ເຍື່ອງອາຫານເຂົ້າປຽກເສັ້ນປູທະເລ

Minh Duc
Chia sẻ
ກໍ​ເຊັ່ນ​ດຽວ​ກັນ​ກັບ​ເຍືອ່ງ​ອາ​ຫານ​ເຝີ​ຢູ່​ຮ່າ​ໂນ້ຍ, ເຂົ້າ​ປຽກ​ເສັ້ນ​ປູ​ທະ​ເລ​ແມ່ນເຍື່ອງ​ອາ​ຫານ​ທີ່​ລຶ້ງ​ເຄີຍ​ຢູ່​ພາກ​ກາງ​ ແລະ ພາກ​ໃຕ້ຫວຽດ​ນາມ ແລະ ໄດ້​ຮັບ​ການ​ປຸງ​ແຕ່ງ​ເປັນຫຼາຍ​ເຍື່ອງ

ກໍ​ເຊັ່ນ​ດຽວ​ກັນ​ກັບ​ເຍືອ່ງ​ອາ​ຫານ​ເຝີ​ຢູ່​ຮ່າ​ໂນ້ຍ, ເຂົ້າ​ປຽກ​ເສັ້ນ​ປູ​ທະ​ເລ​ແມ່ນເຍື່ອງ​ອາ​ຫານ​ທີ່​ລຶ້ງ​ເຄີຍ​ຢູ່​ພາກ​ກາງ​ ແລະ ພາກ​ໃຕ້ຫວຽດ​ນາມ ແລະ ໄດ້​ຮັບ​ການ​ປຸງ​ແຕ່ງ​ເປັນຫຼາຍ​ເຍື່ອງ​ເຊັ່ນ: ເຂົ້າ​ປຽກເສັ້ນຢໍ​ໝູ, ເຂົ້າປຽກ​​ເສັ້ນກຸ້ງ, ເຂົ້າ​ປຽກເສັ້ນ​ປູ​ທະ​ເລ​ ແລະ ປະ​ຈຸ​ບັນ ພວກ​ເພື່ອນ​ອາດ​ຈະ​ໄດ້​ຊີມ ເຍື່ອງ​ອາ​ຫານເຂົ້າ​ປຽກ​ເສັ້ນ​ປູ​ທະ​ເລຢູ່​ຮ​່າ​ໂນ້ຍ​ເລີຍ. 

ເຍື່ອງອາຫານເຂົ້າປຽກເສັ້ນປູທະເລ - ảnh 1

    ເມື່ອ​ໄປ​ຮອດຖະ​ໜົນ ໂອ​ເຈີະເຢື​ອ ຮ່າ​ໂນ້ຍ, ພວກ​ເພື່ອນ​ສາ​ມາດ​ເຫັນ​ໄດ້​ຢ່າງ​ງ່າຍດາຍ ຮ້ານ​ເຂົ້າ​ປຽກ​ເສັ້ນ​ປູ​ທະ​ເລ 69 ​ດ້ວຍ​ຮູບ​ປູ​ທະ​ເລ​ຍາວ​ເກືອບ 2 ແມດຕິດ​ເທິງ​ຊັ້ນ 3 ໜ້າ​ຮ້ານ ຊຶ່ງ​ເປັນ​ການ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ບັນ​ດາ​ຜູ້​ຄົນ​ໄປ​ມາ​ຜ່ານ​ຖະ​ໜົນ​ສາຍນີ້. ດ້ວຍ​ເນືຶ້ອ​ທີ່​ປະ​ມານ 20 ຕາ​ແມດ, ຮ້ານນີ້​ຖືກ​ອອກ​ແບບ 3 ຊັ້ນ, ແຕ່​ລະ​ຊັ້ນ​ຈັດ​ວາງ​ໂຕະ​ຕັ່ງ 5 -10 ຊຸດ. ເມື່ອ​ຖືກ​ຖາມ​ວ່າ ເປັນ​ຫຍັງ​ຕັ້ງ​ຊື່​ຮ້ານ​ວ່າ “ເຂົ້າ​ປຽກ​ເສັ້ນ​ປູ​ທະ​ເລ 69” , ທ້າວ ຝ້າມ​ແອງ​ຕ້ວນ ນັກ​ສະ​ແດງ​ຮູບ​ເງົາ​ໂທ​ລະ​ພາບ, ເຈົ້າ​ຂອງຮ້ານ ເຂົ້າ​ປຽກ​ເສັ້ນ​ປູ​ທະ​ເລ 69 ໃຫ້​ຮູ້​ວ່າ : ຮ້ານເຂົ້າ​ປຽກ​ເສັ້ນ​ປູ​ທະ​ເລຂອງ​ລາວ​ແມ່ນ​ຕັ້ງ​ຢູ່​ເຮືອນ​ເລກ​ທີ 69, ລາວ​ຢາກ​ເຮັດ​ໃຫ້​ຕົວ​ເລກນີ້​ກາຍ​ເປັນ​ເຄື່ອງ​ໝາຍ​ການ​ຄ້າ​ຂອງຮ້ານ, ຍົກ​ຕົວ​ຢ່າງ​ຄື ເຝີ 24 ເປັນ​ຕົ້ນ. ກ່ຽວ​ກັບ​ຕົ້ນ​ກຳ​ເນີດ​ຂອງ ເຍື່ອງ​ອາ​ຫານ ເຂົ້າ​ປຽກ​ເສັ້ນ​ປູ​ທະ​ເລນີ້, ທ້າວ​ ຕ້ວນ​ແບ່ງ​ປັນ​ວ່າ :

