ຊອກ​ຫາ​ໂອ​ກາດ​ໃຫ້​ແກ່​ຜະ​ລິດ​ຕະ​ພັນ OCOP ຂອງ​ເຂດ​ຕາ​ເວັນ​ອອກ​ທາງ​ພາກ​ໃຕ້ ຫວຽດ​ນາມ

Ngoc Anh
Chia sẻ
(VOVWORLD) - ຫຼາຍທ້ອງຖິ່ນຢູ່ເຂດຕາເວັນອອກທາງພາກໃຕ້ ຫວຽດນາມ ພວມສຸມໃສ່ພັດທະນາໂຄງການ ໜຶ່ງຕາແສງ ໜຶ່ງຜະລິດຕະພັນ (OCOP) ຕິດພັນກັບການກໍ່ສ້າງຊົນນະບົດໃໝ່. ໂຄງການດັ່ງກ່າວ ໄດ້ນຳມາເຊິ່ງບັນດາປະສິດທິຜົນໃນເບື້ອງຕົ້ນ ກ່ຽວກັບດ້ານເສດຖະກິດ ສັງຄົມ. ດ້ວຍນັບຮ້ອຍຜະລິດຕະພັນ OCOP ນັ້ນ, ຫຼາຍແຂວງ, ນະຄອນຢູ່ເຂດຕາເວັນອອກທາງພາກໃຕ້ ຫວຽດນາມ ໄດ້ຍູ້ແຮງການຮ່ວມສຳພັນ ເພື່ອສົ່ງຜະລິດຕະພັນເຖິງມືຂອງຜູ້ບໍລິໂພກ ຜ່ານການຂາຍເຄື່ອງຢູ່ບັນດາຮ້ານສັບພະສິນຄ້າ, ຮ້ານສະດວກຊື້ຕ່າງໆ ແລະ ສູນການຄ້າ.
ຊອກ​ຫາ​ໂອ​ກາດ​ໃຫ້​ແກ່​ຜະ​ລິດ​ຕະ​ພັນ OCOP  ຂອງ​ເຂດ​ຕາ​ເວັນ​ອອກ​ທາງ​ພາກ​ໃຕ້ ຫວຽດ​ນາມ - ảnh 1

ສິນຄ້າພິເສດຂອງແຂວງ ໄຕນິງ ຢູ່ໃນຮ້ານສັບພະສິນຄ້າພາຍໃນປະເທດ (ພາບ: VOV)

    ແຂວງ ລອງອານ ມີເນື້ອທີ່ປູກຕົ້ນໝາກນາວກ່ວາ 11.700 ha, ສ່ວນຫຼາຍຢູ່ບັນດາເມືອງ ເບັນລຶກ, ດຶກຮ່ວາ, ຖູເທື່ອ ແລະ ແທ້ງຮົວ. ປະຈຸບັນ, ໝາກນາວສົດ ແລະ ບັນດາຜະລິດຕະພັນທີ່ປຸງແຕ່ງຈາກຕົ້ນໝາກນາວຂອງແຂວງ ລອງອານ ກວມອັດຕາສ່ວນກ່ວາ 85% ປະລິມານການຜະລິດຂອງທົ່ວປະເທດ. ບັນດາຜະລິດຕະພັນ OCOP ຈາກໝາກນາວ ນັບມື້ນັບອຸດົມສົມບູນ, ຫຼາຍຮູບຫຼາຍແບບ ແຕ່ເພື່ອໃຫ້ຜະລິດຕະພັນ OCOP ຈາກໝາກນາວ ມີໜ້າຢູ່ລະບົບຂາຍຍ່ອຍໃນທົ່ວປະເທດ, ແມ່ນຕ້ອງໃຊ້ເວລາຍາວນານ. ຕາມທ່ານ ຫງວຽນວັນຫຽນ, ປະທານສະພາບໍລິຫານ ບໍລິສັດໝາກນາວ ຫວຽດນາມ ແລ້ວ, ໃນໄລຍະທີ່ຜ່ານມາ, ວິສາຫະກິດ, ສະຫະກອນ ແລະ ບັນດາລະບົບຮ້ານສັບພະສິນຄ້າຂາຍຍ່ອຍ ກໍ່ລ້ວນແຕ່ໄດ້ແບ່ງປັນຜົນປະໂຫຍດຄຽງຄູ່ໄປພ້ອມໆກັນ. ແຕ່ເຖິງຢ່າງໃດກໍ່ຕາມ, ເພື່ອໃຫ້ຜະລິດຕະພັນຈາກໝາກນາວ ໄປຮອດມືຂອງຜູ້ບໍລິໂພກແມ່ນເລື່ອງທີ່ບໍ່ງ່າຍດາຍ:

    ທາງຮ້ານສັບພະສິນຄ້າຈະບຸລິມະສິດແກ່ປະເພດສິນຄ້າໃດທີ່ຂາຍໄດ້ດີກ່ອນ, ຖ້າຜະລິດຕະພັນຂອງເຮົາບໍ່ເໝາະສົມ ກໍ່ຈະຂາຍບໍ່ໄດ້. ສະນັ້ນ ຕ້ອງໂຄສະນາ, ມີຂອງແຖມຢ່າງລຽນຕິດຈຶ່ງຈະຂາຍໄດ້. ໂດຍສະເພາະແມ່ນບັນດາຜະລິດຕະພັນໃໝ່, ບັນດາຜະລິດຕະພັນດັ້ງເດີມຂອງທ້ອງຖິ່ນ, ຖ້າສົ່ງໄປຂາຍຢູ່ຮ້ານສັບພະສິນຄ້າ ແລ້ວໄດ້ເປັນທີ່ຍອມຮັບ ກໍ່ແມ່ນຕ້ອງໃຊ້ເວລາດົນ ແລະ ປະສົບກັບຄວາມຫຍຸ້ງຍາກທີ່ສຸດ.

ຊອກ​ຫາ​ໂອ​ກາດ​ໃຫ້​ແກ່​ຜະ​ລິດ​ຕະ​ພັນ OCOP  ຂອງ​ເຂດ​ຕາ​ເວັນ​ອອກ​ທາງ​ພາກ​ໃຕ້ ຫວຽດ​ນາມ - ảnh 2

ວິສາຫະກິດ ໄຕນິງ ຕັ້ງໜ້າເຂົ້າຮ່ວມການເຊື່ອມຕໍ່ຈຳໜ່າຍຜະລິດຕະພັນ OCOP (ພາບ: VOV)

     ເມື່ອທຽບກັບບັນດາແຂວງ, ນະຄອນອື່ນໃນທົ່ວປະເທດ, ຈຳນວນຜະລິດຕະພັນ ບັນລຸມາດຖານ 4-5 ດາວຂອງແຂວງ ໄຕນິງ ແມ່ນບໍ່ຫຼາຍ. ທ່ານນາງ ເຈືອງທິທີ, ຫົວໜ້າຄຸ້ມຄອງບໍລິສັດຜະລິດ, ການບໍລິການ, ການຄ້າ ຮ່ວາອານ ຈຳກັດ ແບ່ງປັນວ່າ ນອກຈາກບັນດາສິນຄ້າພິເສດຂອງທ້ອງຖິ່ນຄື: ນ້ຳປາ, ໝາກຂາມ, ໝາກຂຽບຝະລັ່ງ…ແລ້ວ, ໄຕນິງ ຍັງມີທ່າໄກ້ປຽບເພື່ອຜະລິດບັນດາຜະລິດຕະພັນຄື: ຊາ, ເຫຼົ້າ, ນ້ຳຫວານຈາກໝາກຂຽບຝະລັ່ງ, ໝາກສົ້ມໂອ ອີກດ້ວຍ. ແຕ່ຜະລິດຕະພັນບັນລຸມາດຖານ OCOP ຍາກທີ່ຈະສຳຜັດກັບລະບົບຮ້ານສັບພະສິນຄ້າ ເພື່ອແຈກຢາຍຜະລິດຕະພັນໄດ້:

