ພາຍຫລັງຊຸມມື້ພັກຕ້ອນຮັບບຸນເຕັດ, ເອື້ອຍ ເຮີຢຳ ເບີກະຣົງ ຢູ່ ບ້ານ ກືເອບົງ ຕາແສງ ເອອາ ກາວ ນະຄອນ ບວນມາທວດ ແຂວງ ດັກລັກ ກໍກັບຄືນສູ່ວຽກງານຕ່ຳແຜ່ນແພພື້ນເມືອງ ຢູ່ ສະຫະກອນຕ່ຳແຜ່ນແພພື້ນເມືອງ ເຕີບົງ. ນີ້ແມ່ນວຽກງານສ້າງລາຍຮັບທີ່ເປັນປົກກະຕິໃຫ້ເອື້ອຍໃນຕະຫລອດ 15 ປີຜ່ານມາ.
ເອື້ອຍ ເຮີຢຳ ເບີກະຣົງ ກຳລັງຕຳຕີນສິ້ນ |
ຖ້າຫາກກ່ອນນີ້ ລາຍຮັບສ່ວນຫລາຍແມ່ນເກັບມາໄດ້ຈາກອາຊີບເຮັດກະສິກຳ ແຕ່ມາປະຈຸບັນ ອາຊີບນີ້ ພັດກາຍເປັນອາຊີບເສີມແລ້ວ ເວລາສ່ວນຫລາຍແມ່ນສະຫງວນໃຫ້ແກ່ວຽກງານຕ່ຳແຜ່ນແພພື້ນເມືອງ. ຄົນໃນຄອບຄົວຂອງເອື້ອຍສາມລຸ້ນຄົນ ກໍລ້ວນແຕ່ຮູ້ຈັກຕ່ຳແຜ່ນແພພື້ນເມືອງ, ໃນນັ້ນ ມີ 5 ຄົນພວມແມ່ນສະມາຊິກຂອງສະຫະກອນຕ່ຳແຜ່ນແພພື້ນເມືອງ. ເອື້ອຍ ເຮີຢຳ ໃຫ້ຮູ້ວ່າ:
“ພາຍຫລັງໄດ້ຮັບການຮຳ່ຮຽນອາຊີບຢູ່ທີ່ນີ້ ຂ້າພະເຈົ້າກໍຮຽນໄດ້ວິທີທໍໄຫມ ແລ້ວມາແນະນຳໃຫ້ນ້ອງ ແລະ ລູກຂອງຕົນ. ຂ້າພະເຈົ້າເມົາມົວກັບອາຊີບນີ້ຫລາຍ ເມື່ອກັບເມືອບ້ານ ເຮັດໄຮ່ເຮັດນາບໍ່ຫລາຍຄືກ່ອນນີ້. ເມື່ອເຂົ້າຮ່ວມສະຫະກອນ ຂ້າພະເຈົ້າໄດ້ເຮັດວຽກຢູ່ທີ່ນີ້ ແລະ ໄດ້ຮັບເງິນເດືອນເລີຍ.”
ນາງ ເຮີເພເບ ເບີກະຣົງ ແມ່ນລູກສາວຂອງເອື້ອຍ ເຮີຢຳ ປະຈຸບັນ ແມ່ນສະມາຊິກຫນຸ່ມນ້ອຍທີ່ສຸດຂອງສະຫະກອນດັ່ງກ່າວ. ນາງພວມແມ່ນນັກສຶກສາປີສຸດທ້າຍຂອງວິທະຍາໄລສ້າງຄູ ແຕ່ນາງຕິດພັນກັບອາຊີບຕ່ຳແຜ່ນແພພື້ນເມືອງມາເປັນເວລາ 4 ປີແລ້ວ.
ນາງ ເຮີເພເບ ເວົ້າຄວາມໃນໃຈສູ່ຟັງວ່າ: ວຽກງານນີ້ ໄດ້ຊ່ວຍໃຫ້ນ້ອງມີຜົນດີຫລາຍຢ່າງ ເຮັດໃຫ້ນ້ອງມີຄວາມເອກອ້າງທະນົງໃຈກ່ຽວກັບຜະລິດຕະພັນຫັດຖະກຳທີ່ເປັນມູນເຊື້ອ ພ້ອມທັງສ້າງລາຍຮັບເພື່ອຮັບໃຊ້ການຮ່ຳຮຽນ ແລະ ການດຳລົງຊີວິດຂອງຕົນ.
