ໂຄງ​ການ​ຫນຶ່ງ​ຕາ​ແສງ​ຫນຶ່ງ​ຜະ​ລິດ​ຕະ​ພັນ (OCOP) ຢູ່​ແຂວງ​ລ່າວ​ກາຍ

Manh Phuong-Ba Thi
Chia sẻ
(VOVWORLD) -ໂຄງການຫນຶ່ງຕາແສງຫນຶ່ງຜະລິດຕະພັນ (OCOP) ຢູ່ແຂວງລ່າວກາຍ ພວມໄດ້ຮັບການຍົກສູງຂຶ້ນກ່ຽວກັບຄຸນນະພາບເທື່ອລະກ້າວ, ຕອບສະຫນອງບັນດາການກຳນົດ ແລະ ປະກອບສ່ວນເພີ່ມລາຍຮັບໃຫ້ແກ່ປະຊາຊົນຢູ່ເຂດຊົນນະບົດ. ພິເສດ ໂຄງການເສີມຂະຫຍາຍປະສິດທິຜົນດ້ານເສດຖະກິດໃຫ້ເປັນຢ່າງດີ ເມື່ອສົມທົບກັບການເຄື່ອນໄຫວທ່ອງທ່ຽວ.

ຜະລິດຕະພັນຊາປອດສານພິດ ຂອງສະຫະກອນ ຊາ ບ້ານລ່ຽນ ເມືອງ ບັກຮ່າ ໄດ້ຈັດອັນດັບຜະລິດຕະພັນ OCOP 5 ດາວ. ນີ້ກໍ່ແມ່ນຜະລິດຕະພັນ 5 ດາວທຳອິດຂອງແຂວງ ລ່າວກາຍ. ໂດຍໄດ້ຮັບການສ້າງຕັ້ງເມື່ອປີ 2004 ດ້ວຍກວ່າ 100 ສະມາຊິກໃນເບື້ອງຕົ້ນ. ມາຮອດປະຈຸບັນ ສະຫະກອນຊາ ບ້ານລ່ຽນ ມີ 300 ສະມາຊິກຮ່ວມສຳພັນປູກຕົ້ນຊາຕາມມາດຖານ OCOP ແລະ ເຄື່ອງໝາຍຊາປອດສານພິດ ບ້ານລ່ຽນໂດຍໄດ້ຮັບການນິຍົມຈາກຜູ້ບໍລິໂພກພາຍໃນ ແລະຕ່າງປະເທດເປັນຈຳນວນຫລວງຫລາຍ.ທ່ານ ຟ້າມກວາງເທີ້ນ ຫົວຫນ້າສະຫະກອນຊາ ບ້ານລ່ຽນແບ່ງປັນວ່າ:

 “ເມື່ອໄດ້ຮັບໃບຢັ້ງຢືນ OCOP  ພວກຂ້າພະເຈົ້າມີທ່າໄດ້ປຽບຫລາຍຢ່າງ ແລະອາດຈະນຳຜະລິດຕະພັນມາຂາຍຢູ່ຕາມຮ້ານຊັບພະສິນຄ້າ, ບັນດາແຂວງ, ນະຄອນແຫ່ງຕ່າງໆໄດ້. ອີກບັນຫາຫນຶ່ງ ເມື່ອເຂົ້າຮ່ວມບັນດາງານຕະຫລາດນັດ ນັບມື້ນັບມີລູກຄ້າຫລາຍຄົນຮູ້ຈັກເຖິງ.”

