ບ້ານ​ຫຍອດ, ຕາ​ແສງ​ນາ​ຟອນ, ແຂວງ​ຮ່​ວາ​ບິງ ພັດ​ທະ​ນາ​ການ​ທ່ອງ​ທ່ຽວ

ງອກແອງ
Chia sẻ
(VOVWORLD) -

ບ້ານຫຍອດ, ຕາແສງນາຟອນ, ຢູ່ຫ່າງຈາກເທດສະບານເມືອງ ມາຍເຈົາ, ແຂວງຮ່ວາບິງ ປະມານ 4 ກມ ໄປທາງທິດຕາເວັນຕົກ, ແມ່ນບ່ອນດຳລົງຊີວິດຂອງຊາວເຜົ່າຜູ້ໄທ. ໂດຍຕັ້ງຢູ່ກາງເຂດຮ່ອມພູ ໃຕ້ເຂດປ່າທີ່ກ້ວາງໃຫ່ຍ ແລະ ຂຽວອຸ່ມທຸ່ມ, ບ້ານຫຍອດ ແມ່ນບ້ານນ້ອຍແຫ່ງໜຶ່ງທີ່ສວຍງາມທີ່ສຸດ ຊື່ງໄດ້ເກັບຮັກສາບັນດາສະຖາປັດຕະຍາກຳ, ວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າຜູ້ໄທ, ແມ່ນແຫ່ງໜຶ່ງທີ່ໜ້າຄົ້ນຫາ.


ບ້ານ​ຫຍອດ, ຕາ​ແສງ​ນາ​ຟອນ, ແຂວງ​ຮ່​ວາ​ບິງ ພັດ​ທະ​ນາ​ການ​ທ່ອງ​ທ່ຽວ - ảnh 1

ປຊຊ ຕາແສງ ນາຟອນ ຟ້ອນແກງລອງ

 (ພາບ: ງອກແອງ)

 ບ້ານຫຍອດ, ຕາແສງນາຟອນ ເຊື່ອມຕໍ່ກັບບ້ານຫຼາກ, ຕາແສງຈຽງເຈົາ ແລະ ບ້ານປອມກ້ອງ, ເທດສະບານເມືອງ ມາຍເຈົາ, ໄດ້ສ້າງເປັນເຂດສາມຫຼ່ຽມທ່ອງທ່ຽວຢູ່ເມືອງມາຍເຈົາ. ມາຢ້ຽມຢາມ ບ້ານຫຍອດ, ແຂກທ່ອງທ່ຽວຈະຖືກດຶງດູດໃຈ ຍ້ອນຮູບພາບທີ່ກ້ວາງໃຫ່ຍມະຫາສານ ແລະ ເຕັມໄປດ້ວຍສີຂຽວ. ນັ້ນແມ່ນສີຂຽວມາຈາກທົ່ງນາ, ສວນຕົ້ນໄມ້, ສີຂຽວຂອງເຂດພູຜ່າປ່າໄມ້ທີ່ສະຫຼັບສັບຊ້ອນກັບເມກ ແລະ ທ້ອງຝ້າ. ຍ້ອນພູມສັນຖານຢູ່ທີ່ນີ້ແມ່ນຂ້ອນຂ້າງພຽງພໍສົມຄວນ, ປຊຊ ທີ່ນີ້ ກໍ່ບໍ່ໄດ້ເຮັດນາຂັ້ນໄດຄືຢູ່ ຊາປາ, ຮ່ວາງຊູຟີ່ ຫຼື ໝູ່ກັງຈາຍ, ຫາກໄດ້ແບ່ງນາປູກເຂົ້າ ເປັນສີ່ແຈ ອັນໄດ້ສ້າງເປັນທິວທັດທຳມະຊາດເຂດບ້ານນາທີ່ສະຫງົບງຽບ, ງາມດັ່ງໃນຝັນ. ຢູ່ພາຍໃນບ້ານແມ່ນບັນດາເຮືອນຮ້ານຂອງຊາວເຜົ່າຜູ້ໄທ ໄດ້ສ້າງຂຶ້ນດ້ວຍບັນດາເສົາໄມ້ໃຫ່ຍ, ຝາເຮັດດ້ວຍໄມ້ໃຜ່ ແລະ ຫຼັງຄາມຸ້ງດ້ວຍຫຍ້າ. ເມື່ອມາຢ້າມຢາມ ບ້ານຫຍອດ, ເອື້ອຍ Ambra Manera, ຊາວ ອີຕາລີ ແບ່ງປັນວ່າ

ຂ້າພະເຈົ້າມັກແຫ່ງນີ້ທີ່ສຸດ, ມັກບ້ານແຫ່ງນ້ອຍໆທີ່ສວຍງາມ, ສະຫງົບງຽບ. ຢູ່ທີ່ນີ້ ຂ້າພະເຈົ້າຈະສາມາດໄປຊົມທິວທັດທຳມະຊາດແຕ່ບ້ານນີ້ ໄປບ້ານອື່ນ. ວັດທະນະທຳຢູ່ທີ່ນີ້ມີຈຸດພິເສດສະເພາະ, ເຮັດໃຫ້ຂ້າພະເຈົ້າມັກຊອກຮູ້, ປຊຊ ເປັນມິດ, ຍາມໃດກໍ່ຕ້ອນຮັບແຂກຄົນດ້ວຍຮ້ອຍຍີ້ມ.

