ຢໍເປືອກແຄະ

Tran Tuan
Chia sẻ
(VOVWORLD) -ຢໍເປືອກແຄະແມ່ນເຍື່ອງອາຫານພື້ນເມືອງ ແລະ ມັກມີໃນຄາບເຂົ້າຂອງຊາວຫວຽດນາມ, ດ້ວຍລົດຊາດຫອມ, ແຊບ, ເຂັ້ມຂຸ້ນ ແລະ ກິນງ່າຍ, ຢໍເປືອກແຄະ ໄດ້ດຶງດູດຄວາມສົນໃຈຂອງຜູ້ຮັບປະທານທັງຢູ່ພາຍໃນ ແລະ ຕ່າງປະເທດໄດ້ຫຼາຍທີ່ສຸດ.
ຢໍເປືອກແຄະ - ảnh 1

ຢໍເປືອກແຄະ

      ເວລາ 6 ໂມງເຊົ້າຂອງມື້ລະດູໃບໄມ້ຫຼົ່ນ, ຮ້ານນ້ອຍຂອງແມ່ເຖົ້າ ຫງວຽນທິແທັງ ຕັ້ງຢູ່ຄຸ້ມຖະໜົນ ກວານເຍິນ, ຮ່າໂນ້ຍ ໄດ້ມີຄົນທຽວເຂົ້າ-ອອກຢ່າງຄັບຄາໜາແໜ້ນ. ຮ້ານທາດ້ວຍປູນຂາວ, ມຸງດ້ວຍດິນຂໍສີແດງ, ໄດ້ກໍ່ສ້າງມາແຕ່ຊຸມປີ 90 ໃນສະຕະວັດແລ້ວນີ້ ມີຄວາມໂດດເດັ່ນດ້ວຍແຜ່ນປ້າຍສີແດງທີ່ມີແຖວຕົວໜັງສືຂຽນວ່າ: “ຢໍພື້ນເມືອງ” ໄດ້ຕັ້ງໄວ້ຢູ່ໃກ້ກັບທາງເຂົ້າ. ບໍລິເວນຮ້ານກວ້າງພຽງ 8 ຕາແມັດ, ເບື້ອງທາງໃນຂອງປະຕູເຂົ້າ-ອອກແມ່ນໂຕະໄມ້ໜ່ວຍໜຶ່ງ, ຢູ່ເທິງໂຕມີຕູ້ແກ້ວໜ່ວຍໜຶ່ງທີ່ບັນຈຸບັ້ງຢໍເປືອກແຄະ, ຢໍຊີ້ນ, ຢໍຫູໝູທີ່ຍັງຮ້ອນໆຢູ່.

        ແມ່ຕູ້ ແທັງ ປີນີ້ມີອາຍຸກວ່າ 70 ປີແລ້ວ ແຕ່ເບິ່ງຄືວ່າຍັງແຂງແຮງ ແລະ ຄ່ອງແຄ້ວຢູ່. ຄອບຄົວແມ່ເຖົ້າຕູ້ ມີມູນເຊື້ອເຮັດຢໍເປືອກແຄະ ມາໄດ້ 4 ເຊັ່ນຄົນແລ້ວ. ປະຈຸບັນອາຍຸກໍ່ສູງຫຼາຍແລ້ວ ແມ່ເຖົ້າ ແທັງ ມີແຕ່ເປັນຜູ້ຂາຍເທົ່ານັ້ນ, ສ່ວນອາຊີບເຮັດຢໍນັ້ນ ໄດ້ຖ່າຍຖອດໃຫ້ ອາວ ກວາງ ເຊິ່ງແມ່ນລູກຊາຍຜູ້ທີ່ສອງ. ເມື່ອຄິດຄືນກ່ຽວກັບການເຮັດຢໍເປືອກແຄະກ່ອນນີ້ 20 ປີ, ແມ່ຕູ້ ແທັງ ໃຫ້ຮູ້ວ່າ:

