ເຍື່ອງອາຫານເຂົ້າໜົມແປ້ງມັນ

Dieu Hong
Chia sẻ
ເຂົ້າ​ໜົມ​ແປ້ງ​ມັນແມ່ນ​ເຂົ້າ​ໜົມ​ຊະ​ນິດ​ທີ່​ເຮັດ​ດ້ວຍແປ້ງ​ມັນ, ເມື່ອ​ໜຶ້ງ​ສຸກ, ຊັ້ນ​ນອກ​ທີ່​ເຮັດ​ດ້ວຍແປ້ງ​ມັນແມ່ນ​ໃສ​ທີ່​ສຸດ, ເຮັດ​ໃຫ້​ຜູ້​ບໍ​ລິ​ໂພກ​ສາ​ມາດ​ເຫັນ​ໄສ້​ຂອງເຂົ້າ​ໜົມ

ເຂົ້າ​ໜົມ​ແປ້ງ​ມັນແມ່ນ​ເຂົ້າ​ໜົມ​ຊະ​ນິດ​ທີ່​ເຮັດ​ດ້ວຍແປ້ງ​ມັນ, ເມື່ອ​ໜຶ້ງ​ສຸກ, ຊັ້ນ​ນອກ​ທີ່​ເຮັດ​ດ້ວຍແປ້ງ​ມັນແມ່ນ​ໃສ​ທີ່​ສຸດ, ເຮັດ​ໃຫ້​ຜູ້​ບໍ​ລິ​ໂພກ​ສາ​ມາດ​ເຫັນ​ໄສ້​ຂອງເຂົ້າ​ໜົມ​. ໄສ້​ຂອງເຂົ້າ​ໜົມ​ແປ້ງ​ມັນ ກໍ​ເຄີຍ​ປຸງ​ແຕ່ງ​ດ້ວຍ​ກຸ້ງ​ພ້ອມ​ກັບ​ຊີ້ນ​ໝູ ແລະ ເກືອ. ເຂົ້າ​ໜົມ​ແປ້ງ​ມັນຖືກ​ຫໍ່​ດ້ວຍ​ໃບ​ຕອງ​ກ້ວຍຫຼືບໍ່​ຫໍໍ່​ກໍ​ໄດ້, ແລ້ວ​ກໍໜຶ້ງໃຫ້​ສຸກ. ນີ້​ແມ່ນເຍ​ື່ອງ​ອາ​ຫານມີ​ຢູ່​ທົ່ວ​ໄປ​ໃນ​ບັນ​ດາ​ແຂວງ​ຕອນ​ເໜືອ​ຂອງ​ພາກ​ກາງ​ຫວຽດ​ນາມ, ພິ​ເສດ​ແມ່ນ​ນະ​ຄອນ​ເຫ້ວ. ປະ​ຈຸ​ບັນ, ​ອາ​ຫານເຍ​ື່ອງນີ້​ໄດ້​ປະ​ກົດ​ມີ​ຢູ່​ທຸກ​ແຫ່ງ​ໃນ​ທົ່ວ​ປະ​ເທດຍ​້ອນ​ຄວາມ​ແຊບ​ຂອງ​ມັນ ແລະ ແທດ​ເໝາະ​ກັບ​ຄວາມ​ນິ​ຍົມ​ຂອງຫຼາຍໆ​ຄົນ​. ຢູ່​ຮ່າ​ໂນ້ຍ, ຮ້ານ​ຂາຍເຂົ້າ​ໜົມ​ແປ້ງ​ມັນ​ຂອງ​ນາງ ແທງ, ເຖິງວ່າ​ພຽງ​ແຕ່ແມ່ນ​ຮ້ານ​ຂາຍ​ບົນ​ທາງຍ​່າງ​ກໍ​ຕາມ, ແຕ່​ມີ​ຜູ້​ຄົນ​ມາ​ກິນ​ຢ່າງຫຼວງຫຼາຍ.