“ບັນດາລວດລາຍຢູ່ເສື້ອ ແລະ ສິ້ນ ນ້ອງຮູ້ຈັກແລ້ວ. ແຕ່ລະລວດລາຍມີຄວາມໝາຍແຕກຕ່າງກັນ. ເພື່ອໃຫ້ມີລວດລາຍງາມ ເຮົາຕ້ອງເປັນຄົນດຸໝັ່ນ ອົດທົນ ຕ້ອງຮັກອາຊີບ ເວລານັ້ນ ຈຶ່ງຮັກສາອາຊີບທີ່ເປັນມູນເຊື້ອ ຮັກສາດ້ານວັດທະນະທຳ ແລະ ຊຸດອາພອນຂອງເຜົ່າຕົນໄດ້”
ສະຫະກອນຕ່ຳແຜ່ນແພພື້ນເມືອງ ເຕີບົງ |
ໂດຍໄດ້ຮັບການສ້າງຕັ້ງແຕ່ປີ 2003, ເບື້ອງຕົ້ນ ສະຫະກອນຕ່ຳແຜ່ນແພພື້ນເມືອງ ເຕີບົງ ມີສະມາຊິກ ພຽງແຕ່ 10 ຄົນ. ມາຮອດປະຈຸບັນ ຈຳນວນສະມາຊິກ ໄດ້ເພີ່ມຂຶ້ນເຖິງ 45 ຄົນແລ້ວ, ໂດຍເຕົ້າໂຮມພວກເອື້ອຍນ້ອງຊາວເຜົ່າ ເອເດ ຈາກບັນດາບ້ານໃນຕາແສງ ເອອາ ກາວ ນະຄອນ ບວນມາທວດ. ວຽກງານຢູ່ສະຫະກອນ ປະຈຸບັນ ແມ່ນມີຫລາຍຮູບແບບຄື: ຕ່ຳແຜ່ນ, ອອກແບບ, ຕ່ຳແຜ່ນແພດ້ວຍຈັກ… ຍ້ອນມີວຽກງານຫລາຍຢ່າງ ແລະ ຜະລິດຕະພັນກໍ່ເຮັດອອກມາໄດ້ຫລາຍຮູບແບບ ສະນັ້ນ ລາຍຮັບຂອງສະມາຊິກສະຫະກອນນັບມື້ນັບເປັນປົກກະຕິ ແລະ ດຶງດູດຜູ້ເຂົ້າຮ່ວມນັບມື້ນັບຫລາຍ.
ລາຍຮັບຂອງສະຫະກອນໃນປີຜ່ານມາ ບັນລຸ 1,2 ຕື້ດົງ, ລາຍຮັບສະເລ່ຍຂອງສະມາຊິກແຕ່ລະຄົນແມ່ນ 3,2 -3,5 ລ້ານດົງ/ເດືອນ. ຜະລິດຕະພັນຂອງສະຫະກອນຊອກໄດ້ສົ້ນອອກຢ່າງເປັນປົກກະຕິຢູ່ແຂວງ ດັກລັກ, ດັກນົງ ແລະ ກວ໋າງນາມ. ເອື້ອຍ ເຮີ ດີອູມ ເບີຢາ ສະມາຊິກສະຫະກອນ ແບ່ງປັນວ່າ:
“ໃນປີໃຫມ່ນີ້ ພາວະນາຂໍໃຫ້ສະມາຊິກໝົດທຸກຄົນ ແລະ ຄອບຄົວ ມີຄວາມຢູ່ເຢັນເປັນສຸກ, ເບີກບານມ່ວນຊື່ນ, ມີສຸຂະພາບເຂັ້ມແຂງ. ພ້ອມກັນນັ້ນກໍ່ປາດຖະຫນາວ່າ ທຸກວຽກງານຂອງສະຫະກອນຈະພັດທະນາກວ່າອີກ ແລະ ຜະລິດຕະພັນຂອງສະຫະກອນຈະໄດ້ສົ່ງໄປຂາຍຢູ່ທຸກແຖບຖິ່ນເພື່ອໃຫ້ເຂົາເຈົ້າຮູ້ຈັກເຖິງແຜ່ນແພພື້ນເມືອງຂອງພວກຂ້າພະເຈົ້າ ຈາກນັ້ນຊ່ວຍໃຫ້ວຽກງານດຳເນີນທຸລະກິດ ການໂຄສະນາຜະລິດຕະພັນງ່າຍດາຍກວ່າ ສະດວກກວ່າ.”
ເຂົ້າຮ່ວມສະຫະກອນ, ເອື້ອຍນ້ອງແມ່ຍິງຊາວເຜົ່າ ເອເດ ຢູ່ ຕາແສງ ເອອາ ກາວ ນະຄອນ ບວນມາທວດ ໄດ້ມີວຽກເຮັດ ເພີ່ມລາຍຮັບໃຫ້ແກ່ຕົນເອງ ແລະ ຄອບຄົວ, ນຳໃຊ້ເວລາວ່າງຢ່າງເປັນປະໂຫຍດ. ພ້ອມກັນນັ້ນ ອາຊີບຕ່ຳແຜ່ນແພພື້ນເມືອງ ແລະ ຜະລິດຕະພັນຈາກອາຊີບຫັດຖະກຳຂອງຊາວເຜົ່າ ເອເດ ກໍບໍ່ຖືກສູນຫາຍໄປຕາມການເວລາ ຫາກຍັງໄດ້ພັດທະນາຕິດພັນກັບຊີວິດທັນສະໄຫມໃນປັດຈຸບັນ.