ເຂົ້າໜົມໝາກແປບ

Dieu Hong
Chia sẻ
ໃນ​ຍາມ​ໜາວ​ຢູ່​ຮ່າ​ໂນ້ຍ, ຖ້າ​ຫາກ​ໄດ້​ນັ່ງ​ກິນ​ເຂົ້າ​ໜົມ​ໝາກ​ແປບ​ຖືກ​ຈືນ​ກອບ, ສຸກເຫຼືອງ ແລະ ໄດ້​ຈ້ຳ​ກັບ​ນ້ຳ​ຈ້ຳ​ສົ້ມ​ຫວານນັ້ນ, ແມ່ນ​ຈະ​ບໍ່​ມີ​ສິ່ງ​ໃດ​ທຽບ​ເທົ່າ​ໄດ້

ໃນ​ຍາມ​ໜາວ​ຢູ່​ຮ່າ​ໂນ້ຍ, ຖ້າ​ຫາກ​ໄດ້​ນັ່ງ​ກິນ​ເຂົ້າ​ໜົມ​ໝາກ​ແປບ​ຖືກ​ຈືນ​ກອບ, ສຸກເຫຼືອງ ແລະ ໄດ້​ຈ້ຳ​ກັບ​ນ້ຳ​ຈ້ຳ​ສົ້ມ​ຫວານນັ້ນ, ແມ່ນ​ຈະ​ບໍ່​ມີ​ສິ່ງ​ໃດ​ທຽບ​ເທົ່າ​ໄດ້.

 

ເຂົ້າໜົມໝາກແປບ - ảnh 1

    ຮ້ານ​ຂາຍ ເຂົ້າ​ໜົມ​ໝາກ​ແປບຂອງ​ນາງ ແອງ ແມ່ນ​ເຮືອນ​ນ້ອຍເກົ່າ​ມີ​ເນື້ອ​ທີ່​ປະ​ມານ 15 ຕາ​ແມດ, ຕັ້ງ​ແຄມ​ທາງ ແລະ ຢູ່​ໃຕ້​ຮົ່ມ​ເຢັນ​ຂອງ​ຕົ້ນ​ໄຮ​ໃຫຍ່. ຍ້ອນ​ເຫດນີ້​ເອງ, ຮ້ານນີ້​ກໍ​ໃສ່​ຊື່​ຂອງ​ຕົ້ນ​ໄຮເລີຍ. ເນື້ອ​ທີ່​ເຄິ່ງ​ໜຶ່ງ​ຂອງ​ຮ​້ານ​ແມ່ນ​ໃຊ້​ເປັນ​ບ່ອນ​ປຸງ​ແຕ່ງ​ເຂົ້າ​ໜົມ, ສ່ວ​ນ​ເຄິ່ງ​ໜຶ່ງ​ທີ່​ຍັງ​ເຫຼືອ​ກໍ​ສາ​ມາດ​ຈັດວາງ​ໂຕະ​ຕັ່ງພຽງ 3 ຊຸດເພື່ອ​ຮັບ​ໃຊ້​ແຂກ​ມາ​ກິນ ແລະ ເມື່ອ​ແຂກ​ມາຫຼາຍ ກໍ​ນັ່ງ​ຢູ່​ທາງ​ຍ່າງ​ໜ້າ​ຮ້ານ​ຕື່ມ​ອີກ. ເຂົ້າ​ໜົມ​ໝາກ​ແປບໃຫຍ່​ສ່ຳ​ຝາ​ມື, ໄສ້​ເຮັດ​ດ້ວຍ​ຊີ້ນ​ໝູ, ເສັ້ນ​ລ້ອນ, ເຫັດ​ຫອມ ແລະ ເຫັດ​​ສະ​ນຸ່ນ. ເຂົ້າ​ໜົມ​ໝາກ​ແປບຢູ່​ຮ້ານ​ນາງ​ແອງ ແມ່ນ​ແຕກ​ຕ່າງ​ກັບ​ຮ້ານ​ອື່ນໆ, ເພາະ​ວັດ​ຖຸ​ດິບ​ທຸກ​ຢ່າງ​ລ້ວນ​ແຕ່​ຂອງ​ຮ້ານ​ເຮັດ​ເອງ, ຈາກ​ຂອດ​ຍາກກວ່າ​ໝູ່​ຄື​ເຮັດ​ຊັ້ນ​ນອກ​ຂອງ​ເຂົ້າ​ໜົມ​ເປັນ​ຕົ້ນ. ນາງ​ແອງ​ໃຫ້​ຮູ້​ວ່າ : ສຳ​ລັບ ຊັ້ນ​ນອກ​ຂອງ​ເຂົ້າ​ໜົມ​ນັ້ນ​, ຮ້ານ​ຂອງ​ນາງ​ເຮັດ​ໄດ້​ຢ່າງ​ງ່າຍດາຍ, ຄື​ໃຊ້​ພຽງ​ແປ້ງ​ເຂົ້າຄັ້ນ​ກັບນ້ຳ , ແລ້ວ​ຮີດ​ດ້ວຍ​ເຄື່ອງ​ຮີດ 2-3 ເທື່ອ​ໃຫ້​ບາງໆ, ກໍ​ຈະ​ໄດ້ຊັ້ນ​ນອກ​ຂອງ​ເຂົ້າ​ໜົມ. ນາງ​ແອງ ເປີດ​ເຜີຍ​ວ່າ : 

