສ້າງໃຫ້ສົມບູນແບບ, ປະກອບສ່ວນຊຸກຍູ້ໝູ່ບ້ານອາຊີບພັດທະນາ.

      ປະຈຸບັນ,  ໝູ່ບ້ານອາຊີບເຮັດເຄື່ອງປັ້ນດິນເຜົາ ເບົາຈຸກ ພວມສຸມໃສ່ການພັດທະນາການທ່ອງທ່ຽວເຂດຊຸມຊົນ ອີງໃສ່ມໍລະດົກວັດທະນະທຳບໍ່ເປັນວັດຖຸ, ທັງຮັບປະກັນການດຳລົງຊີວິດໃຫ້ແກ່ ປຊຊ, ທັງອະນຸລັກຮັກສາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງ ຊາວເຜົ່າຈຳ ຢູ່ທີ່ນີ້, ໃນນັ້ນ, ໂຄງການພັດທະນາການທ່ອງທ່ຽວເຂດຊຸມຊົນ ອີງໃສ່ມໍລະດົກຢູ່ໝູ່ບ້ານອາຊີບເຮັດເຄື່ອງປັ້ນດິນເຜົາ ເບົາຈຸກ ໂດຍສະພາ ອັງກິດ ອຸປະຖຳ ໄດ້ປະຕິບັດທົດລອງນັບແຕ່ປີ 2018 ມາຮອດປະຈຸບັນ ໄດ້ນຳມາເຊິ່ງປະສິດທິຜົນອັນຕັ້ງໜ້າໃຫ້ແກ່ໝູ່ບ້ານອາຊີບເຮັດເຄື່ອງປັ້ນດິນເຜົາ ເບົາຈຸກ. ຈຳນວນແຂກມາຢ້ຽມຢາມໝູ່ບ້ານອາຊີບແຫ່ງນີ້ ນັບມື້ນັບຫຼາຍຂຶ້ນ, ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດຢ່າງເຫັນໄດ້ເຊັດ. ທ່ານ ດ່າງຈີກວຽດ, ຫົວໜ້າຄະນະຄຸ້ມຄອງເຂດຖະໜົນ ເບົາຈຸກ, ເທດສະບານເມືອງ ເຟືອກເຢິນ, ເມືອງ ນິງເຟືອກ, ແຂວງ ນິງທ້ວນ ໃຫ້ຮູ້ວ່າ: ຄະນະທ່ອງທ່ຽວເຂດຊຸມຊົນໝູ່ບ້ານອາຊີບເຮັດເຄື່ອງປັ້ນດິນເຜົາ ເບົາຈຸກ ລວມມີສະມາຊິກ 15 ຄົນ ໄດ້ຕັ້ງໜ້າໜູນຊ່ວຍ ປຊຊ ເຮັດການທ່ອງທ່ຽວ:

   ມີໜ່ວຍຕ່າງໆຄື: ໜ່ວຍອາຫານການກິນ, ໜ່ວຍນັກສິລະປະກອນ, ໜ່ວຍນັກສະແດງສິລະປະ, ໜ່ວຍຊອກຮູ້ວັດທະນະທຳຈຳ ນອນໃນຄະນະທ່ອງທ່ຽວເຂດຊຸມຊົນ ນັບແຕ່ປີ 2018 ມາຮາຮອດປະຈຸບັນ. ບໍ່ພຽງແຕ່ໄດ້ເຄື່ອນໄຫວຢູ່ໝູ່ບ້ານອາຊີບເທົ່ານັ້ນ, ບັນດາໜ່ວຍດັ່ງກ່າວ ຍັງໄປຮັບໃຊ້ຢູ່ນະຄອນ ຟານຣາງ-ທາບຈ່າມ ເມື່ອແຂກມີຄວາມຕ້ອງການອີກດ້ວຍ.

   ຕາມທ່ານນາງ ດ່າງຊິງອາຍຈີ ຮອງປະທານຄະນະກຳມະການ ປຊຊ ເທດສະບານເມືອງ ເຟືອກເຢິນ, ເມືອງ ນິງເຟືອກ, ແຂວງ ນິງທ້ວນ ແລ້ວ, ທາງທ້ອງຖິ່ນ ພວມສຸມໃສ່ສ້າງເຂດວັດຖຸດິບ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ພັດທະນາອາຊີບເຮັດເຄື່ອງປັ້ນດິນເຜົາ ຕິດພັນກັບການພັດທະນາການທ່ອງທ່ຽວຢູ່ທ້ອງຖິ່ນ:

   ທາງທ້ອງຖິ່ນໄດ້ມີຫຼາຍແຜນນະໂຍບາຍ, ນະໂຍບາຍຝຶກອົບຮົມໃຫ້ແກ່ລູກຫຼານໃນໝູ່ບ້ານອາຊີບເຮັດເຄື່ອງປັ້ນດິນເຜົາ ເພື່ອຮູ້ວິທີເຮັດການທ່ອງທ່ຽວ ຈາກມໍລະດົກອາຊີບເຮັດເຄື່ອງປັ້ນດິນເຜົາທີ່ເປັນມູນເຊື້ອ. ພ້ອມດຽວກັນນັ້ນ ແມ່ນໂຄງການບຳລຸງສ້າງນັກບັນລະຍາຍ, ຜູ້ນຳທ່ຽວ, ໂຄສະນາຜະລິດຕະພັນຂອງໝູ່ບ້ານອາຊີບເຮັດເຄື່ອງປັ້ນດິນເຜົາ. ປະຈຸບັນ, ແຂກທ່ອງທ່ຽວມາຢ້ຽມຢາມໝູ່ບ້ານອາຊີບເຮັດເຄື່ອງປັ້ນດິນເຜົານັບມື້ນັບຫຼາຍກ່ວາ.

      ກຳລັງດຶງດູດຂອງເຄື່ອງປັ້ນດິນເຜົາຈຳ ສຳລັບແຂກທັງຢູ່ໃກ້ ແລະ ຢູ່ໄກໃນໄລຍະທີ່ຜ່ານມາ ສະແດງໃຫ້ເຫັນສັນຍານທີ່ໜ້າປະເອີບໃຈ ຈາກເລື່ອງການພັດທະນາຕິດ ພັນກັບການທ່ອງທ່ຽວ ກັບບັນດາໝູ່ບ້ານອາຊີບທີ່ເປັນມູນເຊື້ອ. ດ້ວຍສິລະປະເຮັດເຄື່ອງປັ້ນດິນເຜົາຂອງຊາວເຜົ່າຈຳ ໄດ້ກາຍເປັນ “ມໍລະດົກວັດທະນະທຳບໍ່ເປັນວັດຖຸຕ້ອງຮັກສາດ່ວນ” ໂດຍ UNESCO ຮັບຮອງເອົານັ້ນ, ຈະສ້າງປະຖົມປັດໄຈໃຫ້ແກ່ວຽກງານອະນຸລັກ, ຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກທີ່ເປັນມູນເຊື້ອຂອງຊາວຊົນເຜົ່າຈຳ, ຕາມເນື້ອໃນຈິດໃຈມະຕິສູນກາງພັກກອມມູນິດ ຫວຽດນາມ ຄັ້ງທີ 9 ຊຸດທີ XI ກ່ຽວກັບການສ້າງ ແລະ ພັດທະນາພື້ນຖານວັດທະນະທຳ, ຊາວ ຫວຽດນາມ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການພັດທະນາແບບຍືນຍົງຂອງປະເທດຊາດ./.

                    

                   

ຕອບກັບ