ແບ້ງກ້ວນແທງຈີ

Dieu Hong
Chia sẻ
ດັ່ງ​ທີ່​ບັນດາ​ທ່ານ​ໄດ້​ຮູ້​ແລ້ວ​ວ່າ ​ແບ້​ງກ້ວນ ​ແມ່ນ​ອາຫານ​ເຍື່ອງ​ໜຶ່ງທີ່​ຊາວ​ຫວຽດນາມ​ເຄີຍ​ກິນ​ໃນ​ຍາມ​ເຊົ້າ

ດັ່ງ​ທີ່​ບັນດາ​ທ່ານ​ໄດ້​ຮູ້​ແລ້ວ​ວ່າ ​ແບ້​ງກ້ວນ ​ແມ່ນ​ອາຫານ​ເຍື່ອງ​ໜຶ່ງທີ່​ຊາວ​ຫວຽດນາມ​ເຄີຍ​ກິນ​ໃນ​ຍາມ​ເຊົ້າ. ​ເມື່ອ​ໄດ້​ກິນ ແບ້​ງກ້ວນພ້ອມ​ກັບ​ໝູ​ຢໍ ຈຳ້​ກັບ​ນຳ້ປາ​ໂດຍ​ໃສ່​ໝາກ​ເຜັດ, ນ້ຳໝາກ​ນາວ ​ແລະ ມີ​ເຄື່ອງ​ຫອມ​ແມງ​ດາ, ຈະ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ຜູ້​ບໍລິ​ໂພ​ກ.

ແບ້ງກ້ວນແທງຈີ - ảnh 1

   ​ເວລາ8​ໂມງ​ຕອນ​ເຊົ້າ​ຂອງ​ວັນ​ອາທິດ,ຮ້ານ​ນ້ອຍໆຂາຍ ແບ້​ງກ້ວນ​ແທງ​ຈີຂອງ​ນາງ​ຮ່ວາ​ຊຶ່ງ​ຕັ້ງ​ຢູ່​ຕະຫຼາດ​ຈ້າຍ​ກັງ​ໄດ້​ມີ​ແຂກ​ມາ​ນັ່ງກິນ​ເຕັມ. ຮ້ານ​ຂາຍ ແບ້​ງກ້ວນນີ້ ມີ​ໂຕະ​ຕັ່ງ​ພຽງ 4 ຊຸດ​​ເພື່ອ​ຮັບ​ໃຊ້​ແຂກເທົ່າ​ນັ້ນ. ​ເມື່ອ​ແຂກ​ຊຸດ​ນີ້ ມາ​ກິນ​ແລ້ວ​ ກັບ​ເມືອ, ​ແຂກ​ຄົນ​ອື່ນໆ​ກໍ​ມາ​ໃໝ່​ຢ່າງ​ຕໍ່​ເນື່ອງ.  ​ ຮ້ານ​ນ້ອຍໆຂາຍ ແບ້​ງກ້ວນ​ແທງ​ຈີຂອງ​ນາງ​ຮ່ວາ​ ​ແມ່ນ​ຮ້ານ​ທີ່​ລຽບ​ງາຍ​ທີ່​ສຸດ, ຢູ່​ເທິ່ງປະຕ​ູໃຫຍ່ໜ້າ​ບ້ານ ​ແມ່ນ​ແຜ່ນ​ປ້າ​ຍດ້ວຍ​ແຖວ​ຕົວ​ໜັງສື “ແບ້​ງກ້ວນ​ແທງ​ຈີ”ຊຶ່ງ​ເປັນ​ການ​ບອກ​ເຕືອນ​ວ່າ ຢູ່​ຮ້ານ​ນີ້​ມີ ແບ້​ງກ້ວນຂາຍ. ນາງ ຮ່ວາປີ​ນີ້​ມີ​ອາຍຸກວ່າ 40 ປີ​ແລ້ວ, ນາງ​ໄດ້​ປະກອບ​ອາຊີບ​ຂາຍ ແບ້​ງກ້ວນ​ຢູ່​ຕະຫຼາດ​ແຫ່ງ​ນີ້​ໄດ້​ເກືອບ 10 ປີ​ແລ້ວ. ​ແຕ່​ລະ​ມື້, ນາງ​ພ້ອມ​ກັບ​ຜົວ​ຂາຍ ແບ້​ງກ້ວນ ຮັບ​ໃຊ້​ແຂກ, ​ໃນ​ມື້​ພັກ, ກໍ​ມີ​ລູກ 2 ຄົນມາ​ຊ່ວຍ​ພໍ່​ແມ່​ຮັບ​ໃຊ້​ແຂກ.

