ເຍື່ອງອາຫານບັນໂຈຍ, ບັນໄຈ

Dieu Hong
Chia sẻ
ບັນ​ໂຈຍ, ບັນ​ໄຈ ແມ່ນ​ເຂົ້າ​ໜົມ​ຊະ​ນິດ​ໜຶ່ງ ທີ່​​ປຸງ​ແຕ່ງ​ຈາກ​ເຂົ້າ​ສານຊຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​ບໍ​ລິ​ໂພກ​ຈາກ​ຊາວ​ຫວຽດ​ນາມ​ທັງຫຼາຍ, ພິ​ເສດ​ແມ່ນ​ຊາວ​ພາກ​ເໜືອ

ບັນ​ໂຈຍ, ບັນ​ໄຈ ແມ່ນ​ເຂົ້າ​ໜົມ​ຊະ​ນິດ​ໜຶ່ງ ທີ່​​ປຸງ​ແຕ່ງ​ຈາກ​ເຂົ້າ​ສານຊຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​ບໍ​ລິ​ໂພກ​ຈາກ​ຊາວ​ຫວຽດ​ນາມ​ທັງຫຼາຍ, ພິ​ເສດ​ແມ່ນ​ຊາວ​ພາກ​ເໜືອ. ຍ້ອນ​ແມ່ນ​ເຂົ້າ​ໜົມ​ຊະ​ນິດ​ທີ່​ສາ​ມາດ​ປຸງ​ແຕ່ງ​ຢ່າງ​ງ່າຍ​ດາຍ, ກິນແທດ​ເໝາະ​ກັບທຸກໆ​ລະ​ດູ​ການ​ໃນ​ປີ, ດັ່ງ​ນັ້ນ, ບັນ​ໂຈຍ, ບັນ​ໄຈຖືກ​ຂາຍ​ຢູ່​ທົ່ວ​ທຸກ​ແຫ່ງ. ວັດ​ຖຸ​ດິບເພື່ອ​ປຸງ​ແຕ່ງ ເຂົ້າ​ໜົມ​ຊະ​ນິດ​ນີ້ ລວມ​ມີ​ແປ້ງເຂົ້າ​ໜຽວ ແລະ ເຂົ້າຈ້າວ, ນ້ຳ​ຕານ, ນ້ຳ​ດອກ​ໝາກ​ກ້ຽງ​ໃຫຍ່, ໝາກ​ພ້າວ, ງາ…ສະ​ເພາະ ບັນ​ໄຈນັ້ນ, ແມ່ນ​ຕ້ອງ​ມີ​ຖົ່ວ​ຂຽວ, ແປ້ງ​ມັນ​ຕື່ມ​ອີກ.

                       

                

ເຍື່ອງອາຫານບັນໂຈຍ, ບັນໄຈ - ảnh 1
ບັນ​ໂຈຍ, ບັນ​ໄຈ ແມ່ນ​ເຂົ້າ​ໜົມ​ຊະ​ນິດ​ໜຶ່ງ ທີ່​​ປຸງ​ແຕ່ງ​ຈາກ​ເຂົ້າ​ສານຊຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​ບໍ​ລິ​ໂພກ​ຈາກ​ຊາວ​ ຫວຽດ​ນາມ​ທັງຫຼາຍ