   ປະຈຸບັນ, ຜະລິດຕະພັນຂອງທ້ອງຖິ່ນບໍ່ທັນເຂົ້າເຖິງລະບົບຮ້ານສັບພະສິນຄ້າ Co.op ໄດ້. ຫວັງວ່າ ອຳນາດການປົກຄອງແຂວງ ຈະສ້າງເງື່ອນໄຂສະດວກຕື່ມອີກ ເພື່ອມີຫຼາຍໂຄງການໄດ້ເຊື່ອມຕໍ່, ຊຸກຍູ້ເພື່ອໃຫ້ວິສາຫະກິດມີເງື່ອນໄຂສຳຜັດ, ພ້ອມທັງດັດປັບບັນດາບັນຫາທີ່ຍັງຈຳກັດ, ຊ່ວຍຜະລິດຕະພັນ OCOP ຂອງທ້ອງຖິ່ນໄດ້ສຳຜັດກັບລູກຄ້າຫຼາຍກ່ວາອີກ.

   ຕໍ່ໜ້າສະພາບການດັ່ງກ່າວ, ບັນດາທ້ອງຖິ່ນພວມມານະພະຍາຍາມເຊື່ອມຕໍ່ກັບບັນດາລະບົບແຈກຢາຍພາຍໃນປະເທດ, ຈາກນັ້ນ ຈິ່ງຈະສ້າງຊ່ອງທາງແຈກຢາຍຜະລິດຕະພັນໃຫ້ຮອດມືຂອງຜູ້ບໍລິໂພກໄດ້ດີກ່ວາອີກ. ທ່ານນາງ ເຈົາທິເລະ, ຮອງຫົວໜ້າພະແນກອຸດສາຫະກຳ ການຄ້າແຂວງ ລອງອານ ໃຫ້ຮູ້ວ່າ ທາງທ້ອງຖິ່ນພວມມານະພະຍາຍາມຮ່ວມສຳພັນບັນດາຜະລິດຕະພັນ OCOP ຂອງ ປຊຊ ກັບບັນດາຮ້ານສັບພະສິນຄ້າພາຍໃນປະເທດຄື Saigon Corp, MM Mega Market, Aeon Mall, Go!... ບັນດາຜະລິດຕະພັນ OCOP ກໍ່ໄດ້ຮັບຄວາມສົນໃຈຈາກຮ້ານສັບພະສິນຄ້າຈຳນວນໜຶ່ງຂອງຊາວ ຫວຽດນາມ ອາໃສຢູ່ ອາເມລິກາ, ການາດາ, ຍີ່ປຸ່ນ….

   ວິສາຫະກິດຈຳນວນໜຶ່ງກໍ່ໄດ້ພັດທະນາຜະລິດຕະພັນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດຄື: ສົ່ງແບບ, ປັບປຸງມາດຖານຄຸນນະພາບ, ແບບຫຸ້ມຫໍ່ຂອງຜະລິດຕະພັນ. ສຳລັບບັນດາຜະລິດຕະພັນ OCOP, ກໍ່ມີບັນດາວິສາຫະກິດທີ່ພ້ອມຈະຮ່ວມເດີນທາງກັບໂຄງການສົ່ງເສີມການຄ້າຂອງແຂວງ. ແລະ ມາຮອດປະຈຸບັນ, ກໍ່ມີຫົວໜ່ວຍສົ່ງອອກສິນຄ້າໄດ້ 3 ຄັ້ງແລ້ວ.

