ຊາວ​ກະ​ສິ​ກອນ​ຕາ​ແສງ​ເຈື່ອງ​ແທັງ​ຊ່ວຍ​ເຫຼືອ​ກັນ​ສ້າງຄວາມ​ຮັ່ງ​ມີ

Pham Hai-Thu Hoa
Chia sẻ
(VOVWORLD) - ບັນດາຊາວກະສິກອນຕາແສງເຈື່ອງແທັງ, ເມືອງເທີຍລາຍ ນະຄອນເກິນເທີ ໄດ້ໝູນໃຊ້ວິທະຍາສາດເຕັກນິກຫຼາຍຢ່າງ ເພື່ອຍົກສູງສະມັດຕະພາບຜົນລະປູກ, ສັດລ້ຽງ ແລະ ຄຸນນະພາບຜະລິດຕະພັນກະເສດ, ສະບຽງອາຫານ ເພື່ອຕອບສະໜອງຄວາມຕ້ອງການຂອງທ້ອງຕະຫຼາດ. ບັນດາຊາວກະວິກອນເຫຼົ່ານີ້ກໍ່ ຕັ້ງໜ້າຮ່ຳຮຽນ, ແບ່ງປັນບົດຮຽນໃນການສ້າງຄວາມຮັ່ງມີໃຫ້ແກ່ກັນ. ນີ້ແມ່ນບັນດາທາດແທ້ຄຸນສົມບັດທີ່ດີຂອງຊາວກະສິກອນ ໃນໄລຍະເຊື່ອມຕົວເຂົ້າກັບສາກົນ.
ຊາວ​ກະ​ສິ​ກອນ​ຕາ​ແສງ​ເຈື່ອງ​ແທັງ​ຊ່ວຍ​ເຫຼືອ​ກັນ​ສ້າງຄວາມ​ຮັ່ງ​ມີ - ảnh 1

ແຕ່ລະປີເກີນເທີໄດ້ຂາຍໝາກໄມ້ຊະນິດຕ່າງໆເກືອບ 100.000 ໂຕນ

   ທ່ານເຈົາວັນຕິນ, ອາຍຸເກືອບ 70 ປີ ຢູ່ ຕາແສງເຈື່ອງແທັງ, ເມືອງເທີຍລາຍ ພວມນັ່ງດື່ມກາເຟກັບໝູ່ເພື່ອນຂອງຕົນ ແລະ ເລົ່າກ່ຽວກັບເລື່ອງລາວທີ່ໄດ້ເຂົ້າຮ່ວມຊຸດຝຶກອົບຮົມຄອມຟິວເຕີ, ໄດ້ຮັບການແນະນຳວິທີປູກຝັງ ແລະ ໝູນໃຊ້ວິທະຍາສາດເຕັກນິກ ໃນການປູກຕົ້ນໄມ້ກິນໝາກ. ຄອບຄົວທ່ານມີເນື້ອທີ່ດິນປູກຕົ້ນໄມ້ກິນໝາກກ່ວາ 8000 ຕາແມັດ. ກ່ອນນີ້, ຮອດລະດູການເກັບກ່ຽວ, ທ່ານຕ້ອງຊອກຫາສົ້ນອອກໃຫ້ຜະລິດຕະພັນ ດ້ວຍຄວາມຫຍຸ້ງຍາກຫຼາຍຢ່າງ, ລາຄາບໍ່ເປັນປົກກະຕິ. ທ່ານເຫັນວ່າ ໃນການປູກຝັງ ຕ້ອງສີດຢາຂ້າສັດຕູພືດ ແລະ ໃຊ້ຟຸ່ນຕາມຄວາມຕ້ອງການ ແຕ່ຕ້ອງເສຍເງິນຫຼາຍ, ສະມັດຕະພາບຍັງຕ່ຳຢູ່. ແຕ່ເມື່ອໄດ້ເຂົ້າຮ່ວມ ຊຸດຝຶກອົບຮົມເຕັກນິກການປູກຝັງ ໂດຍທ້ອງຖິ່ນຈັດຂຶ້ນນັ້ນ, ທ່ານຈຶ່ງຮູ້ໄດ້ວ່າ ຕ້ອງນຳໃຊ້ວິທະຍາສາດເຕັກນິກເຂົ້າໃນການຜະລິດ ຈາກນັ້ນຈຶ່ງຈະຍົກສູງສະມັດຕະພາບ, ຄຸນນະພາບຂອງຜະລິດຕະພັນໄດ້ ເພື່ອຮັບໃຊ້ໃຫ້ແກ່ຄວາມນິຍົມໃນທ້ອງຕະຫຼາດ. ທ່ານຕິນ ກ່າວວ່າ:

