ຊາວ​ກະ​ສິ​ກອນ​ແຂວງ ກາ​ເມົາ ເຮັດ​ບໍ​ລິການທ່ອງທ່ຽວແບບທຳມະຊາດ

Chia sẻ
(VOVWORLD) -ແຂວງ ກາເມົາ ຕັ້ງຢູ່ກ້ຳໃຕ້ ຂອງຫວຽດນາມ ແມ່ນຫນຶ່ງໃນ ແຂວງ ນະຄອນເສດຖະກິດຈຸດສຸມຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມດ້ວຍຝັ່ງທະເລຍາວປະມານ 54 ກິໂລແມັດມີ ລະບົບຊີວະພາບ ນັ້ນແມ່ນປ່ານ້ຳເຄັມນ້ຳຈືດ  ແລະ ປ່າຊາຍເລນທີ່ເປັນເອກະລັກສະເພາະໂດຍໄດ້ຮັບການຮັບຮອງຈາກ UNESCO ວ່າແມ່ນເຂດນິເວດວິທະຍາໂລກກາເມົາ ມີເງື່ອນໄຂສະດວກທີ່ສຸດ ເພື່ອພັດທະນາການທ່ອງທ່ຽວຕາມທຳມະຊາດໃນຕົວຈິງ ຮູບແບບທ່ອງທ່ຽວຕາມທຳມະຊາດໂດຍວົງຄະນາຍາດຈັດຂຶ້ນ ໄດ້ປະກົດຕົວ ແລະ ພັດທະນາຢ່າງແຮງ.
ຊາວ​ກະ​ສິ​ກອນ​ແຂວງ ກາ​ເມົາ ເຮັດ​ບໍ​ລິການທ່ອງທ່ຽວແບບທຳມະຊາດ - ảnh 1ແຂວງ ກາເມົາ ສ້າງເງື່ອນໄຂສະດວກພັດທະນາການທ່ອງທ່ຽວ

ເຂດທ່ອງທ່ຽວຕາມທຳມະຊາດ ເມື່ອຍງອດ ໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ປີ 2015. ນີ້ແມ່ນຫນຶ່ງໃນບັນດາເຂດທ່ອງທ່ຽວທີ່ໄດ້ສ້າງຂຶ້ນໄວກວ່າໝູ່ຢູ່ ຕາແສງ ແຄງບີງ ເມືອງ ເຈີນວັນເທີຍ. ອ້າຍ ຟ້າມຢູຍແຄງ ເຈົ້າຂອງເຂດທ່ອງທ່ຽວ ເມື່ອຍງອດ ໃຫ້ຮູ້ວ່າ: ເບື້ອງຕົ້ນ ເຂດທ່ອງທ່ຽວຂອງຄອບຄົວອ້າຍ ມີພຽງສອງສາມເຮັກຕາ ແຕ່ມາຮອດປະຈຸບັນ ໄດ້ຂະຫຍາຍເປັນ 60 ເຮັກຕາແລ້ວ ໂດຍໄດ້ປູກຕົ້ນໄມ້ກິນໝາກ ແລະ ເປີດກວ້າງ “ອາຊີບກ່າຍໄມ້ໃຫ້ເຜິ້ງເຮັດຮັງ ” ເຊິ່ງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ.ຈາກນັ້ນ ຄອບຄົວອ້າຍ ເລືອກເອົາການບໍລິການ “ໄປຈັບເຜິ້ງ” ແມ່ນຜະລິດຕະພັນທ່ອງທ່ຽວຕົ້ນຕໍ.

ສະຖານທີ່ທ່ອງທ່ຽວຕາມທຳມະຊາດ ເມື່ອຍງອດ ໂດຍນັກທ່ອງທ່ຽວຮູ້ຈັກເຖິງແມ່ນ ອາຊີບກ່າຍໄມ້ໃຫ້ເຜິ້ງເຮັດຮັງ.ແຂກມາທີ່ນີ້ ແມ່ນຢາກເຂົ້າຮ່ວມການໄປຫາເຜິ້ງ. ອາຊີບກ່າຍໄມ້ໃຫ້ເຜິ້ງເຮັດຮັງສົມທົບກັບການທ່ອງທ່ຽວຊ່ວຍໃຫ້ນັກທ່ອງທ່ຽວມີປະສົບການ   ແລະ ມີຄວາມມ່ວນຊື່ນກັບການທ່ອງທ່ຽວທີ່ສຸດ. ໄລຍະຈະມາເຖິງ ພ້ອມກັບ ອຳນາດການປົກຄອງທ້ອງຖິ່ນ ພວກຂ້າພະເຈົ້າຈະເລືອກເອົາມື້ຫນຶ່ງເພື່ອຈັດງານບຸນນ້ຳເຜິ້ງ ເພື່ອໃຫ້ທຸກຄົນຮູ້ຈັກເຖິງອາຊີບທີ່ເປັນມູນເຊື້ອນີ້ ຫລາຍກວ່າອີກ

