ງານ​ແຂ່ງ​ຂັນ​ຫຸງ​ເຂົ້າ​ບ້ານ​ທິ​ເກິ໊ມ

Ngoc Anh
Chia sẻ
(VOVWORLD) -  ໃນວັນທີ 8 ເດືອນຈຽງ (ໄລ່ຕາມຈັນທະປະຕິທິນ) ຂອງແຕ່ລະປີ, ຊາວບ້ານທິເກິ໊ມ, ຕາແສງຊວັນເຟືອງ, ເມືອງຕືລຽມໃຕ້ ນະຄອນຮ່າໂນ້ຍ ໄດ້ພ້ອມກັນເຂົ້າຮ່ວມງານບຸນດຶງໄຟ, ແຂ່ງຂັນກັນຫຸງເຂົ້າ. ນີ້ແມ່ນຮີດຄອງປະເພນີທີ່ມີມາແຕ່ດົນນານໃນໂອກາດລະດູບານໃໝ່ວຽນມາ ເພື່ອພາວະນາຂໍໃຫ້ປະຊາຊົນທຸກຄົນ ມີປີໃໝ່ທີ່ອີ່ມໜຳສຳລານ, ມີຄວາມຜາສຸກ ແລະ ສະຫງົບສຸກ.
ງານ​ແຂ່ງ​ຂັນ​ຫຸງ​ເຂົ້າ​ບ້ານ​ທິ​ເກິ໊ມ - ảnh 1

ພາບ: ບັນດາທິມແຫ່ວັດຖຸເພື່ອເຂົ້າໄປບູຊາຜູ້ກໍ່ຕັ້ງໝູ່ບ້ານກ່ອນງານບຸນ

  ຕາມການເລົ່າຂານປາກຕໍ່ປາກແລ້ວ, ກ່ອນ ຄສ 273 ປີ, ໃນສະໄໝເຈົ້າຊີວິດຮຸ່ງ ທີ່ 18, ຂະນະທີ່ທະຫານ ສູຮານ ມາຮຸກຮານ, ເຈົ້າຊີວິດຮຸ່ງ ໄດ້ມອບໜ້າທີ່ໃຫ້ທ່ານນາຍພົນ ຟານໄຕຍາກ ພາທະຫານໄປຕີສັດຕູ. ເມື່ອພາທະຫານໄປຜ່ານບ້ານເຮືອງແກັງ (ໝາຍເຖິງບ້ານທິເກິ໊ມ ໃນປະຈຸບັນ), ທ່ານໄດ້ອອກຄຳສັ່ງໃຫ້ຈັດງານແຂ່ງຂັນຫຸງເຂົ້າ ເພື່ອຄັດເລືອກຜູ້ແຕ່ງກິນເກັ່ງ ຮັບໃຊ້ດ້ານພະລາທິການໃຫ້ແກ່ທະຫານ. ພາຍຫຼັງໄດ້ຮັບໄຊຊະນະ, ທ່ານນາຍພົນ ຟານໄຕຍາກ ໄດ້ມາດຳລົງຊີວິດຢູ່ເຂດດິນແດນແຫ່ງນີ້, ສອນໃຫ້ປະຊາຊົນປູກຕົ້ນມອນ, ລ້ຽງມ້ອນ, ຕ່ຳຫູກ ແລະ ຈັດການແຂ່ງຂັນດຶງໄຟ, ຫຸງເຂົ້າ ໃນວັນທີ 8 ເດືອນຈຽງຂອງແຕ່ລະປີ ເພື່ອອາໄລຫານ້ຳໃຈຄວາມຮັກແພງລະຫວ່າງປະຊາຊົນ ແລະ ທະຫານ ທີ່ໄດ້ຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວໃນການຕໍ່ສູ້ຕີກັບສັດຕູ, ປົກປັກຮັກສາປະເທດຊາດ. ພາຍຫຼັງທ່ານໄດ້ເຖິງແກ່ມໍລະນະກຳ, ປະຊາຊົນໄດ້ເຄົາລົບບູຊາທ່ານ ເປັນຜູ້ກໍ່ຕັ້ງໝູ່ບ້ານ ແລະ ຊາວບ້ານທິເກິ໊ມ ຈຶ່ງເປີດງານແຂ່ງຂັນຫຸງເຂົ້າຂຶ້ນ ໃນວັນທີ 8 ເດືອນຈຽງຂອງແຕ່ລະປີ. ທ່ານ ຫງວຽນວິງເຮີບ, ຜູ້ຕາງໜ້າຄະນະຈັດພິທີຂອງບ້ານທິເກິ໊ມ ເລົ່າສູ່ຟັງວ່າ:

  ເມື່ອກ່ອນບໍ່ມີກັບໄຟ, ຕ້ອງດຶງໄຟເພື່ອມາຫຸງເຂົ້າ. ການແຂ່ງຂັນລວມມີ 4 ທິມ ແລະ ມີພາກສ່ວນແຂ່ງຂັນດຶງໄຟ, ແຂ່ງຂັນແລ່ນໄປເອົານ້ຳເພື່ອມາຫຸງເຂົ້າ ແລະ ແຂ່ງຂັນກັນຫຸງເຂົ້າ. ແຕ່ລະພາກສ່ວນມີລາງວັນສະເພາະ. ເອົາເຂົ້າໄປບູຊາບັນພະບູລຸດກ່ອນຈຶ່ງຈະໃຫ້ຄະແນນ. ໝໍ້ເຂົ້າໃດແຊບທີ່ສຸດຈະໄດ້ຮັບລາງວັນທີ 1, ມີ 1 ລາງວັນທີ 2 ແລະ 2 ລາງວັນທີ 3.