    “ເຍື່ອງ​ອາ​ຫານ ເຂົ້າ​ປຽກ​ເສັ້ນ​ປູ​ທະ​ເລແມ່ນ​ກຳ​ເນີ​ດ​ຂຶ້ນ​ຈາກ​ເຫ້ວ, ຕະຫຼອດ​ລົງ​ຮອດ​ນະ​ຄອນ​ໂຮ່​ຈິ​ມິນ, ໃນ​ນັ້ນ ມີເຂົ້າ​ປຽກ​ເສັ້ນຫຼາຍ​ແນວ​ຄື : ເຂົ້າ​ປຽກ​ເສັ້ນ​ປາ, ເຂົ້າ​ປຽກ​ເສັ້ນ​ກະ​ດູກຂ້າງ​ໝູ… ມັນ​ກໍ​ເຊັ່ນ​ດຽວ​ກັນ​ກັບ ເຍື່ອງ​ອາ​ຫານ​ເຂົ້າ​ປຸ້ນ​ຢູ່​ຮ່າ​ໂນ້ຍ​ຫັ້ນ​ແຫຼະ, ເມື່ອເຍືອງ​ອາ​ຫານນີ້ມີ​ຂາຍ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນນັ້ນ, ວິ​ທີ​ປຸງ​ແຕ່ງ​ກໍ​ປ່ຽນ​ແປງ​ສ່ວນ​ໃດ​ສ່ວນ​ໜຶ່ງ. ຍົກ​ຕົວ​ຢ່າງ​ຄື ຢູ່​ໃນ​ຖ້ວຍ​ເຂົ້າ​ປຽກ​ເສັ້ນ​ນັ້ນ, ໃສ່ປູ​ທະ​ເລ​ທັງ​ໂຕ, ເປັນຕາ​ກິນທີ່​ສຸດ. ຕ້ອງ​ປຸງ​ແຕ່ງ​ໃຫ້​ແຊບ, ເປັນ​ຕາ​ກິນ ຈຶ່ງ​ສາ​ມາດດຶງ​ດູດ​ແຂກ​ມາ​ກິນຢ່າງຫຼວງຫຼາຍ”