ເລື່ອງ ປະຊາຊົນຢູ່ ປ່າ ອູມີງ ໄດ້ ແລະ ພວມຍາດແຍ່ງທ່າໄດ້ປຽບທີ່ມີຢູ່ແລ້ວຂອງທ້ອງຖິ່ນ ເພື່ອພັດທະນາການທ່ອງທ່ຽວຕາມທຳມະຊາດໂດຍວົງຄະນາຍາດຈັດຂຶ້ນ ແມ່ນໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງໃຫ້ນັກທ່ອງທ່ຽວເມື່ອມາຢ້ຽມຊົມ. ປ້າ ຫງວຽນທິຕວຽດຮົ່ງ ນັກທ່ອງທ່ຽວ ຢູ່ ນະຄອນ ໂຮ່ຈີມິນ ແບ່ງປັນວ່າ:                                     

  ມາທ່ຽວຢູ່ນີ້ ຂ້າພະເຈົ້າເຫັນວ່າໄດ້ໃກ້ຊິດກັບທຳມະຊາດ ເພາະເປັນຄັ້ງທຳອິດທີ່ເຫັນປະຈັກຕາການຫາປາທີ່ເປັນເອກະລັກຂອງຊາວທ້ອງຖິ່ນ. ຢູ່ຕົວເມືອງ ພວກຂ້າພະເຈົ້າບໍ່ເຄີຍເຫັນຈັກເທື່ອ.

ຊາວ​ກະ​ສິ​ກອນ​ແຂວງ ກາ​ເມົາ ເຮັດ​ບໍ​ລິການທ່ອງທ່ຽວແບບທຳມະຊາດ - ảnh 2ແຂກທ່ອງທ່ຽວໄດ້ສຳຜັດກັບການຫາປ່າ

ຖ້າຫາກປະຊາຊົນ ເຂດປ່າ ອູມີງ ຍາດແຍ່ງທ່າໄດ້ປຽບຈາກທຳມະຊາດ ເພື່ອເຮັດການບໍລິການຕາມທຳມະຊາດໂດຍວົງຄະນາຍາດຈັດຂຶ້ນ, ສ່ວນປະຊາຊົນເມືອງ ງອກຫຽນ ພັດຂຸດຄົ້ນເສັ້ນທາງ ໂຮ່ຈີມິນ ໄດ້ຢ່າງມີປະສິດທິຜົນ ເພື່ອພັດທະນາການທ່ອງທ່ຽວຕາມທຳມະຊາດ. ທ່ານ ຫງວຽນວັນຮົນ ຫົວຫນ້າເຂດທ່ອງທ່ຽວ ຮ່ວາງຮົນ ເມືອງ ງອກຫຽນ ໃຫ້ຮູ້ວ່າ:

ທິວທັດທຳມະຊາດທີ່ສວຍງາມ ແບບປະຖົມປະຖານ ແມ່ນທ່າໄດ້ປຽບຂອງເຂດນີ້. ປະຈຸບັນຢູ່ ແຂວງ ກາເມົາ ມີຫລາຍຄົນໄດ້ມີແນວຄວາມຄິດຢາກພັດທະນາການທ່ອງທ່ຽວ. ແລະ ນອກນັ້ນ ກໍຍັງມີທ່າໄດ້ປຽບອີກອັນຫນຶ່ງ ນັ້ນແມ່ນເສົາຫລັກໝາຍ ແຫລມກາເມົາ ຕັ້ງຢູ່ຕາແສງ ເດີດໝູຍ ຊື່ງເກືອບຄືວ່າແມ່ນທະເລອ້ອມຮອບ ສະນັ້ນ ພັດທະນາບໍລິການທ່ອງທ່ຽວໄດ້ດີທີ່ສຸດ