ບ້ານ​ຫຍອດ, ຕາ​ແສງ​ນາ​ຟອນ, ແຂວງ​ຮ່​ວາ​ບິງ ພັດ​ທະ​ນາ​ການ​ທ່ອງ​ທ່ຽວ - ảnh 2

ປຊຊ ຕາແສງ ນາຟອນ ເຕັ້ນາບຕ້ອນຮັບແຂກທ່ອງທ່ຽວ  (ພາບ: ງອກແອງ)

 ເມື່ອມາຢ້ຽມຢາມ ບ້ານຫຍອດ, ນອກຈາກໄດ້ຮັບຊົມທິວທັດທຳມະຊາດແລ້ວ, ແຂກທ່ອງທ່ຽວຍັງສາມາດຊອກຮູ້ກ່ຽວກັບອາຊີບຕ່ຳຫູກພື້ນເມືອງຂອງ ປຊຊ ຢູ່ທີ່ນີ້ອີກດ້ວຍ ກໍ່ຄືຊື້ເຄື່ອງທີ່ເຮັດຈາກແຜ່ນແພພື້ນເມືອງເປັນຂອງຕ້ອນ. ນອກຈາກນັ້ນແລ້ວ ກໍ່ມີບັນດາເຍື່ອງອາຫານທີ່ອຸດົມສົມບູນ, ມີລົດຊາດຂອງເຂດພູຜາປ່າໄມ້ເຂດຕາເວັນຕົກສ່ຽງເໜືອຄື: ປາປີ້ງ, ໄກ່ປິ້ງ, ຊີ້ນໝູປ່າ... ພິເສດ, ເມື່ອມາແຫ່ງນີ້ ແຂກທ່ອງທ່ຽວຍັງຈະໄດ້ຮັບຊົມການສະແດງຟ້ອນ ແກງລອງ ທີ່ພິເສດສະເພາະຂອງຊາວເຜົ່າຜູ້ໄທ ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຮັບຮູ້ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸແຫ່ງຊາດ.

 ລອງ ແມ່ນຄົກຍາວເຮັດດ້ວຍໄມ້, ເມື່ອສະແດງຟ້ອນ ແກງລອງ, ຜູ້ຟ້ອນຈະໃຊ້ໄມ້ເຄາະໃສ່ລອງຕາມຈັງຫວະ ເພື່ອສ້າງເປັນສຽງທີ່ຈັບໃຈ. ປ້າ ຮ່າທິເຕີມ, ຊາວເຜົ່າຜູ້ໄທ ຢູ່ຕາແສງ ນາຟອນ ເລົ່າສູ່ຟັງວ່າ:

ການຟ້ອນ ແກງລອງ ຈະມີ 8 ຄົນ, ແຕ່ລະເບື້ອງມີ 2 ຄົນ, ໃນນັ້ນ 2 ຄົນຢູ່ແຖວໜ້າຈະຟ້ອນກ່ອນ. ຊາວບ້ານຟ້ອນເພື່ອພາວະນາ ຂໍໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ. ເມື່ອແຂກທ່ອງທ່ຽວມາຢ້ຽມຢາມ, ກອງສິລະປະກອນຂອງບ້ານຈະສະແດງໃຫ້ເຂົາເຈົ້າຮັບຊົມ ແລະ ເຂົາເຈົ້າກໍ່ມັກທີ່ສຸດ. ແຂກທ່ອງທ່ຽວມັກຟ້ອແກງລອງ, ເຕັ້ນາບກັບຊາວບ້ານ.

ບ້ານ​ຫຍອດ, ຕາ​ແສງ​ນາ​ຟອນ, ແຂວງ​ຮ່​ວາ​ບິງ ພັດ​ທະ​ນາ​ການ​ທ່ອງ​ທ່ຽວ - ảnh 3

ຕາແສງ ນາຟອນ, ເມືອງ ມາຍເຈົາ, ແຂວງ ຮ່ວາບິງ ເບິ່ງຈາກມູມສູງ  (ພາບ: ງອກແອງ)

