ເຍື່ອງອາຫານເຂົ້າປຸ້ນເຕົາຮູ້ຈືນຈ້ຳກັບກະປິ

Minh Duc
Chia sẻ
ໃນ​ປຶ້ມ​ແນະ​ນ​ຳ​ກ່ຽວ​ກັບ​ອາ​ຫານ​ຫວຽດ​ນາມນັ້ນ, ມີ​ເຍື່ອງ​ອາ​ຫານ​ນັບ​ຮ້ອຍ​ເຍື່ອງທີ່​ແຕກ​ຕ່າງ​ກັນ. ອາ​ຫານ​ແຕ່​ລະ​ເຍື່ອງ ກໍ​ລ້ວນ​ແຕ່​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ແຂກ​ຄົນ​ທັງຫຼາຍ

ໃນ​ປຶ້ມ​ແນະ​ນ​ຳ​ກ່ຽວ​ກັບ​ອາ​ຫານ​ຫວຽດ​ນາມນັ້ນ, ມີ​ເຍື່ອງ​ອາ​ຫານ​ນັບ​ຮ້ອຍ​ເຍື່ອງທີ່​ແຕກ​ຕ່າງ​ກັນ. ອາ​ຫານ​ແຕ່​ລະ​ເຍື່ອງ ກໍ​ລ້ວນ​ແຕ່​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ແຂກ​ຄົນ​ທັງຫຼາຍ. ໃນ​ນັ້ນ, ເຍື່ອງ​ອາ​ຫານເຂົ້າ​ປຸ້ນ​ເຕົາ​ຮູ້​ຈືນ​ຈ້ຳກະ​ປິ ກໍ​ເປັນ​ອາ​ຫານ​ເຍື່ອງ​ໜຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​ຂອງ​ຊາວ​ຮ​່າ​ໂນ້ຍ.    

ເຍື່ອງອາຫານເຂົ້າປຸ້ນເຕົາຮູ້ຈືນຈ້ຳກັບກະປິ - ảnh 1

    

     ເມື່ອ​ໄປ​ຮອດທາງ​ຮ່ອມ ເຟິດ​ໂລກ, ບັນ​ດາ​ເພື່ອນ​ຕ້ອງ​ຍ່າງ​ເລິກ​ເຂົ້າ​ປະ​ມານ 30 ແມດ, ພວກ​ເພື່ອນ​ຈະ​ເຫັນຮ້ານເຂົ້າ​ປຸ້ນ​ເຕົາ​ຮູ້​ຈືນ​ຈ້ຳກັບ​ນ້ຳ​ແຈວເຮັດ​ດ້ວຍກະ​ປິ ຈຸງເຮືອງ ຂອງ​ນາງ ເຈີນ​ທິ​ເຮືອງ. ຮ້ານນີ້​ມີ​ເນື້ອ​ທີ່ປະ​ມານ 20 ຕາ​ແມດ, ສາ​ມາດ​ວາງ​ໂຕະ​ຕັງ່​ໄດ້​ພຽງ 7 ຊຸດ​ເທົ່າ​ນັ້ນ.

    ເຍື່ອງ​ອາ​ຫານເຂົ້າ​ປຸ້ນ​ເຕົາ​ຮູ້​ຈືນ​ຈ້ຳກັບ​ນ້ຳ​ແຈວເຮັດ​ດ້ວຍ ກະ​ປິ ແມ່ນ​ມີ​ຂາຍ​ໃນ​ທຸກ​ເວ​ລາ​ໃນ​ປີ. ລາ​ຄາເຂົ້າ​ປຸ້ນ​ເຕົາ​ຮູ້​ຈືນ​ຈ້ຳກະ​ປິແຕ່​ລະ​ຊຸດ​ແມ່ນ 20.000 ດົງ. ນາງ ເຈີນ​ທິ​ເຮືອງ ເຈົ້າຂອງຮ້ານໃຫ້​ຮູ້​ວ່າ : ເພື່ອ​ປຸງ​ແຕ່ງ ເຍື່ອງ​ອາ​ຫານນີ້​ໃຫ້​ແຊບ, ນາງ​ພ້ອມ​ກັບ​ຄົນ​ຮັບ​ໃຊ້​ຕ້ອງ​ຕື່ນນອນ​ແຕ່ 4-5 ໂມງ​ເຊົ້າ​ເພື່ອ​ກະ​ກຽມ. ຈຸດເວ​ລາ​ທີ່ແຂກ​ມາ​ກິນຫຼາຍກວ່າ​ໝູ່​ແມ່ນ ຍາມ​ຕອນ​ທຽງ ແລະ ຕອນ​ແລງ. ຮ້ານ​ຂອງ​ນາງ ເຮືອງ ມີ​ຊື່​ສຽງ​ແມ່ນ​ຮ້ານ​ທີ່​ມີ​ເຂົ້າ​ປຸ້ນ​ແຊບ​ກ່​ວາ​ໝູ່​ໃນ​ບໍ​ລິ​ເວນນີ້. ນາງ ເຈີນ​ທິ​ເຮືອງ ເປີດ​ເຜີຍ​ວ່າ :

