ການ​ເກັບ​ກ່ຽວລະ​ດູ​ຫນາວ​ຕໍ່​ໃສ່ລະ​ດູ​ບານ​ໃຫມ່​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາ​ກ​ໃຕ້​ຫວຽດ​ນາມ​ ໄດ້​ຮັບ​ຜົນ​ດີ

Chia sẻ
(VOVWORLD) -ການເກັບກ່ຽວລະດູຫນາວຕໍ່ໃສ່ລະດູບານໃຫມ່ 2020  2021 ຢູ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມໄດ້ຮັບຜົນດີໃນຫລາຍດ້ານທັງຫລີກລ້ຽງໄພແຫ້ງແລ້ງນ້ຳທະເລຊຶມເຂົ້າທັງລາຄາເຂົ້າສານສູງແລະການສົ່ງອອກກໍເປັນປົກກະຕີ.ນີ້ໄດ້ຮັບຖືວ່າ ແມ່ນລະດູການໄດ້ຮັບຜົນດີຢ່າງຮອບດ້ານຂອງປະຊາຊົນຢູ່ທີ່ນີ້.
ການ​ເກັບ​ກ່ຽວລະ​ດູ​ຫນາວ​ຕໍ່​ໃສ່ລະ​ດູ​ບານ​ໃຫມ່​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາ​ກ​ໃຕ້​ຫວຽດ​ນາມ​ ໄດ້​ຮັບ​ຜົນ​ດີ - ảnh 1ການເກັບກ່ຽວລະດູຫນາວຕໍ່ໃສ່ລະດູບານໃຫມ່ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໄດ້ຮັບຜົນດີ

ລະດູການຜະລິດເຂົ້າໃນສະພາບການຈຳຫນ່າຍເຂົ້າສານມີແງ່ຫວັງທີ່ດີ, ລາຄາເຂົ້າສານສູງແລະການສົ່ງອອກເຂົ້າເປັນປົກກະຕິ. ທ່ານເລແທງຕຸ່ງ, ຮອງຫົວຫນ້າກົມປູກຝັງ,ສັງກັດກະຊວງກະສິກຳແລະພັດທະນາຊົນນະບົດຫວຽດນາມໃຫ້ຮູ້ວ່າ: ເນື້ອທີ່ປູກເຂົ້າລະດູຫນາວຕໍ່ໃສ່ລະດູບານໃຫມ່ ປີ 2020 – 2021 ໃນທົ່ວເຂດພາກໃຕ້ ແມ່ນເກືອບ 1,6 ລ້ານເຮັກຕາ, ສະມັດຕະພາບຄາດວ່າບັນລຸກວ່າ 7 ໂຕນ/ເຮັກຕາ.

ໃນນັ້ນເຂດທົ່ງພຽງແມ່ນ້ຳຂອງທຳການປູກເຂົ້າໃນເນື້ອທີ່ກວ່າ 1,5 ລ້ານເຮັກຕາແລະອົງປະກອບເຂົ້າແມ່ນຕາມເຂດຊີວະພາບ, ແນວພັນເຂົ້າຫອມ, ມີຄຸນນະພາບສູງເພື່ອຕອບສະຫນອງຄວາມຕ້ອງການຂອງຕະຫລາດສົ່ງອອກ. ເນື້ອທີ່ທົ່ງນາຂະຫນາດໃຫຍ່ປະມານ 160.000 ເຮັກຕາ, ແຕ່ລະເຮັກຕາເຂົ້າຮ່ວມການເຮັດຕາມຮູບແບບທົ່ງນາຂະຫນາດໃຫຍ່ ແມ່ນຫລຸດລາຍຈ່າຍການຜະລິດ ແຕ່ 10 – 15% ແລະມູນຄ່າປະລິມານການຜະລິດເພີ່ມຂຶ້ນແຕ່ 20 – 25%. ການຜັນແປຂອງໄພແຫ້ງແລ້ງນ້ຳທະເລຊືມເຂົ້າໄດ້ຮັບການຄາດຄະເນກ່ອນໜ້າ ສະນັ້ນເນື້ອທີ່ປູກເຂົ້າລະດູຫນາວຕໍ່ລະດູບານໃຫມ່ ຢູ່ ເຂດທົ່ງພຽງແມ່ນ້ຳຂອງບໍ່ຖືກຜົນສະທ້ອນແລະຍັງຄົງໃຫ້ສະມັດຕະພາບສູງ.

