ECO-HOUSE – ໂຄງ​ການ​ຂອງນັກ​ສຶກ​ສາ ໜູນ​ຊ່ວຍ​ຊາວ​ກະ​ສິ​ກອນ​ເຮັດ​ກະ​ສິ​ກຳ​ສີ​ຂຽວ

Chia sẻ
(VOVWORLD) - ໂດຍແມ່ນບັນດາຜູ້ທີ່ມີຄວາມເມົາມົວກັບວິທະຍາສາດເຕັກໂນໂລຊີ, ພັດໄດ້ກຳເນີດຈາກອູ່ເຂົ້າເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ, ຊື່ງໄດ້ມີຄວາມເຂົ້າໃຈບັນດາຄວາມຫຍຸ້ງຍາກຂອງຊາວກະສິກອນນັ້ນ, ກຸ່ມນັກສຶກສາມະຫາວິທະຍາໄລອຸດສາຫະກຳນະຄອນ ໂຮ່ຈີມິນ ໄດ້ສ້າງໂຄງການ “ມາດຕະການພື້ນຖານກະສິກຳສີຂຽວ” (ECO-HOUSE) ແນໃສ່ຊ່ວຍຊາວກະສິກອນ ໝູນໃຊ້ເຕັກໂນໂລຊີ ເພື່ອຄວບຄຸມບັນດາປັດໄຈທີ່ກ່ຽວຂ້ອງເຖິງລະດູການໄດ້.
ECO-HOUSE – ໂຄງ​ການ​ຂອງນັກ​ສຶກ​ສາ ໜູນ​ຊ່ວຍ​ຊາວ​ກະ​ສິ​ກອນ​ເຮັດ​ກະ​ສິ​ກຳ​ສີ​ຂຽວ - ảnh 1

 ບັນດານັກສຶກສາໃຊ້ເຕັກໂນໂລຊີເພື່ອຊ່ວຍຊາວກະສິກອນເພິ່ມສະມັດຕະພາບ (ພາບ: ກຸ່ມນັກສຶກສາ)

 

  ECO-HOUSE – ແມ່ນໂຄງການໄດ້ຮັບລາງວັນທີ 1 ໃນການແຂ່ງຂັນ “ນັກຮຽນ, ນັກສຶກສາກັບແນວຄວາມຄິດ startup ” ຄັ້ງທີ 5 ປີ 2023 ໂດຍກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຈັດຂຶ້ນ. ໂຄງການດັ່ງກ່າວໂດຍນັກສຶກສາ 3 ຄົນປະຕິບັດ, ຜະລິດຕະພັນຂອງກຸ່ມນັກສຶກສານີ້ ແມ່ນເຄື່ອງອຸປະກອນນ້ອຍທີ່ຕິດຕັ້ງຢູ່ເຮືອນສວນ ສົມທົບກັບໂປຼແກຼມບັນຊາຈາກໂທລະສັບ ໃນນັ້ນ ມີແອັບຄວບຄຸມບັນດາດັດຊະນີຕົວເລກສຳຄັນຄື: ອຸນຫະພູມ, ລະດັບຄວາມຊຸ່ມ, ປະລິມານນ້ຳ, ທາດບຳລຸງຂອງດິນ, ປະລິມານ N-P-K,  pH,... ….ຈາກນັ້ນ ຈຶ່ງຈະຮູ້ຈັກໄດ້ເຖິງບັນດາບັນຫາຜິດປົກກະຕິ ແລະ ເປັນເຈົ້າການໃນການແຈ້ງເຕືອນ ເພື່ອແກ້ໄຂຢ່າງທັນການ, ຊ່ວຍຊາວກະສິກອນສາມາດຫລຸດຜ່ອນຄວາມສ່ຽງໃນລະດັບຕ່ຳສຸດ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຍົກສູງສະມັດຕະພາບ ແລະ ປະຢັດນ້ຳ, ໄຟຟ້າ… ນັກສຶກສາ ໂຮ່ແທັງຮຸຍ ໃຫ້ຮູ້ວ່າ:

   ພວກນ້ອງມີກົກເຄົ້າມາຈາກຊາວກະສິກອນ, ໄດ້ກຳເນີດ ແລະ ເຕີບໃຫ່ຍຢູ່ເຂດທົ່ງພຽງແມ່ນ້ຳຂອງ. ເຖິງວ່າ ບໍ່ໄດ້ເຮັດວຽກງານກະສິກຳກໍ່ຕາມ ແຕ່ພວກນ້ອງກໍ່ ເຂົ້າໃຈໄດ້ເຖິງຄວາມລຳບາກຂອງຊາວກະສິກອນ. ນອກຈາກນັ້ນ ກໍ່ມີເພື່ອນຫຼາຍຄົນທີ່ຮຽນກະສິກຳກໍ່ພ້ອມແລ້ວທີ່ຈະຊ່ວຍພວກນ້ອງ ເພື່ອສ້າງບັນດາເຄື່ອງອຸປະກອນຊ່ວຍໃຫ້ຊາວກະສິກອນ.

ECO-HOUSE – ໂຄງ​ການ​ຂອງນັກ​ສຶກ​ສາ ໜູນ​ຊ່ວຍ​ຊາວ​ກະ​ສິ​ກອນ​ເຮັດ​ກະ​ສິ​ກຳ​ສີ​ຂຽວ - ảnh 2

ກຸ່ມນັກສຶກສາໄດ້ຮັບລາງວັນໃນວັນບຸນ start up ແຫ່ງຊາດ (ພາບ: ກຸ່ມນັກສຶກສາ)

    ໂດຍໄດ້ອີງຕາມເຕັກໂນໂລຊີໃໝ່ IoAT (ອິນເຕີເນດແບບໃໝ່) ດ້ວຍການເລືອກເຟັ້ນເປັນຫຼາຍຮູບຫຼາຍແບບ ແລະ ມີການບັນທຶກໃນການປູກຝັງນັ້ນ, ECO-HOUSE ຈະຊ່ວຍໃຫ້ຊາວກະສິກອນສາມາດຕິດຕາມກວດກາການຫົດນ້ຳ, ສະໜອງທາດບຳລຸງໃຫ້ຕົ້ນໄມ້…ແຕ່ລະລະບົບເຄື່ອງ ECO-HOUSE ຈະມີລາຄາທີ່ເໝາະສົມກັບດ້ານການເງິນ ແລະ ຄວາມຕ້ອງການຂອງເຮືອນສວນ. ນັກສຶກສາ ເລຮວ່າງມິນເຈົາ, ສະມາຊິກໃນກຸ່ມໄດ້ແບ່ງປັນວ່າ: ໂຄງການໄດ້ມຸ່ງໄປເຖິງຊາວກະສິກອນ ແລະ ບັນດາສະຫະກອນ. ປະຈຸບັນ, ໂຄງການໄດ້ທົດລອງສຳລັບການປູກຕົ້ນໝາກຖົ່ວລຽນ, ໝາກກະທັນ, ໝາກພຸກ… ຢູ່ບັນດາແຂວງ ຕຽນຢາງ, ເບັນແຈ ແລະ ສວນປູກດອກກ້ວຍໄມ້ຢູ່ແຂວງ ຫວຸ້ງເຕົາ:

  ປະຈຸບັນ, ຊາວກະສິກອນພວມເປັນກັງວົນກ່ຽວກັບການປ່ຽນແປງຈາກການນຳໃຊ້ອັນເກົ່າໄປໃຊ້ອັນໃໝ່. ດັ່ງນັ້ນ, ພວກນ້ອງໄດ້ຍົກອອກມາຕະການໂດຍອີງຕາມອັນເກົ່າ ເພື່ອພັດທະນາຕື່ມອີກ, ຫາກບໍ່ໄດ້ລົບລ້າງອັນເກົ່າໝົດເລີຍ.