    ເພື່ອ​ໃຫ້ເຍື່ອງ​ອາ​ຫານເຂົ້າ​ປຽກ​ເສັ້ນ​ປູ​ທະ​ເລມີ​ລົດ​ຊາດ​ພິ​ເສດ, ທ້າວ​ຕ້ວນ​ໄດ້​ເຊີນ​ແມ່​ຄົວມາຈາກ​ພາກ​ໃຕ້​​ເພື່ອຊ່ວຍ​ປຸງ​ແຕ່ງ. ແຕ່​ສິ່ງ​ສຳ​ຄັນ​ກວ່າ​ໝູ່, ແມ່ນ​ຂັ້ນ​ຕອນ​ເລືອກເຟັ້ນ​ວັດ​ຖຸ​ດິບ. ຄື​ປູ​ທະ​ເລຕ້ອງ​ເລືອກ​ເອົາ​ແນວ​ມີ​ກ້າມ​ແໜ້ນ, ເສັ້ນເຂົ້າປຽກ, ຢໍ​ປາ ກໍ​ລ້ວນ​ແຕ່​ເລືອກ​ເອົາ​ແນວ​ສົດ ແລະ ​ດີ. ທ້າວ​ຕ້ວນ​ໃຫ້​ຮູ້​ຕື່ມ​ອີກວ່າ : 

   “ ວັດ​ຖຸ​ດິບເພື່ອ​ປຸງ​ແຕ່ງເຍື່ອງ​ອາ​ຫານເຂົ້າ​ປຽກ​ເສັ້ນ​ປູ​ທະ​ເລ ແມ່ນ​ບໍ່ຍາກ​ໃນ​ການ​ຊອກ​ຫາ, ແຕ່​ສຳ​ລັບ​ເສັ້ນ​ເຂົ້າ​ປຽກ​ນັ້ນ, ຢູ່​ເຂດ​ພາກ​ເໜືອບໍ່​ສາ​ມາດ​ເຮັດ​ໄດ້, ຖ້າ​ຫາກ​ເຮັດ​ໄດ້ ກໍ​ບໍ່​ແຊບ, ມັນ​ກໍ​ຄື​ກັບເຍື່ອງ​ອາ​ຫານເຂົ້າ​ປຸ້ນ, ຕ້ອງ​ຊື້​ເຂົ້າປຸ້ນ​ຢູ່​ບ້ານ ຟູ້​ໂດ​ຈຶ່ງ​ແຊບ, ແຕ່​ຢູ່​ບ່ອນ​ອື່ນ ພັດ​ບໍ່​ແຊບ. ສ່ວນ​ຢໍ​ປາ, ເຮົາ​ກໍ​ສາ​ມາດ​ຊື້ຢູ່​ຕະຫຼາດ ແລະ ປຸງ​ແຕ່ງ​ຕາມ​ວິ​ທີ​ສະ​ເພາະ​ຂອງ​ຕົນ​ເພື່ອ​​ໃຫ້ແຊບກວ່າ ”

     ວັດ​ຖຸ​ດິບ​ເພື່ອ​ປຸງ​ແຕ່ງເຍື່ອງ​ອາ​ຫານເຂົ້າ​ປຽກ​ເສັ້ນ​ປູ​ທະ​ເລ​ລວມ​ມີ : ເສັ້ນ​ເຂົ້າ​ປຽກ, ປູ​ທະ​ເລ, ຢໍ​ປາ, ກຸ້ງ, ເຫັດ​ຫອມ, ໄຂ່​ນົກ, ໃນ​ນັ້ນ ເສັ້ນ​ເຂົ້າ​ປຽກ​ຕ້ອງ​ສັ່ງ​ຊື້​ມາ​ຈາກ​ພາກ​ໃຕ້. ​ນາງ ທູ ຜູ້​ເຄີຍ​ມາ​ກິນເຂົ້າ​ປຽກ​ເສັ້ນ​ປູ​ທະ​ເລຢູ່​ຮ້ານ ຮ້ານ​ເຂົ້າ​ປຽກ​ເສັ້ນ​ປູ​ທະ​ເລ 69 ໃຫ້​ຮູ້​ວ່າ : 

