ເຍື່ອງອາຫານເຂົ້າປຸ້ນຊີ້ນປີ້ງ

Dieu Hong
Chia sẻ
ຊາວ​ຫວຽດ​ນາມ​ເວົ້າ​ລວມ ແລະ ຊາວ​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ເວົ້າ​ສະ​ເພາະ ມັກ​ກິນ​ເຂ​ົ້າ​ປຸ້ນ​ທີ່​ສຸດ ເພາະ​ເຂົ້າ​ປຸ້ນ​ແມ່ນ​ອາ​ຫານທີ່​ປຸງ​ແຕ່ງ​ຈາກ​ເຂົ້າ​ສານ ແລະ ວິ​ທີ​ປຸງ​ແຕ່ງ​ກໍ​ງ່າຍ​ດາຍ

ຊາວ​ຫວຽດ​ນາມ​ເວົ້າ​ລວມ ແລະ ຊາວ​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ເວົ້າ​ສະ​ເພາະ ມັກ​ກິນ​ເຂ​ົ້າ​ປຸ້ນ​ທີ່​ສຸດ ເພາະ​ເຂົ້າ​ປຸ້ນ​ແມ່ນ​ອາ​ຫານທີ່​ປຸງ​ແຕ່ງ​ຈາກ​ເຂົ້າ​ສານ ແລະ ວິ​ທີ​ປຸງ​ແຕ່ງ​ກໍ​ງ່າຍ​ດາຍ. ຍ້ອນ​ສະ​ພາບ​ດິນ​ຟ້າ​ອາ​ກາດ​ຢູ່​ຮ່າ​ໂນ້ຍ​ຖືກ​ຈັດ​ແບ່ງ​ເປັນ 4 ລະ​ດູ, ດັ່ງ​ນັ້ນ ເຍື່ອງ​ອາ​ຫານນີ້ ກໍ​ອີງ​ໃສ່​ແຕ່​ລະ​ລະ​ດູ​ການ​ເພື່ອ​ປຸງ​ແຕ່ງ. ໃນ​ຍາມ​ລະ​ດູ​ໜາວ, ຜູ້​ຄົນ​ທັງຫຼາຍ​ມັກ​ກິນ​ເຍື່ອງ​ອາ​ຫານ​ເຂົ້າ​ປຸ້ນມີ​ນ້ຳ​ຕົ້ມກະ​ດູກ​ຮ້ອນ​ເຊັ່ນ ເຂົ້າ​ປຸ້ນ​ປູ, ເຂົ້າ​ປຸ້ນ​ປາ, ເຂົ້າປຸ້ນ​ເປັດ…ສວ່ນ​ໃນ​ຍາມ​ຮ້ອນ, ແມ່ນ​ມັກ​ກິນເຍື່ອງ​ອາ​ຫານແນວ​ເຢັນ​ເຊັ່ນ: ເຂົ້າ​ປຸ້ນ​ເຕົາ​ຮູ້​ຈືນ​ຈ້ຳ​ກັບ​ກະ​ປິ, ເຂົ້າ​ປຸ້ນ​​ແນມ…ໃນ​ນັ້ນ​, ​ເຂົ້າ​ປຸ້ນ​ຊີ້ນ​ປີ້ງ ແມ່ນເຍື່ອງ​ອາ​ຫານໄດ້​ຮັບ​ຄວາມ​ນິ​ຍົມ​ບໍ​ລິ​ໂພກຈາກ​ຜູ້​ຄົນ​ທັງຫຼາຍ.