       ມື​ໃສ່​ສົບ​ມື​ດ້ວຍ​ຢ່າງ​ນີລອນ, ນາງ​ຮ່ວາ​​ເອົາ​​ແຜ່ນແບ້​ງກ້ວນບ່າງໆ ​ໃຫຍ່​ຊຳ່ຝາ​ມື ຕັດ​ໃສ່​ຈານ, ​ແລ້ວ​ເອົາ ​ຂົ້ວຫົວ​ຜັກຫອມ​ບົວ​ແຫ້ງ​​ໃສ່ຕື່ມ ພ້ອມ​ດ້ວຍ​ຜັກຫອມຕື່ມ​ອີກ. ມີ​ແຂກ​ຫຼາຍ​ຄົນ ກໍ​ມັກ​ເອົາຂົ້ວຫົວ​ຜັກຫອມ​ບົວ​ແຫ້ງ​​​ໃສ່​ນຳ້​ຈິ້ມພ້ອມ​ດ້ວຍ​ໝູ​ຢໍຕື່ມ​ອີກ. ​ແຕ່​ລະ​ມື້, ​ໃນ​ເວລາ 6 ​ໂມງ​ເຊົ້າ, ນາງ​ຮ່ວາ​ເລີ່​ມ​ເປີດ​ປະຕູ​ຮ້ານ​ເພື່ອ ຂາຍແບ້​ງກ້ວນ​ຮັບ​ໃຊ້​ແຂກ, ​ແຕ່​ຮອດ 9 ​ໂມງ, ຮ້ານ​ຂອງ​ນາງ​​ໄດ້​ຂາຍ ແບ້​ງກ້ວນ​​ເກືອບ​ໝົດ. ນາງ​ຮ່ວາ ​ແມ່ນ​ຊາວບ້ານ​ແທງ​ຈີ ​ເມືອງ ຮ່ວາງ​ມາຍ, ຮ່າ​ໂນ້ຍ. ​ເພື່ອ​ມີ ແບ້​ງກ້ວນ​ຂາຍ​ໃນ​ຍາມ​ເຊົ້າ​ແຕ່​ລະ​ມື້, ນາງ​ພ້ອມ​ດ້ວຍ​ຄອບຄົວຕ້ອງກະກຽມ​ແຕ່​ຕອນ​ຄຳ່​ຂອງມື້ກ່ອນ. ອ້າຍ​ລອງ ຜູ້​ເປັນ​ຜົວ​ຂອງ​ນາງ​ຮ່ວາ​ໃຫ້​ຮູ້​ວ່າ:

   “ຕ້ອງ​ເລືອກ​ເອົາ​ເຂົ້າສານ​ຊະນິດ​ເມື່ອ​ຫຸ້ງ​ເຂົ້າ​ຕ້ອງ​ແຫ້ງ, ບໍ່​ຄວນ​ເລືອກ​ເອົາ​ຊະນິດ​ໜຽວ​ເດີ. ກ່ອນ​ທີ່​ຈະ​ບົດເຂົ້າສານ, ຕ້ອງ​ໝ່າ​ເຂົ້າປະມານ 3 ຊົວ​ໂມງ, ​ແລ້ວ​ປະ​ໃຫ້​ແຫ້ງ, ຕໍ່​ຈາກ​ນັ້ນ ຈຶ່ງ​ນຳ​ໄປ​ບົດ. ​ເມື່ອ​ບົດ​ແລ້ວ, ກໍ​ຕ້ອງ​ຕື່ມ​ແປ​ງ້ມັນ​ອີກ​ໜ້ອຍ​ໜຶ່ງ ຈຶ່ງ​ຈະ​ພາ​ໃຫ້ ແບ້​ງກ້ວນ​ ຂາວ ​ແລະ ໜຽວ​ກວ່າ​. ”