   ເມື່ອກ່ອນຕົນເອງນຳໃຊ້ຟຸ່ນ, ຢາຂ້າສັດຕູພືດຢ່າງບໍ່ມີແບບແຜນ, ແຕ່ປະຈຸບັນນີ້ ກໍ່ຮູ້ແລ້ວ, ເມື່ອຜະລິດຕະພັນຂອງຕົນໄດ້ນຳມາກວດກາ, ຖ້າບໍ່ປອດສານຜິດລູກຄ້າຈະບໍ່ຊື້. ເຮົາໄປຮຽນເພື່ອຮູ້ວິທີນຳໃຊ້, ຕົວຢ່າງຄືຕ້ອງໃຊ້ຟຸ່ນບໍ່ມີສານຜິດ ຫລຝຸ່ນອົງຄະທາດ.

    ທ່ານຫງວຽນວັນແຍນ, ຢູ່ເມືອງເທີຍລາຍ ໄດ້ແບ່ງປັນວ່າ: ຕ້ອງກຳໄດ້ຕະຫຼາດເພື່ອຂາຍຜະລິດຕະພັນໃຫ້ໄດ້ຫຼາຍ. ທ່ານໃຫ້ຮູ້ວ່າ: ການໄປຝຶກອົບຮົມ ໄດ້ເຮັດໃຫ້ປ່ຽນແປງຈິນຕະນາການທຳການຜະລິດຂອງທ່ານ ໃນຫຼາຍສິບປີທີ່ຜ່ານມາ. ບໍ່ພຽງແຕ່ກຳໄດ້ຄວາມຕ້ອງການຂອງຕະຫຼາດ, ລາຄາເທົ່ານັ້ນ, ທ່ານຍັງຮັບຮູ້ໄດ້ວ່າ: ຕ້ອງມີການປ່ຽນແປງ ເພື່ອໃຫ້ຜະລິດຕະພັນມີບ່ອນຢືນໃນຕະຫຼາດ, ໄດ້ຮັບການຮັບຮູ້ຈາກຜູ້ບໍລິໂພກອຸປະໂພກ. ໃນເວລານັ້ນຈຶ່ງຢືນຢັນເຄື່ອງໝາຍການຄ້າໝາກໄມ້ໄດ້, ຍ້ອນວ່າ ຕະຫຼາດໃນປະຈຸບັນ ໄດ້ເປີດປະຕູແລ້ວ, ຮຽກຮ້ອງໃຫ້ມີມາດຕະຖານສູງກ່ວາ, ຖ້າບໍ່ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ, ກໍ່ຍາກທີ່ຈະແກ່ງແຍ້ງກັບຜະລິດຕະພັນນຳເຂົ້າໄດ້. ທ່ານແຍນເວົ້າວ່າ:

   ເຮົາໄດ້ນຳໃຊ້ວິທະຍາສາດເຂົ້າໃນສວນຂອງຕົນ ເພື່ອໃຫ້ມີປະສິດທິຜົນສູງກ່ວາ. ຕ້ອງຊອກຮູ້ຂໍ້ມູນໃນເຄືອຂ່າຍອິນເຕີແນັດຄື: ລາຄາ, ສົ່ງອອກໄປຍັງປະເທດໃດ, ເຕັກນິກ, ປະສິດທິຜົນດ້ານເສດຖະກິດ, ລາຍຮັບ, ສົ້ນອອກ…..