ເຍື່ອງອາຫານເຂົ້າປຸ້ນຊີ້ນປີ້ງ - ảnh 1
ເຍື່ອງອາຫານເຂົ້າປຸ້ນຊີ້ນປີ້ງ

   ຢູ່​ຖະ​ໜົນ​ສາຍ​ນ້ອຍ ຫງວຽນ​ກາວ​ ທີ່​ນະ​ຄອນຫຼວ​ງ ຮ່າ​ໂນ້ຍ , ມີ​ຮ້ານ​ຂາຍ​ອາ​ຫານ​ຍາມ​ເຊົ້າຫຼາຍ​ແຫ່ງ​ເຊັ່ນ : ຮ້ານ​ຂາຍ​ເຝີ, ເຂົ້າ​ຈີ່, ບັນ​ກ້ວນ, ເຂົ້າ​ໜຽວ…ແຕ່​ຮ້ານ​ຂາຍ ເຂົ້າ​ປຸ້ນ​ຊີ້ນ​ປີ້ງ​ຂອງ​ນາງ ເທີມ ຍາມ​ໃດ​ກໍ​ມີ​ແຂກ​ມາ​ກິນ​ເຕັມ​ຮ້ານ. ຮ້ານ​ຂາຍ ເຂົ້າ​ປຸ້ນ​ຊີ້ນ​ປີ້ງ​ຂອງ​ນາງ ເທີມ​ມີ​ເນື້ອ​ທີ່ກວ້າງ 30 ຕາ​ແມັດ. ເຖິງວ່າ ນາງບໍ່​ຕິດ​ປ້າຍ​ໂຄ​ສະ​ນາ​ກໍ​ຕາມ, ແຕ່​ໃນ 15 ປີ​ທີ່​ຜ່ານ​ມາ, ຮ້ານ​ຂອງ​ນາງ​ເທີມ​ໄດ້​ເປັນ​ທີ່​ຮູ້​ຈັກ​ກັນ​ດີ​ຂອງ​ຊາວ​ບ້ານ.

         ເຂົ້າ​ປຸ້ນ​ຊີ້ນ​ປີ້ງແຕ່​ລະ​ພູດ​ລວມ​ມີ: ນ້ຳ​ເຂົ້າປຸ້ນ 1 ຖ້ວຍ​ເຊິ່ງປະກອບ​ດ້ວຍ ໄສ້​ອົ່ວ​ແຜ່ນຊີ້ນ​ໝູ 3 ຊັ້ນ​​ປີ້ງ​, ​ໝາກ​ຮຸ່ງ, ກະ​ຣົດດອງ ຖືກ​ປຸງ​ແຕ່ງ​ຈາກ​ນ້ຳ​ປາ, ນ້ຳ​ສົ້ມ, ນ້ຳ​ຕານ, ໝາກ​ເຜັດ, ພ້ອມ​ກັບ​ ເຂົ້າ​ປຸ້ນຈານ​ໜຶ່ງ ແລະ ຜັກ​ຫອມ​ຈານ​ໜຶ່ງ. ນາງ​ເ​ທີມ​ໃຫ້​ຮູ້​ວ່າ : 

   “ ແຕ່​ລະ​ມື້, ຂ້າ​ພະ​ເຈົ້າ​ຂາຍ​ຊີ້ນ​ປີ້ງ​ໄດ້​ສິບກວ່າ​ໂລ ນັບທັງ ໄສ້​ອົ່ວ​ແຜ່ນ ແລະ ຊີ້ນ 3 ຊັ້ນ. ຊີ້ນ​ໝູ​ແມ່ນ​ຕ້ອງ​ໄປ​ຊື້​ແຕ່​ເຊົ້າ, ມີ​ຕົ້ນ​ກຳ​ເນີ​ດ​ຮັບ​ປະ​ກັນ. ກ່ອນ​ທີ່​ນຳ​ໄປ​ປີ້ງນັ້ນ ກໍ​ຕ້ອງ​ເອົາ​ຊີ້ນ​ເອືອບ​ກັບ​ນ້ຳ​ປາ, ຫົວ​ຜັກ​ຫອມ​ບົວ, ໝາກ​ພີກ​ໄທ, ຫົວ​ສີ​ໄຄ…ປະ​ໄວ້ປະ​ມານກວ່າ 1 ຊົ່ວ​ໂມງ. ດັ່ງ​ນັ້ນ ນາງ​ເທີມ​ຕ້ອງ​ຕື່ນນອນ​ແຕ່​ເວ​ລາ 4 ໂມງ​ເຊົ້າ ເພື່ອ​ກະ​ກຽມ​ອາ​ຫານ​ໃຫ້​ທັນ​ເພື່ອ​ຂາຍ​ໃນ​ເວ​ລາ 6 ໂມງເຊົ້​າ.  ”