        ແຕ່ກີ້, ກ່ອນຈະເຮັດຢໍເປືອກແຄະ, ຕ້ອງໄດ້ໄປຊື້ຊີ້ນທີ່ແຊບ, ສົດ, ນຸ້ມ ເມື່ອເອົາມືຈັບຮູ້ສຶກວ່າເປັນສີໜຽວໆໜ້ອຍໜຶ່ງ ຈຶ່ງບັນລຸມາດຕະຖານວ່າ ແມ່ນຊີ້ນແຊບ. ໝູໂຕໜຶ່ງ ຈະເອົາແຕ່ຊີ້ນກົ້ນ ແລະ ຊີ້ນສັນເທົ່ານັ້ນມາເຮັດຢໍ, ລືບນ້ຳມັນອອກໝົດ, ຊອຍເປັນຕ່ອນປະມານເຄິ່ງຂີດ ເພື່ອເອົາມາຕຳ. ນ້ຳປາຕ້ອງແມ່ນຊະນິດທີ່ແຊບ, ອາດຈະໃຊ້ນ້ຳປາ ຝູກ໊ວກ ກໍ່ໄດ້ ຫຼື ນ້ຳປາມູນເຊື້ອ, ເອົາມາຟ່າໃສ່ກັບນ້ຳດ້ວຍອັດຕາສ່ວນ ເຄິ່ງຕໍ່ເຄິ່ງ. ນອກຈາກນັ້ນ ຄວນກະກຽມໝາກພິກໄທ, ເກືອ, ແປ້ງນົວ ແລະ ເປືອກແຄະບົດ

       ປະຈຸບັນ, ເຄື່ອງກົນຈັກໄດ້ທົດແທນໃຫ້ກຳລັງແຮງງານທີ່ເຮັດດ້ວຍມືຂອງມະນຸດແລ້ວ, ໄດ້ມີຈັກບົດ ທີ່ປະຕິບັດວຽກງານການຕຳຊີ້ນ ແລະ ອາຊີບຕຳຊີ້ນ ກໍ່ຄືເຕັກນິກໃນການຕຳຢູ່ບັນດາຮາກຖານການຜະລິດທີ່ເປັນມູນເຊື້ອ ໄດ້ຄ່ອຍໆສູນຫາຍໄປ. ອາວກວາງ ໃຫ້ຮູ້ວ່າ:

        ເພື່ອເຮັດຢໍເປືອກແຄະໃຫ້ໄດ້ 1 ກິໂລກຼາມນັ້ນ ແມ່ນລຳບາກພໍສົມຄວນ, ຕ້ອງຕຳຊີ້ນດ້ວຍມື. ເມື່ອເລີ່ມຕົ້ນຕຳນັ້ນ ຕ້ອງຕຳໃຊ້ແຮງທັ່ງລົງ, ຊີ້ນມຸ່ນແດ່ແລ້ວຈຶ່ງປ່ຽນມາໃຊ້ສອງສາກຕຳຢ່າງຕໍ່ເນື່ອງ, ຕຳຈົນຮອດເມື່ອໃດຊີ້ນໜຽວ, ແຫຼກແຫຼວດີແມ່ນໄດ້. ຕຳຊີ້ນ 1 ກິໂລກຼາມ ຕ້ອງແບ່ງອອກເປັນ 3 ຄົກ, ແຕ່ລະຄົກປະມານ 3 ຂີດ.

        ຂ້າງຮ້ານຂາຍຢໍເປືອກແຄະແມ່ນທາງຮ່ອມນ້ອຍ, ຍ່າງເຂົ້າໄປເລິກປະມານ 10 ແມັດ ແມ່ນບ່ອນຜະລິດຢໍຂອງຄອບຄົວແມ່ເຖົ້າ ແທັງ. ເຄື່ອງມື, ວັດຖຸອຸປະກອນຮັບໃຊ້ໃຫ້ແກ່ການເຮັດຢໍ ແມ່ນໄດ້ເກັບມ້ຽນໄວ້ຕ່າງຫາກ ແລະ ຈັດວາງໄວ້ຢ່າງເປັນລະບຽບ. ອາວ ກວາງ ໄດ້ເອົາຊີ້ນອອກມາ, ຊີ້ນແຕ່ລະກ້ອນນັ້ນມີນ້ຳໜັກ ປະມານ 4 ກິໂລກຼາມ, ລ້າງໃຫ້ສະອາດ, ປະໃຫ້ສະເດັດນ້ຳ, ຊອຍຊີ້ນເປັນບ່ອນຊ່ຳເຄິ່ງໜຶ່ງຂອງກັບໄມ້ຂີດໄຟ. ຫຼັງຈາກນັ້ນ, ໄຈ້ອອກເປັນແຕ່ລະຕ່ອນແລ້ວເອົາໃສ່ເຄື່ອງບົດ.