 

ເຍື່ອງອາຫານເຂົ້າໜົມແປ້ງມັນ - ảnh 1
ເຍື່ອງອາຫານເຂົ້າໜົມແປ້ງມັນ

       ແຕ່ 5 ປີ​ມານີ້, ຮອດ​ເວ​ລາ​ປະ​ມານ 3 ໂມງ​ເຄິ່ງ​ໃນແຕ່​ລະ​ວັນ, ນາງແທງ​ກໍ​ເລີ່ມ​ກະ​ກຽມ​ຂາຍ​ເຂົ້າ​ໜົມ. ນາງ​ຂາຍ​ບົນທາງ​ຍ່າງ​ໃນຖະ​ໜົນ ຫຼີ​ເທື່ອງ​ກຽດ, ຮ່າ​ໂນ້ຍ, ຮ້ານ​ຂອງນາງ ພຽງ​ແຕ່​ແມ່ນ​ລົດເຂັນ 3 ລໍ້​ຄັນ​ໜຶ່ງພ້ອມ​ດ້ວຍ​ໂຕະ​ນ້ອຍ​ໜ່ວຍ​ໜຶ່ງຍາວ​ປະ​ມານ 1 ແມັດ. ນອກ​ຈາກວັດ​ຖຸ​ດິບ​ບາງ​ຢ່າງ​ທີ່​ວາງ​ເທິງ​ໜ້າ​ໂຕະ​, ມີ​ເຕົາ​ແກັ​ສ​ນ້ອຍ​ຖືກວາງ​ກ້ອງ​ໂຕະ. ຂ້າງເຕົາ​ແກັ​ສ ແມ່ນ​ໝໍ້ເຂົ້າ​ໜົມ​ແປ້ງ​ມັນ​ພວມ​ສຸກ​ຮ້ອນ. ນາງ​ແທງ​ເປີດ​ເຜີຍ​ວ່າ : 

     “ ຂ້າ​ພະ​ເຈົ້າ​​ກິນເຂົ້າ​ໜົມ​ແປ້ງ​ມັນຄັ້ງ​ທຳ​ອິດ​ແມ່ນ​ຄາວ​ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ 15 ປີ, ເມື່ອ​ໄດ້​ກິນ​ເທື່ອ​ທຳ​ອິດ, ຂ້າ​ພະ​ເຈົ້າ​ຕິດ​ເລີຍ, ດັ່ງ​ນັ້ນ​ເມື່ອ​ມີ​ແຜນເປີດ​ຮ້ານ​ອາ​ຫານ, ຂ້າ​ພະ​ເຈົ້າ​ຄິດ​ເລີຍເຖິງເຂົ້າ​ໜົມ​ແປ້ງ​ມັນ. ເມື່ອ​ຫໍ່ເຂົ້າ​ໜົມ​ ກໍ​ຕ​້ອງ​ມີ​ຄວາມ​ຄ່ອງ​ແຄ້​ວ, ຕ້ອງ​ຮີດ​ແປ້ງ​ໃຫ້​ບາງໆ ແລະ ສະ​ໝ່ຳ​ສະ​ເໝີ, ຈຶ່ງ​ເຮັດ​ໃຫ້ເຂົ້າ​ໜົມ​ງາມ​ຕາ. ເຂົ້າ​ໜົມ​ຊະ​ນິດນີ້ ມີ​ຄວາມ​ດູດ​ດື່ມ​ຢູ່​ບ່ອນ​ວ່າ ເມື່ອ​ໜຶ້ງ​ໃຫ້​ສຸກ, ກໍ​ສາ​ມາດ​ເຫັນ​ໄດ້​ໄສ້​ຂອງ​ມັນ, ເພາະ​ສະ​ນັ້ນ, ຂັ້ນ​ຕອນ​ປຸງ​ແຕ່ງ​ໄສ້​ຂອງ​ມັນ ກໍ​ຕ້ອງ​ເຮັດ​ຢ່າງລະ​ອຽດ, ເປັນ​ຕົ້ນ​ແມ່ນ​ການ​ປຸງ​ແຕ່ງ​ກຸ້ງ, ຕ້ອງ​ເລືອກ​ເອົາ​ກຸ້ງ​ສົດ, ທຸກ​ໂຕ​ຕ້ອງ​ສະ​ເໝີ​ກັນ, ເມື່ອ​ຂົ້ວ​ກຸ້ງ ກໍ​ຕ້ອງ​ຂົ້ວ​ໃຫ້​ຂຶ້ນ​ສີ​ແດງ ຈຶ່ງ​ຈະ​ເຫັນງາມ​ຕາ”

