​ດົ່ງ​ນາຍພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຕາມ​ທິດ​ຂຽວ, ຍືນ​ຍົງ

Xuan Luong
Chia sẻ
(VOVWORLD) -ໃນຊຸມປີຜ່ານມາ, ຂະແໜງທ່ອງທ່ຽວແຂວງດົ່ງນາຍ ກໍ່ມີບັນດາການຫັນປ່ຽນຢ່າງຕັ້ງໜ້າດ້ວຍຫຼາຍຜະລິດຕະພັນ, ສະຖານທີ່ທ່ອງທ່ຽວໃໝ່ ແລະ ດູດດື່ມໃຈ, ຈຳນວນແຂກທ່ອງທ່ຽວ ແລະ ລາຍຮັບຈາກການທ່ອງທ່ຽວນັບມື້ນັບເພີ່ມຂຶ້ນ. ຂະແໜງທ່ອງທ່ຽວແຂວງດົ່ງນາຍ ມຸ່ງໄປເຖິງການກາຍເປັນຂະແໜງເສດຖະກິດສຳຄັນໃນຍຸດທະສາດແຫ່ງການພັດທະນາເສດຖະກິດສັງຄົມຂອງແຂວງ. ດ້ວຍບັນດາຂໍ້ສະດວກ ແຕ່ຍັງເຕັມໄປດ້ວຍຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຂະແໜງທ່ອງທ່ຽວແຂວງດົ່ງນາຍ ພວມມານະພະຍາຍາມເພື່ອຊອກຫາຈຸດ-+-ຢືນໃນແຜນທີ່ການທ່ອງທ່ຽວ, ຊື່ງຕາມນັ້ນແລ້ວ, ທິດທາງການທ່ອງທ່ຽວແຂວງພັດທະນາຕາມທິດຍືນຍົງ, ຮັບປະກັນຄວາມປອດໄພດ້ານສິ່ງແວດລ້ອມຊີວະພາບ.
​ດົ່ງ​ນາຍພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຕາມ​ທິດ​ຂຽວ, ຍືນ​ຍົງ - ảnh 1

ທິວທັດທຳມະຊາດທີ່ຂຽວສົດງົດງາມຢູ່ເຂດປ່າສະຫງວນແຫ່ງຊາດກາດຕຽນ

(ພາບ:tuyengiao.vn)

ແຕ່ດົນນານມາແລ້ວ,  ດົ່ງນາຍ ຍັງເປັນທີ່ຮູ້ຈັກກັນດີວ່າແມ່ນແຂວງທີ່ມີທ່າແຮງດ້ານອຸດສາຫະກຳ, ດຶງດູດທຶນ, FDI ໃນຂົງເຂດກະສິກຳ ແມ່ນແຂວງນຳໜ້າໃນທົ່ວປະເທດກ່ຽວກັບການກໍ່ສ້າງຊົນນະບົດໃໝ່. ໃນດ້ານການທ່ອງທ່ຽວ, ດົ່ງນາຍ ຍັງບໍ່ທັນພັດທະນາສົມກັບຄວາມສາມາດບົ່ມຊ້ອນ, ສະນັ້ນ, ດົ່ງນາຍ ໄດ້ເລືອກເອົາທິດເດີນສະເພາະຂອງຕົນ, ໃນນັ້ນແມ່ນການທ່ອງທ່ຽວຊີວະພາບ. ພົ້ນເດັ່ນແມ່ນ: ບຶວລອງ, ນ້ຳຕົກຕາດຢາງດ່ຽນ, ຫ້ວຍເມີ, ປ່າສະຫງວນແຫ່ງຊາດກາດຕຽນ, ເຂດອະນຸລັກຮັກສາທຳມະຊາດວັດທະນະທຳດົ່ງນາຍ ພ້ອມກັບບັນດາໂຄງການທ່ອງທ່ຽວຊີວະພາບອື່ນໆທີ່ໄດ້ຮັບການລົງທຶນນັບພັນຕື້ດົ່ງພວມໄດ້ຮັບການກໍ່ສ້າງສຳເລັດ ແລະ ນຳເຂົ້າຂູດຄົ້ນ, ຮັບໃຊ້ແຂກທ່ອງທ່ຽວ. ນາງຫງວຽນງອກທຽນລີ, ແຂກທ່ອງທ່ຽວມາຈາກນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: ນາງເລືອກເອົາດົ່ງນາຍ ແມ່ນຈຸດນັດພົບໃນໂອກາດທ້າຍອາທິດ ຍ້ອນສະຖານທີ່ທ່ອງທ່ຽວຢູ່ແຂວງດົ່ງນາຍ ບໍ່ໄກ ແລະ ການທ່ອງທ່ຽວຊີວະພາບຢູ່ທີ່ນີ້ກໍ່ມີຄວາມປະທັບໃຈທີ່ສຸດ:

