ຫາຍ​ເຢືອງ ແກ້ໄຂ​ຄວາມ​ຫ​ຍຸ້ງ​ຍາກ​ການ​ຈຳ​ຫ​ນ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃນ​ຊ່ວງ​ເວ​ລາ​ເກີດ​ໂລກ​ລະ​ບາດ

Thu Hang
Chia sẻ
(VOVWORLD) -ແຂວງ ຫາຍເຢືອງ ໄດ້ຮັບຖືວ່າ ແມ່ນຫນຶ່ງໃນບັນດາອູ່ຜະລິດຕະພັນກະເສດໃຫຍ່ຂອງເຂດທົ່ງພຽງແມ່ນ້ຳແດງ. ໃນຂະນະແຂວງ ພວມສຸມກຳລັງເຫື່ອແຮງຕ້ານໂລກລະບາດໂຄວິດ 19 ຄວາມຫຍຸ້ງຍາກຍິ່ງເພີ່ມຂຶ້ນເມື່ອການເກັບຊື້, ຂົນສົ່ງຈຳຫນ່າຍຜະລິດຕະພັນກະເສດຖືກ ອຸດຕັນ/ຢຸດສະງັກ, ບັນດາພໍ່ຄ້າຊາຂາຍບໍ່ສາມາດຂົນສົ່ງຜະລິດຕະພັນອອກໄດ້ ຍ້ອນການກຳນົດການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19. ຕໍ່ຫນ້າສະພາບຄວາມຫຍຸ້ງຍາກດັ່ງກ່າວ, ພະແນກອຸດສາຫະກຳ ການຄ້າ ແຂວງ ຫາຍເຢືອງ ໄດ້ສ້າງຍຸດທະສາດ, ວິທີການຈຳຫນ່າຍຜະລິດຕະພັນກະເສດດ້ວຍການອີງໃສ່ມາດຖານ ຮັບປະກັນວຽກງານປ້ອງກັນ ຕ້ານໂລກລະບາດ ຈາກຂອດຜະລິດຕະຫລອດຮອດການເກັບກູ້, ຂົນສົ່ງຢ່າງເຄັ່ງຄັດ.
ຫາຍ​ເຢືອງ ແກ້ໄຂ​ຄວາມ​ຫ​ຍຸ້ງ​ຍາກ​ການ​ຈຳ​ຫ​ນ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃນ​ຊ່ວງ​ເວ​ລາ​ເກີດ​ໂລກ​ລະ​ບາດ - ảnh 1ຈຸດຄວບຄຸມໂລກລະບາດໂຄວິດ - 19 ຢູ່ແຂວງ ຫາຍເຢືອງ (ພາບ: nhandan.com.vn)

ຕາມພະແນກອຸດສາຫະກຳ ການຄ້າ ແຂວງ ຫາຍເຢືອງ ແລ້ວ, ເມື່ອໂລກລະບາດໂຄວິດ 19 ແຜ່ລະບາດຢູ່ ແຂວງ ຫາຍເຢືອງ, ປ້ອມ ຈຸດກວດກາໂລກລະບາດໂຄວິດ 19 ຕ່າງໆຢູ່ປະຕູເຂົ້າອອກບໍລິເວນແຂວງ, ນະຄອນ ໃກ້ຄຽງ ກໍ່ລ້ວນແຕ່ມີການຈຳກັດລົດຂົນສົ່ງສິນຄ້າເຂົ້າອອກ ແຂວງ ຫາຍເຢືອງ. ສິນຄ້າຂອງ ແຂວງ ຫາຍເຢືອງ ຖືກຕິດຄ້າງ, ຜະລິດຕະພັນກະເສດຖືກເສຍຫາຍ ປະຖິ້ມ, ສັດລ້ຽງ ແນວພັນ ໝົດກຳນົດເວລາສົ່ງອອກໄປຂາຍ ຍ້ອນບໍ່ສາມາດຂົນສົ່ງໄປໄດ້, ວັດຖຸ ອຸປະກອນ ຮັບໃຊ້ການຜະລິດເພື່ອໃຫ້ກຳມະກອນທຳການຜະລິດແມ່ນບໍ່ມີ, ສຳຄັນແມ່ນ ຮອດກຳນົດເວລາສົ່ງອອກສິນຄ້າຕາມສັນຍາ ແຕ່ບໍ່ສາມາດສົ່ງໄປໄດ້ ອັນໄດ້ກໍ່ຄວາມເສຍຫາຍຢ່າງຫນັກ, ສົ່ງຜົນກະທົບເຖິງການຜະລິດດຳເນີນທຸລະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

