ການ​ຄ້າ​ເອ​ເ​ລັກ​ໂຕ​ນິກ​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ໃຫ້​ແກ່​ບັນ​ດາ​ໝູ່​ບ້ານ​ດຳ​ເນີນ​ທຸ​ລະ​ກິດ

Thu Hang-Le-Huynh
Chia sẻ
(VOVWORLD) -ຢູ່ນະຄອນໂຮ່ຈີມິນ, ໃນຫຼາຍປີມານີ້, ບັນດາຜູ້ບໍລິໂພກ ອຸປະໂພກພາຍໃນ ແລະ ຕ່າງປະເທດ ກໍ່ລີ້ງເຄີຍກັບບັນດາຜະລິດຕະພັນຂອງໝູ່ບ້ານອາຊີບຄື: ແນມຈືນທູ໋ດຶກ, ໂຖປັກທູບທອງ ອານໂຮ້ຍ, ສາດ ບິນອານ…. ຜ່ານການນຳເອົາຜະລິດຕະພັນຂຶ້ນຂາຍທາງສື່ອອນລາຍນັ້ນ, ຫຼາຍໝູ່ບ້ານອາຊີບຢູ່ນະຄອນໂຮ່ຈີມິນ ບໍ່ພຽງແຕ່ດຳເນີນທຸລະກິດຢ່າງມີປະສິດທິຜົນເທົ່ານັ້ນ, ຫາກຍັງໄດ້ຢັ້ງຢືນຄຸນຄ່າຂອງເຄື່ອງໝາຍການຄ້າຂອງຕົນອີກດ້ວຍ.
ການ​ຄ້າ​ເອ​ເ​ລັກ​ໂຕ​ນິກ​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ໃຫ້​ແກ່​ບັນ​ດາ​ໝູ່​ບ້ານ​ດຳ​ເນີນ​ທຸ​ລະ​ກິດ - ảnh 1

ນາຍຊ່າງຂອງໝູ່ບ້ານອາຊີບຜະລິດໂຖປັກທູບທອງ ອານໂຮ້ຍ (ພາບ: tuoitre.vn)

    ເມື່ອໄປຢ້ຽມຢາມໝູ່ບ້ານອາຊີບມູນເຊື້ອທີ່ມີຊື່ງສຽງ ເຊິ່ງຜະລິດໂຖປັກທູບທອງ ອານໂຮ້ຍ ຢູ່ເມືອງ ກໍເວິບ ນະຄອນໂຮ່ຈີມິນ, ທ່ານຈະຮູ້ສຶກໄດ້ບັນຍາຍາດທີ່ຄຶກຄື້ນ ດ້ວຍບັນດາສຽງພິເສດສະເພາະ. ນາຍຊ່າງ ເຈິ່ນມິນຕວ່ານ ຜູ້ທີ່ເຮັດອາຊີບຫຼໍ່ທອງ ມາໄດ້ເກືອບ 50 ປີໃຫ້ຮູ້ວ່າ: ມີໄລຍະໜຶ່ງ, ໝູ່ບ້ານອາຊີບອານໂຮ້ຍ ເກືອບຫາຍສາບສູນໄປແລ້ວ, ບໍ່ມີຈຸດຢືນໃນຕະຫຼາດ ຍ້ອນຜະລິດຕະພັນເຮັດດ້ວຍມື, ລາຄາແພງ, ນາຍຊ່າງກໍ່ຫາຍາກ. ໃນຂະນະທີ່ອຸດສາຫະກຳນັບມື້ນັບພັດທະນາ, ໂຖປັກທູບທອງ ຜະລິດແບບອຸດສາຫະກຳມີຫຼາຍຮູບແບບທີ່ອຸດົມສົມບູນ ແລະ ລາຄາກໍ່ຖືກກ່ວາ. ແຕ່ຍ້ອນມີການ ນຳເອົາຜະລິດຕະພັນຂຶ້ນຂາຍທາງສື່ອອນລາຍ ຜະລິດຕະພັນຂອງ ໝູ່ບ້ານອາຊີບ ອານໂຮ້ຍ ຈຶ່ງມີຫຼາຍຄົນຮູ້ຈັກ, ຕະຫຼາດກໍ່ເປີດກ້ວາງກ່ວາອີກ ແລະ ໝູ່ບ້ານອາຊີບ ອານໂຮ້ຍ ກໍ່ມີການຟື້ນຟູຄືນໃໝ່. ທ່ານ ຕ່ວານ ເວົ້າວ່າ:

      ເມື່ອເບິ່ງລວມແລ້ວ ການຄ້າທາງສື່ອອນລາຍ ໄດ້ໂຄສະນາໃຫ້ແກ່ໝູ່ບ້ານອາຊີບຂອງພວກເຮົາ. ຕົວຢ່າງຄື: ເມື່ອກ່ອນຂາຍຜະລິດຕະພັນ ໄດ້ແຕ່ 7-8 ຢ່າງເທົ່ານັ້ນ ແຕ່ເມື່ອມີການໂຄສະນາກໍ່ສາມາດຂາຍໄດ້ຫຼາຍກວ່າ.