ຊາວ​ກະ​ສິ​ກອນ​ຕາ​ແສງ​ເຈື່ອງ​ແທັງ​ຊ່ວຍ​ເຫຼືອ​ກັນ​ສ້າງຄວາມ​ຮັ່ງ​ມີ - ảnh 2

ແຕ່ລະປີເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ

 ສົ່ງອອກໝາກໄມ້ເຖິງ 65% ຂອງທົ່ວປະເທດ

    ຮຽນເພື່ອນຳໃຊ້ເຂົ້າໃນການຜະລິດ, ເມື່ອປະສົບຜົນສຳເລັດກໍ່ແນະນຳໃຫ້ຜູ້ອື່ນເພື່ອພ້ອມກັນສ້າງຄວາມຮັ່ງມີ. ສຳລັບທ່ານ ຈິ້ງຮ່ວາງໂທຍ ໄດ້ແບ່ງປັນວ່າ: ນັບແຕ່ເມື່ອໄດ້ເຂົ້າຮ່ວມຊຸດຝຶກອົບຮົມ ທ່ານຈຶ່ງຮູ້ວິທີນຳໃຊ້ຄອມຟິວເຕີ, ຮູ້ຈັກເຖິງຕະຫຼາດ ແລະ ຮູ້ໄດ້ວ່າ ໝາກໄມ້ຊະນິດໃດທີ່ຜູ້ໂບລິໂພກອຸປະໂພກມີຄວາມນິຍົມຊົມຊອບ, ຈາກນັ້ນກໍ່ປ່ຽນແປງການຜະລິດ ເພື່ອບໍ່ຕ້ອງຫ່ວງເລື່ອງລາຄາຍາມລະດູເກັບກ່ຽວວຽນມາ. ທ່ານໂທຍ ຖືວ່າ: ການປ່ຽນແປງຈີນຕະນາການໃນການຜະລິດ ແມ່ນຄວາມຕ້ອງການທີ່ຈຳເປັນສຳລັບຊາວກະສິກອນ, ບໍ່ພຽງແຕ່ໄດ້ຍົກສູງສະມັດຕະພາບ, ຄຸນນະພາບເທົ່ານັ້ນ, ຫາກລາຍຮັບກໍ່ໄດ້ຍົກສູງຂຶ້ນອີກດ້ວຍ, ແລະ ໃນເວລານັ້ນ, ຈະຢັ້ງຢືນໄດ້ເຄື່ອງໝາຍການຄ້າຂອງຜະລິດຕະພັນ ແລະ ມີການພັດທະນາໄດ້. ທ່ານໂທຍ ເວົ້າວ່າ:

    ຮຽນເພື່ອຮູ້ຈັກການແລກປ່ຽນສິນຄ້າ, ລາຄາເໜັງຕີງໃນທ້ອງຕະຫຼາດ, ເພື່ອມີຜະລິດຕະພັນກະເສດປອດສານຜິດ, ລາຄາຂາຍຈະໄດ້ດີກ່ວາ. ຍ້ອນໄດ້ຮັບຄວາມຮູ້ຕື່ມອີກ, ຂ້າພະເຈົ້າຈຶ່ງເຂົ້າໃຈໄດ້ຫຼາຍກ່ວາ ແລ້ວກໍ່ແນະນຳໃຫ້ຊາວກະສິກອນເຮັດໄດ້ດີກ່ວາອີກ.

   ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໄດ້ປະກອບສ່ວນ 65% ການສົ່ງອອກໝາກໄມ້ຂອງທົ່ວປະເທດ, ມີໝາກໄມ້ຫຼາຍຊະນິດ ໄດ້ສົ່ງໄປຍັງບັນດາຕະຫຼາດ ທີ່ຮຽກຮ້ອງມາດຕະຖານສູງ, ບາງຊະນິດໄດ້ຮັບການຕີລາຄາວ່າ ແຊບກ່ວາເມື່ອທຽບກັບປະເທດຕ່າງໆໃນພາກພື້ນ. ນະຄອນເກີນເທີ ແມ່ນໃຈກາງຂອງເຂດທົ່ງພຽງແມ່ນ້ຳຂອງ, ແຕ່ລະປີ ໄດ້ສົ່ງ ໝາກໄມ້ຊະນິດຕ່າງໆໄປຂາຍຢູ່ຕະຫຼາດໄດ້ຫຼາຍກ່ວາ  1 ແສນໂຕນ, ເພື່ອຍົກສູງຊີວິດການເປັນຢູ່ ແລະ ຢືນຢັນເຄື່ອງໝາຍການຄ້າໝາກໄມ້, ທາງນະຄອນ ໄດ້ຈັດ ຊຸດຝຶກອົບຮົມໃຫ້ແກ່ຊາວກະສິກກອນຫຼາຍຊຸດ ເພື່ອກຳໄດ້ເຕັກນິກ ແລະ ໝູນໃຊ້ເຂົ້າໃນການຜະລິດ. ບັນດາຊາວກະສິກອນຄືທ່ານ ຕິນ, ທ່ານແຍນ ຫຼືທ່ານໂທຍ ບໍ່ພຽງແຕ່ແມ່ນໄດ້ຮຽນ ແລະ ໝູນໃຊ້ເຕັກນິກໃໝ່ເທົ່ານັ້ນ, ຫາກຍັງແມ່ນການແບ່ງປັນບົດຮຽນໃນການຜະລິດ, ເພື່ອຍົກສູງຄຸນນະພາບການຜະລິດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພາຍໃນ ແລະ ສົ່ງອອກໄປຕ່າງປະເທດອີກດ້ວຍ. ນັ້ນແມ່ນແທດແທ້ຄຸນສົມບັດທີ່ຈຳເປັນຕ້ອງມີ ຂອງຊາວກະສິກອນຫວຽດນາມ ໃນໄລຍະປ່ຽນແປງໃໝ່ ແລະ ເຊື່ອມຕົວເຂົ້າກັບສາກົນ.

 

 

 


 

ຕອບກັບ