        ເຮັດຢໍແມ່ນແຕກຕ່າງກັບການປຸງແຕ່ງເຍື່ອງອາຫານອື່ນ, ເມື່ອບົດຊີ້ນຈຶ່ງແມ່ນເວລາເອົາເຄື່ອງປຸງລົດໃສ່ຄື: ນ້ຳປາ, ເກືອ, ແປ້ງນົວ, ໝາກພິກໄທ ແລະ ແປ້ງແຄະ ເພື່ອໃຫ້ເຄື່ອງປຸງນັ້ນຊຶມເຂົ້າຊີ້ນສະເໝີກັນ. ເມື່ອເຫັນຊີ້ນບົດມີສີຂາວບົວ, ໜຽວຕິເຂົ້າກັນ ແມ່ນບັນລຸຕາມຄວາມຕ້ອງການ. ທັງບົດທັງໃສ່ໃຈ ເພາະວ່າຖ້າບົດແຫຼກເກີນໄປ ຈະເຮັດໃຫ້ໍເສຍລົດຊາດ. ຕາມປົກກະຕິແລ້ວ ເພື່ອເຮັດຢໍເປືອກແຄະໃຫ້ໄດ້ 1 ກິໂລກຼາມນັ້ນ ແມ່ນໃຊ້ຊີ້ນ 1,2 ກິໂລ

        ພາຍຫຼັງບົດຊີ້ນແລ້ວ ເອົາມາຖອກໃສ່ພາ. ອາວ ກວາງ ໃຊ້ ມ້ວນ ທີ່ເຮັດດ້ວຍ ອີນອັກ ເປັນຮູບບັ້ງ, ທາງໃນເປົ່າຫວ່າງ ແລະ ສາມາດປິ່ນໄດ້. ຫຼັງຈາກນັ້ນ, ເອົາມ້ວນໃສ່ໃນເຕົາປີ້ງ, ທາງກ້ອງໃຊ້ແກັດ. ອາວ ກວາງ ໃຊ້ໄມ້ຖູ່ໃຫຍ່ທາຊີ້ນໃສ່ອ້ອມຕາມ ມ້ວນ, ທັງປິ່ນທັງທາ.

        ສະເພາະຂັ້ນຕອນປີ້ງຢໍເປືອກແຄະນີ້ ຕົນເອງຕ້ອງທາຊີ້ນໃສ່ເປັນແຕ່ລະເທື່ອ, ທາໝົດເທື່ອໜຶ່ງແລ້ວ ເມື່ອເຫັນວ່າຊີ້ນຫົດເຂົ້າຈຶ່ງທາໃສ່ອີກເທື່ອໃໝ່, ເຮັດແນວນັ້ນໄປຈົນໃຫ້ຊີ້ນເຕັມມ້ວນ. ເມື່ອປີ້ງຢໍໃກ້ຈະແຫ້ງແລ້ວ ຕົນເອງຈຶ່ງເລີ່ມໃຊ້ນ້ຳອົບທາໃສ່ທາງເບື້ອງນອກ ເພື່ອໃຫ້ມີສີເຫຼືອງງາມຕາ ແລ້ວກໍ່ສືບຕໍ່ປິ່ນຕໍ່ໄປ. ເມື່ອເຫັນເບື້ອງ ນອກຂອງຢໍໂພງຂຶ້ນ, ແມ່ນຢໍ ສຸກແລ້ວ