   ຢູ່ນະຄອນໂຮ່ຈີມິນ ບໍ່ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງ, ໂດຍສະເພາະແມ່ນການທ່ອງທ່ຽວຊີວະພາບ. ຢູ່ທີ່ນີ້ຂ້າພະເຈົ້າໄດ້ໄປຢ້ຽມຊົມ, ທັດສະນະສຶກສາ ແລະ ຮັບປະທານອາຫານພື້ນເມືອງ ແລະ ກໍ່ສາມາດໄປທ່ຽວຊົມຕາມລຳແມ່ນ້ຳ.

​ດົ່ງ​ນາຍພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຕາມ​ທິດ​ຂຽວ, ຍືນ​ຍົງ - ảnh 2

ເຂດຕົວເມືອງຂຽວຢູ່ບຽນຮ່ວາ

(ພາບ:moitruong.net.vn)

    ການທ່ອງທ່ຽວຂອງດົ່ງນາຍ ມີຫຼາຍຮູບຫຼາຍແບບຄື: ທ່ອງທ່ຽວ ພູຜາປ່າດົງ, ແມ່ນ້ຳລຳເຊ, ໜອງ, ນ້ຳຕົກຕາດ….ໃນຊຸມປີມໍ່ໆມານີ້, ລະດັບການເຕີບໂຕຂອງຂະແໜງທ່ອງທ່ຽວດົ່ງນາຍ ຍາມໃດກໍ່ບັນລຸບັນດາຕົວເລກທີ່ໜ້າປະທັບໃຈ. ປີ 2018, ຈຳນວນແຂກທ່ອງທ່ຽວໄປທ່ອງທ່ຽວຢູ່ດົ່ງນາຍ ບັນລຸປະມານ 4 ລ້ານເທື່ອຄົນ, ສ້າງລາຍຮັບໄດ້ຫຼາຍກ່ວາ 2000 ຕື້ດົ່ງ; ໃນ 6 ເດືອນຕົ້ນປີ 2019 ມີແຂກປະມານ 2 ລ້ານ 5 ແສນເທື່ອຄົນມາດົ່ງນາຍ ແລະ ຄາດວ່າທັງປີຈະລື່ນກາຍຕົວເລກ 4 ລ້ານຂອງປີ 2018.

  ດ້ວຍບັນດາທ່າແຮງຂອງຕົນ, ປະຈຸບັນ, ດົ່ງນາຍມີເຂດ, ສະຖານທີ່ທ່ອງທ່ຽວ 21 ແຫ່ງດ້ວຍບັນດາຮູບແບບການທ່ອງທ່ຽວຊີວະພາບ, ການຢ້ຽມຊົມ, ທັດສະນະສຶກສາ, ເຂດລະຫຼີ້ນບັນເທິງ, ເຫຼື້ອມໃສສາສະໜາ, ວັດທະນະທຳ.