   ນີ້ແມ່ນສັນຍານທີ່ເປັນໜ້າພາກພູມໃຈ ໃຫ້ແກ່ບັນດາໝູ່ບ້ານອາຊີບຫັດຖະກຳຢູ່ນະຄອນໂຮ່ຈີມິນ ໃນຂະນະທີ່ສາມາດຮັກສາໄດ້ປະລິມານຜະລິດຕະພັນຂາຍອອກໃນຫຼາຍປີຜ່ານມາ. ມີລູກຄ້າຫຼາຍຄົນ ທີ່ມາຈາກບັນດາແຂວງພາກກາງ, ພາກເໜືອ ແລະ ຕ່າງປະເທດ ໄດ້ໄປຊອກຫາໝູ່ບ້ານອາຊີບຜະລິດ ໂຖປັກທູບທອງ ອານໂຮ້ຍ ເພື່ອຮັບຊົມ, ຊື້ໂຖປັກທູບທອງ ແລະ ບັນດາເຄື່ອງວັດຖຸທີ່ຮັບໃຊ້ໃຫ້ແກ່ການບູຊາ. ລູກຄ້າມາແຕ່ໄກ ທີ່ຮູ້ຈັກກັບບັນດາຮາກຖານການຜະລິດຂອງໝູ່ບ້ານອາຊີບນັ້ນ ສ່ວນຫຼາຍລ້ວນແຕ່ຜ່ານທາງສື່ອອນລາຍ ຍ້ອນເຫດນັ້ນ, ບັນດາ ໝູ່ບ້ານອາຊີບ ຈຶ່ງສາມາດຢັ້ງຢືນຄຸນນະພາບ, ຄວາມໄວ້ເນື້ອເຊື່ອໃຈຂອງຕົນໄດ້.

   ເພື່ອເຮັດອາຊີບຫັດຖະກຳທີ່ເປັນມູນເຊື້ອໃນໄລຍະທັນສະໄໝ, ບັນຫາຕ້ອງເອົາໃຈໃສ່ ແມ່ນວິທີເຮັດໃຫ້ລູກຄ້າໄດ້ສຳຜັດກັບຜະລິດຕະພັນ. ປະຈຸບັນ, ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ລ໊າຍທຽວ ຢູ່ແຂວງບິ່ງເຢືອງ ໄດ້ຮັບການຮູ້ຈັກເຖິງ ບໍ່ພຽງແຕ່ແມ່ນຍ້ອນມີຊື່ສຽງມາແຕ່ດົນນານເທົ່ານັ້ນ, ຫາກຍັງຜ່ານການວາງຂາຍໂດຍກົງຢູ່ໜ້າຮ້ານ ແລະ ສື່ສັງຄົມອອນລາຍປະເພດຕ່າງໆອີກດ້ວຍ.

ການ​ຄ້າ​ເອ​ເ​ລັກ​ໂຕ​ນິກ​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ໃຫ້​ແກ່​ບັນ​ດາ​ໝູ່​ບ້ານ​ດຳ​ເນີນ​ທຸ​ລະ​ກິດ - ảnh 2

Fanfage ຂອງໂຮງງານ ເວືອນຍາໂກມ

    ນາງ ງຽວດແອ໊ງ ຜູ້ຕາງໜ້າໂຮງງານ ເວືອນຍາໂກມ ໃຫ້ຮູ້ວ່າ: ແຕ່ກ່ອນ ມີເຖິງ 200 ຄອບຄົວຜະລິດກະປຸກອອມສິນ (ຮູບໂຕໝູ) ແຕ່ມາຮອດປະຈຸບັນມີພຽງແຕ່ 20 ຄອບຄົວເທົ່ານັ້ນ. ກ່ອນນີ້ 2, 3 ປີ, ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ລ໊າຍທຽວ ເກືອບຄືວ່າສູນຫາຍໄປໝົດແລ້ວ, ສິນຄ້າຂາຍບໍ່ໄດ້. ເມື່ອໄດ້ນຳເອົາຜະລິດຕະພັນຂຶ້ນຂາຍທາງສື່ອອນລາຍນັ້ນ, ໂຮງງານ ເວືອນຍາໂກມ ກໍ່ຄືບັນດາຄອບຄົວດຳເນີນທຸລະກິດອື່ນໆ ໄດ້ຮັບການຮູ້ຈັກຈາກລູກຄ້າຫຼາຍຄົນ ແລະ ໄດ້ຄ່ອຍໆບືນຕົວຂຶ້ນ, ຢັ້ງຢືນເຄື່ອງໝາຍການຄ້າຂອງໝູ່ບ້ານອາຊີບ. ນາງ ງວຽດແອ໊ງ ເວົ້າວ່າ:

      ເມື່ອນຳໃຊ້ສື່ສັງຄົມອອນລາຍປະເພດຕ່າງໆ, ຂໍ້ມູນທັງໝົດຂອງຜະລິດຕະພັນ, ຂອງໝູ່ບ້ານອາຊີບ ກໍ່ລ້ວນແຕ່ໄດ້ຮັບການອັບເດດ. ມັນປຽບເໝືອນດັ່ງຊ່ອງທາງເພີ່ມເຕີມ ໃຫ້ແກ່ການເຄື່ອນໄຫວຢູ່ກັບທີ່ ຂອງຕົນ ແລະ ເຮັດໃຫ້ຫຼາຍຄົນຮູ້ຈັກເຖິງອາຊີບຜະລິດເຄື່ອງປັ້ນດິນເຜົາຢູ່ ລ໊າຍທຽວ.

   ປະຈຸບັນ, ການພັດທະນາຂອງເຕັກໂນໂລຊີຂໍ້ມູນຂ່າວສານ ກຳລັງຊ່ວຍໃຫ້ຕະຫຼາດຜະລິດຕະພັນໝູ່ບ້ານອາຊີບນັບມື້ນັບໄດ້ຮັບການເປີດກ້ວາງກ່ວາ. ກ່ອນໜ້ານັ້ນ, ໝູ່ບ້ານອາຊີບເກືອບທັງໝົດ ເມື່ອຢາກແນະນຳຜະລິດຕະພັນໃຫ້ຜູ້ບໍລິໂພກ ລ້ວນແຕ່ໄດ້ອາໄສບັນດາຕະຫຼາດນັດ, ລາຍການເຊື່ອມຕໍ່ ຂອງອົງການທີ່ກ່ຽວຂ້ອງ, ແຕ່ມາໃນປະຈຸບັນ, ບັນດາຜະລິດຕະພັນເຫຼົ່ານີ້ ສາມາດຊອກຫາໄດ້ງ່າຍ ໂດຍຜ່ານບັນດາສື່ສັງຄົມອອນລາຍປະເພດຕ່າງໆ… ທ່ານຫງວຽນຫີ້ວເຟືອກ ຮອງປະທານສະຫະສະມາຄົມໝູ່ບ້ານອາຊີບຫວຽດນາມ ເນັ້ນໜັກວ່າ:

   ກ່ອນອື່ນໝົດ, ຕ້ອງຢືນຢັນວ່າ ໃນຂະບວນການມຸ່ງໄປເຖິງການຫັນເປັນທັນສະໄໝ ທີ່ກ່ຽວຂ້ອງເຖິງການຜະລິດແຈກຢາຍນັ້ນ, ບັນດາຂະແໜງອາຊີບທີ່ເປັນມູນເຊື້ອ ກໍ່ບໍ່ສາມາດຊອກຫາວິທີຮັບມືກັບຕະຫຼາດຢ່າງເໝາະສົມໄດ້. ປະຈຸບັນ, ພວກຂ້າພະເຈົ້າພວມຕັ້ງຄວາມຫວັງໄວ້ວ່າ ຈະມີຫຼາຍວິສາຫະກິດທີ່ຢູ່ໃນໝູ່ບ້ານອາຊີບ ເດີນຕາມທ່າອ່ຽງຮັບມືກັບຕະຫຼາດນັ້ນໄດ້ຢ່າງມີປະສິດທິຜົນກ່ວາ.

   ການຄ້າເອເລັກໂຕນິກໄດ້ປະກອບສ່ວນເປີດກ້ວາງຕະຫຼາດ, ທັງເພີ່ມທະວີກຳລັງແກ່ງແຍ້ງ, ຮັກສາຄວາມຮັກມັກອາຊີບໃຫ້ແກ່ລຸ້ນຕ່າງໆ ມີການປະດິດຄິດສ້າງຢ່າງບໍ່ຢຸດຢັ້ງ ເພື່ອຢັ້ງຢືນຄຸນຄ່າຜະລິດຕະພັນ. ບໍ່ພຽງແຕ່ແມ່ນເລື່ອງລາວກ່ຽວກັບການທຳມາຫາກິນ ຂອງໝູ່ບ້ານອາຊີບເທົ່ານັ້ນ, ແຕ່ວິສາຫະກິດ, ຮາກຖານການຜະລິດ ພ້ອມກັບການນຳເອົາຜະລິດຕະພັນຂຶ້ນຂາຍທາງສື່ສັງຄົມອອນລາຍ ກໍ່ໄດ້ປະກອບສ່ວນສ້າງເຄື່ອງໝາຍການຄ້າຜະລິດຕະພັນທີ່ເປັນມູນເຊື້ອ, ນຳເຄື່ອງໝາຍການຄ້າຂອງໝູ່ບ້ານອາຊີບກ້າວໄປໄກກ່ວາ.

 

 

ຕອບກັບ