   “ ສຳ​ລັບ​ແມ່​ຍິງ​ແລ້ວ, ເລື່ອງ​ຈັບ​ປູ​ຂຶ້ນ​ມາ​ກິນ ເປັນ​ຕາ​ໜ້າ​ອາຍ​ທີ່​ສຸດ, ແຕ່​ເມື່ອ​ຈັບ​ປູ​ກິນ​ໂດຍແກະ​ເອົາ​ຊີ້ນ​ຂອງ​ມັນ​​ອອກເທື່ອ​ລະ​ໜ້ອຍ, ແລ້ວ​ກໍ​ໄດ້ຈ້ຳ​ກັບ​ນ້ຳ​ຈ້ຳ​ສົ້ມ​ຫວານນັ້ນ, ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ ແຊບ​ອີຫຼີ. ກິນ​ປູແບບນີ້ ແຊ​ບກວ່າແບບກິນທີ່​ໄດ້​ແກະຊີ້ນ​ມາ​ກ່ອນ. ລົດ​ຫວານ​ຂອງ​ປູ ພ້ອມ​ກັບ​ນ້ຳ​ຕົ້ມກະ​ດູກ, ເສັ້ນ​ເຂົ້າ​ປຽກທີ່​ຫອມ ແລະ ໜຽວ​ຂອງ​ຮ້ານ ໄດ້​ດຶງ​ດູດ​ໃຈຂ້າ​ພະ​ເຈົ້າ ຢາກ​ມາ​ກິນ​ຢູ່​ຮ້ານນີ້​ອີກ  ”

     ສ່ວນ​ເພື່ອນ ເກືອງ ມາ​ຈາກ​ນະ​ຄອນ ໂຮ່​ຈິ​ມິນໄດ້​ມີ​ໂອ​ກາດ​ມາ​ກິນ​ຢູ່ຮ້ານ​ເຂົ້າ​ປຽກ​ເສັ້ນ​ປູ​ທະ​ເລ 69, ເພື່ອນ​ເປີດ​ເຜີຍວ​່າ : 

   “ ເມື່ອ​ໄດ້​ກິນເຍື່ອງ​ອາ​ຫານເຂົ້າ​ປຽກ​ເສັ້ນ​ປູ​ທະ​ເລຢູ່​ຮ້ານນີ້, ຂ້າ​ພະ​ເຈົ້າຮູ້​ສຶກ​ໄດ້​ເຖິງ​ລົດ​ຫອມ ແລະ ເຂັ້ມ​ຂົ້ນດ້ວຍ​ນ້ຳ​ກະ​ທິໝາກ​ພ້າວໃນ​ນ້ຳ​ຕົ້ມ​ກະ​ດູກ, ຊີ້ນ​ປູ​ກໍ​ແຊບຫຼາຍ, ເມື່ອ​ໄດ້​ຈ້ຳ​ກັບ​ເກືອ​ໃສ່ໝາກເຜັດ​ຂຽວ ກໍ​ເໝາະ​ສົມ​ທີ່​ສຸດ. ຍາມ​ມີ​ເວ​ລາ​ວ່າງ, ຂ້າ​ພະ​ເຈົ້າ​ມັກ​ພາ​ໝູ່​ມາ​ກິນ​ຢູ່​ຮ້ານ, ອາ​ທິດ​ລະ 3 ເທື່ອ ”

    ປະ​ຈຸ​ບັນ, ຮ້ານ​ເຂົ້າ​ປຽກ​ເສັ້ນ​ປູ​ທະ​ເລ 69 ຂາຍ​ດ້ວຍ​ລາ​ຄາ​ພຽງ​ແຕ່ 45.000 – 70.000 ດົງ​ຕໍ່​ຖ້ວຍ, ແຂກອາດ​ຈະ​ສ​ັ່ງ​​ກິນ​ດ້ວຍ​ 2 ຢ່າງເຊັ່ນ: ເຂົ້າ​ປຽກ​ເສັ້ນ​ປູ​ທະ​ເລທັງ​ໂຕ ຫຼື ເຂົ້າ​ປຽກ​ເສັ້ນຊີ້ນ​ປູ​ທະ​ເລ. ຖ້າ​ຫາກ​ບັນ​ດາເພື່ອນ​ມີ​ໂອ​ກາດ​ໄດ້​ມາ​ກິນ​ເທື່ອ​ໜຶ່ງນັ້ນ, ເຊື່ອ​ແນ່​ວ່າ ຈະ​ບໍ່​ຫຼົງ​ລືມ​ລົດ​ຊາດ​ພິ​ເສດ​ຂອງ ເຍື່ອງ​ອາ​ຫານນີ້ໄດ້ .