     ທ່ານ ເລແອັງຕວັນ, ຫົວໜ້າພະແນກອຸດສາຫະກຳ ການຄ້າແຂວງ ໄຕນິງ ໃຫ້ຮູ້ວ່າ ໄປຄຽງຄູ່ກັບການຍູ້ແຮງການເຊື່ອມຕໍ່ການຈຳໜ່າຍສິນຄ້າ ຢູ່ບັນດາລະບົບແຈກຢາຍໃຫ່ຍ, ພິເສດແມ່ນໃນລະບົບຮ້ານສັບພະສິນຄ້າ Co.opmart ຂອງ Saigon Corp, ແຂວງ ໄຕນິງ ກໍ່ພວມຊ່ວຍຜູ້ຜະລິດ ສ້າງມາດຖານຜະລິດຕະພັນໃຫ້ສົບບູນແບບ:

  ຜູ້ຜະລິດຈະຄ່ອຍໆຕອບສະໜອງຄວາມຕ້ອງການຂອງລະບົບການຄ້າໄດ້, ໂດຍສະເພາະແມ່ນລະບົບການຄ້າທັນສະໄໝຄື Saigon Corp. ທາງຝ່າຍຮ້ານສັບພະສິນຄ້າກໍ່ມີແຫຼ່ງສິນຄ້າເປັນປົກກະຕິ, ຈາກນັ້ນ, ສອງຝ່າຍຈະພ້ອມກັນພັດທະນາ…ສຳລັບບັນດາພະແນກ, ຂະແໜງການ ກໍ່ຈະເປັນທີ່ປຶກສາໃຫ້ແກ່ຄະນະກຳມະການບັນດາແຂວງ, ແລ້ວຜ່ານຊ່ອງຂອງສະພາແຫ່ງຊາດ ກໍ່ຈະສະເໜີໃຫ້ສູນກາງ ປະກາດໃຊ້ນະໂຍບາຍໃຫ້ເໝາະສົມ, ເພື່ອຊ່ວຍພື້ນຖານກະສິກຳພັດທະນາ, ໜູນຊ່ວຍການຜະລິດຂອງ ປຊຊ ຢູ່ບັນດາທ້ອງຖິ່ນ.

   ບັນດາຜະລິດຕະພັນ OCOP ຢູ່ ທ້ອງຖິ່ນຕ່າງໆໃນເຂດຕາເວັນອອກທາງພາກໃຕ້ ຫວຽດນາມ ພວມຄ່ອຍໆໄດ້ຮັບການຮູ້ຈັກ ຈາກຜູ້ບໍລິໂພກຫຼາຍຄົນ ຍ້ອນການເຊື່ອມຕໍ່ລະຫວ່າງການຜະລິດກັບລະບົບຂາຍຍ່ອຍໃນທ້ອງຕະຫຼາດ ຜ່ານບັນດາເຫດການ, ງານຕະຫຼາດນັດ, ກອງປະຊຸມສຳມະນາເຊື່ອມຕໍ່ແລກປ່ຽນຄ້າຂາຍ, ວາງສະແດງຜະລິດຕະພັນ. ໄປຄຽງຄູ່ກັບການຍູ້ແຮງການຈຳໜ່າຍສິນຄ້າ, ພ້ອມກັບຄວາມມານະພະຍາຍາມຂອງບັນດາລະບົບຮ້ານສັບພະສິນຄ້າພາຍໃນ, ການຮ່ວມເດີນທາງຂອງລະບົບຂາຍຍ່ອຍ ກໍ່ຄືຂອງນັກທຸລະກິດທີ່ເປັນຊາວ ຫວຽດນາມ ອາໃສຢູ່ຕ່າງປະເທດນັ້ນ ພວມສ້າງກຳລັງໜູນໃຫ້ແກ່ຜະລິດຕະພັນຂອງທ້ອງຖິ່ນສາມາດສົ່ງອອກໄປໄກ ແລະ ມີການພັດທະນາແບບຍືນຍົງ./.

ຕອບກັບ