   ຕາມທ່ານຫງວຽນດັງນິງ, ປະທານສະພາສະມາຊິກ ບໍລິສັດລົງທຶນພັດທະນາບຶວລອງຈຳກັດຜູ້ດຽວແລ້ວ, ການທ່ອງທ່ຽວຢູ່ດົ່ງນາຍ ຍັງມີການພັດທະນາແຮງ   ກ່ວານີ້ອີກ, ໂດຍສະເພາະແມ່ນຕ້ອງມີຫຼາຍນະໂຍບາຍກ່ວາອີກເພື່ອສົ່ງເສີມນັກລົງທຶນຄື: ລາຄາເຊົ່າທີ່ດິນ, ນະໂຍບາຍສົ່ງເສີມ, ໜູນຊ່ວຍບັນດາຫົວໜ່ວຍເຮັດການທ່ອງທ່ຽວ. ທ່ານຫງວຽນດັງນິງ ໄຈ້ແຍກວ່າ:

   ຄຽງຂ້າງບັນຫາລາຄາເຊົ່າທີ່ດິນ, ວິສາຫະກິດຍັງມີຄວາມສົນໃຈເຖິງນະໂຍບາຍພາສີອາກອນ, ນະໂຍບາຍເຊົ່າທີ່ດິນ ແລະ ນະໂຍບາຍໜູນຊ່ວຍ. ໃນໄລຍະສັ້ນແມ່ນບໍ່ສາມາດແກ້ໄຂບັນຫາເຫຼົ່ານັ້ນໄດ້, ຕ້ອງມີແຜນນະໂຍບາຍ, ການກຳນົດທິດຍາວນານ.

    ໂດຍແມ່ນແຂວງທີ່ມີຄວາມສາມາດບົ່ມຊ້ອນດ້ວຍວັດທະນະທຳປະຫວັດສາດ ກໍ່ຄືບັນດາເຂດຮ່ອງຮອຍບູຮານຄະດີ ແລະ ມີຫຼາຍອ້າຍນ້ອງຊົນເຜົ່າສ່ວນໜ້ອຍດຳລົງຊີວິດ ຊື່ງໄດ້ສ້າງເປັນເຂດວັດທະນະທຳໃຫ່ຍ. ນີ້ແມ່ນບັນດາທ່າແຮງເພື່ອໃຫ້ແຂວງດົ່ງນາຍ ພັດທະນາການທ່ອງທ່ຽວຕາມທິດຂຽວ ແລະ ຍືນຍົງ.

   ແຕ່ປີ 2017, ແຂວງໄດ້ປະກາດໃຊ້ແຜນນະໂຍບາຍສູ້ຊົນໃຫ້ບັນລຸໄດ້ຈຸດໝາຍນຳການທ່ອງທ່ຽວກາຍເປັນຂະແໜງເສດຖະກິດບໍລິການສຳຄັນ ໃນຍຸດທະສາດແຫ່ງການພັດທະນາເສດຖະກິດສັງຄົມ, ສ້າງຂະແໜງທ່ອງທ່ຽວດົ່ງນາຍ ເປັນການທ່ອງທ່ຽວຊີວະພາບ ພ້ອມທັງພັດທະນາຫຼາຍຮູບແບບການທ່ອງທ່ຽວອື່ນທີ່ດົ່ງນາຍ ມີເງື່ອນໄຂ ແລະ ທ່າແຮງ. ແຕ່ເຖິງຢ່າງໃດກໍ່ຕາມ, ເພື່ອຂຸດຄົ້ນທຸກແຫຼ່ງກຳລັງ, ທ່າແຮງເປັນຢ່າງດີ, ເພື່ອໃຫ້ຂະແໜງທ່ອງທ່ຽວດົ່ງນາຍ ໄດ້ພັດທະນາຢ່າງແທດຈິງ, ມີຈຸດຢືນໃນແຜນທີ່ແຫ່ງການທ່ອງທ່ຽວຂອງຫວຽດນາມ ກໍ່ຄືໃນພາກພື້ນນັ້ນ, ແນ່ນອນວ່າ ດົ່ງນາຍ ຍັງມີວຽກງານຫຼາຍຢ່າງຈະຕ້ອງເຮັດໃນໄລຍະທີ່ຈະມາເຖິງ.

 


 


 

ຕອບກັບ