     ດ້ວຍໂຄງການ ECO-HOUSE, ກຸ່ມນັກສຶກສາມີຄວາມປາດຖະໜາຢາກພັດທະນາ ແລະ ຊອກຫາລາຍຮັບຈາກຫຼາຍແຫຼ່ງ, ບໍ່ພຽງແຕ່ຈາກເຄື່ອງ ECO-HOUSE ເທົ່ານັ້ນ, ຫາກຍັງໄດ້ຮັບລາຍຮັບຈາກການໃຫ້ຄຳປຶກສາ, ສະໜອງມາດຕະການເກັບກ່ຽວຜະລິດຕະພັນກະເສດ ແລະ ຜະລິດບັນດາຜະລິດຕະພັນຊີວະພາບ ຮັບໃຊ້ກະສິກຳອີກດ້ວຍ. ນອກຈາກນັ້ນແລ້ວ, ຈາກການນຳໃຊ້ເຄື່ອງ ECO-HOUSE, ຜູ້ນຳໃຊ້ຜະລິດຕະພັນກະສິກຳ ຈະຮູ້ໄດ້ເຖິງຂັ້ນຕອນການປູກຝັງ, ຜະລິດຕະພັນນັ້ນໄດ້ປູກຢູ່ໃສ, ປະລິມານທາດບຳລຸງຂອງດິນຄືແນວໃດ, ມີທາດເຄມີໃນດິນຫຼືບໍ່…ຈາກນັ້ນ ຈະຊ່ວຍຍົກສູງມູນຄ່າຜະລິດຕະພັນກະເສດຂອງ ຫວຽດນາມ. ນັກສຶກສາ ໂຮ່ແທັງຮຸຍ ແບ່ງປັນວ່າ:

   ພວກນ້ອງເຄີຍເວົ້າແບບມ່ວນໆວ່າ: ພວກເຮົາແມ່ນຜູ້ຂາຍຜັກ, ຂາຍຜະລິດຕະພັນກະເສດ ແລະ ມີເຕັກໂນໂລຊີເພື່ອຊ່ວຍການຂາຍຜະລິດຕະພັນກະເສດນີ້. ຫວັງວ່າ ພວກນ້ອງຈະປະສົບຜົນສຳເລັດ ແລະ ໄດ້ຮັບການຕອບຮັບຈາກຕະຫຼາດ.

   ໃນຂະນະນັ້ນ, ນັກສຶກສາ ເຈິ່ນທິເຈິມ, ສະມາຊິກຂອງໂຄງການ ຍັງມີຄວາມປາດຖະໜາວ່າ ຜະລິດຕະພັນ ECO-HOUSE ນີ້ ຈະບໍ່ພຽງແຕ່ໄດ້ນຳໃຊ້ຢ່າງກ້ວາງຂວາງຢູ່ພາຍໃນປະເທດເທົ່ານັ້ນ, ຫາກຍັງໄດ້ສົ່ງອອກໄປຍັງຕ່າງປະເທດອີກດ້ວຍ:

   ນອກຈາກເລື່ອງຮັບປະກັນສົ້ນອອກສ່ວນໜຶ່ງໃຫ້ຊາວກະສິກອນ ໃນການຂາຍຜະລິດຕະພັນກະເສດປອດສານພິດ, ຍົກສູງມູນຄ່າ, ຜະລິດຕະພັນແລ້ວ, ພວກນ້ອງກໍ່ພວມມານະພະຍາຍາມພັດທະນາ ECO-HOUSE ດ້ວຍຫຼາຍຄຸນນະສົມບັດກ່ວາອີກ, ເພື່ອໃຫ້ ECO-HOUSE ບັນລຸໄດ້ບັນດາມາດຖານສາກົນ. ຈາກນັ້ນ, ຜະລິດຕະພັນ ECO-HOUSE ຈຶ່ງຈະສາມາດສົ່ງອອກໄປຫຼາຍປະເທດໄດ້.