      ຊັ້ນ​ນອກ​ຂອງເຂົ້າ​ໜົມ​ແມ່ນ​ຕ້ອງ​ເຮັດ​ດ້ວຍແປ້ງ​ມັນ, ດັ່ງ​ນັ້ນ​ເມື່ອ​ໜຶ້ງ​ໃຫ້ສຸກ ຈຶ່ງ​ໃສ. ເມື່ອ​ຄົນ​ແປ້ງ ແມ່ນ​ຕ້ອງ​ໃຊ້​ນ້ຳ​ຮ້ອນ​ຈຶ່ງ​ສາ​ມາດ​ປັ້ນເຂົ້າ​ໜົມ​ໄດ້. ນາງ​ແທງ​ໃຫ້​ຮູ້​ວ່າ :

    “ ເມື່ອ​ປັ້ນ​ເຂົ້າ​ໜົມ​ແລ້ວ, ເຂົ​າ​ເຈົ້າ​ມັກ​ຫໍ່​ດ້ວຍ​ໃບ​ຕອງ​ກ້ວຍ. ແຕ່​ຂ້າ​ພະ​ເຈົ້າ​ບໍ່​ມັກ​ຫໍ່ດ້ວຍ​ໃບ​ຕອງ​ກ້ວຍ ເພາະ​ເມື່ອ​ຫໍ່​ແລ້ວ ​ແມ່ນບໍ່​​ເຫັນ​ໄສ້​ຂອງມ​ັນ​ໄດ້. ”

    ແຕ່​ລະ​ເທື່ອ, ເມື່ອ​ມີ​ແຂກ​ມາ​ກິນ, ນາງ​ແທງ ຈຶ່ງ​ຄີບ​ເອົາ​ເຂົ້າ​ໜົມໃສ່​ຖ້ວຍ, ທຳ​ມະ​ດາ​ແລ້ວ, ແຕ່​ລະ​ຖ້ວຍ​ມີເຂົ້າ​ໜົມ​ 5 ອັນ​ໃຫຍ່​ຊ່ຳ 3 ​ນິ້ວ​ມື , ແຕ່​ລະ​ອັນຖືກ​ຕັດເຄິ່ງ, ແລ້ວ​ກໍ​ຕ້ອງ​ເພີ່ມ​ຜັກ​ຫອມ ແລະ ນ້ຳ​ແຈວ​ຖືກ​ປຸງ​ແຕ່ງ​ດ້ວຍ​ນ້ຳ​ປາ, ນ້ຳ​ສົ້ມ, ນ້ຳ​ຕານ, ໝາກ​ເຜັດ ແລະ ​ຖົ່ວ​ດິນຂົ້ວ. ນາງ ບິກ , ຜູ້​ເຄີຍ​ມາ​ກິນເຂົ້າ​ໜົມ​ແປ້ງ​ມັນ​ຢູ່​ຮ້ານ​ນາງ​ແທງ​ໃຫ້​ຮູ້​ວ່າ : 