    “ ເຄັດລັບທີ່​ສືບ​ທອດ​ກັນ​ໃນ​ຄອບ​ຄົວ​ຂອງ​ຕົນ, ນັ້ນ​ແມ່ນ​ຕ​້ອງ​ເລືອກ​ເອົາ​ກະ​ປິ​ສົດ, ສະ​ເພາະ​ເຕົາ​ຮູ້, ເຮົາ​ຕ້ອງ​ເລືອກ​ເອົາ​ຖົ່ວ​ເຫຼືອງ​ຊະ​ນິດ​ດີກວ່າ​ໝູ່​ເພື່ອ​ເຮັດ​ເຕົາ​ຮູ້, ເມື່ອ​ຈືນ​ຈະ​ກອບ​ ແລະ ຫອມ​ດີ, ແຕ່​ຍັງ​ຄົງ​ສາ​ມາດ​ຮັກ​ສາ​ໄດ້​ໄສ້​ຂອງ​ມັນ. ສຳ​ລັບ​ເຂົ້າ​ປຸ້ນ, ເຮົາ​ຕ້ອງ​ສັ່ງ​ຊື້​ເຂົ້າ​ປຸ້ນ​ຈາກ​ໝູ້​ບ້ານ​ຜະ​ລິດ​ເຂົ້າ​ປຸ້ນ ຟູ້​ໂດ ທີ່​ມີ​ຊື່​ສຽງ.  ”

ເຍື່ອງອາຫານເຂົ້າປຸ້ນເຕົາຮູ້ຈືນຈ້ຳກັບກະປິ - ảnh 2

         ນອກ​ຈາກນັ້ນ, ເຄັດ​ລັບ​ທີ່​ສຳ​ຄັນ​ກວ່າ​ໝູ່ ເພື່ອ​ສາ​ມາດ​ປຸງ​ແຕ່ງເຍື່ອງ​ອາ​ຫານເຂົ້າ​ປຸ້ນ​ເຕົາ​ຮູ້​ຈືນ​ຈ້ຳ ​ນ້ຳ​ແຈວເຮັດ​ດ້ວຍ ກະ​ປິໃຫ້​ແຊບນັ້ນ, ແມ​່ນ​ຂອດ​ປຸງ​ແຕ່ງນ້ຳ​​ແຈວດ້ວຍ​ກະ​ປິ, ຕ້ອງ​​ເລືອກ​ຊື້​ເອົາ​ກະ​ປິ​ສົດ​ແນວ​ດີ, ແລ້ວໃສ່​ນ້ຳ​ຕາ​ນ, ໝາກ​ເຜັດ, ໝາກ​ນາວໃຫ້​ພໍ​ກິນ. ຍ້ອນ​ເຫດນີ້​ເອງ, ຍ​າມ​ໃດ​ນາງ​ເຮືອງ​ກໍ​ຕ້ອງລົງ​ມື​ປຸງແຕ່ງ​ນ້ຳ​ແຈວ​ຊະ​ນິດ​ພິ​ເສດ​ນີ້.   ລຸງ​ຕ້ຽນ ແຂກ​ເຄີຍ​ມາ​ກິນ ເຂົ້າ​ປຸ້ນ​ເຕົາ​ຮູ້​ຈືນ​ຈ້ຳ ​ນ້ຳ​ແຈວເຮັດ​ດ້ວຍ ກະ​ປິ ຢູ່​ຮ້ານ​ຂອງ​ນາງ​ເຮ​ືອງ ໃຫ້​ຮູ້​ວ່າ :