ໂຄງ​ການ​ຫນຶ່ງ​ຕາ​ແສງ​ຫນຶ່ງ​ຜະ​ລິດ​ຕະ​ພັນ (OCOP) ຢູ່​ແຂວງ​ລ່າວ​ກາຍ - ảnh 1ຜະລິດຕະພັນຊາປອດສານພິດ ຂອງສະຫະກອນ ຊາ ບ້ານລ່ຽນ ເມືອງ ບັກຮ່າ ໄດ້ຈັດອັນດັບຜະລິດຕະພັນ OCOP 5 ດາວ (ພາບ: thuonghieusanpham.vn)

 ກໍ່ຄ້າຍຄືກັບເຄື່ອງໝາຍຊາ OCOP ຕາແສງບ້ານລ່ຽນ ເຄື່ອງໝາຍ ເປັດຊະນິດພິເສດຢູ່ ຕາແສງ ເຫງ໋ຍໂດ ເມືອງ ບ໋າວອຽນ ມີຫລາຍຄົນຮູ້ຈັກເຖິງເມື່ອມາຢ້ຽມຢາມແຂວງລ່າວກາຍ. ທ່ານ ໂດ໋ວັນລຶວ, ເລຂາພັກ ຕາແສງ ເຫງ໋ຍໂດ ໃຫ້ຮູ້ວ່າ:    ການລ້ຽງເປັດ ຢູ່ ຕາແສງ ແມ່ນໄດ້ຂາຍດີ ແລະ ບໍ່ພໍກັບຄວາມຕ້ອງການຂອງຕະຫລາດ ສະນັ້ນ ທ້ອງຖິ່ນ ພວມປັບປຸງບັນດາວຽກງານສຸດທ້າຍໃຫ້ສຳເລັດເພື່ອຈົດທະບຽນເຄື່ອງໝາຍ  OCOP ໃຫ້ແກ່ຜະລິດຕະພັນທີ່ເປັນເອກະລັກນີ້.  ພິເສດ ທາງຕາແສງ ພວມຕັ້ງຫນ້າສົມທົບລະຫວ່າງຜະລິດຕະພັນກະສິກຳທີ່ມີທ່າແຮງນີ້ ກັບການເຄື່ອນໄຫວທ່ອງທ່ຽວ.     ທ່ານ ໂດ໋ວັນລຶວ ໃຫ້ຮູ້ວ່າ:                                                                     “ໂດຍອີງໃສ່ພື້ນຖານພັດທະນາການທ່ອງທ່ຽວດ້ານວັດທະນະທຳຂອງຊາວເຜົ່າໄຕ ຢູ່ ເຫງ໋ຍໂດ, ພວກຂ້ພະເຈົ້າມີຄວາມເອົາໃຈໃສ່ເປັນພິເສດເຖິງສະພາບແວດລ້ອມ, ທາງຮ່ອມທາງຊອຍ. ພວກຂ້າພະເຈົ້າໃຫ້ຄະແນນສິ່ງແວດລ້ອມຕໍ່ກັບແຕ່ລະຄອບຄົວ. ພວກຂ້າພະເຈົ້າກໍ່ກຳນົດການສ້າງເຄື່ອງໝາຍເປັດ.. ແມ່ນປາຍແຫລມພັດທະນາຂອງຕາແສງ”

ໂດຍປະຕິບັດໂຄງການຫນຶ່ງຕາແສງຫນຶ່ງຜະລິດຕະພັນ OCOP, ແຂວງ ລ່າວກາຍ ວາງຄາດໝາຍພັດທະນາບັນດາຮູບແບບຈັດຕັ້ງການຜະລິດ, ດຳເນີນທຸລະກິດຜະລິດຕະພັນກະເສດທີ່ເປັນມູນເຊື້ອ, ບໍລິການມີທ່າໄດ້ປຽບບັນລຸມາດຕະຖານ, ມີຄວາມສາມາດແກ່ງແຍ້ງຢູ່ຕະຫລາດພາຍໃນ ແລະ ຕ່າງປະເທດ.