   “  ຄອບ​ຄົວ​ຂ້າ​ພະ​ເຈົ້າເຮັດ ເຂົ້າໜົມ​ໝາກ​ແປບ​ຂາຍ​ມາຫຼາຍ​ປີ​ແລ້ວ. ສຳ​ລັບ​ອາ​ຫານ​ເຍືອງນີ້, ແມ່ນ​ການ​ສືບ​ທອດ​ອາ​ຊີບ​ຈາກ​ປູ່​ຍ່າ. ປະ​ຈຸ​ບັນ, ຂ້າ​ພະ​ເຈົ້າ​ກໍ​ເຮັດ​ເຂົ້າ​ໜົມ​ຕື່ມ​ອີກ​ບາງ​ຊະ​ນິດ, ແຕ່​ສ່ວນຫຼາຍ​ຍັງ​ຄົງ​ແມ່ນ ເຂົ້າໜົມ​ໝາກ​ແປບ. ກ່ອນນີ້, ຊັ້ນ​ນອກ​ຂອງ ເຂົ້າໜົມ​ໝາກ​ແປບ​ຖືກ​ຮີດ​ດ້ວຍ​ມື, ປະ​ຈຸບ​ັນ​ຫັນ​ມາ​ຮີດ​ດ້ວຍ​ເຄື່ອງ​ຈັກ, ດັ່ງ​ນັ້ນ, ຊັ້ນ​ນອກ​ຂອງ​ເຂົ້າ​ໜົມ​ກໍ​ບາງກວ່າ ແລະ ສາ​ມາດ​ປະ​ຢັດ​ເວ​ລາ​ໄດ້ ”                                      

 ນາງ​ແອງ, ປີນີ້​ມີ​ອາ​ຍຸກວ່າ 30 ປີ​ແລ້ວ, ນາງ​ໄດ້​ສືບ​ທອດ​ອາ​ຊີບ​ຂາຍເຂົ້າໜົມ​ໝາກ​ແປບຈາກ​ປູ່​ຍ່າມາ​ໄດ້ 10 ປີ​ແລ້ວ. ນາງ​ໃຫ້​ຮູ້​ວ່າ : ເຄັດ​ລັບເພື່ອ​ເຮັດ​ໃຫ້ແຂກ​ກິນ​ດ້ວຍ​ຄວາມ​ແຊບ​ນົວ​ນັ້ນ, ແມ່ນ​ຂັ້ນ​ຕອນຈືນ​ເຂົ້າ​ໜົມ, ເມື່ອ​ຈືນ​ກໍ​ຕ້ອງ​ປ່ອຍ​ເຂົ້າ​ໜົມ​ແຕ່​ລະ​ອັນ​ລົງ​ໝໍ້​ຂາງ​ມີ​ນຳ​້​ມັນ​ພືດ​ພວມ​ຮ້ອນ. ພຽງ 2-3 ນາ​ທີເທົ່າ​ນັ້ນ, ຕ້ອງ​​ເອົາ​ເຫຼັກ​ຄີບ​ລີບ​ຂຶ້ນຂຶ້ນ​ເລີຍ, ຫາ​ກບໍ່​ຄວນ​ຈືນ​ໃຫ້​ສຸກ. ຖ້າ​ມີ​ແຂກ​ມາ​ກິນ, ຈຶ່ງ​ຈືນ​ຕື່ມອີກ​​ເທື່ອ​ໜຶ່ງ​ໃຫ້​ສຸກ​ເຫຼືອງ ແລະ ກອບ​ຮ້ອນ. ນອກ​ຈາກ​ປຸງ​ແຕ່ງ​ຊັ້ນ​ນອກ​ຂອງເຂົ້າ​ໜົມ​ແລ້ວ, ໄສ້​​​ຂອງ​ເຂົ້າ​ໜົມ​ກໍ​ຖືກ​ນາງ​ແອງ​ປຸງ​ແຕ່ງ​ດ້ວຍ​ວັດ​ຖຸ​ດິບ​ສົດ​ເຊັ່ນ ຊີ້ນ​ໝູ​ດິບ, ເຫັດສະ​ນຸ່ນ ແລະ ເຫັດ​ຫອມ​ຊະ​ນິດ​ພິ​ເສດ. ນາງ​ແອງ ເວົ້າວ່າ :