    “  ຂ້າ​ພະ​ເຈົ້າໄດ້​ກິນ ເຂົ້າ​ປຸ້ນ​ເຕົາ​ຮູ້​ຈືນ​ຈ້ຳກະ​ປິຢູ່ຫຼາຍ​ບ່ອນແລ້ວ, ແຕ່​ຂ​້າ​ພະ​ເຈົ້າເຫັນ​ວ່າ ຢູ່​ຮ້ານນີ້ ແຊບຫຼາຍ, ສຳ​ຄັນ​ກວ່າ​ໝູ່ ແມ່ນ​ການ​ປຸງ​ນ້ຳ​​ແຈວດ້ວຍ​ກະ​ປິ. ຂ້າ​ພ​ະເຈົ້າຮູ້​ສຶກວ່າ ກະ​ປິ​ຂອງ​ຮ້ານນີ້ ແມ່ນ​ຊະ​ນິດ​ພິ​ເສດ ໄດ້​ຮັບ​ການ​ເລືອກ​ຊື້​ຢ່າງລະ​ອຽດ​ທ​ີ​່ສຸດ. ການ​ປຸງ​ນ້ຳ​​ແຈວ ແຊບຫຼາຍ, ສ່ວນ​ເຕົາ​ຮູ້​ກໍ​ຫອມ ແລະ ຈືນກອບ​ດີ, ນັບ​ທັງ​ເຂົ້າປຸ້ນ ກໍ​ແຊບຫຼາຍ ”

      ເຂົ້າ​ປຸ້ນ​ເຕົາ​ຮູ້​ຈືນ​ຈ້ຳກະ​ປິ ແມ່ນ​ເຍື່ອງ​ອາ​ຫານ​ພື້ນ​ເມືອງ , ສຳ​ລັບ​ການ​ປຸງ​ແຕ່ງ​ແມ່ນ​ງ່າຍ​ດາຍ, ມີ​ພຽງ​ແຕ່​ເຂົ້າ​ປຸ້ນ​ຈານ​ໜຶ່ງ, ເຕົາ​ຮູ້​ຈືນ​ຈານ​ໜຶ່ງ ພ້ອມ​ກັບ​ນ້ຳ​ແຈວປຸງແຕ່ງ​ດ້ວຍ​ກະ​ປິ ແລະ ຜັກ​ຫອມຫໍ່, ຜັກ​ອີ່​​ຕູ່, ຜັກ​ເຕ້ຍ​ໂຕ ແລະ ກິງ​ເຢີ້ຍ ກໍ​ພໍ​ແລ້ວ. ແຕ່​ໃນ​ປະ​ຈຸ​ບັນ ຕາມ​ຄວາມ​ນິ​ຍົມ​ຂອງ​ຜູ້​ບໍ​ລິ​ໂພກນັ້ນ, ນາງ​ເຮືອງ​ກໍ​ມີ​ຂອງ​ກິນ​ຕື່ມ​ອີກ​ບາງ​ຢ່າງເພື່ອ​ກິ​ນ​ນຳ​ເຂົ້າ​ປຸ້ນ ເຊັ່ນ : ໝູ​ຢໍ​ເຂົ້າ​ເໝົາ, ຊີ້​ນຂາ​ໝູ, ເຄື່ອງ​ໃນ​ໝູ…ເພື່ອ​ໃຫ້​ເຍື່ອງ​ອາ​ຫານນີ້​ເພີ່ມ​ຄວ​າມ​ອຸ​ດົມ​ສົມ​ບູນ​ຂຶ້ນ. ປ້າ​ຖີວ ແຂກ​ມາ​ກິນ​ປະ​ຈຳ​ຢູ່​ຮ້ານເຂົ້າ​ປຸ້ນ​ເຕົາ​ຮູ້​ຈືນ​ຈ້ຳກັບກະ​ປິ ຈຸງເຮືອງ ໃຫ້​ຮູ້​ວ່າ :

    “ ແຕ່​ລະ​ມື້, ຂ້າ​ພະ​ເຈົ້າ​ເຄີຍ​ມາ​ກິນ​ເຂົ້າ​ປຸ້ນ​ຢູ່​ຮ້ານ​ຂອງ​ນາງ​ເຮ​ືອງ, ຂ້າ​ພະ​ເຈົ້າ ມັກ​ສັ່ງ​ຕື່ມ​ຊີ້ນ​ຂາ​ໝູ ແລະ ໝູ​ຢໍ​​ເຂົ້າ​ເໝົາເພື່ອ​ເພີ່ມ​ຄວາມ​ແຊບ​ໃຫ້​ເຍື່ອງ​ອາ​ຫານນີ້. ລາ​ຄາ​ຢູ່​ຮ້ານນີ້ ກໍ​ເໝາະ​ສົມ. ບາງ​ເທື​່ອ ຂ້າ​ພະ​ເຈົ້າ ກໍ​ໄດ້​ຊວນ​ໝູ່​ມາ​ກິນ​ນຳ ”

   ເບິ່ງ​ຄື​ວ່າ ສຳ​ລັບ​ບາງ​ຄົນ, ເຍື່ອງ​ອາ​ຫານເຂົ້າ​ປຸ້ນ​ເຕົາ​ຮູ້​ຈືນ​ຈ້ຳກະ​ປິ ແມ່ນບໍ່​ມັກ​ກິນ​ຍ້ອນບໍ່​ເຄີຍ​ກິນ​ກະ​ປິ, ແຕ່​ຖ້າ​ຫາກ​ລອງ​ກິນ​ເບິ່ງ​ເທື່ອ​ໜຶ່ງ, ແນ່ນ​ອນວ​່າ ຍາກ​ຈະ​ລືມ​ໄດ້.