   ຕາມທ່ານ ປອ ຫງວຽນກວກເກື່ອງ, ຮອງຫົວໜ້າພະແນກການຄ້າ-ການທ່ອງທ່ຽວ ມະຫາວິທະຍາໄລອຸດສາຫະກຳນະຄອນ ໂຮ່ຈີມິນ ແລ້ວ, ປະຈຸບັນ, ຫວຽດນາມ ໄດ້ຍູ້ແຮງການພັດທະນາລະບົບຊີວະພາບພື້ນຖານກະສິກຳດີຈີຕອນ. ດັ່ງນັ້ນ, ບັນດາໂຄງການຄື ECO-HOUSE ຈະຊ່ວຍໃຫ້ຂະແໜງກະສິກຳ ສ້າງບັນດາມູນຄ່າໃໝ່, ຫລຸດຜ່ອນຄ່າໃຊ້ຈ່າຍ, ຫລຸດຜ່ອນການກະທົບຕໍ່ສິ່ງແວດລ້ອມ, ເພີ່ມຄຸນນະພາບຂອງຜະລິດຕະພັນ, ເພີ່ມກຳໄລ ແລະ ຄວາມເພິ່ງພໍໃຈຂອງຜູ້ໃຊ້ສອຍ. ເຖິງວ່າ ECO-HOUSE ພຽງແຕ່ໄດ້ຮັບຜົນສຳເລັດໃນເບື້ອງຕົ້ນເທົ່ານັ້ນ, ແຕ່ກໍ່ໄດ້ຊ່ວຍໃຫ້ຊາວກະສິກອນ ທຳການປູກຝັງໃນຂົງເຂດຂອງຕົນໄດ້ເປັນຢ່າງດີກ່ວາ ແລະ ປົກປັກຮັກສາສິ່ງແວດລ້ອມ, ຫລຸດຜ່ອນການສວຍໃຊ້ຝຸ່ນ, ຢາຂ້າແມງໄມ້ໃນລະດັບຕ່ຳສຸດ:

    ທາງພະແນກ ການຄ້າ-ການທ່ອງທ່ຽວ ມະຫາວິທະຍາໄລອຸດສາຫະກຳນະຄອນ ໂຮ່ຈີມິນ ກໍ່ໄດ້ໃຫ້ຄຳປຶກສາດ້ານວິຊາສະເພາະ, ຈະເຮັດຈົນສຸດຄວາມສາມາດເພື່ອໃຫ້ບັນດາເພື່ອນນັກສຶກສາ ສືບຕໍ່ພັດທະນາໂຄງການນີ້ ໃຫ້ນັບມືື້ນັບສົມບູນກ່ວາເກົ່າ, ກາຍເປັນຮູບແບບໂດຍບັນດາວິສາຫະກິດຜັນຂະຫຍາຍ ແລະ ຫັນບັນດາໝາກຜົນການຄົ້ນຄ້ວາວິທະຍາສາດ ເຕັກໂນໂລຊີ ເປັນການຄ້າ (ວິສາຫະກິດ spin-off) ນຳມາເຊິ່ງມູນຄ່າຕົວຈິງໃຫ້ແກ່ປະຊາຄົມ,  ພິເສດແມ່ນປະຊາຄົມພັດທະນາກະສິກຳຕາມທິດເຕັກນິກສູງ.

  ຈຸດແຕກຕ່າງຂອງໂຄງການ ECO-HOUSE ເມື່ອທຽບກັບໂຄງການອື່ນ ແມ່ນບັນດາເພື່ອນນັກສຶກສາ ໄດ້ສຳຜັດກັບຕົວຈິງ ເພື່ອທົດລອງໃນແຕ່ລະແບບດິນ, ຊອກຮູ້ຄວາມຕ້ອງການ, ຄວາມລຶ້ງເຄີຍໃນການປູກຝັງຂອງຊາວກະສິກອນ. ດ້ວຍການຮັບ, ສະໜັບສະໜູນ ແລະ ໜູນຊ່ວຍຂອງໂຮງຮຽນ, ຊາວກະສິກອນ…ໂຄງການ ECO-HOUSE ໄດ້ຊ່ວຍບັນດາໂຄງການກະສິກຳສີຂຽວພັດທະນາໃນອະນາຄົດ, ເພື່ອພ້ອມກັນປະກອບສ່ວນໃຫ້ແກ່ການພັດທະນາກະສິກຳ, ພິເສດແມ່ນການພັດທະນາລະບົບຊີວະພາບພື້ນຖານກະສິກຳດີຈີຕອນຂອງປະເທດຊາດ./.

ຕອບກັບ