   “ ຢູ່​ບັນ​ດາ​ຮ້ານ​ຂາຍເຂົ້າ​ໜົມ​ແປ້ງ​ມັນ​ທົ່ວ​ໄປ​, ເຈົ້າ​ຂອງ​ຮ້ານ​ມັກ​ປຸ່ງ​ແຕ່ງ​ນ້ຳ​ຈ້ຳ​ເຜັດຫຼາຍ ຕາມ​ລົດ​ຊາດ​ອາ​ຫານ​ພາກ​ກາງ. ຍ້ອນ​ເຮົາ​ບໍ່​ມັກ​ກິນ​ເຜັດຫຼາຍ, ດັ່ງ​ນັ້ນ ມັກ​ກິນເຂົ້າ​ໜົມ​ຢູ່​ຮ້ານນີ້​ທີ່​ສຸດ ເພາະ​ນ້ຳ​ຈ້ຳ ຖືກ​ປຸງ​ແຕ່ງ​ແຊບຫຼາຍ. ເຮົາ​ມັກ​ທີ່​ສຸດ ແມ່ນ​ນ້ຳ​ຈ້ຳ​ມີ​ຖົ່ວ​ດິນ​ຂົ້ວ ແລະ ຕຳໃຫ້​ແຫຼກ ”

     ເຖິງວ່າ​ອາ​ກາດ​ຮ້ອນ​ເອົ້າ​ກໍ​ຕາມ, ແຕ່ມື້​ໃດ​ກໍ​ເຊັ່ນ​ດຽວ​ກັນ, ນາງ​ແທງ​ກໍ​ສາ​ມາດ​ຂາຍເຂົ້າ​ໜົມ​ແປ້ງ​ມັນ​ໄດ້ປະ​ມານ 200 ອັນ. ໃນ​ຊຸ​ມມື້​ໜາວ​ເຢັນ, ເຂົ້າ​ໜົມ​ແປ້ງ​ມັນກໍ​ໄດ້ຂາຍ​ດີ, ​ຂາຍຫຼາຍ​ທົບ 2 ເທົ່າ. ເຂົ້າ​ໜົມ​ແປ້ງ​ມັນຢູ່​ແຕ່​ລະ​ເຂດ​ກໍ​ແຕກ​ຕ່າງ​ກັນ, ແຕ່​ຖ້າ​ຫາກ​ພວກ​ເພື່ອນ​ມີ​ໂອ​ກາດມາ​ຢາມຮ່າ​ໂນ້ຍ ຢາ​ລືມ​ແວ່​ຮ້ານ​ນາງ​ແທງ ຊິມ​ລົດ​ຊາດ​ພິ​ເສດ​ຂອງເຂົ້າ​ໜົມ​ແປ້ງ​ມັນ​ແດ່​ເດີ້.

                                                         _________________________

   ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ!

    ຖ້າ​ຫາກ​ພວກເພື່ອນຢາກ​ປຸງ​ແຕ່ງເຂົ້າ​ໜົມ​ແປ້ງ​ມັນນັ້ນ, ພວກ​ທ່ານ​ຕ້ອງ​ກະ​ກຽມ​ວັດ​ຖຸ​ດິບດັ່ງ​ນີ້ :

-       ແປ້ງ​ມັນ : 400 ກະ​ຣາ​ມ

-       ຊີ້ນ​ໝູ 3 ຊັ້ນ : 100 ກະ​ຣາ​ມ ພ້ອມ​ກັບ​ເກືອ, ໝາກ​ພີກ​ໄທ, ໝາກ​ເຜັດ, ນ້ຳ​ປາ, ກຸ້ງ​ສົດ, ເຫັດ​ສະ​ນຸ່ນ, ຜັກ​ຫອມ​ບ​ົ່ວ, ຜັກ​ຫອມ​ປ້ອມ, ນ້ຳ​ສົ້ມ…