    “ ສຳ​ລັບໄສ້​​​ຂອງ​ເຂົ້າ​ໜົມ, ຮ້ານ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ຄົນ​ວັດ​ຖຸ​ດິບ​ທັງ​ໝົດເຂົ້າ​ກັນໃນ​ພາບ​ດຽວ. ພຽງ​ແຕ່​ຄົນ​ເຫັດ​ຫອມ, ເຫັດ​ສະ​ນຸ່ນ, ເສັ້ນ​ລ້ອນ​ໄວ້​ກ່ອນ. ເມ​ື່ອ​ຫໍ່​ເຂົ້າ​ໜົ​ມ, ກໍ​ຍັດ​ວັດ​ຖຸ​ດິບ​ປະ​ສົມ​ໃສ່​ກ່ອນ, ແລ້ວ​ກໍ​ເອົາ​ຊີ້ນ​ຍັດ​ໃສ່​ຕາມຫຼັງ. ຕ້ອງ​ເຮັດ​ເຊັ່ນ​ນັ້ນ, ຈຶ່ງ​ສາ​ມາດ​ຮັກ​ສາ​ຄວາມ​ອ່ອນ​ຂອງ​ຊີ້ນ. ຢູ່ຮ້ານ​ອື່ນໆ, ເຂົາ​ເຈົ້າ​ມັກ​ເຮັດ​ໄສ້​ມີ​ໄຂ່​ນົກ​ຕື່ມ​ອີກ. ແຕ່​ຮ້ານ​ຂ້າ​ພະ​ເຈົ້າ​ບໍ່​ໃສ່​ໄຂ່​ຕື່ມ​ເພາະ​ວ່າ ໄສ້​ເຂົ້າ​ໜົມ​ມີຫຼາຍ​ຢ່າງ​ແລ້ວ, ຖ້າ​ຫາກ​ໃສ່​ໄຂ່​ຕື່ມ, ຈະ​ເຮັດ​ໃຫ້​ແຂກ​ເບື່ອ​ໄວ  ”

    ກໍ​ຍ້ອນ​ການເລືອກ​ເຟັ້ນ​ວັດ​ຖຸ​ດິບ ແລະ ​ປຸງ​ແຕ່ງ​ເຂົ້າ​ໜົ​ມ​ຢ່າງ​ລະ​ອຽດເຊັ່ນ​ນັ້ນ, ດັ່ງ​ນັ້ນ ຮ້ານ​ຂອງ​ນາງ​ແອງມີ​ແຂກ​ມາ​ກິນ​ເຕັມ​ໃນ​ທຸກ​ເວ​ລາ. ນາງ​ແອງ​ໃຫ້​ຮູ້​ວ່າ ເພື່ອ​ຮັບ​ໃຊ້​ຄວາມ​ນິ​ຍົມ​ບໍ​​ລິ​ໂພກ​ຂອງແຂກ​ເປັນຢ່າງ​ດີນັ້ນ, ມີ​ບາງ​ເວ​ລາ, ຮ້ານ​ຂອງ​ນາງກໍ​ຕ້ອງ​ການ​ຄົນ​ຮັບ​ໃຊ້​ເຖິງ 10-20 ຄົນ.

   “  ແຕ່​ລະ​ມື້, ຮ້ານ​ຂ້າ​ພະ​ເຈົ້າ​ຂາຍ​ເຂົ້າ​ໜົ​ມນັບ​ແຕ່ 9 ໂມງ​ຕອນ​ເຊົ້າ​ຮອດ 22 ໂມງ​ຄ່ຳ. ຍາມ​ລະ​ດູ​ໜາວ, ແຂກ​ມາ​ກິນຫຼາຍກວ່າ​ຍາມ​ຮ້ອນ. ເພາະ​ອາ​ຫານ​ເຍືອງນີ້ ແທດ​ເໝາະກັບ​ຍາມ​ໜາວ ”

                                              ເມື່ອ​ໄດ້​ຍິນ​ແຂກ​ສັ່ງ​ເຂົ້າ​ໜົມ, ນ​າງ​ແອງໄດ້​ໃຊ້​ເ​ຫລັກ​ຄີບ​ລີບ​ເອົາ​ເຂົ້າ​ໜົມ​ແຕ່​ລະ​ອັນ​ຂຶ້ນ, ແລ້ວ​ກໍ​ຕັດ​ເຂົ້າ​ໜົມ​ເປັນ 3 ຕ່ອນ​, ວາງ​ໃສ່​ຈານ    ພ້ອມ​ກັບ​ຜັກ​ຫອມ ແລະ ນ້ຳ​ຈ້ຳ 2 ຖ້ວຍ . ທ້າວ​ທິ້ງ ພ້ອມ​ກັບ​ແຟນ​ພວມ​ນັ່ງ​ລໍ​ຖ້າ​ກິນ​ເຂົ້າ​ໜົມ​ໝາກ​ແປບ. ທ້າວ​ທິ້ງ​ເວົ້າ​ວ​່າ : (ເທບ)