   ແບ້​ງກ້ວນທີ່​ຫາ​ກໍ​ຖືກ​ໜຶ້ງ, ຕ້ອງ​ວາງ​ເທິ່ງ​ໃບຕອງ​ກ້ວຍ, ​ແລ້ວ​ເອົາ ຂົ້ວຫົວ​ຜັກຫອມ​ບົວ​ແຫ້ງ​​​ໃສ່​ເທິ່ງ ​ເພື່ອ​​ເຮັດ​ໃຫ້ ແບ້​ງກ້ວນມີ​ກິນ​ຫອມ. ມື້​ໃດ​ກໍ​ເຊັ່ນ​ດຽວ​ກັນ, ຮ້ານ​ຂາຍ ແບ້​ງກ້ວນ​ແທງ​ຈີຂອງ​ນາງ​ຮ່ວາ​ ກໍ​ສາມາດ​ຂາຍ ແບ້​ງກ້ວນ ​ໄດ້ 50 ​ໂລ. ນອກຈາກ​ຂາຍ​ຢູ່​ເຮືອນ​ແລ້ວ, ນາງ​ຮ່ວາ​ຍັງ​ຂາຍ​ສົ່ງ​ໃຫ້​ບັນດາ​ພັດທະ​ຄານ ​ແລະ ​ໂຮງ​ແຮມ​ອີກ​ດ້ວຍ.    ນາງ​ຮ່ວາ ​ເວົ້າ​ວ່າ : 

  “ອາ​ຊີ​ບຂາຍ ແບ້​ງກ້ວນ ຂອງ​ຂ້າພະ​ເຈົ້າ ​ແມ່ນ​ສືບ​ທອດ​ມາ​ໃນ​ວົງ​ຕະກູນ. ຮອດ​ລຸ່ນນາງ​ຮ່ວາ ​ແມ່ນ​ຄົນ​ລຸ່ນທີ 4 ​ແລ້ວ. ອາ​ຊີ​ບຂາຍ ແບ້​ງກ້ວນ ກໍ​ສາມາດ​ນຳ​ມາ​ເຊິ່ງລາຍຮັບ​ໃຫ້​ທຸກໆ​ຄົນ​ໃນ​ຄອບຄົວ. ​ເຖິງ​ວ່າ ລາຍ​ຮັບ​ບໍ່​ສູງ, ​ແຕ່​ກໍ​ໄດ້​ຮັບ​ເປັນ​ປົກກະຕິ”

   ​ແຕ່ລະ​ເດືອນ, ລາຍ​ຮັບ​ຈາກ​ການ​ຂາຍ ແບ້​ງກ້ວນຂອງ​ຄອບຄົວ​ນາງ​ແມ່ນ​ 20 ລ້ານ​ດົງ ​ເທົ່າ​ກັບ 8 ລ້ານ​ກີບ.  ສ່ວນ​ລຸງ ຈູ​ຕ້ຽນ​ແຮງ ທັງ​ແມ່ນ​ຜູ້​ຢູ່ບ້ານ​ໃກ້​ຄຽງ​, ທັງ​ແມ່ນ​ແຂກ​ມາ​ກິນ​ປະຈຳ​ໃຫ້​ຮູ້​ວ່າ : 

  “ຕອນ​ເຊົ້າ​ໄດ້​ກິນ ແບ້​ງກ້ວນ​ແທງ​ຈີຢູ່​ຮ້ານ​ນີ້​ແມ່ນ​ແຊບ​ຫຼາຍ. ຕາມ​ຂ້າພະ​ເຈົ້າ​ແລ້ວ, ແບ້​ງກ້ວນ​ຈະ​ແຊບ​ຫຼື​ບໍ່ ​ແມ່ນ​ຂຶ້ນ​ກັບ​ນຳ້​ຈິ້ມ, ຕ້ອງ​ເອົາ ຂົ້ວຫົວ​ຜັກຫອມ​ບົວ​ແຫ້ງ​ໃສ່​ນຳ້​ຈິ້ມ ກໍ​ແຊບ​ຫຼາຍ”