ງານ​ແຂ່ງ​ຂັນ​ຫຸງ​ເຂົ້າ​ບ້ານ​ທິ​ເກິ໊ມ - ảnh 2

ພາບ: ບັນຍາກາດຄຶກຄື້ນຢູ່ສາລາບ້ານໃນງານແຂ່ງຂັນຫຸງເຂົ້າ

    ກ່ອນຈັດງານບຸນແຂ່ງຂັນຫຸງເຂົ້າ, ແຕ່ລະທິມຕ້ອງກະກຽມວັດຖຸຕ່າງໆ ເພື່ອຫຸງເຂົ້າຄື: ຄົກ, ສາກ, ເຟືອງ, ໝໍ້ ເພື່ອແຂ່ງຂັນກັນຫຸງເຂົ້າໃຫ້ສຸກໄວ, ຫອມ ແລະ ນຸ້ມທີ່ສຸດ. ຄະນະຈັດຕັ້ງໄດ້ມອບເຂົ້າເປືອກໂລໜຶ່ງໃຫ້ແຕ່ລະທິມ. ບັນດາຊາຍໜຸ່ມແມ່ນ ເອົາເຂົ້າເປືອກໄປຕຳ, ເຮັດແນວໃດຕ້ອງໄວ ແລະ ຄ່ອງແຄ້ວເພື່ອໃຫ້ເມັດເຂົ້າບໍ່ແຕກຫັກ ຫຼັງຈາກນັ້ນເອົາເຂົ້າໄປຫ່ອນ ແລະ ລ້າງໃຫ້ສະອາດ. ພ້ອມກັບຈຸດເວລານັ້ນ, ມີເຍົາວະຊົນຜູ້ 1 ຈະແລ່ນມາແຕ່ສາລາບ້ານໄປຫາບ່ອນເອົານ້ຳ ປະມານ 800 ແມັດແລ້ວກັບຄືນມາຫາບ່ອນຈັດງານແຂ່ງຂັນຫຸງເຂົ້າ. ຕໍ່ຈາກນັ້ນ, ແຕ່ລະທິມຈະສົ່ງຊາຍຫນຸ່ມ 4 ຄົນເຂົ້າຮ່ວມການແຂ່ງຂັນດຶງໄຟ. ໃນຈຸດເວລານັ້ນ, ບັນຍາກາດຢູ່ສາລາບ້ານທິເກິ໊ມ ແມ່ນເຕັມໄປດ້ວຍຄວັນໄຟ, ສຽງກອງ, ສຽງໂຮຮ້ອງ ລະດົມກຳລັງໃຈຂອງຊາວບ້ານ ແລະ ແຂກຄົນ.

ງານ​ແຂ່ງ​ຂັນ​ຫຸງ​ເຂົ້າ​ບ້ານ​ທິ​ເກິ໊ມ - ảnh 3

ພາບ: ສະພາບງານບຸນແຂ່ງຂັນຫຸງເຂົ້າ

   ເມື່ອນ້ຳໃນໝໍ້ເຂົ້າແຫ້ງແລ້ວ, ແຕ່ລະທິມຕ້ອງເອົາໝໍ້ເຂົ້າໄປເຊື່ອງໄວ້ໃນກອງຖ່ານເຟືອງເພື່ອໃຫ້ມັນສຸກ. ພາຍຫຼັງຈູດທູບໝົດຊຸດໜຶ່ງແລ້ວ, ບັນດາສະມາຊິກຂອງຄະນະກຳມະການຈະໄປຊອກຫາໝໍ້ເຂົ້າ 4 ໜ່ວຍໃນກອງຂີ້ເທົ່າ, ຖ້າຫາກວ່າທິມໃດເຊື່ອງໄວ້ດີ ຈະມີເວລາຫຼາຍ ແລະ ເຂົ້າກໍ່ຈະສຸກຫອມສະເໝີກັນ, ຖ້າຄະນະກຳມະການຊອກເຫັນໄວ, ເຂົ້າກໍ່ຈະບໍ່ທັນສຸກ. ພາຍຫຼັງຊອກເຫັນໝໍ້ເຂົ້າທັງ 4 ໜ່ວຍແລ້ວຈະຕັກໃສ່ຖ້ວຍ 4 ໃບເພື່ອຖະຫວາຍຕໍ່ຜູ້ກໍ່ຕັ້ງໝູ່ບ້ານ, ຫຼັງຈາກນັ້ນຈະໃຫ້ຄະແນນຢ່າງເປີດເຜີຍຕໍ່ຫນ້າຊາວບ້ານ ແລະ ສະມາຊິກຂອງທິມເຂົ້າຮ່ວມງານແຂ່ງຂັນ. ທ່ານຫວູດັງກວຽນ, ຜູ້ຕາງໜ້າຄະນະປູສະນີຍະສະຖານປະຫວັດສາດ ສາລາບ້ານທິເກີ໊ມ, ຜູ້ຮັບຜິດຊອບການໂຄສະນາກ່ຽວກັບງານແຂ່ງຂັນຫຸງເຂົ້າ ໃຫ້ຮູ້ວ່າ:

  ໃນງານແຂ່ງຂັນຫຸງເຂົ້າລວມມີຂັ້ນຕອນ: ຕຳເຂົ້າ, ລ້າງເຂົ້າ, ຫຸງເຂົ້າ, ແຕ່ລະທິມມີ 10 ຄົນ. ເວລາກຳນົດເລີ່ມແຕ່ການດຶງໄຟແມ່ນໃນເວລາ 11 ໂມງ ແລະ ສິ້ນສຸດລົງໃນເວລາ 12 ໂມງ, ໝາຍຄວາມວ່າໃນເວລາ 1 ຊົ່ວໂມງ. ເຂົ້າເປືອກແມ່ນຂອງຊາວບ້ານປູກເອງ. ງານແຂ່ງຂັນປີນີ້ປະສົບຜົນສຳເລັດຢ່າງດີງາມ, ດິນຟ້າອາກາດອຳນວຍຄວາມສະດວກ. ຫວັງວ່າປີໃໝ່ຈະມີແງ່ຫວັງອັນດີງາມໃໝ່, ຊາວບ້ານທຳມາຫາກິນມີຄວາມສະດວກດີ, ມີສຸຂະພາບແຂງແຮງ, ຢູ່ເຢັນເປັນສຸກ.

ງານ​ແຂ່ງ​ຂັນ​ຫຸງ​ເຂົ້າ​ບ້ານ​ທິ​ເກິ໊ມ - ảnh 4

ພາບ: ມອບລາງວັນໃນງານບຸນແຂ່ງຂັນຫຸງເຂົ້າ

   ພາຍຫຼັງໄດ້ປະກາດຜົນຂອງການແຂ່ງຂັນ, ຊາວບ້ານໄດ້ແບ່ງເຂົ້າທີ່ເອົາໄປຖະຫວາຍບູຊາຕໍ່ຜູ້ກໍ່ຕັ້ງໝູ່ບ້ານຄົນລະໜ້ອຍ ເພື່ອເອົາໂຊກເອົາລາບໃນໂອກາດຕົ້ນປີໃໝ່. ເຂົາເຈົ້າເຊື່ອໝັ້ນວ່າ: ຖ້າຜູ້ໃຫ່ຍໄດ້ກິນເຂົ້າທີ່ເອົາໄປຖະຫວາຍນັ້ນ ທັງປີຈະໄດ້ຮັບຄວາມໂຊກດີ, ເດັກນ້ອຍຈະເຕີບໃຫ່ຍໄວ. ທ່ານນາງ ໂງທິຮ່ວາ, ຕາແສງຊັວນເຟືອງ, ຜູ້ຕາງໜ້າທິມໄດ້ຮັບລາງວັນທີ 1 ໃນປີນີ້ ແບ່ງປັນວ່າ:

   ນັບແຕ່ຄາວຍັງນ້ອຍມາຮອດປະຈຸບັນ, ຂ້າພະເຈົ້າໄດ້ເຂົ້າຮ່ວມງານແຂ່ງຂັນຫຼາຍເທື່ອແລ້ວ. ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດເມື່ອໄດ້ຮັບລາງວັນທີ 1, ຫວັງວ່າປີໃໝ່ນີ້ ທຸກຄົນໃນບ້ານຈະມີຄວາມສາມັກຄີ, ມີຄວາມສະຫງົບສຸກ ແລະ ໂຊກດີ.

  ແຕ່ລະປີ, ງານແຂ່ງຂັນຫຸງເຂົ້າບ້ານທິເກິ໊ມ ໄດ້ດຶງດູດການເຂົ້າຮ່ວມຂອງປະຊາຊົນຊາວທ້ອງຖິ່ນ ແລະ ແຂກທ່ອງທ່ຽວທັງຢູ່ໄກ້ ແລະ ໄກເປັນຈຳນວນຫຼວງຫຼາຍ. ເມືອງຕືລຽມໃຕ້, ນະຄອນຮ່າໂນ້ຍ ມີແຜນການຍື່ນສະເໜີຕໍ່ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ເພື່ອຮັບຮອງເອົາງານແຂ່ງຂັນຫຸງເຂົ້າບ້ານທິເກິ໊ມ ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ.

 

 

 

 

 

ຕອບກັບ