ການ​ພັດ​ທະ​ນາຢູ່​ບ້ານ​ເກີດ​ເມືອງນອນ​ການ​ປະ​ຕິ​ວັດ ​ກຼົງ​ບົງ, ດັກ​ລັກ

Vinh Phong - H'Xiu
Chia sẻ
(VOVWORLD) -  ເມືອງ ກຼົງບົງ ເຄີຍເປັນຖານທີ່ໝັ້ນການປະຕິວັດຂອງແຂວງດັກລັກ ໃນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ ແລະໄດ້ຮັບການປົດປ່ອຍມາແຕ່ປີ 1965. ມາຮອດປະຈຸບັພາຍຫຼັງໄດ້ຮັບຄວາມເປັນເອກະລາດມາເປັນເວລາກ່ວາ 55 ປີໂສມໜ້າຂອງເມືອງ ກຼົງບົງ ກໍ່ມີການປ່ຽນແປງທີ່ຕັ້ງໜ້າຫຼາຍຢ່າງຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຍົກສູງຂຶ້ນ.

ໃນຊຸມມື້ນີ້, ທົ່ງນາບ້ານ ຕູນ-ຕາແສງຖານທີ່ໝັ້ນ ອີອາງມາວ, ເມືອງ ກຼົງບົງ, ແຂວງດັກລັກ ເຕັມໄປດ້ວຍເຂົ້າສຸກເຫຼືອງ….    ຍັງອີກເຄິ່ງເດືອນແມ່ນຈະຮອດລະດູການເກັບກ່ຽວເຂົ້າ. ເມື່ອຍ່າງໄປຕາມ ທາງເບຕົງທີ່ເຊື່ອມຕໍ່ບ້ານຕູນ ໄປຫາ ທົ່ງນານັ້ນ, ເຈົ້າກົກເຈົ້າເຫຼົ່າ Y Dhăk Niê Kđăm ແບ່ງປັນວ່າ: ເມື່ອກ່ອນນີ້, ບ້ານຕູນ ແມ່ນບ້ານທຸກຍາກກ່ວາໝູ່ຂອງຕາແສງ ອີອາງມາວ, ກ່ອນປີ 2010, ອັດຕາສ່ວນຄອບຄົວທຸກຍາກແມ່ນຫຼາຍກ່ວາ 70%. ແຕ່ມາໃນປະຈຸບັນ, ທຸກສິ່ງທຸກຢ່າງກໍ່ປ່ຽນແປງໄປໝົດແລ້ວ, ປະຊາຊົນໄດ້ຮູ້ຈັກການນຳໃຊ້ວິທະຍາສາດເຕັກນິກເຂົ້າໃນການຜະລິດ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຍົກສູງຂຶ້ນຢ່າງເຫັນໄດ້ຊັດ:

   ການປ່ຽນແປງທີ່ 1 ແມ່ນດ້ານພື້ນຖານໂຄງລ່າງ, ມີທາງໄປມາ, ໂຮງຮຽນ, ສຸກສາລາ, ມີໄຟຟ້າໃຊ້…ແຕ່ກ່ອນແມ່ນບໍ່ມີ, ປະຈຸບັນຊີວິດການເປັນຢູ່ຂອງປະຊາຊົນໄດ້ຍົກສູງຂຶ້ນ. ປະຊາຊົນຮູ້ຈັກເຮັດເສດຖະກິດ, ມີຢູ່ມີກິນ, ມີການຜະລິດຄືນໃໝ່. ປະຈຸບັນໄດ້ກິນອີ່ມ ນຸ່ງງາມແລ້ວ. ໃນບ້ານກໍ່ມີຄວາມສະໜິດຕິດພັນນຳກັນ, ສາມັກຄີກັນ, ຊ່ວຍເຫຼືອຊື່ງກັນ ແລະ ກັນ.