ຕໍ່ຫນ້າຄວາມກັງວົນກ່ຽວກັບຄວາມປອດໄພຂອງໂລກລະບາດໃນສະພາບການພວມໃນລະດູການເກັບກູ້, ທ່ານ ຟ້າມແທງຫາຍ ຫົວຫນ້າພະແນກ ອຸດສາຫະກຳ ການຄ້າ ແຂວງ ຫາຍເຢືອງ ໃຫ້ຮູ້ວ່າ: ຄະນະຊີ້ນຳການປ້ອງກັນ ຕ້ານໂລກລະບາດໂຄວິດ 19 ຂອງແຂວງ ແລະ ພະແນກອຸດສາຫະກຳ ການຄ້າ ແຂວງ ຫາຍເຢືອງ ໄດ້ຜັນຂະຫຍາຍຂັ້ນຕອນການຈຳຫນ່າຍຜະລິດຕະພັນ ແຕ່ຕ້ອງຮັບປະກັນມາດຖານ ການປ້ອງກັນ ຕ້ານໂລກລະບາດໂຄວິດ 19.

  ໃນສະພາບໂລກລະບາດ, ພະແນກອຸດສາຫະກຳ ການຄ້າ ແຂວງ ຫາຍເຢືອງ ໄດ້ເປັນເຈົ້າການໃນການສ້າງວິທີການຮັບປະກັນ ສະຫນອງສິນຄ້າຢູ່ກັບທີ່, ນອກນັ້ນ ກໍ່ໄດ້ສ້າງວິທີການເພື່ອຈຳຫນ່າຍສິນຄ້າອອກສູ່ບັນດາທ້ອງຖິ່ນອື່ນ. ນອກນັ້ນ ໃນເງື່ອນໄຂໂລກລະບາດ, ທາງແຂວງ ກໍ່ຊີ້ນຳ ຕ້ອງຮັບປະກັນຄວາມປອດໄພໃນການປ້ອງກັນ ຕ້ານໂລກລະບາດ. ສິນຄ້າສຳລັບຜະລິດຕະພັນກະເສດ ໃນແຂວງ ຫາຍເຢືອງ  ສົ່ງໄປຂາຍຢູ່ບັນດາແຂວງ ນະຄອນ ອື່ນ ລ້ວນແຕ່ຕ້ອງຮັບປະກັນຫລັກອະນາໄມຄວາມປອດໄພດ້ານສະບຽງອາຫານໃນການປ້ອງກັນໂລກລະບາດ”.

ເມືອງ ຈີລິງ ແຂວງ ຫາຍເຢືອງ ແມ່ນຫນຶ່ງໃນບັນດາເມືອງທີ່ເກີດໂລກລະບາດໂຄວິດ 19 ລະບາດຢ່າງຮ້າຍແຮງ. ເພາະສະນັ້ນ ບັນດາຜະລິດຕະພັນກະເສດຂອງຊາວກະສິກອນທ້ອງຖິ່ນ ກໍ່ຖືກຜົນສະທ້ອນຢ່າງຮ້າຍແຮງ. ເພື່ອຊ່ວຍຊາວກະສິກອນຈຳຫນ່າຍຜະລິດຕະພັນກະເສດ, ຫ້ອງການເສດຖະກິດ ແລະ ສະມາຄົມຊາວກະສິກອນນະຄອນ ຈີລີງ ໄດ້ສົມທົບກັບບັນດາຕາແສງ ລວບລວມຈຳນວນສັດລ້ຽງ, ສັກປີກ, ຜະລິດຕະພັນກະເສດປະເພດອື່ນໆ ທີ່ຕ້ອງການຈຳຫນ່າຍເພື່ອເປັນເສນາທິການໃຫ້ຂັ້ນເທິງ ມີມາດຕະການແກ້ໄຂ.
ຫາຍ​ເຢືອງ ແກ້ໄຂ​ຄວາມ​ຫ​ຍຸ້ງ​ຍາກ​ການ​ຈຳ​ຫ​ນ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃນ​ຊ່ວງ​ເວ​ລາ​ເກີດ​ໂລກ​ລະ​ບາດ - ảnh 2ຮ້ານສັບພະສິນຄ້າ ຂາຍຫຼຸດລາຄາສຳລັບຜະລິດຕະພັນກະເສດຂອງແຂວງ ຫາຍເຢືອງ (ພາບ: baochinhphu.vn)