        ການປະສົມປະສານລະຫວ່າງຊີ້ນໝູ ແລະ ນ້ຳປາ ໄດ້ສ້າງເປັນລົດຊາດທີ່ຕິດອົກຕິດໃຈ, ເມື່ອຊີມເບິ່ງຢໍທີ່ມີສີເຫຼືອງອ່ອນຍັງຮ້ອນໆ, ມີກິ່ນຫອມທີ່ເປັນເອກະລັກສະເພາະຂອງຊີ້ນໝູ ກັບກິ່ນຫອມຂອງເປືອກແຄະ ໄດ້ປະສົມກົມກຽວເຂົ້າກັນກາຍເປັນລົດຊາດທີ່ເປັນເອກະລັກສະເພາະ. ຕາມປົກກະຕິແລ້ວ ຢໍເປືອກແຄະ ແມ່ນກິນກັບ ເຂົ້າໜົມໄຢ່, ເຂົ້າໜຽວ, ເຂົ້າຈ້າວ,  ບັນກວນ.

        ສະເລ່ຍແລ້ວມື້ໜຶ່ງ ຄອບຄົວຂອງແມ່ຕູ້ ແທັງ ຜະລິດຢໍເປືອກແຄະສົ່ງອອກຂາຍໃນທ້ອງຕະຫຼາດ ແມ່ນແຕ່ 10-15 ກິໂລກຼາມ, ດ້ວຍລາຄາກິໂລໜຶ່ງແມ່ນ 130.000-150.000 ດົ່ງ. ເມື່ອຫັກລາຍຈ່າຍອອກແລ້ວ, ແຕ່ລະເດືອນ ຄອບຄົວມີລາຍຮັບແຕ່ 15-20 ລ້ານດົ່ງ.

        ຖ້າຫາກເພື່ອນຢາກເຮັດຢໍເປືອກແຄະໃຫ້ຄອບຄົວຄົວກິນ, ເພື່ອນຕ້ອງເຮັດຕາມຂັ້ນຕອນດັ່ງລຸ່ມນີ້:

·      ກະກຽມວັດຖຸດິບ

·      ຊີ້ນສັນ ຫຼື ຊີ້ນກົ້ນໝູ      1 ກິໂລກຼາມ

·      ແປ້ງແຄະ                  10 ກຼາມ

·      ນ້ຳປາແຊບ                50 ມິນລີລິດ

·      ເກືອ, ນ້ຳຕານ, ແປ້ງນົວ, ໝາກພິກໄທ

·      ວິທີເຮັດ:

·      ບາດກ້າວທີ1: ລ້າງຊີ້ນມູໃຫ້ສະອາດ, ປະໃຫ້ສະເດັດນ້ຳ ຫຼັງຈາກນັ້ນຊອຍຊີ້ນເປັນຕ່ອນນ້ອຍ.

·      ບາດກ້າວທີ2: ເອົາຊີ້ນໃສ່ຈັກບົດພ້ອມກັບເກືອ, ແປ້ງນົວ, ນ້ຳປາ, ໝາກພິກໄທ, ແປ້ງແຄະ, ບົດຈົນໃຫ້ຊີ້ນເປັນສີຂາວບົວ, ໜຽວ ແມ່ນໄດ້

ບາດກ້າວທີ3: ເອົາຊີ້ນທີ່ບົດນັ້ນໃສ່ໝໍ້ ໜຶ້ງປະມານ 30 ນາທີ, ຫຼັງຈາກນັ້ນເອົາໄປປີ້ງ ດ້ວຍໄຟອ່ອນໆ ຈົນຮອດຍາມໃດຢໍສຸກ ແລະ ເປັນສີເຫຼືອງອ່ອນສະເໝີກັນ ແມ່ນໄດ້. ລໍຖ້າໃຫ້ຢໍເຢັນ, ປາດໃສ່ຈານ ແລະ ພ້ອມກັນຮັບປະທານ. ຫວັງວ່າພວກເພື່ອນຈະເຮັດກິນແຊບ.

ຕອບກັບ