ນຳ​ເຄື່​ອງ​ໝາຍການຄ້າ ໂສມງອກລິນ ໄປ​ໄກ​ກ່​ວາ

ງອກແອັງ
Chia sẻ
(VOVWORLD) -  ແຂວງກວາງນາມ ແມ່ນ 1 ໃນ 2 ແຂວງທີ່ໄດ້ປູກຕົ້ນໂສມງອກລິນຢູ່ ຫວຽດນາມ. ໂສມງອກລິນ ແມ່ນຢາສະໝູນໄພຊະນິດທີ່ຫາຍາກພິເສດ ແລະ ໄດ້ປູກພຽງແຕ່ຢູ່ເຂດພູງອກລິນ ຂຶ້ນກັບບໍລິເວນ 2 ແຂວງ ກວາງນາມ ແລະ ກອນຕຸມ. ເພື່ອຮັກສາ ແລະ ນຳເຄື່ອງໝາຍການຄ້າ (ຍີ່ຫໍ້) ໂສມງອກລິນ ໄປໄກກ່ວານັ້ນ, ເດືອນສິງຫາ ປີ 2016, ກົມລິຂະສິດພູມປັນຍາ ໄດ້ອອກໃບຢັ້ງຢືນຈົດທະບຽນ ຊີ້ແນະດ້ານພູມສາດສຳລັບຜະລິດຕະພັນໂສມງອກລິນໃຫ້ແກ່ 2 ແຂວງ ກວາງນາມ ແລະ ກອນຕຸມ.
ນຳ​ເຄື່​ອງ​ໝາຍການຄ້າ ໂສມງອກລິນ ໄປ​ໄກ​ກ່​ວາ - ảnh 1

ຕົ້ນ ໂສມງອກລິນ ຢູ່ໃນປ່າ (ພາບ: ງອກແອັງ)

     ຢູ່ແຂວງກວາງນາມ, ໂສມງອກລິນ ໄດ້ປູກຢູ່ເມືອງ ນາມຈ່າມີ ເປັນຕົ້ນ. ຕາມການກຳນົດ, ເມືອງ ນາມຈ່າມີ ມີເນື້ອທີ່ປູກໂສມງອກລິນ ກ່ວາ 15.500 ເຮັກຕາ ຢູ່ 7 ໃນຈຳນວນ 10 ຕາແສງ. ແຕ່ໃນປະຈຸບັນ, ໃນບໍລິເວນເມືອງ ນາມຈ່າມີ, ມີ 9 ໃນຈຳນວນ 10 ຕາແສງໄດ້ປູກຕົ້ນໂສມງອກລິນ ແລະ ຕົ້ນຢາສະໝູນໄພຊະນິດອື່ນແລ້ວ. ທ່ານ ເຈິ່ນຢຸຍຢຸງ ປະທານຄະນະກຳມະການ ປຊຊ ເມືອງ ນາມຈ່າມີ ໃຫ້ຮູ້ວ່າ:

   ແຂວງກວາງນາມ, ເມືອງນາມຈ່າມີ ໄດ້ມີກົນໄກໜູນຊ່ວຍ ປຊຊ ບັນດາເຜົ່າສ່ວນໜ້ອຍ ເພື່ອພັດທະນາໂສມງອກລິນ, ໜູນຊ່ວຍທຶນໃຫ້ແກ່ ປຊຊ ປູກຕົ້ນສົມງອກລິນ 80%. ປະຈຸບັນ, ໃນບໍລິເວນເມືອງ ນາມຈ່າມີ, ມີ 18 ວິສາຫະກິດໄດ້ລົງທຶນ ແລະ ຂະຫຍາຍຕົ້ນໂສມງອກລິນ ແລະ 1 ວິສາຫະກິດໄດ້ລົງທຶນກໍ່ສ້າງໂຮງງານປຸງແຕ່ງຢາສະໝູນໄພ.

ນຳ​ເຄື່​ອງ​ໝາຍການຄ້າ ໂສມງອກລິນ ໄປ​ໄກ​ກ່​ວາ - ảnh 2

ຜະລິດຕະພັນໂສມງອກລິນ (ພາບ: ງອກແອັງ)