     ບັນ​ໂຈຍ, ບັນ​ໄຈ ໂດຍ​ນາງ​ແຫ້ງ​ຫາບ​ເລາະ​ຂາຍນັ້ນ ໄດ້​ກາຍ​ເປັນ​ສິ່ງ​ທີ່​ລຶ້ງ​ເຄີຍ​ກັບ​ປະ​ຊາ​ຊົນ​ໃນ ຄຸ້ມ​ຖະ​ໜົ​ນ​ເກົ່າ​ຮ່າ​ໂນ້ຍມາ​ເປັນ​ເວ​ລາ​ເກືອບ 10 ປີ​ມານີ້. ນາງ​ເຄີຍ​ຫາບ​ໄປ​ເລາະ​ຂາຍ​ແຕ່ 7ໂມງເຄິ່ງ​ຕອນ​ເຊົ້າ ຫາ 11 ໂມງ​ຕອນທ່ຽງ, ມີ​ບາງມື້, ມີ​ແຂກ​ກິນຫຼາຍ, ນາງແຫ້ງ​ຕ້ອງ​ຂາຍ​ຮອດ 7-8 ໂມງ​ຕອນ​ຄ່ຳ. ນາງ​ເຄີຍ​ຫາບ​ໄປ​ເລາະ​ຂາຍ​ຢູ່​ຕາມ​ຖະ​ໜົນຮ່າງ​ບົງ, ຮ່າງ​ກາຍ, ເກົາ​ໂກ້, ຮ່າງມ້ຳ, ຮ່າງບ​າກ, ຮ່າງ​ໂບ່….ສຳ​ລັບ ບັນ​ໂຈຍ ແມ່ນ​ເອົາໃສ່​ຈານ​ນ້ອຍ​ຊ່ຳຝາ​ມື, ສ່ວນ ບັນ​ໄຈ ແມ່ນ​ເອົາ​ໃສ່​ຖ້ວຍ​ນ້ອຍ. ບັນ​ໂຈຍ ແຕ່​ລະ​ຈານ​ມີ​ເຖິງກວ່າ 10 ກ້ອນນ້ອຍ ​ຊ່ຳ​ໄຂ່​ນົກ​ກະ​ທາ, ສ່ວນບັນ​ໄຈແຕ່​ລະ​ຖ້ວຍ ລວມ​ມີ 3 ກ້ອນ​ຊຶ່ງ​ໃຫຍ່ກວ່າ ບັນ​ໂຈຍ​ເລກ​ນ້ອຍ, ໃສ້​ຂອງ​ມັນ​ຖືກ​ເຮັດ​ດ້ວຍ​ຖົ່ວ​ຂຽວ​​ທີ່​ຫອມ​ພິ​ເສດ​ພ້ອມ​ດ້ວຍ​ນ້ຳ​ຫວານ​ແຊບ​ທີ່​ສຸດ, ໄດ້​ປຸງ​ແຕ່ງຈາກ​ແປ້ງ​ມັນ ມີ​ກິນ​ຫອມ​ຂອງດອກ​ໝາກ​ກ້ຽງ​ໃຫຍ່. ການ​ປຸງ​ແຕ່ງ ບັນ​ໂຈຍ, ບັນ​ໄຈ ແມ່ນບໍ່​ຍາກ, ແຕ່​ຂັ້ນ​ຕອນ​ເຮັດ​ຊັ້ນ​ນອກ​ຂອງ​ມັນ​ແມ່ນ​ຕ້ອງມີ​ເຄັດ​ລັບ​ສະ​ເພາະ. ນາງ​ແຫ້ງ​ເປີດ​ເຜີຍ​ວ່າ :

    “ ຖ້າ​ຫາກເຮັດ ບັນ​ໂຈຍ, ບັນ​ໄຈ​ດ້ວຍ​ແປ້ງເຂົ້າ​ໜຽວທັງ​ໝົດ​ນັ້ນ, ມັນ​ຈະ​ເລະ​ເກີນ​ໄປ, ດັ່ງ​ນັ້ນ​ຕ້ອງ​ປົນ​ໃສ່​ແປ້ງ​ເຂົ້າ​ຈ້າວ​ໜ້ອຍ​ໜຶ່ງ​ດ້ວຍ​ອັດ​ຕາສ່ວນ 9/1. ປະ​ຈຸ​ບັນ, ແປ້ງ​ເຂົ້າ​ກໍ​ມີ​ຂາຍ​ຢູ່​​ຕາມຮ​້ານ​ຄ້າທົ່ວ​ໄປ, ແຕ່ສຳ​ລັບ​ພວກ​ຂ້າ​ພະ​ເຈົ້າ​ແມ່ນ​ເຮັດ​ເອງ ຕ້ອງ​ໝ່າ​ເຂົ້າ​ຢ່າງ​ໜ້ອຍ 3 ຊົ່ວ​ໂມງ, ແລ້ວ​ກໍ​ນຳ​ໄປ​ບົດ, ເຮັດ​ເຊັ່ນ​ນັ້ນ, ບັນ​ໂຈຍ, ບັນ​ໄຈ ຈະ​ອ່ອນ ແລະ ແຊບກວ່າ ”