      ສຳ​ລັບ​ການ​ກະ​ກຽມ​ວັດ​ຖຸ​ດິບ​, ນາງເທີມ​ມີ​ການ​ເລືອກ​ເຟັ້ນ​ລະ​ອຽດ​ທີ່​ສຸດ, ບໍ່​ພຽງ​ແຕ່​ຊີ້ນ​ໄດ້​ຮັບ​ການ​ເລືອກ​ດີໆ​ເທົ່າ​ນັ້ນ, ເຄື່ອງ​ຫອມ​ຕ່າງໆ​ກໍ​ຖືກ​ເລື​ອກ​ແຕ່​ຊະ​ນິດ​ທີ່​ຫອມ​ພິ​ເສດ​ອີກ​ດ້ວຍ. ເມື່ອ​ຊີ້ນ​ເ​ອືອບ​ໄດ້ປະ​ມານກວ່າ 1 ຊົ່ວ​ໂມງແລ້ວ, ກໍ​ເອົາ​ເທື່ອ​​ລະ​ຕອນມາວາງ​ໃສ່​ເຫຼັກ​ປີ້ງ​​ແລ້ວ​ເອົາ​ໄປ​ປີ້ງ​ດ້ວຍ​ຖ່ານ. ນາງ​ເ​ທີມ​ເປີດ​ເຜີຍ​ວ່າ : 

    “ ເມື່ອ​ປີ້ງ​ຊີ້ນ ບໍ່​ຄວນ​ປີ້ງ​ຈົນ​ສຸກ​ເລີຍ. ຖ້າ​ມີ​ແຂກ​ມາ​ກິນ, ຈຶ່ງ​ປີ້ງ​ອີກ​ເທື່ອ​ໜຶ່ງ​ໃຫ້​ສຸກ. ແລ້ວ​ກໍ​ເອົາ​ຊີ້ນ​ປີ້ງ​ໃສ່​ຖ້ວຍ​ນ້ຳ​ຈ້ຳ. ​ກິນ​ຫອມ​ຂອງ​ຊີ້ນ​ປີ້ງປະ​ສານ​ກັບ​ກິ່ນ​​ຫອມຂອງ​ນ້ຳ​ປາໄດ້​ພາ​ໃຫ້​ຄົນ​​ເຮົາມີ​ຄວາມຮູ້​ສຶກ​ຢາກກິນ​ແຮງ​ກ່ວາ​ອີກ​.”

    ນາງ​ເທີມ​ຍາມ​ໃດ​ກໍ​ເປີດ​ອົກ​ເປີດ​ໃຈ​ຮັບ​ໃຊ້​ແຂກ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ. ທ້າວ​ຫາຍ ແຂກ​ເຄີຍ​ມາ​ກິນ ເຂົ້າ​ປຸ້ນ​ຊີ້ນ​ປີ້ງ​ ຢູ່​ຮ້ານ​ຂອງ​ນາງ ເທີມ ໃຫ້​ຮູ້​ວ່າ

       “ ລາວ​ຂາຍ​ເຂົ້າ​ປຸ້ນ​ດ້ວ​ຍ​ລາ​ຄາ​ທີ່​ເໝາະ​ສົມ ແລະ ຮັບ​ໃຊ້​ຕາ​ມ​ໃຈ​ຂອງແຂກ​. ຊີ້ນ​ປີ້ງ​ຢູ່​ຮ້ານນີ້​ແຊບຫຼາຍ, ມີ​ກິ່ນ​ຫອມ​ຂອງ​ຫົວ​ສີ​ໄຄ ”