ອົງປະກອບແນວພັນເຂົ້າແມ່ນເໝາະສົມ, ຫັນປ່ຽນອົງປະກອບການປູກຝັງຢ່າງເໝາະສົມ, ຊ້ຳບໍ່ໜຳ ພວກເຮົາບໍ່ນຳໃຊ້ເນື້ອທີ່ດິນທີ່ບໍ່ຮັບປະກັນຄວາມປອດໄພກ່ຽວກັບແຫລ່ງນ້ຳ. ເປັນອັນວ່າບັນດາປັດໄຈນັ້ນສະແດງໃຫ້ເຫັນວ່າເຖິງວ່າ ນ້ຳທະເລຊຶມເຂົ້າຫລາຍກວ່າປີກ່ອນແຕ່ປີນີ້ ພວກເຮົາບໍ່ຖືກເສຍຫາຍຫຍັງນັບທັງຕົ້ນເຂົ້າກໍ່ຄືຕົ້ນອື່ນ

ເພື່ອໃຫ້ການເກັບກ່ຽວລະດູຫນາວຕໍ່ໃສ່ລະດູບານໃຫມ່ໄດ້ຮັບຜົນດີ, ກົມໃຫຍ່ ຊົນລະປະທານແລະ ບັນດາຫົວຫນ່ວຍໄດ້ສຳຫລວດກວດຄືນແລະວາງອອກບັນດາມາດຕະການຮັບມືຢ່າງລະອຽດ. ທ່ານເລືອງວັນແອງ, ຮອງຫົວຫນ້າກົມໃຫຍ່ກົມຊົນລະປະທານຖືວ່າ: ບັນດາກິດຈະກຳຕ້ານໄພແຫ້ງແລ້ງ, ນ້ຳທະເລຊຶມເຂົ້າໄດ້ຮັບຄວາມສົນໃຈລົງທຶນ, ຍູ້ໄວຄວາມຄືບຫນ້າ, ກໍ່ສ້າງແລະນຳເຂົ້າເຄື່ອນໄຫວເໝາະສົມກັບສະພາບຕົວຈິງ.

ສະມັດຕະພາບເຂົ້າລະດູຫນາວຕໍ່ໃສ່ລະດູບານໃຫມ່ ແມ່ນສູງທີ່ສຸດເມືຶ່ອທຽບໃສ່ຫລາຍປີມານີ້ ລາຄາເປັນປົກກະຕິປະຊາຊົນຂາຍໄດ້ກຳໄລກວ່າ 50%. ທ່ານຫງວຽນງອກແຮ່, ຮອງປະທານຄະນະກຳມະການປະຊາຊົນນະຄອນເກີນເທີໃຫ້ຮູ້ວ່າ: ຊາວທ້ອງຖິ່ນໄດ້ທຳການປູກເຂົ້າໃນເນື້ອທີ່ກວ່າ 77.000 ເຮັກຕາ, ສະມັດຕະພາບເຂົ້າບັນລຸ 7,6 ໂຕນ, ເຂົ້າສ່ວນຫລາຍແມ່ນປະເພດເຂົ້າຫອມມີຄຸນນະພາບສູງເພື່ອຮັບໃຊ້ຄວາມຕ້ອງການພາຍໃນປະເທດແລະສົ່ງອອກ.