ທ່ານ ຕຽວມີງຕຽນ ຮອງຫົວຫນ້າ ພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ກາເມົາ ໃຫ້ຮູ້ວ່າ: ພ້ອມກັບ ປະຊາຊົນ ໄລຍະຜ່ານມາແຂວງ ກາເມົາ ໄດ້ສຸມໃສ່ລົງທຶນ ຍົກລະດັບບັນດາຜະລິດຕະພັນພິເສດ, ບໍລິການທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງແຂວງ ເພື່ອດຶງດູດແຂກທ່ອງທ່ຽວ. ມາຮອດປະຈຸບັນ ບັນດາໝາກຜົນນີ້ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ເມື່ອສອງອາຊີບ “ກ່າຍໄມ້ໃຫ້ເຜິ້ງເຮັດຮັງ” ແລະ “ເຮັດປູທະເລດອງ” ໄດ້ຮັບການຮັບຮອງເປັນມໍລະດົກວັດທະນະທຳລະດັບຊາດ.

ຊາວ​ກະ​ສິ​ກອນ​ແຂວງ ກາ​ເມົາ ເຮັດ​ບໍ​ລິການທ່ອງທ່ຽວແບບທຳມະຊາດ - ảnh 3ປູ່ ກາເມົາ ກໍແມ່ນຜະລິດຕະພັນໜຶ່ງທີ່ມີຊື່ສຽງ

ບັນດາຜະລິດຕະພັນຄື ນ້ຳເຜີ້ງ ອູມີງຫ້າ, ປູ ນຳກັນ, ກຸ້ງແຫ້ງ ແຣກກົກ…. ແມ່ນເປັນທີ່ຮູ້ຈັກຂອງບັນດານັກທ່ອງທ່ຽວ. ໃນປີນີ້ ແຂວງ ກາເມົາ ຈະສ້າງຕັ້ງ “ໝູ່ບ້ານວັດທະນະທຳທ່ອງທ່ຽວ” ຢູ່ ຕາແສງ ເດີດໝູຍ ເພື່ອຊ່ວຍໃຫ້ນັກທ່ອງທ່ຽວຮູ້ຈັກກ່ຽວກັບບັນດາອາຊີບທີ່ເປັນມູນເຊື້ອ, ຜະລິດຕະພັນພິເສດຂອງທ້ອງຖິ່ນນີ້. ທ່ານ ຕຽວມີງຕຽນ ຮອງຫົວຫນ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ກາເມົາ ແບ່ງປັນວ່າ:

ທ່ອງທ່ຽວວົງຄະນາຍາດ ແມ່ນບໍລິການທ່ອງທ່ຽວຕົ້ນຕໍຂອງແຂວງ ນັ້ນແມ່ນຈຸດນັດພົບສຳຄັນ. ພິເສດ ໂດຍປະຕິບັດໂຄງການພັດທະນາການທ່ອງທ່ຽວປີ 2021 ແຂວງ ກາເມົາ ຈະກຳນົດທິດພັດທະນາຜະລິດຕະພັນທ່ອງທ່ຽວກະສິກຳ ຕິດພັນກັບບັນດາຜະລິດຕະພັນ OCOPຂອງແຂວງເພື່ອຜະລິດອອກຫລາຍຜະລິດຕະພັນພິເສດຂອງແຂວງຕື່ມອີກ.”

ປະຈຸບັນທົ່ວແຂວງກາເມົາມີເຂດທ່ອງທ່ຽວສະຖານທີ່ທ່ອງທ່ຽວຕາມທຳມະຊາດໂດຍວົງຄະນາຍາດຈັດຂຶ້ນ 14 ແຫ່ງ. ເລື່ອງຊາວທ້ອງຖິ່ນເຮັດບໍລິການທ່ອງທ່ຽວຕາມທຳມະຊາດ ໄດ້ຊ່ວຍສ້າງຄວາມດຶງດູດສະເພາະຂອງຂະແຫນງທ່ອງທ່ຽວແຂວງປະກອບສ່ວນນຳ “ການທ່ອງທ່ຽວໃຫ້ກາຍເປັນຂະແຫນງເສດຖະກິດປາຍແຫລມ” ຂອງທ້ອງຖິ່ນ. 

ຕອບກັບ