ບັນ​ດາ​​ຊ່າງຫຍິບ, ແສ່ວ​ໄດ້​ສ້າງ​ຈິດ​ວິນ​ຍານ​ໃຫ້​ແກ່​ທຸງ​ຊາດ

Kim Thoa-Vinh Phong
Chia sẻ
(VOVWORLD) -ໃນທ່າມກາງບັນຍາກາດຟົດຟື້ນມ່ວນຊື່ນ ຂອງປະຊາຊົນໃນທົ່ວປະເທດ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສະຖາປະນາປະເທດ ຫວຽດນາມ (2/9/1945-2/9/2020)  ກໍ່ແມ່ນຈຸດເວລາທີ່ບັນດາ ຊ່າງຫຍິບທຸງ ຂອງໝູ່ບ້ານອາຊີບ ຕື່ເວິນ, ຕາແສງ ເລເລີ້ຍ, ເມືອງ ເທື່ອງຕີ໊ນ, ຮ່າໂນ້ຍ ໄດ້ຟ້າວຟັ່ງຫຍິບທຸງຊາດໃຫ້ສຳເລັດ ເພື່ອສະໜອງໃຫ້ຕະຫຼາດທົ່ວປະເທດຢ່າງທັນການ. ບັນດາທຸງຊາດທີ່ໄດ້ພິມ ຫລື ແສ່ວ, ທຸງຂະໜາດໃຫ່ ຫຼື ນ້ອຍກໍ່ລ້ວນແຕ່ມີຈິດວິນຍານທັງນັ້ນ.
ບັນ​ດາ​​ຊ່າງຫຍິບ, ແສ່ວ​ໄດ້​ສ້າງ​ຈິດ​ວິນ​ຍານ​ໃຫ້​ແກ່​ທຸງ​ຊາດ - ảnh 1
  ໃນຊຸມວັນຕົ້ນເດືອນກັນຍາ, ວຽກງານຕັດຫຍິບ ແລະ ແສ່ວດາວເຫຼືອງໃສ່ທຸງຢູ່ບ້ານ ຕື່ເວິນ ກໍ່ມີຄວາມຟ້າວຟັ່ງຍິ່ງກ່ວາເວລາໃດໝົດ. ບັນດາຂັ້ນຕອນຄື: ຕັດຜ້າຫຍິບທຸງດ້ວຍຫຼາຍຂະໜາດທີ່ແຕກຕ່າງກັນ, ຕະຫຼອດຮອດວຽກງານພິມ, ແສ່ວດາວເຫຼືອງ, ຫຍິບ…ລ້ວນແຕ່ໄດ້ເຮັດຢູ່ໃນເຮືອນທີ່ກ້ວາງນັບຮ້ອຍຕາແມັດຂອງຄອບຄົວເອື້ອຍ ເວືອງທິຍຸງ, ລຸ້ນທີ່ 3 ໃນຄອບຄົວທີ່ມີມູນເຊື້ອເຮັດທຸງຊາດ. ປ້າເລທິຕິ້ງ ອາຍຸ 70 ປີ, ຜູ້ທີ່ແສ່ວທຸງຊາດມາໄດ້ຫຼາຍປີ ແບ່ງປັນວ່າ, ອາຊີບນີ້ຕ້ອງແມ່ນບັນດາຜູ້ທີ່ມີຄວາມອົດທົນ, ມີຄວາມລະອຽດລະອໍຈຶ່ງເຮັດໄດ້, ຖ້າບໍ່ຮັກອາຊີບນີ້ ຈະບໍ່ສາມາດເຮັດໄດ້. ຍ້ອນວ່ານັບແຕ່ຂັ້ນຕອນເລືອກຜ້າ, ແສ່ວ, ພິມ, ປະສົມສີ ຕະຫຼອດຮອດການຕັດດວງດາວ, ເລືອກໄໝຫຍິບ, ແສ່ວ, ເຮັດໂລໂກ, ກາໝາຍ…ໃສ່ທຸງແຕ່ລະຜືນນັ້ນ ແມ່ນຕ້ອງການຄວາມຊັດເຈນທີ່ສຸດ. ອາຊີບຫຍິບທຸງຊາດ ກໍ່ມີຄວາມຫຍຸ້ງຍາກຫຼາຍຢ່າງ ເມື່ອທຽບກັບອາຊີບຕັດຫຍິບ, ແສ່ວເຄື່ອງປະເພດອື່ນ ແລະ ແຕ່ລະຄອບຄົວ ກໍ່ມີເຂັດລັບສະເພາະຂອງໃຜມັນ, ແຕ່ສິ່ງທີ່ຍາກທີ່ສຸດ ແມ່ນຕ້ອງສ້າງຈິດວິນຍານໃຫ້ທຸງແຕ່ລະຜືນໄດ້. ປ້າ ຕິ້ງ ເວົ້າວ່າ:

   ພວກຂ້າພະເຈົ້າຮັກມັກອາຊີບນີ້ ແລະ ຈະເຮັດໄປຈົນຮອດເວລາທີ່ບໍ່ສາມາດເຮັດໄດ້ອີກ. ປະຈຸບັນອາຊີບນີ້ ຕົ້ນຕໍແມ່ນມີແຕ່ຜູ້ເຖົ້າຜູ້ແກ່ຄືພວກຂ້າພະເຈົ້າເຮັດ, ພວກຫຼານໜຸ່ມ ເຂົາເຈົ້າມັກໄປເຮັດວຽກຢູ່ບໍລິສັດຫຼາຍກ່ວາ ຍາມໃດເຂົາເຈົ້າເຖົ້າແລ້ວຈຶ່ງຈະເຮັດອາຊີບນີ້. ອາຊີບຫຍິບທຸງຊາດຈະບໍ່ມີວັນສູນຫາຍໄປໄດ້.

   ຕາມການບັນທຶກຂອງປະຫວັດສາດ, ນັບແຕ່ສັດຕະວັດທີ 16, ບ້ານ ຕື່ເວິນ ມີຊື່ສຽງທັງຢູ່ພາຍໃນ ແລະ ຕ່າງປະເທດ ກ່ຽວກັບບັນດາຜະລິດຕະພັນຖັກແສ່ວ, ຕຳຫູກ. ໃນເວລານັ້ນ, ຊາວບ້ານ ຕື່ເວິນ ຫຼາຍຄົນກໍ່ໄປເປີດຮ້ານຂາຍບັນດາຜະລິດຕະພັນທີ່ເປັນມູນເຊື້ອຢູ່ຖະໜົນຮ່າງບົງ, ຮ່າງກາຍ, ຮ່າໂນ້ຍ. ໃນຈຸດເວລາປະຫວັດສາດ ເມື່ອວັນທີ 19 ສິງຫາ ປີ 1945, ເມື່ອການປະຕິວັດເດືອນສິງຫາໄດ້ເກີດຂຶ້ນ, ທຸງຂອງບ້ານຕື່ເວິນ ນັບໝື່ນຜືນໄດ້ປິວສະບັດຢູ່ຕາມຖະໜົນສາຍຕ່າງໆຂອງນະຄອນຫຼວງຮ່າໂນ້ຍ. ນັ້ນກໍ່ແມ່ນຂີດໝາຍທີ່ບ້ານ ຕື່ເວິນ ກາຍເປັນບ້ານຫຍິບທຸງແດງດາວເຫຼືອງ. ອ້າຍ ດັ້ງຮົ່ງຮ໋ຽວ, ຜູ້ເຮັດອາຊີບນີ້ມາໄດ້ເວລາຫຼາຍປີ ຢູ່ໝູ່ບ້ານຕື່ເວິນ ໄດ້ແບ່ງປັນວ່າ: ໃນຂະນະທີ່ຫຼາຍຄອບຄົວໄດ້ພິມ, ຫຍິບ, ແສ່ວທຸງຊາດດ້ວຍເຄື່ອງຈັກນັ້ນ, ແຕ່ຄອບຄົວອ້າຍຮ໋ຽວ ແລະ ເອື້ອຍຍຸງ ແມ່ນຄອບຄົວດຽວໃນບ້ານ ໄດ້ແສ່ວທຸງຊາດດ້ວຍມື. ຜ້າທີ່ເອົາມາເຮັດທຸງຊາດ ແມ່ນຊື້ຢູ່ບ້ານ ລາເຄ, ເມືອງຮ່າດົງ, ຮ່າໂນ້ຍ, ສ່ວນໄໝແສ່ວໄດ້ຊື້ຢູ່ບ້ານ ຈ່ຽວຄຸກ. ເມື່ອເຮັດສຳເລັດແລ້ວ, ຜືນທຸງມີມາດຖານຊັດເຈນ, ງາມຕາ, ມີດວງດາວສີເຫຼືອງໂດດເດັ່ນໃນພື້ນທຸງສີແດງ. ນັ້ນແມ່ນສາຍເຫດທີ່ລູກຄ້າ ທີ່ມາຈາກຫຼາຍແຫ່ງກໍ່ລ້ວນແຕ່ມັກສັ່ງຊື້ທຸງແສ່ວຂອງຄອບຄົວອ້າຍ ຮ໋ຽວ. ອ້າຍ ຮ໋ຽວ ເວົ້າວ່າ:

   ຜົວເມຍຂ້າພະເຈົ້າໄດ້ເຮັດອາຊີນີ້ແລ້ວກໍ່ບໍ່ຢາກເຮັດອາຊີບອື່ນເລີຍ. ທຸງຊາດແຕ່ລະຜືນໄດ້ແຂວນໄວ້ຢູ່ບ່ອນທີ່ສະຫງ່າຜ່າເຜີຍ, ໃຊ້ໃນກອງທັບ, ການເດີນສວນສະໜາມ ກໍ່ເຫັນວ່າມີຄວາມເອກອ້າງທະນົງໃຈ ຍ້ອນຕົນເອງໄດ້ເຮັດທຸງເຫຼົ່ານັ້ນ.

ບັນ​ດາ​​ຊ່າງຫຍິບ, ແສ່ວ​ໄດ້​ສ້າງ​ຈິດ​ວິນ​ຍານ​ໃຫ້​ແກ່​ທຸງ​ຊາດ - ảnh 2

   ຄວາມຕ້ອງການຊື້ທຸງຊາດນັບມື້ນັບຫຼາຍຂຶ້ນ ແລະ ແຂກຢູ່ທຸກແຖບຖິ່ນ ກໍ່ໄດ້ຮູ້ຈັກເຖິງໝູ່ບ້ານຫຍິບທຸງຊາດທີ່ເປັນມູນເຊື້ອແຫ່ງນີ້ ນັບມື້ນັບຫຼາຍກ່ວາ. ໃນໂອກາດທິມບານເຕະຫວຽດນາມ ຍາດໄດ້ຂັນຊະນະເລີດອາຊີຕາເວັນອອກສ່ຽງໃຕ້ ປີ 2018 ແລະ ໄດ້ຮັບຫຼຽນຄຳ ກິລາປະເພດບານເຕະ ທີ່ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ປີ 2019 (Seagame 2019), ທັງຄອບຄົວເອື້ອຍ ເວືອງທິຍຸງ ຕ້ອງລະດົມ ຊ່າງຕັດ, ຫຍິບ, ແສ່ວນັບສິບຄົນ ເຮັດທັງເວັນ ແລະ ຄືນ. ເອື້ອຍ ເວືອງທິຍຸງ ແບ່ງປັນວ່າ:

   ມີບາງເວລາເຮັດວຽກເມື່ອຍທີ່ສຸດ, ແຂກສັ່ງຊື້ຫຼາຍ ຕ້ອງເຮັດວຽກທັງເວັນ ແລະ ຄືນ, ພະຍາຍາມພິມໂບມັດຫົວ, ຄຳຂວັນ, ທຸງຕ່າງໆເພື່ອຮັບໃຊ້ໃຫ້ແກ່ປະຊາຊົນໃນທົ່ວປະເທດ. ນີ້ກໍ່ແມ່ນຄວາມເມົາມົວຫຼົງໄຫຼຂອງຄອບຄົວ, ຮັບໃຊ້ພໍ່ແມ່ປະຊາຊົນ. ປະຈຸບັນ ກໍ່ມີເຕັກໂນໂລຊີ, ເຄື່ອງຈັກທີ່ທັນສະໄໝ, ດີກ່ວາເກົ່າຫຼາຍແລ້ວ.

   ດ້ວຍຄວາມປາດຖະໜາຢາກສືບທອດອາຊີບໃຫ້ແກ່ຄົນລຸ້ນຫຼັງ, ຫຼາຍຄອບຄົວກໍ່ໄດ້ສອນໃຫ້ລູກຫຼານເຮັດອາຊີບນີ້ນັບແຕ່ຄາວຍັງນ້ອຍ. ໂດຍໄດ້ຮັບຮູ້ວ່າ ນີ້ແມ່ນອາຊີບຂອງລຸ້ນກ່ອນສືບທອດມາໃຫ້, ກໍ່ແມ່ນຄວາມເອກອ້າງທະນົງໃຈຂອງຊາວບ້ານ ຕື່ເວິນ, ນ້ອງ ຟ້າມທູຈາງ, ອາຍຸ 15 ປີ, ກຳລັງຮຽນແສ່ວທຸງ ໄດ້ແບ່ງປັນວ່າ:

  ສຳລັບຜະລິດຕະພັນທີ່ພິມ ແລະ ຕັດຫຍິບທຳມະດານັ້ນ ແມ່ນໃຊ້ເວລາໜ້ອຍ ແຕ່ຫຍິບທຸງຊາດຕ້ອງໃຊ້ເວລາທົບ 10 ເທົ່າຫຼືຫຼາຍກ່ວານັ້ນອີກ, ການແສ່ວກໍ່ຕ້ອງໃຊ້ເວລາ 2, 3 ມື້ຈຶ່ງສຳເລັດ. ມີແຕ່ຢູ່ຄອບຄົວນ້ອງເທົ່ານັ້ນຈຶ່ງມີທຸງແສ່ວ, ນ້ອງກໍ່ມີຄວາມເອກອ້າງທະນົງໃຈ. ນ້ອງຢາກຮັກສາອາຊີບນີ້ໄວ້ເພື່ອບໍ່ໃຫ້ສູນຫາຍ.

   ຜ່ານການຜັນແປຫຼາຍຢ່າງ, ມາຮອດປະຈຸບັນ, ອາຊີບແສ່ວ ແລະ ຫຍິບທຸງຊາດຢູ່ບ້ານ ຕື່ເວິນ ຍັງຄົງໄດ້ຮັບການຮັກສາໄວ້. ເຖິງວ່າຕ້ອງປະສົບກັບຄວາມຫຍຸ້ງຍາກລຳບາກແນວໃດກໍ່ຕາມ ແຕ່ບັນດາທຸງຊາດທີ່ເຮັດຈາກສີມືຢ່າງຄ່ອງແຄ້ວ, ດຸໝັ່ນຂະຫຍັນພຽນຂອງບັນດາຊ່າງຫຍິບ, ແສ່ວບ້ານ ຕື່ເວິນ ມີຄວາມສວຍງາມໄປຕາມການເວລາ ແລະ ປິວສະບັດຢູ່ທຸກແຖບຖິ່ນຂອງປະເທດຊາດ. ນັ້ນແມ່ນຄວາມເອກອ້າງທະນົງໃຈ ແລະ ເຊື່ອໝັ້ນວ່າ ອາຊີບຫຍິບທຸງຊາດຂອງໝູ່ບ້ານຕື່ເວິນ ຈະຍືນຍົງຄົງຕົວໄປຕາມການເວລາ.

ຕອບກັບ