ການ​ພັດ​ທະ​ນາຢູ່​ບ້ານ​ເກີດ​ເມືອງນອນ​ການ​ປະ​ຕິ​ວັດ ​ກຼົງ​ບົງ, ດັກ​ລັກ - ảnh 1ທົ່ງນາຢູ່ ບ້ານ Tul, ຕາແສງ Yang Mao  (ພາບ:  VOV)

  ຕາແສງ ເຄວງອັກດ່ຽນ, ເມືອງກຼົງບົງ ເຄີຍຖືກທຳລາຍຢ່າງໜັກໜ່ວງໃນໄລຍະສົງຄາມ ແຕ່ກ້າວເຂົ້າສູ່ໄລຍະປະເທດຊາດໄດ້ຮັບການປ່ຽນແປງໃໝ່, ຕາແສງແຫ່ງນີ້ ພວມຫັນປ່ຽນພັດທະນາເທື່ອລະກ້າວ. ທ່ານຫງວຽນວັນເຈືອງ, ພະນັກງານ ຕາແສງ ເຄວງອັກດ່ຽນ ໃຫ້ຮູ້ວ່າ: ພາຍຫຼັງວັນປົດປ່ອຍ, ປີ 1965, ຕາແສງ ເຄວງອັກດ່ຽນ ມີພຽງ 163 ຄອບຄົວເທົ່ານັ້ນ. ຫຼັງຈາກນັ້ນມີກ່ວາ 1000 ຄອບຄົວຈາກກວ໋າງນາມ, ດ່ານັງ ອົບພະຍົບໄປເຮັດເສດຖະກິດໃໝ່. ຈາກເຂດປ່າດົງຫວ່າງເປົ່າ, ປະຊາຊົນໄດ້ບຸກເບີກເປັນທົ່ງນາ, ເຮັດຊົນລະປະທານ, ເອົານ້ຳເຂົ້າເພື່ອປູກເຂົ້າ. ປີ 2003, ເມື່ອຕາຄ່າຍໄຟຟ້າ ແຫ່ງຊາດໄດ້ມາຮອດບ້ານແຫ່ງຕ່າງໆ, ຊີວິດການເປັນຢູ່ຂອງປະຊາຊົນກໍ່ຄ່ອຍໆມີການປ່ຽນແປງ. ລາຍຮັບສະເລ່ຍບັນລຸແຕ່ 16 ລ້ານດົ່ງ/ຄົນໃນປີ 2015 ມາຮອດປະຈຸບັນນີ້ ກໍ່ໄດ້ເພີ່ມຂຶ້ນເປັນ 25 ລ້ານດົ່ງ/ຄົນ/ປີ. ທ່ານຫງວຽນວັນເຈືອງ ເວົ້າວ່າ:

  ຜ່ານການຊີ້ນຳນຳພາ ແລະ ການຊ່ວຍເຫຼືອຂອງແຂວງ, ສູນກາງ ແລະ ຂອງເມືອງ ໃນການການລົງທຶນສ້າງພື້ນຖານໂຄງລ່າງ, ມາຮອດປະຈຸບັນ, ໂສມໜ້າຂອງຊົນນະບົດກໍ່ມີການປ່ຽນແປງ, ພັດທະນາດີພໍສົມຄວນ. ປະຊາຊົນເຊື່ອໝັ້ນວ່າ, ພ້ອມກັບພັກ, ອຳນາດການປົກຄອງ ຈະຮັກສາມູນເຊື້ອການປະຕິວັດ, ປະຊາຊົນໄດ້ສະໜັບສະໜູນ, ເຫັນດີເຫັນພ້ອມ ກັບການສູ້ຊົນພັດທະນາເສດຖະກິດສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ກໍ່ສ້າງຊົນນະບົດໃໝ່.