     “ເຂົ້າໜົມ​ໝາກ​ແປບຢູ່ນີ້​ແຊບຫຼາຍ, ບໍ່​ມີ​ຮ້ານ​ໃດ​ທຽບ​ເທົ່າ​ໄດ້. ຂ້າ​ພະ​ເຈົ້າ​ມັກ​ນ້ຳ​ຈ້ຳຢູ່ນີ້​ເພາະ​ມີລົດ​ຫອມ​ພິ​ເສດ. ມັ​ນ​ຫວານ ແລະ ສົ້ມ​ພໍ​ດີ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ເຂົ້າ​ໜົມ​ຢູ່​ຮ້ານນີ້​ຂາຍ​ຖືກ ເມື່ອ​ທຽບ​ກັບ​ຮ້ານ​ອື່ນໆ  ”

                             ----------------------------------

 

     ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ !

  ເພື່ອ​ປຸງ​ແຕ່ງເຍື່ອງ​ອາ​ຫານເຂົ້າໜົມ​ໝາກ​ແປບ ໃຫ້ 6 ຄົນ​ກິນ, ພວກ​ເພື່ອນ​ກະ​ກຽ​ມ​ວັດ​ຖຸ​ດິບ​ດັ່ງນີ້ :

-       ​ແປ້ງ​​ເຂົ້າ: 0,2 kg.

-       ຊີ້ນ​ໝູບົດ :  0,3 kg

-       ເສັ້ນ​ລ້ອນ :0,1 kg ພ້ອມ​ກັບເຫັດ​ຫອມ, ເຫັດ​ສະ​ນຸ່ນ, ນ້ຳ​ປາ, ໝາກ​ພີກ​ໄທ, ນ້ຳ​ຕານ, ນ້ຳ​ສົ້ມ, ໝາກ​ເຜັດ, ຫົວ​ຜັກ​ທຽມ.

   ທຳ​ອິດ​​ແມ່ນ​ຂັ້ນ​ຕອນ​ເຮັດຊັ້ນ​ນອກ​ຂອງ​ເຂົ້າ​ໜົມ : ພວກ​ເພື່ອນ​ຄັ້ນ​ແປ້ງ​​ກັບ​ນ້ຳ​ບໍ​ລິ​ສຸດ​ຈົນ​ໜຽວ, ​ປະ​ໄວ້​ປະ​ມານ 20 ນາ​ທີ, ແລ້ວ​ກໍ​ຕັດ​ເປັນ​ຕອນ​ນ້ອຍໆ​ ເພື່ອ​ນຳ​ໄປ​ຮີດ​ໃຫ້​ບາງ.   ທີ່ 2 ແມ່ນ​ ຂັ້ນ​ຕອນ​ເຮັດ​ໃສ້​ເຂົ້າ​ໜົມ. ເອົາ​ຊີ້​ນ​ໝູ​ບົດ, ເສັ້ນ​ລ້ອນ, ເຫັດ​ຫອມ, ເຫັດ​ສະ​ນຸ່ນ (ຕ້ອງ​ແຊ​ນ້ຳ 5 ນາ​ທີ ແລ້ວ​ຊ​ອ່ຍ​ໃຫ້​ບາງ ) , ນ້ຳ​ປາ, ໝາກ​ພີກ​ໄທ, ເກືອ, ທັງ​ໝົດ​ຕ້ອງ​ຄົນ​ເຂົ້າ​ກັນ. ແລ້ວ​ເອົາ​ວັດ​ຖຸ​ດິບ​ປະ​ສົມ​ນີ້ ຍັດ​ໃສ່​ຊັ້ນ​ນອກ​ເຂົ້າ​ໜົມ, ແລ້ວ​ກໍ​ນຳ​ໄປ​ຈືນ​ໃຫ້​ສຸກ​ເຫຼືອງ. ສຸດ​ທ້າຍ​ພວກ​ເພື່ອນ​ແຕ່ງ​ນ້ຳ​ຈ້ຳ ດ້ວຍນ້ຳ​ປາ, ນ້ຳ​ສົ້​ມ, ນ້ຳ​ຕານ, ຫົວ​ຜັກ​ທຽມ ແລະ ໝາກ​ເຜັດ.

ຫວັງ​ວ່າ​ພວກ​ເພື່ອນ​ຈະ​ກິນ​ແຊບ.

ຕອບກັບ