ຈາກນັ້ນ ປະກອບສ່ວນສ້າງອົງປະກອບການຜະລິດກະສິກຳຄືນໃຫມ່, ພັດທະນາເສດຖະກິດເຂດຊົນນະບົດແບບຍືນຍົງ.ນີ້ກໍ່ແມ່ນມາດຕະການເພື່ອປະຕິບັດໝວດມາດຖານເສດຖະກິດໃຫ້ມີປະສິດທິຜົນ, ຈັດຕັ້ງການຜະລິດໃນການກໍ່ສ້າງຊົນນະບົດໃຫມ່ ແລະອະນຸລັກຮັກສາບັນດາຄຸນຄ່າມູນເຊື້ອອັນດີງາມຢູ່ເຂດຊົນນະບົດລ່າວກາຍ.ໄລ່ມາຮອດປະຈຸບັນ, ທົ່ວແຂວງ ລ່າວກາຍ ໄດ້ມີ 78 ຜະລິດຕະພັນໄດ້ຮັບຮອງບັນລຸມາດຖານ OCOP.

ໂຄງ​ການ​ຫນຶ່ງ​ຕາ​ແສງ​ຫນຶ່ງ​ຜະ​ລິດ​ຕະ​ພັນ (OCOP) ຢູ່​ແຂວງ​ລ່າວ​ກາຍ - ảnh 2ຮູບແບບການລ້ຽງເປັດຢູ່ເມືອງ ບ໋າວອຽນ, ແຂວງ ລາວກາຍ (ພາບ: laocaitv.vn)

ບັນດາຜະລິດຕະພັນໄດ້ຮັບໃບຢັ້ງຢືນນັ້ນ ໃນເບື້ອງຕົ້ນໄດ້ສ້າງ ລະບົບຮ່ວມສຳພັນໃນການຜະລິດ, ຈຳຫນ່າຍ, ໂຄສະນາກໍ່ຄືສ້າງເຄື່ອງໝາຍ, ກາຍເປັນຫນຶ່ງໃນບັນດາກຳລັງຫນູນທີ່ດີໃຫ້ແກ່ເສດຖະກິດຂອງທ້ອງຖິ່ນ. ທ່ານ ຈູຮ່ວາງຫງວ້ຽນ ຫົວຫນ້າ ຫ້ອງການພັດທະນາຊົນນະບົດແຂວງ ລ່າວກາຍ ຢືນຢັນວ່າ:

“ຜະລິດຕະພັນ OCOP ເມື່ອພັດທະນາ ຈະແມ່ນຄວາມສາມາດບົ່ມຊ້ອນເປັນພື້ນຖານ, ແມ່ນກຳລັງຫນູນໝັ້ນແກ່ນໃນການປະຕິບັດການຮ່ວມສຳພັນຂອງປະຊາຊົນໃນການຈຳຫນ່າຍຜະລິດຕະພັນ. ນັ້ນແມ່ນກຳລັງຫນູນທີ່ຈຳເປັນເພື່ອພັດທະນາເສດຖະກິດຢ່າງມີປະສິດທິຜົນ…”

ໂຄງການ ຫນຶ່ງຕາແສງ ຫນຶ່ງຜະລິດຕະພັນ OCOP ຢູ່ ແຂວງ ລ່າວກາຍ ໄດ້ເສີມຂະຫຍາຍປະສິດທິຜົນເສດຖະກິດເປັນຢ່າງດີ ແລະ ສວມບົດບາດສຳຄັນໃນການສ້າງ ເຂດຜະລິດກະສິກຳປອດສານພິດ, ຕິດພັນກັບ ລະບົບຕ່ອງໂສ້ມູນຄ່າການຜະລິດ. ບໍ່ພຽງແຕ່ເທົ່ານັ້ນ ບັນດາຜະລິດຕະພັນບັນລຸເຄື່ອງໝາຍ OCOP ຍັງໄດ້ຕັ້ງຄວາມຫວັງວ່າ ຈະປະກອບສ່ວນສ້າງຜະລິດຕະພັນການທ່ອງທ່ຽວອັນດູດດື່ມ ຊ່ວຍຍົກສູງລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນຢູ່ພາຍໃນແຂວງ.

ຕອບກັບ