     ສ່ວນ​ນາງ ຢາງ ​ແຂກ​ເຄີຍ​ມາ​ກິນ ແບ້​ງກ້ວນຢູ່​ຮ້ານ​ນາງ​ຮ່ວາ​ເປີດ​ເຜີຍ​ວ່າ : 

   “ຂ້າພະ​ເຈົ້າ​ເຫັນ​ວ່າ ແບ້​ງກ້ວນຢູ່​ຮ້ານ​ນີ້ ​ແຊບ​ກວ່າ​ເມື່ອ​ທຽບ​ໃສ່ຮ້ານອື່ນ, ພິ​ເສດ​ຢູ່​ຮ້ານ​ນີ້, ມີ​ແມງ​ດາ​ປີ້ງ​ທັງ​ໂຕ ​ໃສ່​ນຳ້​ຈິ້ມ, ດັ່ງ​ນັ້ນ ກໍ​ຫອມ​ກວ່າ​ນຳ້​ຈິ້ມຂອງຮ້ານອື່ນໆ​ທີ່​ໃສ່​ຫົວ​ນ້ຳ​ຫອມ”

                          ----------------------------------

   ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ! ຖ​້າທ່ານ​ຢາກ​ປຸງ​ແຕ່ງ ແບ້​ງກ້ວນ ​ໃຫ້ 4 ຄົນກິນນັ້ນ, ກໍ​ຄວນ​ກະກຽມວັດຖຸ​ດິບ​ດັ່ງ​ນີ້:

-       ​ແປ້ງ​ເຂົ້າສານ 0, 2 ​ໂລ

-        ​ເຄື່ອງ​ຫອມ​ລວມມີ : ນຳ້ປາ, ຂົ້ວຫົວ​ຜັກຫອມ​ບົວ​ແຫ້ງ​​, ນຳ້​ສົ້ມ, ້ໝາກ​ນາວ, ໝາກ​ເຜັດ.

  ການ​ປຸງ​ແຕ່ງ: ​ເອົາ​ແປ້ງ​ເຂົ້າສານ,​ ພ້ອມ​ດ້ວຍ​ແປ້ງມັນ​ໜ້ອຍ​ໜຶ່ງ​ໃສ່​ຖ້ວຍ​ໃຫຍ່, ​ແລ້ວ​ກໍ​ຖອກ​ນຳ້​ໃສ່​ຈົນ​ໜຽວ. ປະ​ໄວ້​ປະມານ 5 ນາທີ, ​ແລ້ວ​ກໍ​ເອົາ​ນຳ້ມັນ​ພືດ​​ໃສ່​ໜ້ອຍໜຶ່ງ, ​ແລ້ວ​ກໍ​ໃຊ້​ຈອງ​ຕັກ​ເອົາ​ໃສ່​ໝໍ້​ເພື່ອ​ໜຶ້ງ. ​ເມື່ອ ແບ້​ງກ້ວນ ສຸກ​ແລ້ວ, ກໍ​ໃຊ້​ໄມ້​ຖູ່​ເອົາ​ຂຶ້ນ​ໃສ່​ຈານ. ສຸດ​ທ້າຍ​ບັນດາ​ທ່ານ​ຕ້ອງ​ແຕ່ງ​ນຳ້​ຈິ້ມ ດ້ວຍ​ນຳ້ປາ, ນຳ້ຕານ, ໝາກ​ເຜັດ, ໝາກ​ນາວ, ຖ້າ​ມີ​ປີ້ງ​ແມງ​ດາ​ໃສ່​ຕື່ມ​ກໍ​ຍິ່ງ​ຫອມ. ຫວັງ​ວ່າ ພວກ​ທ່ານ​ຈະ​ກິນ​ແຊບ.

ຕອບກັບ