ການ​ພັດ​ທະ​ນາຢູ່​ບ້ານ​ເກີດ​ເມືອງນອນ​ການ​ປະ​ຕິ​ວັດ ​ກຼົງ​ບົງ, ດັກ​ລັກ - ảnh 2ພໍ່ແມ່ປະຊາຊົນຮູ້ຈັກນຳໃຊ້ລົດໄຖເຂົ້າໃນການຜະລິດເຂົ້າ  (ພາບ:VOV) 

   ຕາມທ່ານ ໂດ໊ກວ໊ກເຮືອງ, ເລຂາພັກເມືອງ ກຼົງບົງ ແລ້ວ, ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນເງື່ອນໄຂທຳມະຊາດບໍ່ເອື້ອອຳນວຍ, ພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ ໄດ້ອົບພະຍົບເສລີຫຼາຍກໍ່ຕາມ ແຕ່ທາງເມືອງຍາມໃດກໍ່ມານະພະຍາຍາມ ເສີມຂະຫຍາຍມູນເຊື້ອການປະຕິວັດ, ຍາດແຍ່ງບັນດາແຫຼ່ງກຳລັງເພື່ອພັດທະນາ. ໃນໄລຍະ 2020-2025 ເມືອງໄດ້ວາງອອກເປົ້າໝາຍການຈະເລີນເຕີບໂຕເສດຖະກິດສະເລ່ຍໃຫ້ຂຶ້ນເຖິງ 11%/ປີ; ມູນຄ່າການຜະລິດສະເລ່ຍແຕ່ລະຄົນ ຈະບັນລຸກ່ວາ 95 ລ້ານດົ່ງໃນ 5 ປີຈະມາເຖິງ; ອັດຕາສ່ວນຄອບຄົວທຸກຍາກໃນທົ່ວເມືອງ ຈະໃຫ້ຫລຸດລົງຕ່ຳກ່ວາ 9%. ທ່ານ ໂດ໊ກວ໊ກເຮືອງ  ໃຫ້ຮູ້ວ່າ:

   ພວກຂ້າພະເຈົ້າສຸມໃສ່ການກໍ່ສ້າງພື້ນຖານດ້ານວັດຖຸ, ໂດຍສະເພາະແມ່ນເສັ້ນທາງໄປມາ ແລະ ລະບົບຊົນລະປະທານ ເພື່ອໃຫ້ປະຊາຊົນມີທາງໄປມາ. ທີ່ສອງແມ່ນສຸມໃສ່ຊີ້ນຳການຜະລິດບັນດາເຂດປູກຕົ້ນໄມ້ສະເພາະ ຢູ່ເຂດດິນທີ່ເໝາະສົມກັບເງື່ອນໄຂປູກຕົ້ນໄມ້ຂອງປະຊາຊົນຢູ່ກັບທີ່. ສຸມໃສ່ກໍ່ສ້າງຊົນນະບົດໃໝ່, ລົງທຶນໃຫ້ແກ່ເຂດຊົນນະບົດໃໝ່, ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ.

   ພາຍຫຼັງ ປົດປ່ອຍມາເປັນເວລາ 55 ປີ, ໂສມໜ້າຊົນນະບົດຢູ່ ກຼົງບົງ ພວມຄ່ອຍໆມີການປ່ຽນແປງໃໝ່ ແລະ ພັດທະນາດີຂຶ້ນ. ໂດຍໄດ້ຜ່ານຜ່າຄວາມ ລຳບາກກາກກຳ ໃນການຕໍ່ສູ້, ຕ້ານສັດຕູຜູ້ຮຸກຮານ, ປະຈຸບັນ, ປະຊາຊົນເຂດຖານທີ່ໝັ້ນ ຍັງເຫັນດີເຫັນພ້ອມ ຜ່ານຜ່າຄວາມຫຍຸ້ງຍາກ ເພື່ອພັດທະນາບ້ານເກີດເມືອງນອນ, ຕັ້ງໜ້າກໍ່ສ້າງຊີວິດໃໝ່ໃຫ້ ນັບມື້ນັບ ບືນຕົວຂຶ້ນ, ສ້າງຄວາມຮັ່ງມີ, ສວຍງາມກ່ວາອີກ./.

ຕອບກັບ