ຜະລິດ​ຕະ​ພັນ OCOP ແລະ ແງ່​ຫວັງ​ກ່ຽວ​ກັບ​ທິດ​​ທາງພັດ​ທະ​ນາ​ໃໝ່​ໃຫ້​ແກ່​ຊົນ​ນະ​ບົດ​ແຂວງ ເຊີນ​ລາ

Lê Hạnh - Vĩnh Phong
Chia sẻ
(VOVWORLD) - 110 ຜະລິດຕະພັນຫຼາຍຮູບຫຼາຍແບບ, ເຂັ້ມຂົ້ນໄປດ້ວຍສີສັນເຂດພາກ, ແມ່ນໝາກຜົນຂອງແຂວງ ເຊີນລາ ໃນເກືອບ 5 ປີແຫ່ງການຜັນຂະຫຍາຍໂຄງການໜຶ່ງຕາແສງ ໜຶ່ງຜະລິດຕະພັນ (OCOP).
ຜະລິດ​ຕະ​ພັນ OCOP ແລະ ແງ່​ຫວັງ​ກ່ຽວ​ກັບ​ທິດ​​ທາງພັດ​ທະ​ນາ​ໃໝ່​ໃຫ້​ແກ່​ຊົນ​ນະ​ບົດ​ແຂວງ ເຊີນ​ລາ - ảnh 1ແບກຈ່າໄມ - ຜະລິດຕະພັນ OCOP ຂອງ ເຊີນລາ
(ພາບ: VOV)

 ບັນດາຜະລິດຕະພັນ OCOP ໃໝ່ນີ້ພວມຍົກລະດັບບັນດາຜະລິດຕະພັນຫຼັກແຫຼ່ງຂອງຂະແໜງກະສິກຳຢູ່ທ້ອງຖິ່ນ. ແຂວງ ເຊີນລາ ພວມຜັນຂະຫຍາຍຫຼາຍມາດຕະການເພື່ອແນໃສ່ສ້າງທິດເດີນໃໝ່ໃຫ້ແກ່ເຂດຊົນນະບົດ.

ທິວທັດທຳມະຊາດທີ່ສວຍສົດງົດງາມ, ຄວາມງາມດ້ານວັດທະນະທຳທີ່ເປັນມູນເຊື້ອ, ພ້ອມກັບຄວາມສະໜິດສະໜົມ, ຮັກແພງແຂກຄົນ… ໄດ້ເຮັດໃຫ້ Homestay A Chu ຢູ່ບ້ານຫົວຕາດ, ຕາແສງ ເວີນໂຮ່, ເມືອງ ເວີນໂຮ່, ແຂວງ ເຊີນລາ ກາຍເປັນສະຖານທີ່ດຶງດູດໃຈສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ປີ 2022, ສະຖານທີ່ແຫ່ງນີ້ໄດ້ຕ້ອນຮັບແຂກທ່ອງທ່ຽວເກືອບ 10.000 ເທື່ອຄົນ, ໃນນັ້ນມີ 20% ແມ່ນແຂກທ່ອງທ່ຽວສາກົນ. ປີນີ້, Homestay A Chu ໄດ້ລົງທະບຽນເພື່ອສ້າງຜະລິດຕະພັນ OCOP ຂອງແຂວງ ເຊີນລາ. ອ້າຍ ຈ໋າງອາຈູ, ເຈົ້າຂອງ Homestay A Chu, ແບ່ງປັນວ່າ:

 “ຢາກເຂົ້າຮ່ວມໂຄງການ OCOP ເພື່ອໂຄສະນາສີສັນວັດທະນະທຳ, ຂຸດຄົ້ນການບໍລິການທ່ອງທ່ຽວຂອງຕົນ, ຄື: ເຮັດເຈ້ຍສາ, ໂມ້ສາລີ, ແຕ້ມລວດລາຍດ້ວຍນ້ຳເຜິ້ງ…. ຜ່ານນັ້ນ, ແຂກທ່ອງທ່ຽວກໍ່ຈະຮູ້ຈັກເຖິງເຄື່ອງໝາຍການຄ້າ Homestay A Chu ໄດ້ສ້າງຂຶ້ນໂດຍອີງໃສ່ສີສັນວັດທະນະທຳຊົນເຜົ່າຢູ່ ຫົວຕາດ, ພ້ອມກັນນັ້ນ ກໍ່ໄດ້ຊ່ວຍໃຫ້ຊາວເຜົ່າມົ້ງຫຼາຍຄົນທີ່ມີ  Homestay ໃນບໍລິເວນ ມີລາຍຮັບດີຂຶ້ນ ແລະ ຊອກໄດ້ທິດເດີນໃໝ່ທີ່ແຕກຕ່າງ”.