ດ້ວຍຂັ້ນຕອນການຈຳຫນ່າຍຜະລິດຕະພັນຂອງແຂວງ ຫາຍເຢືອງ ເຄື່ອນໄຫວຮັບປະກັນຄວາມປອດໄພ, ບັນດາຜູ້ຈຳຫນ່າຍ, ລະບົບ, ຮ້ານສັບພະສິນຄ້າ ຮ້ານອາຫານ ໄດ້ປະຕິບັດໂຄງການຍູ້ແຮງການຈຳຫນ່າຍບັນດາປະເພດຜະລິດຕະພັນກະເສດ ເພື່ອແນໃສ່ຫນູນຊ່ວຍຊາວກະສິກອນແຂວງ ຫາຍເຢືອງ ຫລຸດຜ່ອນຄວາມເສຍຫາຍດ້ານເສດຖະກິດ. ລະບົບຮ້ານສັບພະສິນຄ້າ GO! (BigC) ໄດ້ປະຕິບັດລາຍການຂາຍສິນຄ້າ ດ້ວຍລາຄາບຸລິມະສິດສຳລັບບັນດາຜະລິດຕະພັນກະເສດຂອງແຂວງ ຫາຍເຢືອງ. ລະບົບຮ້ານສັບພະສິນຄ້າຂາຍຍ່ອຍ VinMart/VinMart+ ກໍ່ຕັ້ງຫນ້າເຂົ້າຮ່ວມການຫນູນຊ່ວຍຈຳຫນ່າຍຜະລິດຕະພັນກະເສດໃຫ້ແກ່ຊາວກະສິກອນແຂວງ ຫາຍເຢືອງ ດ້ວຍວິທີຂາຍແຕ່ບໍ່ເອົາກຳໄລສຳລັບບາງຜະລິດຕະພັນກະເສດ. ສະຫະພັນສະຫະກອນ ການຄ້າ ໄຊງ່ອນ (Saigon Co.op) ກໍ່ເຂົ້າຮ່ວມລາຍການດັ່ງກ່າວ. ທ່ານນາງ ຟ້າມທິຫາຍມີ ຮອງຜູ້ອຳນວຍການ Co.opmart ຮ່າໂນ້ຍ ໃຫ້ຮູ້ວ່າ:

 “ແຕ່ລະມື້ ພວກຂ້າພະເຈົ້າ ໄດ້ ແລະ ພວມຈຳຫນ່າຍຜະລິດຕະພັນກະເສດ ປະມານ 7-8 ໂຕນ. ຍາມໃດກໍ່ຮັບປະກັນຫລັກອະນາໄມຄວາມປອດໄພດ້ານສະບຽງອາຫານ ກໍ່ຄື ຮັບປະກັນມາດຕະການປ້ອງກັນ ຕ້ານໂລກລະບາດ. ກ່ຽວກັບດ້ານລາຄາ Saigon Co.op, Co.opmart ສົມທົບກັນຂາຍສິນຄ້າໃຫ້ຜູ້ບໍລິໂພກ ແຕ່ບໍ່ເອົາກຳໄລ”

ດ້ວຍການເຂົ້າຮ່ວມລາຍການຂອງບັນດາພະແນກ, ຂະແຫນງການຂອງແຂວງ, ປະຈຸບັນ ຜະລິດຕະພັນກະເສດຂອງຊາວກະສິກອນ ໄດ້ສົ່ງໄປຈຳຫນ່າຍເມື່ອມີຄວາມຮັບປະກັນບັນດາເງື່ອນໄຂກ່ຽວກັບການປ້ອງກັນ ຕ້ານໂລກລະບາດໂຄວິດ 19. ຊາວກະສິກອນ ແຂວງ ຫາຍເຢືອງ ມີຄວາມອຸ່ນອ່ຽນໃຈກວ່າ ເມື່ອທັງໄດ້ທຳການຜະລິດ ທັງປະຕິບັດວຽກງານປ້ອງກັນ ຕ້ານໂລກລະບາດໂຄວິດ 19 ໄປພ້ອມ.

ຕອບກັບ