     ສຳ​ລັບ​ການ​ເຮັດ​​ໄສ້​ຂອງ​ ບັນ​ໂຈຍ ນັ້ນ ແມ່ນ​ງ່າຍ​ດາຍ​ທີ່​ສຸດ, ພຽງ​ແຕ່ແມ່ນ​ນ້ຳ​ຕານ​ເປັນ​ກ້ອນ​ນ້ອຍ ເຮັດ​ຈາກ​ອ້ອຍ​ເທົ່າ​ນັ້ນ. ນ້ຳ​ຕານ​ຊະ​ນິດນີ້ ມີ​ຂາຍ​ຢູ່​ຕະຫຼາດ​​ທົ່ວ​ໄປ. ສຳ​ລັບ ບັນ​ໄຈ ນັ້ນ, ໄສ້​ຂອງ​ມັນ​ເຮັດ​ດ້ວຍ​ຖົ່ວ​ຂຽວ ແລະ ນ້ຳ​ຕານ. ສ່ວນ​ຂັ້ນ​ຕອນ​ເຮັດ​ນ​້ຳ​ຂອງບັນ​ໄຈແມ່ນ​ຍາກ​ທີ່​ສຸດ. ນາງ​ແຫ້ງ​ໃຫ້​ຮູ້​ກ່ຽວ​ກັບ​ເຄັດ​ລັບ​ເຮັດ​ນ້ຳຂອງບັນ​ໄຈ ວ່າ : 

    “ ເອົາ​ແປ້ງ​ມັນ​ປະ​ສົ​ມກັບ​ນ້ຳ ແລະ ນ້ຳ​ຕາມ​ໃຫ້​ລະ​ລາຍ​ໄປ. ກ່ຽວ​ກັບ​ປະ​ລິ​ມານ​ແປ້ງ​ມັນ ແມ່ນ​ຕ້ອງ​ຂຶ້ນ​ກັບ​ຜູ້ບ​ໍລິໂພກແຕ່​ລະ​ຄົນ. ແລ້ວ​ກໍ​ນຳ​ໄປ​ຕົ້ມ, ປັບ​ໄຟ​ຄ່ອຍໆແລະ ຄົ້ນ​ຈົນ​ແຂ້ນ, ເອົາ​ນ້ຳ​ດອກໝາກ​ກ້ຽງ​ໃຫຍ່ຕື່ມໃສ່​ໃຫ້​ຫອມ​ອີກ”

    ບັນ​ໂຈຍ, ບັນ​ໄຈຂອງ​ນາງ​ແຫ້ງ ແມ່ນ​ໄດ້​ຮັບ​ຄວາມ​ນິ​ຍົມ​ບໍ​ລິ​ໂພກ​ຈາກຫຼາຍ​ຄົນ​ຢູ່ ຄຸ້ມ​ຖະ​ໜົ​ນ​ເກົ່າ​ຮ່າ​ໂນ້ຍ. ເພື່ອນ ບີງ, ຜູ້​ມັກ​ກິນ ບັນ​ໂຈຍ, ບັນ​ໄຈ ໃນ​ຍາມ​ເຊົ້າ ໃຫ້​ຮູ້​ວ່າ :