ໂດຍແມ່ນໜຶ່ງໃນບັນດາຜະລິດຕະພັນຫຼັກແຫຼ່ງທີ່ແຂວງ ເຊີນລາ ກຳນົດທິດຍົກລະດັບ, ສ້າງ, ຜະລິດຕະພັນ OCOP 5 ດາວລະດັບຊາດ, ແບກຈ່າໄມ ຂອງບໍລິສັດ ຊາ ແລະ ສິນຄ້າເອກະລັກແຂວງ ໄຕບັກ ຈຳກັດ, ເມືອງ ບັກອຽນ ພວມຄ່ອຍໆຢັ້ງຢືນຄຸນນະພາບ, ເຄື່ອງໝາຍການຄ້າໄດ້. ທ່ານນາງ ຫງວຽນທິທ້ຳ, ຜູ້ອຳນວຍການບໍລິສັດ ຊາ ແລະ ສິນຄ້າເອກະລັກແຂວງ ໄຕບັກ ຈຳກັດ, ຖືວ່າ: ໂຄງການ OCOP ຈະແມ່ນກາລະໂອກາດເພື່ອໃຫ້ຊາ ຊານຕວຽດ ຮ້ອຍປີ ຢູ່ ຕ່າຊົ່ວ ໄດ້ໂຄສະນາຢູ່ຕະຫຼາດພາຍໃນປະເທດ ແລະ ສາກົນ:

 “ແບກຈ່າໄມ ແມ່ນຊາປະເພດໜຶ່ງທີ່ບໍ່ໝູນໃຊ້ເຕັກໂນໂລຊີ, ເຄື່ອງຈັກ. ຊາໄດ້ປຸງແຕ່ງ ແລະ ຕາກແຫ້ງແບບທຳມະຊາດ. ຍ້ອນເຫດນັ້ນ, ຊາຈຶ່ງມີກິ່ນຫອມຂອງດອກໄມ້ປ່າ, ລົດຫວານຂອງໝາກໄມ້ສຸກ… ພວກຂ້າພະເຈົ້າຫວັງວ່າ, ຈະມີຊາວ ຫວຽດນາມ, ເພື່ອນມິດສາກົນຫຼາຍຄົນ ຮູ້ຈັກເຖິງຊາພິເສດປະເພດນີ້, ກິນຊານີ້ກໍ່ດີຕໍ່ສຸຂະພາບທັງຜູ້ເຖົ້າ ແລະ ຜູ້ໜຸ່ມ”.

ໂດຍສືບທອດໝວດມາດຖານໂຄງການ OCOP ໄລຍະ 2018 – 2020, ໝວດມາດຖານໄລຍະ 2021 – 2025 ໄດ້ປັບປຸງ, ເພີ່ມເຕີມບາງເນື້ອໃນໃຫ້ເໝາະສົມກັບຄວາມຕ້ອງການຕົວຈິງ ແລະ ຈຸດໝາຍແຫ່ງການພັດທະນາໃນໄລຍະໃໝ່. ໃນນັ້ນມີບັນດາຈຸດໃໝ່ອ່ຽມ ແມ່ນການຕີລາຄາ, ຈັດແບ່ງຂັ້ນຜະລິດຕະພັນໄດ້ຮັບການປະຕິບັດໃນຂັ້ນຕາແສງ, ແທນການຈັດຢູ່ຂັ້ນເມືອງຄືກ່ອນນີ້. ຄຽງຄູ່ກັນນັ້ນ, ຄະນະກຳມະການປະຊາຊົນຂັ້ນເມືອງຈະຮັບຮອງບັນດາຜະລິດຕະພັນ OCOP 3 ດາວ ແທນຂັ້ນແຂວງຄືກ່ອນນີ້. ທ່ານ ເກີ່ມວັນຈິ່ງ, ພະນັກງານຂອງຫ້ອງການກະສິກຳ ແລະ ພັດທະນາຊົນນະບົດ ເມືອງຝູ່ອຽນ, ໃຫ້ຮູ້ວ່າ:             