       ສຳ​ລັບ ເຍື່ອງ​ອາ​ຫານເຂົ້າ​ປຸ້ນ​ຊີ້ນ​ປີ້ງ ນັ້ນ, ບັນ​ດາ​ທ່ານ​ອາດ​ຈະ​ກິນ​ໃນ​ຍາມ​ເຊົ້າ, ຍາມ​ທ່ຽ​ງ ຫຼື​ຍາມ​ແລງ​ກໍ​ໄດ້. ເພື່ອ​ປຸງ​ແຕ່ງເຍື່ອງ​ອາ​ຫານເຂົ້າ​ປຸ້ນ​ຊີ້ນ​ປີ້ງ, ພວກ​ເພື່ອນ​ກະ​ກຽ​ມ​ວັດ​ຖຸ​ດິບ​ຕ່າງໆ​ເຊັ່ນ: ເຂົ້າ​ປຸ້ນ, ຊີ້ນ​ໝູ 3 ຊັ້ນ, ຊີ້ນສັນ​ໝູ​, ໝາກ​ຮຸ່ງ-ກະ​ຣົດ​ດອງ, ນ້ຳ​ປາ, ໝາກ​ພີກ​ໄທ, ນ້ຳ​ຕານ, ນ້ຳ​ສົ້ມ, ໝາກ​ເຜັດ, ຫົວ​ຜັກ​ທຽມ, ຫົວ​ສີ​ໄຄ, ຫົວ​ຜັກ​ບົວ​ແຫ້ງ, ແປ້ງ​ນົວ, ​ເກືອ ​ແລະ ອື່ນໆ.

   ທຳ​ອິດ​​ຕ້ອງ​ລ້າງ​ຊີ້ນ 3 ຊັ້ນ​ໃຫ້​ສະ​ອາດ, ແລ້ວ​ກໍ​ຊອຍ​ໃຫ້​ເປັນ​ຕອນ​ບາງໆ. ສຳ​ລັບ ຊີ້ນ​ສັນ​ກໍ​ລ້າງ​ໃຫ້​ສະ​ອາດ​ເຊັ່ນ​ກັນ, ຫຼັງ​ຈາກນັ້ນ ຟັກ​ໃຫ້​ມຸ່ນ. ຫົວ​ສີ​ໄຄ ກໍ​ຕ້ອງ​ລ້າງ​ໃຫ້​ສະ​ອາດ, ແລ້ວ​ບົດ​ເອົາ​ນ້ຳ. ຫົວ​ຜັກ​ບົວ​ແຫ້ງ ກໍ​ບົດ​ໃຫ້​ມຸ່ນ ເພື່ອ​ເອືອບ​ກັບ​ຊີ້ນ ພ້ອມ​ດ້ວຍ​ນ້ຳ​ປາ, ແປ້ງ​ນົວ, ນ້ຳ​ຕານ, ໝາກ​ພີກ​ໄທ. ​ກ່ອນ​ທີ່​ຈະ​ນຳ​ໄປ​ປີ້ງ ຕ້ອງ​ໃສ່​ນ້ຳ​ໝາກ​ນາວ​ຕື່ມ​ອີກ ເພື່ອ​ໃຫ້​ຊີ້ນ​ອ່ອນນຸ້ມ​ຕື່ມ. ເມື່ອ​ຊີ້ນ​​ປີ້ງ​ສຸກ​ເຫຼືອງ​ແລ້ວ, ກໍ​ຕ້ອງ​ເອົາ​ໃສ່​ຖ້ວຍ​ນ້ຳ​ຈ້ຳ​ໂດຍ​ປຸງ​ແຕ່ງ​ດ້ວຍ​ນ້ຳ​ປາ, ນ້ຳ​ຕານ, ນ້ຳ​ໝາກ​ນາວ, ນ້ຳ​ສົ້ມ ແລະ ໝາກ​ເຜັດ, ຫົວ​ຜັກ​ທຽ​ມ…ຫວັງ​ວ່າ​ພວກ​ເພື່ອນ​ຈະ​ກິນ​ແຊບ.

 

ຕອບກັບ