   “ ເຮົາ​ກິນ ບັນ​ໂຈຍຈານ​ໜຶ່ງ​ພ້ອມ​ກັບ ບັນ​ໄຈຖ້ວຍ​ໜຶ່ງ ແມ່ນຈ່າຍ​​ເງິນລວມ​ທັງ​ໝົດ 13.000 ດົງ​ເທົ່າ​ນັ້ນ. ໃນ​ຍາມ​ຮ້ອນ, ເຮົາ​ບໍ່​ມັກ​ກິນ​ເຝີ, ເຂົ້າ​ປຸ້ນ​ເພາະ​ນ້ຳ​ເຫື່ອອອກຫຼາຍ. ກິນ​ ບັນ​ໂຈຍ, ບັນ​ໄຈ ມີ​ແປ້ງ​ມັນ ກໍ​ຊ່ວຍ​ແກ້​ຄວາມ​ຮ​້ອນ​ໄດ້​ດີ​ທີ່​ສຸດ ”                        
                                                                   ----------------------------------

      ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ !

  ເພື່ອ​ປຸງ​ແຕ່ງເຍື່ອງ​ອາ​ຫານບັນ​ໂຈຍ, ບັນ​ໄຈ, ພວກ​ເພື່ອນ​ກະ​ກຽ​ມ​ວັດ​ຖຸ​ດິບ​ດັ່ງນີ້ :

-       ​ແປ້ງ​​ເຂົ້າໜຽວ:  500 g.

-       ແປ້ງ​​ເຂົ້າ​ຈ້າວ:  50 g

-       ຖົ່ວ​ຂຽວ​ໄດ້​ລອກ​ເປືອກ :   100 g.

-       ນ້ຳ​ຕານ : 150 g

-       ນ້ຳ​ຕານ​ເປັນ​ກ້ອນ: 100 g ພ້ອມ​ກັບ​ງາ​ຂົ້ວ, ແປ້ງ​ມັນ, ນ້ຳ​ດອກໝາກ​ກ້ຽງ​ໃຫຍ່    

   ທຳ​ອິດ​​, ບັນ​ດາ​ເພື່ອນ​ຕ້ອງ​​ເອົາແປ້ງ​​ເຂົ້າໜຽວປົນ​ກັບແປ້ງ​​ເຂົ້າ​ຈ້າວ​ໃສ່​ໝໍ້, ຫຼັງ​ຈາກນັ້ນ ຄ່ອຍ​ຖອກ​ນ້ຳ​​ໃສ່ເທື່ອ​ລະ​ໜ໊ອຍ, ແລ້ວ​ກໍ​ຄົນ​ແປ້ງ​ຢ່າງ​ສະ​ເໝີ, ບໍ່​ປະ​ໃຫ້​ຖືກ​ເປື່ອຍ​ເກີນໄປ. ສຳ​ລັບ​ແປ້ງນີ້ ແມ່ນ​ເພື່ອ​ເຮັດ​ທັງບັນ​ໂຈຍ ແລະ  ບັນ​ໄຈ.

   ຂັ້ນ​ຕອນ​ເຮັດ​ໄສ້ບັນ​ໄຈ : ຖົ່ວ​ຂຽວ​ຕ້ອງ​ເຊິ​ໃຫ້​ສະ​ອາດ, ຫຼັງ​ຈາກນັ້ນ​ເອົາໄປຫຸ້ງ ຄື​ກັບ​ຫຸ້ງເຂົ້າ. ເມື່ອ​ຖົ່ວ​ຂຽວ​ສຸກ​ແລ້ວ , ກໍ​ຕັກ​ເອົາ​ໜ້ອຍ​ໜຶ່ງ​ໃສ່​ຖ້ວຍ ເພື່ອ​ເຮັດ​ນ້ຳ​ບັນ​ໄຈ​. ສ່ວນ​ທີ່​ຍັງ​ເຫຼືອ ແມ່ນ​ໃຊ້​ບ່ວງຫງ່ຽນ​ຈົນ​ແຫຼກ. ຫຼັງ​ຈາກນັ້ນ ເອົາ​ນ້ຳ​ຕານ​ຕື່ມ​ໃສ່ ແລະ ຕົ້ມ​ຈົນ​ແຂ້ນ.