“ໝວດມາດຖານໃນໄລຍະໃໝ່ໄດ້ຍົກລະດັບຂຶ້ນເມື່ອທຽບໃສ່ໄລຍະກ່ອນນັ້ນ, ແຕ່ມັນເໝາະສົມກັບເງື່ອນໄຂຕົວຈິງ ແລະ ຍົກສູງຄຸນນະພາບຂອງຜະລິດຕະພັນ. ປີນີ້, ຝູ່ອຽນ ໄດ້ປະຕິບັດການຕີລາຄາຄືນ 8 ຜະລິດຕະພັນຂອງປີ 2020. ປີ 2023, ເມືອງຝູ່ອຽນ ສູ້ຊົນໃຫ້ມີ 5 ຜະລິດຕະພັນ OCOP ດ້ຮັບການຮັບຮອງໃໝ່ຕື່ມອີກ”.

ຜະລິດ​ຕະ​ພັນ OCOP ແລະ ແງ່​ຫວັງ​ກ່ຽວ​ກັບ​ທິດ​​ທາງພັດ​ທະ​ນາ​ໃໝ່​ໃຫ້​ແກ່​ຊົນ​ນະ​ບົດ​ແຂວງ ເຊີນ​ລາ - ảnh 2ເຊີນລາ ພັດທະນາຫຼາຍຜະລິດຕະພັນໃໝ່
(ພາບ:VOV)

ໂດຍນອນໃນໝວດມາດຖານໃໝ່, ບັນດາສຳເນົາເອກະສານຜະລິດຕະພັນໄດ້ລົງທະບຽນເຂົ້າຮ່ວມການຕີລາຄາຜະລິດຕະພັນ OCOP ສຳລັບບັນດາຫົວຂໍ້ທີ່ໄດ້ຮັບການປັບປຸງຕາມທິດຫລຸດຜ່ອນເນື້ອໃນ ແລະ ແນະນຳລະອຽດກ່ຽວກັບການປະຕິບັດ, ປະກອບສ່ວນສົ່ງເສີມໃຫ້ບັນດາວິສາຫະກິດ, ສະຫະກອນ, ຄອບຄົວ, ເຂົ້າຮ່ວມໂຄງການ OCOP. ທ່ານນາງ ຮ່ວາງທິທູຮ່ຽນ, ຮອງຫົວໜ້າຫ້ອງການປະສານງານຊົນນະບົດໃໝ່ແຂວງ ເຊີນລາ, ໃຫ້ຮູ້ວ່າ:              

“ໃນປີນີ້, ແຕ່ລະເມືອງ, ແຕ່ລະນະຄອນ ຕ້ອງມີຢ່າງໜ້ອຍ 5 ຜະລິດຕະພັນ OCOP ທີ່ຈະໄດ້ຮັບການຢັ້ງຢືນ, ຍ້ອນແນວນັ້ນ, ປະລິມານວຽກງານແມ່ນໃຫຍ່ຫຼວງທີ່ສຸດ. ພວກຂ້າພະເຈົ້າກໍ່ໄດ້ຄາດຄະເນສູ້ຊົນຜະລິດຕະພັນ ແຕ່ 70 80 ຢ່າງ ນັບແຕ່ລະດັບ 3 ດາວ ຮອດ 4 ດາວ ຈະໄດ້ຮັບການຢັ້ງຢືນໃນປີນີ້”.

ປີນີ້, ແຂວງເຊີນລາ ວາງອອກເປົ້າໝາຍພັດທະນາບັນດາຜະລິດຕະພັນ OCOP ກ້າວເຂົ້າສູ່ລວງເລິກ, ມີຈຸດສຸມ. ບັນດາຜະລິດຕະພັນໄດ້ຮັບການເລືອກເຟັ້ນ, ກຳນົດທິດ “ຕິດດາວ” , “ຍົກລະດັບດາວ” ໄດ້ຍົກສູງດ້ານຄຸນນະພາບ, ມູນຄ່າ, ກຳລັງແກ່ງແຍ້ງ; ຖືກກັບຈິດໃຈຂອງໂຄງການ OCOP. ຈາກນັ້ນ, ກໍ່ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດເຂດຊົນນະບົດ, ປ່ຽນແປງໃໝ່ຈິນຕະນາການ, ວິທີເຮັດ, ຍົກສູງລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ແລະ ປະຕິບັດການສ້າງໂສມໜ້າໃໝ່ໃຫ້ແກ່ເຂດຊົນນະບົດຢູ່ ເຊີນລາ./.

ຕອບກັບ