              ​                                  --------------------------------------------------

 

      ຖ້າ​ຫາກ​ເພື່ອ​ຢາກ​ປຸງ​ແຕ່ງເຍື່ອງ​ອາ​ຫານເຂົ້າ​ປຽກ​ເສັ້ນ​ປູ​ທະ​ເລໃຫ້ 2 ຄົນ​ກິ​ນ, ແມ່ນ​ຕ້ອງ​ກະ​ກຽມ​ວັດ​ຖຸ​ດິບ​ດັ່ງ​ນີ້:

    -ປູ​ທະ​ເລ :  2 ໂຕ

    - ຢໍ​ປາ​ທູ : 100 ກ​ຣາມ

    - ໄຂ່​ນົກ​ກະ​ທາ   : 2 ໜ່ວຍ

    - ໝາກ​ເລັ່ນ : 3 ໜ່ວຍ

    - ເສັ້ນ​ເຂົ້າ​ປຽກ

     - ນ້ຳ​ຕົ້ມ​ກະ​ດູກ​ໄກ່ : 2 ຖ້ວຍ,  ພ້ອມ​ກັບເຫັດ​ຫອມ, ຜັກ​ຫອມ​ບົວ, ​ຫົວຜັກທຽມ, ເກືອ, ໝາກ​ພີກ​ໄທ, ແປ້ງ​ນົວ, ນ້ຳ​ຕານ…

    ວິ​ທີ​ປຸງ​ແຕ່ງ ເຍື່ອງ​ອາ​ຫານເຂົ້າ​ປຽກ​ເສັ້ນ​ປູ​ທະ​ເລ

    ທຳ​ອິດ, ຕ້ອງ​ລ້າງ​ປູ​ໃຫ້​ສະ​ອາດ, ແລ້ວແກະ​ເອົາ​ໄຂ່​ປູ​ອອກ ແລະ ນຳ​ໄປ​ເອືອບ​ເກືອ, ໝາກ​ພີກ​ໄທ ແລະ ນ້ຳ​ຕານ​ເລັກ​ໜ້ອຍ.

    ຈາກນັ້ນ ຕ້ອງ​ຂົ້ວ​ໝາກ​ເລັ່ນ​ປະ​ມານ 2-3 ນາ​ທີ, ແລ້ວ​ກໍ​ໃສ່ຜັກ​ຫອມ​ບົວ, ​ຫົວຜັກທຽມຂົ້ວ​ຕື່ມ​ໃຫ້​ຫອມ. ຖັດ​ມາ​ແມ່ນ​ຂົ້​ວ​ໄຂ່​ປູ​ກ່ອນ ແລະ ຂົ້ວປູຕາມຫຼັງ ແລ້ວ​ປົນ​ໃສ່​ກັນ​ປະ​ມານ 2-3 ນາ​ທີ. ສຸດ​ທ້າຍ​ແມ່ນ​ຖອກ​ນ້ຳ​ຕົ້ມ​ກະ​ດູກ​ໄກ່ໃສ່ ແລ້ວ​ຕົ້ມ​ໃຫ້​ຟົດ. ປະ​ມານ 3 ນາ​ທີ , ເມື່ອ​ເຫັນ​ປູ​ສຸກ ແມ່ນ​ໄດ້​ແລ້ວ.

   ຂັ້ນ​ຕອນ​ສຸດ​ທ້າຍ : ​ບັນ​ດາ​ເພື່ອນເອົາ ເສັ້ນ​ເຂົ້າ​ປຽກ​ໃສ່​ຖ້ວຍ, ແລ້ວ​ກໍ​ເອົາ​ຢໍ​ປາ, ປູ​​ວາງໃສ່​ເທິ່ງ ພ້ອມ​ກັບຜັກ​ຫອມ​ບົ່ວ, ໝາກ​ພີກ​ໄທ, ໝາກ​ເຜັດ​ຕາມ​ໃຈ​ມັກ ແລະຕັກ​ນ້ຳ​ຕົ້ມ​ໃສ່​ຖ້ວຍ ກໍ​ສ​ຳ​ເລັດ. ຫວັງ​ວ່າ​ພວກ​ທ່ານ​ຈະ​ກິນ​ແຊບ.

ຕອບກັບ