                                                             ----------------------------------

 

     ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ !

  ເພື່ອ​ປຸງ​ແຕ່ງເຍື່ອງ​ອາ​ຫານເຂົ້າ​ປຸ້ນ​ເຕົາ​ຮູ້​ຈືນ​ຈ້ຳກະ​ປິໃຫ້ 4 ຄົນ​ກິນ, ພວກ​ເພື່ອນ​ກະ​ກຽ​ມ​ວັດ​ຖຸ​ດິບ​ດັ່ງນີ້ :

-       ​ເຕົາ​ຮູ້​ຂາວ: 4 ຕອນ.

-       ຊີ້ນ​ຂາ​ໝູ, 3 ຊັ້ນ :  0,4 kg

-       ໝູ​ຢໍ​ເຂົ້າ​ເໝົາ :0,2 kg

-       ເຂົ້າ​ປຸ້ນ : 0,5 kg

-       ຜັກ​ຫອມຫໍ່, ຜັກ​ບົວ​ລະ​ພາ, ຜັກ​ອີ່​​ຕູ່, ຜັກ​ເຕ້ຍ​ໂຕ ແລະ ກິງ​ເຢີ້ຍ

  ການ​ປຸງ​ແຕ່ງນ້ຳແຈວ :

-       ກະ​ປິ​ສົດ : 2 ບ່ວງ

-       ນ້ຳ​ຕານ : 1 ບ່ວງ

-       ໝາກ​ນາວ : 1 ໜ່ວຍ

-       ຫົວ​ຜັກ​ຫອມ​ບົວ​ແຫ້ງ: ຫົວ​ໜຶ່ງ

-       ໝາກ​ເຜັດ : 2-3 ໜ່ວຍ  ພ້ອມ​ກັບ​ເຫຼົ້າ​ຂາວ, ນ້ຳ​ມັນ​ພືດ​ເລກ​ໜ້ອຍ.

ຂອດການ​ປຸງ​ແຕ​່ງ :

    ທຳ​ອິດແມ່ນ​ການ​ຈືນ​ເຕົາ​ຮູ້, ພວກ​ເພື່ອນ​ຄວນ​ຕັດ​ເຕົາ​ຮູ້​ເປັນ​ຕອນ​ນ້ອຍ, ແລ້ວ ນຳ​ເອົາ​ໄປ​ຈືນ​ດ້ວຍ​ນຳ​ມັນ​ພືດ. ເວ​ລາ​ຈີນ, ພວກ​ເພື່ອນ​ຄວນ​ປັບ​ໄຟ​ຄ່ອຍໆ​ເພື່ອ​ໃຫ້​ເຕົາ​ຮູ້​ກອບ ແລະ ສຸກ​ເຫຼືອງ. ສຳ​ລັບ​ຊີ້ນ​ຂາ​ໝູ, 3 ຊັ້ນ ຕ້ອງ​ຕົ້ມ​ໃຫ້​ສຸກ, ແລ້ວ​ກໍ​ຕັດ​ຊອຍເປັນ​ຕອນ​ບ່າງໆ. ສຳ​ລັບ​ໝູ​ຢໍ​ກໍ​ຕັດ​ເປັນ​ຕອນ​ນ້ອຍ​ເຊັ່ນ​ດຽວ​ກັນ. ສ​່ວນ​ຜັກ​ຫອມ​ກໍ​ຕ້ອງ​ລ້າງ​ໃຫ້​ສະ​ອາດ, ແລ້ວ​ເອົາ​ໃສ່​ຈານ. ສຸດ​ທ້າຍ​ແມ່ນ​ຂອດ​ການ​ປຸງ​ນ້ຳ​ແຈວ. ພວກ​ເພື່ອ​ນເອົາ​ກະ​ປິ​ໃສ່​ຖ້ວຍ​ນ້ອຍ, ແລ້ວ​ກໍ​ໃສ່​ນ້ຳ​ຕານ, ໝາກ​ນາວ, ໝາກ​ເຜັດ. ກ່ອນ​ທີ່​ກິນ ກໍ​ຕ້ອງ​ຕົ້​ມ​ໃຫ້​ຮ້ອນ​ຕື່ມ.  ຫວັງ​ວ່າ​ພວກ​ເພື່ອນ​ຈະ​ກິນ​ແຊບ.

ຕອບກັບ