 ເມື່ອມາຢ້ຽມຢາມ ບ້ານຫຍອດ, ແຂກທ່ອງທ່ຽວຈະໄດ້ຊົມເຕັ້ນສາບ ຫຼື ຮັບຟັງບັນດາທຳນອງຂັບພື້ນເມືອງຂອງຊາວເຜົ່າຜູ້ໄທ. ນັກສິລະປະກອນດີເດັ່ນ ຮ່າທິບິກ, ຊາວເຜົ່າຜູ້ໄທ ຢູ່ຕາແສງນາຟອນ ໃຫ້ຮູ້ວ່າ:

ທຳນອງຂັບມີຈັງຫວະສະເພາະຂອງຊາວເຜົ່າຜູ້ໄທ ທີ່ມີມາແຕ່ດົນນານແລ້ວ ເຊິ່ງໄດ້ສືບທອດຜ່ານຫຼາຍລຸ້ນຄົນ.ຂັບພື້ນເມືອງໄດ້ຍ້ອງຍໍສັນລະເສີນ ກ່ຽວກັບເຂດຊົນນະບົດຂອງຊາວເຜົ່າຜູ້ໄທ, ພັນລະນາທິວທັດທຳມະຊາດເຂດທົ່ງນາ, ຍ້ອງຍໍຄວາມສວຍງາມຂອງເຂດບ້ານນາ... ພວກຂ້າພະເຈົ້າໄດ້ສ້າງຕັ້ງສະໂມສອນຂັບລຳດ້ວຍ 30 ຄົນ ມີທັງຜູ້ຊາຍ ແລະ ຜູ້ຍິງໃນທຸກເກນອາຍຸ ຊື່ງໄດ້ໄປສະແດງໃນໂອກາດວັນບຸນ ຫລືງານດອງ, ງານຂື້ນເຮືອນໃໝ່, ງານເດັກເກີດໃໝ່...

ຕາແສງນາຟອນ ໄດ້ຂຸດຄົ້ນຈຸດພິເສດສະເພາະຂອງຊຸດອາພອນພື້ນເມືອງ, ເຮືອນຢູ່, ອາຫານການກິນ, ການຟ້ອນລຳທຳເພງ, ແຜ່ນແພພື້ນເມືອງ... ເພື່ອກາຍເປັນຜະລິດຕະພັນທ່ອງທ່ຽວທີ່ພິເສດສະເພາະ ເພື່ອດຶງດູດແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ. ນອກຈາກນັ້ນ, ປະຈຸບັນ, ຕາແສງນາຟອນ ຍັງມີ homestay 19 ແຫ່ງ, ເຂດພັກຜ່ອນບຳລຸງສຸຂະພາບ 2 ແຫ່ງ, ກີ່ຕ່ຳຫູກ 100 ອັນ. ທ່ານ ຮ່າວັນເງິນ, ຮອງເລຂາຄະນະພັກ, ປະທານຄະນະກຳມະການ ປຊຊ ຕາແສງ ນາຟອນ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າກຳນົດໃຫ້ການພັດທະນາການທ່ອງທ່ຽວບໍລິການ ກາຍເປັນຂະແໜງເສດຖະກິດປາຍແຫຼມ. ການສ້າງຮູບແບບພັດທະນາການທ່ອງທ່ຽວທຳມະຊາດໃນບໍລິເວນ ຕິດພັນກັບວັດທະນະທຳທ້ອງຖິ່ນ. ກ່ອນນີ້, ອັດຕາສ່ວນຄອບຄົວທຸກຍາກຂອງຕາແສງແມ່ນສູງທີ່ສຸດ. ປີ 2022, ພວກຂ້າພະເຈົ້າມີ 183 ຄອບຄົວທຸກຍາກແຕ່ຮອດທ້າຍປີ 2023 ກໍ່ຫລຸດລົງໄດ້ກ່ວາ 10% ແລ້ວ. ເພື່ອຮັກສາສີສັນວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າຜູ້ໄທ, ທາງຕາແສງໄດ້ສ້າງຕັ້ງ 2 ສະໂມສອນສິລະປະ.

ບ້ານຫຍອດ ໄດ້ດຶງດູດແຂກທ່ອງທ່ຽວດ້ວຍທິວທັດທຳມະຊາດທີ່ສວຍງາມ, ອາກາດເຢັນສະບາຍໃນຕະຫຼອດປີ, ວັດທະນະທຳພິເສດສະເພາະ, ອາຫານການກິນທີ່ອຸດົມສົມບູນ. ແນ່ນອນວ່າ, ມາທ່ອງທ່ຽວ ບ້ານຫຍອດ ແຂກທ່ອງທ່ຽວຈະມີຄວາມຈັບອົກຈັບໃຈທີ່ຍາກຈະລືມໄດ້. ບ້ານຫຍອດ ພວມມີການປ່ຽນແປງຕາມແຕ່ລະມື້ຍ້ອນການພັດທະນາການທ່ອງທ່ຽວເຂດຊຸມຊົນ./.

ຕອບກັບ