    ວິ​ທີ​ເຮັດ​ບັນ​ໄຈ: ເອົາ​ໄສ້​ຖົ່ວ​ຂຽວ ປັ້ນ​ເປັນ​ກ້ອນ​ນ້ອຍໆ, ແລ້ວ​ກໍ​ຍັດ​ໃສ່​ແປ້ງ. ເຮັດ​ແນວ​ໃດ​ເພື່ອ​ໃຫ້​ແປ້ງ​ຊັ້ນ​ນອກ​ປົກ​ຫຸ້ມ​ໄສ້​ທາງ​ໃນ. ຫຼັງ​ຈາກນັ້ນ, ເອົາ​ໄປ​ຕົ້ມ​ຈົນ​ຟູ​ຂຶ້ນ ແລະ ມີ​ສີ​​ຂຽວຂຸ້ນ​ຈຶ່ງ​ສຸກ. ສຸດ​ທ້າຍ ກໍ​ຕັກ​ຂຶ້ນ​, ເອົາ​ແຊ​ນ້ຳ​ເຢັນ​ໄວ້​ປະ​ມານ 5 ນາ​ທ​ີ ຈຶ່ງ​ເອົາ​ໃສ່​ຖ້ວຍ.

 ຂັ້ນ​ຕອນ​ເຮັດ​ນ້ຳ​ຂອງ​ປັນ​ໄຈ :

   ເອົາ​ແປ້ງ​ມັນ 2 ບ່​ວງ, ນ້ຳ​ຕານ 1 ບວງ​ໃສ່​ໝໍ້​ນ້ອຍ, ແລ້ວ​ຄົນ​ໃຫ້​ລະ​ລາຍ, ປັບ​ໄຟ​ຄ່ອຍໆ ແລະ ຕົ້ມ​ຈົນ​ສຸກ, ແລ້ວ​ກໍ​ເອົານ້ຳ​ດອກໝາກ​ກ້ຽງ​ໃຫຍ່​ໃສ່​ຕື່ມ​ໃຫ້​ຫອມ. ສຸດ​ທ້າຍ​ກໍ​ຕັກ​ເອົາ​ນ້ຳ​ໃນ​ໝໍ​້ນີ້ ຖອກ​ໃສ່​ຖ້ວຍ​ບັນ​ໄຈ​ກໍ​ຖືວ​່າສຳ​ເລັດ.

     ວິ​ທີ​ເຮັດ​ບັນໂຈຍ :

      ກ່ຽວ​ກັບ​ການ​ເຮັດ​ບັນ​ໂຈຍນີ້, ຕ້ອງ​ເອົາ​ນ້ຳ​ຕານ​ເປັນ​ກ້ອນ​ຍັດ​ໃສ່​ແປ້ງ​ເຂົ້າຄື​ໄດ້​ຄົນ​ຕາມ​ການ​ແນະ​ນຳຢູ່​ຂັ້ນ​ເທິ່ງ, ແລ້ວກໍ​ປັ້ນ​ເປັນ​ກ້ອຍ​ນ້ອຍໆ ແລະ ເອົາ​ໄປຕົ້ມ​ຄ້າຍຄື​ກັນ​ກັບ​ຕົ້ມ​ບັນ​ໄຈ. ເມື່ອ​ເຫັນບັນ​ໂຈຍຟູ​ຂຶ້ນ ແລະ ມີ​ສີ​ຂຸ້ນ​ ແມ່ນ​ສຸກ​ແລ້ວ. ພວກ​ເພື່ອນ​ຕັກ​ເອົາ​ໃສ່​ຈານ​ແມ່ນ​ສຳ​ເລັດ. ຫວັງ​ວ່າ​ພວກ​ເພື່ອນ​ຈະ​ກິນ​ແຊບ.

ຕອບກັບ