     ໂສມງອກລິນ ມີຄຸນປະໂຫຍດຫຼາຍຢ່າງໃນການປິ່ນປົວພະຍາດ, ບຳລຸງສຸຂະພາບ, ສະນັ້ນ ມີມູນຄ່າດ້ານເສດຖະກິດສູງທີ່ສຸດ. ໃນບໍລິເວນເມືອງນາມຈ່າມີ ກໍ່ມີປະມານ 1.600 ຄອບຄົວໄດ້ປູກຕົ້ນໂສມງອກລິນ. ຄອບຄົວເກືອບທັງໝົດທີ່ປູກຕົ້ນໂສມງອກລິນ ໄດ້ມີເສດຖະກິດພັດທະນາ, ມີລາຍຮັບດີ, ສ້າງຄວາມຮັ່ງມີໄດ້. ທ່ານຟ້າມຮຸ່ງ, ຜູ້ປູກຕົ້ນໂສມງອກລິນ ຢູ່ເມືອງນາມຈ່າມີ, ແຂວງກວາງນາມ ໃຫ້ຮູ້ວ່າ:

      ຕົ້ນໂສມງອກລິນຕ້ອງປູກໄດ້ເວລາ 5 ປີຂຶ້ນໄປຈຶ່ງສາມາດເກັບກ່ຽວໄດ້. ປະມານ 30 ຕົ້ນຈະໄດ້ຫົວໂສມງອກລິນ 1 ໂລ. ປະຈຸບັນ, ຫົວໂສມງອກລິນ 1 ໂລມີລາຄາເກືອບ 3.500 USD, ຕົ້ນໂສມງອກລິນ ແມ່ນມີໃນປ່າ, ເມື່ອປູກຕ້ອງເຮັດດິນໃຫ້ລະອຽດ, ຕ້ອງປູກຢູ່ໃຕ້ຮົ່ມໄມ້ປ່າແກ່. ຕົ້ນໂສມງອກລິນ ປູກຢູ່ພູງອກລິນ ຈະມີມູນຄ່າຕ່າງຫາກ, ມີຄຸນນະພາບສູງ. ໂສມງອກລິນ ມີອາຍຸຍິ່ງຫຼາຍ ຈະຍິ່ງມີມູນຄ່າສູງ. ຂ້າພະເຈົ້າໄດ້ປູກຕົ້ນໂສມງອກລິນ ນັບ 2, 3 ພັນຕົ້ນໃນສວນ. ຖ້າດິນຟ້າອາຫາດເອື້ອອຳນວຍ ຈະສາມາດມີກຳໄລເຖິງ 2, 3 ຮ້ອຍລ້ານດົ່ງ ຫຼື ຮອດຕື້ດົ່ງ/ປີ.

ນຳ​ເຄື່​ອງ​ໝາຍການຄ້າ ໂສມງອກລິນ ໄປ​ໄກ​ກ່​ວາ - ảnh 3

ຮ້ານຂາຍໂສມງອກລິນ ຢູ່ງານບຸນໂສມງອກລິນ ທີ່ເມືອງນາມຈ່າມີ (ພາບ: ງອກແອັງ)

    ເດືອນມິຖຸນາ ປີ 2023, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຊັນອະນຸມັດໂຄງການພັດທະນາໂສມ ຫວຽດນາມ ຮອດປີ 2030, ການກຳນົດທິດຮອດປີ 2045. ຕາມນັ້ນແລ້ວ, ຮອດປີ 2030, ຫວຽດນາມ ຈະອະນຸລັກຮັກສາແຫຼ່ງ gen ໂສມຈາກທຳມະຊາດ ຕິດພັນກັບການປົກປັກຮັກສາປ່າ, ອະນຸລັກຮັກສາຊີວະນາໆພັນ ໃນລະບົບຊີວະພາບປ່າ ແລະ ສູ້ຊົນຂະຫຍາຍທີ່ດິນປູກໂສມບັນລຸປະມານ 21.000 ເຮັກຕາ ໃນປີ 2030, 100% ເນື້ອທີ່ປູກໂສມໄດ້ຮັບລະຫັດເຂດປູກ ແລະ ຊີ້ແນະດ້ານພູມສາດ. ກຳນົດທິດຮອດປີ 2045, ພັດທະນາຕົ້ນໂສມ ກາຍເປັນຂະແໜງສິນຄ້າທີ່ມີເຄື່ອງໝາຍການຄ້າສາກົນ, ສູ້ຊົນນຳ ຫວຽດນາມ ກາຍເປັນປະເທດຜະລິດໂສມຫຼາຍໃນໂລກ. ພາຍຫຼັງມີໂຄງການພັດທະນາໂສມ ຫວຽດນາມ, ແຂວງກວາງນາມ ກໍ່ໄດ້ຍູ້ແຮງການໝູນໃຊ້ເຕັກໂນໂລຊີເຂົ້າໃນການປູກ, ພັດທະນາຕົ້ນໂສມງອກລິນ, ສົ່ງເສີມ, ເພີ່ມທະວີການໂຄສະນາບັນດາຜະລິດຕະພັນ ໂສມງອກລິນ. ທ່ານ ໂຮ່ກວາງບຶວ ຮອງປະທານຄະນະກຳມະການ ປຊຊ ແຂວງກວາງນາມ ໃຫ້ຮູ້ວ່າ:

 ແຜນນະໂຍບາຍຂອງແຂວງກວາງນາມ ແມ່ນພັດທະນາກາຍເປັນສູນຢາສະໝູນໄພຂອງເຂດພາກກາງ-ຕງວຽນ ຫວຽດນາມ ຊື່ງໄດ້ຮັບການເຫັນດີຈາກລັດຖະບານແລ້ວ. ປຊຊ ປູກຕົ້ນໂສມ, ພັດທະນາໂສມກໍ່ຕ້ອງໄປພ້ອມກັບການປົກປັກຮັກສາປ່າ, ປົກປັກຮັກສາສິ່ງແວລ້ອມ.

     ເມືອງ ນາມຈ່າມີ ໄດ້ຈັດງານບຸນໂສມ ແລະ ງານຕະຫຼາດນັດໂສມງອກລິນ ເປັນປະຈຳ, ຊື່ງໄດ້ສ້າງຕະຫຼາດຈຳໜ່າຍຜະລິດຕະພັນ, ໂຄສະນາຜະລິດຕະພັນກະເສດຂອງທ້ອງຖິ່ນ. ນີ້ກໍ່ແມ່ນບ່ອນເພື່ອບັນດາຊາວກະສິກອນ, ນັກທະລຸກິດພົບປະ, ແລກປ່ຽນເຕັກນິການປູກ, ບົວລະບັດຕົ້ນໂສມງອກລິນ ແລະ ຕົ້ນຢາສະໝູນໄພຊະນິດອື່ນໆ. ເອື້ອຍ ຫງວຽນທິຮວິ່ງ, ຜູ້ອຳນວຍການບໍລິສັດ ຮວິ່ງເສິມ ຈຳກັດຜູ້ດຽວ (ເມືອງນາມຈ່າມີ) ໃຫຮູ້ວ່າ:

     ແຕ່ລະງານບຸນໂສມ, ງານຕະຫຼາດນັດໂສມທີ່ໄດ້ຈັດຂຶ້ນ ຂ້າພະເຈົ້າກໍ່ເອົາໂສມມາຂາຍ. ບໍລິສັດສ້າງຕັ້ງຂຶ້ນໃນປີ 2016, ໄດ້ປູກຕົ້ນໂສມໃນເນື້ອທີ່ 5 ເຮັກຕາ. ຕ້ອງປູກຕົ້ນໂສມໃນຄວາມສູງແຕ່ 1.800-2.000 ມ ເມື່ອທຽບກັບລະດັບໜ້ານ້ຳທະເລ. ຕ້ອງປູກຕົ້ນໂສມໃນດິນຮິວມັດ (Humus - ທາດອາຫານບຳລຸງດິນ) ຕ້ອງປູກແບບທຳມະຊາດ, ໃນລະດູແລ້ງ, ແຕ່ 10 ວັນຫາເດືອນ 1 ຕ້ອງຫົດນ້ຳເທື່ອ 1. ໂສມງອກລິນ ໄດ້ໃຊ້ເພື່ອບອງເຫຼົ້າ, ບອງນ້ຳເຜີ້ງ, ໃບໂສມໃຊ້ເປັນຊາ, ຫົວໂສມກິນໂດຍກົງກໍ່ໄດ້. ໂລກໄດ້ຮັບຮູ້ວ່າ ໂສມງອກລິນ ແມ່ນຊະນິດໂສມດີກ່ວາໝູ່ໃນໂລກ.

    ຫວຽດນາມ ແມ່ນປະເທດມີຄວາມສາມາດບົ່ມຊ້ອນເພື່ອພັດທະນາ ໂສມງອກລິນ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ, ສາມາດບັນລຸມູນຄ່າການຄ້ານັບຕື້ USD /ປີໃນໄລຍະທີ່ຈະມາເຖິງ. ໃນສະພບການດັ່ງກ່າວ, ແຂວງ ກວາງນາມ ໄດ້ ແລະ ພວມປະຕິບັດວຽກງານອະນຸລັກຮັກສາ, ພັດທະນາຕົ້ນໂສມງອກລິນ ດ້ວຍເປົ້າໝາຍສ້າງ ແລະ ພັດທະນາຕົ້ນໂສມງອກລິນ ກາຍເປັນເຄື່ອງໝາຍການຄ້າແຫ່ງຊາດ, ນຳຜະລິດຕະພັນໂສມງອກລິນ ອອກໄປໄກສູ່ຕະຫຼາດໂລກເທື່ອລະກ້າວ./.

 

ຕອບກັບ