ນະຄອນເກີນເທີປະຕິບັດການເກັບກ່ຽວສຳເລັດໂດຍພື້ນຖານ, ສະມັດຕະພາບສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ກຳໄລຈາກການປູກເຂົ້າຂອງປະຊາຊົນໃນລະດູການນີ້ບັນລຸລະດັບຕ່ຳສຸດແມ່ນ 45% ຂຶ້ນໄປ, ການຈຳຫນ່າຍກໍມີຄວາມສະດວກກວ່າ. ອາດເວົ້າໄດ້ວ່າການເກັບກ່ຽວລະດູຫນາວຕໍ່ໃສ່ລະດູບານໃຫມ່ຂອງພໍ່ແມ່ປະຊາຊົນປີນີ້ ບັນລຸໝາກຜົນດີ

ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ເກັບກ່ຽວເຂົ້າລະດູຫນາວຕໍ່ໃສ່ລະດູບານໃຫມ່ໃນເນື້ອທີ່ກວ່າ 1 ລ້ານເຮັກຕາ, ສະມັດຕະພາບບັນລຸກວ່າ 7 ໂຕນ/ເຮັກຕາ, ເຊິ່ງຂາຍໄດ້ລາຄາສູງ, ການສົ່ງອອກກໍເປັນປົກກະຕິ, ນີ້ແມ່ນລະດູການທີ່ບັນລຸຜົນດີຮອບດ້ານ. ທ່ານເລກວັກແຢງຮອງລັດຖະມົນຕີກະຊວງກະສິກຳແລະພັດທະນາຊົນນະບົດຫວຽດນາມເນັ້ນຫນັກວ່າ:

ປີນີ້ ແມ່ນປີທີ່ລະດູການເກັບກ່ຽວໄດ້ຮັບຜົນດີຮອບດ້ານ, ສະມັດຕະພາບ, ແນວພັນເຂົ້າມີຄຸນນະພາບສູງ, ເຂົ້າຂາຍໄດ້ລາຄາສູງພິເສດປະຊາຊົນໄດ້ຮັບຜົນກຳໄລຫລາຍ. ເຖິງວ່າປີນີ້ ເນື້ອທີ່ປູກເຂົ້າແມ່ນຫລຸດລົງກໍ່ຕາມແຕ່ສະມັດຕະພາບເພີ່ມຂຶ້ນເກືອບ 240 ກີໂລກາມ/ເຮັກຕາ, ບັນລຸເກືອບ 150 ພັນໂຕນ. ພິເສດປີນີ້ ປະຕິບັດຕາມເປົ້າໝາຍຄວບຄູ່ ເປັນການສະແດງໃຫ້ເຫັນລັກສະນະຄົບຊຸດ

ຕາມແຜນການ, ການປູກເຂົ້າໃນລະດູແລ້ງຕໍ່ໃສ່ລະດູໃບໄມ້ຫລົ່ນປີ 2021 ທົ່ວເຂດພາກໃຕ້ ຈະທຳການປູກເຂົ້າໃນເນື້ອທີ່ 1,6 ລ້ານເຮັກຕາ. ໃນນັ້ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມແມ່ນປະມານ 1,5 ລ້ານເຮັກຕາແລະເຂດຕາເວັນອອກສ່ຽງໃຕ້ແມ່ນປະມານ 88 ພັນເຮັກຕາ. ດ້ວຍຜົນດີຂອງການເກັບກ່ຽວລະດູຫນາວຕໍ່ໃສ່ລະດູບານໃຫມ່, ພໍ່ແມ່ປະຊາຊົນເຂດທົ່ງພຽງແມ່ນ້ຳຂອງພວມມຸ່ງໄປເຖິງລະດູແລ້ງຕໍ່ໃສ່ລະດູໃບໄມ້ຫລົ່ນປີ 2021 ດ້ວຍຄວາມເຊື່ອໝັ້ນວ່າຈະໄດ້ຮັບຜົນດີ,ຂາຍເຂົ້າໄດ້ໃນລາຄາສູງ.

ຕອບກັບ