ວິ​ທີ​ເຮັດ​ໄສ້​ເຂົ້າ​ໜົມ : ຕ້ອງ​ເລືອກ​ເອົາ​ກຸ້ງ​ສົດ​ຢູ່​ຕາມ​ແມ່​ນ້ຳ ໃຫຍ່​່ຊ່ຳ​ນິ້ວ​ມື. ເອົາ​ຊີ້ນ​ໝູ 3 ຊັ້ນ​ຟັກ​ກັບ​ເຫັດ​ສະ​ນຸ່ນ​ໃຫ້​ມຸ່ນ ແລ້ວ​ກໍ​ເອືອບ​ກັບ​ເກືອ, ໝາກ​ພີກ​ໄທ, ນ້ຳ​ປາ, ຜັກ​ຫອມ​ບົ່ວ. ຫົວ​ຜັກ​ບົ່ວ​ແຫ້ງ​ຕ້ອງ​ຊອຍ​ໃຫ້​ບາງ, ແລ້ວ​ກໍ​ນຳ​ໄປ​ຂົ້ວ​ເຄິ່ງໜຶ່ງ, ສ່ວນ​ເຄິ່ງ​ໜຶ່ງ​ຕ້ອງ​ຟັກ​ໃຫ້​ມຸ່ນ​ເພື່ອ​ຂົ້ວເຮັດ​ໄສ້. ຕໍ່​ຈາກນັ້ນ ຕ້ອງ​ເອົາທັງ​ໝົດໄປ​ຂົ້ວ​, ເມ​ື່ອ​ເຫັນ​ເກືອບ​ສຸກ​ແລ້ວ ກໍ​ເອົາ​ກຸ້ງ​ໃສ່​ , ເມື່ອ​ເຫັນ​ກຸ້ງ​ມີ​ສີ​ແດງ ກໍ​ມອດ​ໄຟ. ພວກ​ເຮົາ​ໄດ້​ສຳ​ເລ​ັດ​ການ​ເຮັດ​ໄສ້​ຂອງ​ເຂົ້​າ​ໜົມ​ແລ້ວ.

      ສຳ​ລັບ​ການ​ເຮັດ​ຊັ້ນ​ນອກ​ຂອງ​ເຂົ້າ​ໜົມ​, ພວກ​ເຮົາ​ເອົາ​ແປ້ງ​ມັນ​ໃສ່​ໝໍ​້, ແລ້ວ​ກໍ​ເອົາ​ເກືອ​ໃສ່ເຄິ່ງບວງ​ ​. ຫຼັງ​ຈາກນັ້ນ ຖອກ​ນ້ຳ​ຮ້ອນໃສ່ ແລະ ຄົນ​ໃຫ້​ສະ​ໝ່ຳ​ສະ​ເໝີ. ແລ້ວ​ກໍ​ເອົາ​ແປ້ງ​ເທື່ອ​ລະ​ໜ້ອຍ​ໃສ່​ຝາ​ມື ເພື່ອ​ຍັດ​ໄສ້​ໃສ່, ໃຊ້​ນິ້ວ​ມື​ປັ້ນ​ເປັນ​ຮູບໝາກ​ຖົ່ວແປບ. ພາຍຫຼັງທີ່​​ປັ້ນຮຽບ​ຮ້ອຍ​ແລ້ວ, ພວກ​ເຮົາ​ນຳ​ໄປ​ໜຶ້ງ​ໃຫ້​ສຸກ. ​ສຸດ​ທ້າຍ​ພວກ​ເຮົາ​ເຮັດ​ນ້ຳ​ແຈ່ວ ດ້ວຍ​ນ້ຳ​ປາ, ນ້ຳ​ສົ້ມ, ນ້ຳ​ຕານ, ໝາກ​ເຜັດ ແລ​ະ ຫົວ​ຜັກ​ທຽມ. ​ແລ້ວ​ກໍ​ເປັນ​ອັ​ນ​ສຳ​ເລັດ​ສຳ​ລັບ​ເຂົ້າ​ໜົມ​ແປ້ງ​ມັນ. ຫວັງ​ວ່າ​ພວກ​ເພື່ອ​ນ​ຈະເຮັດ​ກິນ​ແຊບ.

ຕອບກັບ