ເຂົ້າໜົມ ບັນແຕ໋, ອາຫານພິເສດຂອງນະຄອນຮ່າໂນ້ຍ

Minh Duc
Chia sẻ
ບໍ່​ວ່າ​ຜູ້​ໃດ​ເມື່ອ​ມີ​ໂອ​ກາດ​ແວ່​ຢາມ​ໝູ່​ບ້ານ​ຟູ້​ຍີ, ເທດ​ສະ​ບານ ເຊີນ​ໄຕ, ຮ່າ​ໂນ້ຍ, ແນ່ນອນ​ວ່າ​ຈະ​ໄດ້​ຊິມ​ລົດ​ຊາດ​ພິ​ເສດ​ຂອງ​ເຂົ້າ​ໜົມ ບັນ​ແຕ໋. ບັນ​ແຕ໋ແມ່ນ​ເຂົ້າ​ໜົມ​ຊະ​ນິດ​ໜຶ່ງ​ທີ່ຫຼາຍໆ​ຄົນ​ນິ​ຍົມ​ບໍ​ລິ​ໂພກ

ບໍ່​ວ່າ​ຜູ້​ໃດ​ເມື່ອ​ມີ​ໂອ​ກາດ​ແວ່​ຢາມ​ໝູ່​ບ້ານ​ຟູ້​ຍີ, ເທດ​ສະ​ບານ ເຊີນ​ໄຕ, ຮ່າ​ໂນ້ຍ, ແນ່ນອນ​ວ່າ​ຈະ​ໄດ້​ຊິມ​ລົດ​ຊາດ​ພິ​ເສດ​ຂອງ​ເຂົ້າ​ໜົມ ບັນ​ແຕ໋. ບັນ​ແຕ໋ແມ່ນ​ເຂົ້າ​ໜົມ​ຊະ​ນິດ​ໜຶ່ງ​ທີ່ຫຼາຍໆ​ຄົນ​ນິ​ຍົມ​ບໍ​ລິ​ໂພກ, ຍ​ອ້ນ​​ນຳ​ໃຊ້ບັນ​ດາ​ວັດ​ຖຸ​ດິບ​ທີ່​ລຶ້ງ​ເຄີຍ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຊາວ​ກະ​ສີ​ກອນ​ເພື່ອ​ປຸງ​ແຕ່ງ​ເຂົ້າ​ໜົມ, ເປັນ​ຕົ້ນ​ແມ່ນ​ເຂົ້າ​ຈ້າວ, ຊີ້ນ​ໝູ​, ເຫັດ​ສະ​ນຸ່ນ, ຜັກ​ຫອມ​ບົວ, ໃບ​ຕອງ​ກ້ວຍ​ເພື່ອ​ຫໍ່​ເຂົ້າ​ໜົມ ແລະ ເຂົ້າ​ໜົມ ບັນ​ແຕ໋ ໄດ້​ກາຍ​ເປັນ​ອາ​ຫານ​ພິ​ເສດ​ຂອງ​ໝູ່​ບ້ານ​ຟູ້​ຍີ. 

ເຂົ້າໜົມ ບັນແຕ໋, ອາຫານພິເສດຂອງນະຄອນຮ່າໂນ້ຍ  - ảnh 1
ເຂົ້າ​ໜົມ ບັນ​ແຕ໋ ແມ່ນ​ອາ​ຫານ​ພິ​ເສດ​ຢູ່​ເຂດ​ທົ່ງ​ພຽງພາກ​ເໜືອ

      ຮອດ​ເວ​ລາ​ເກືອບ 17 ໂມງ​ແລ້ວ, ແຕ່​ເສັ້ນ​ທາງ​ເຂົ້າ​ ໝູ່​ບ້ານ​ຟູ້​ຍີ ຍັງ​ມີ​ກິ່ນ​ຫອມ​ຂອງຂອງ​ຊີ້ນ ແລະ ຜັກ​ຫອມ​ບົວ​ຂົ້ວ. ນີ້​ແມ່ນ ໝູ່​ບ້ານ​ທີ່​ມີ​ຊື່​ສຽງດ້ວຍ​ການ​ເຮັດເຂົ້າ​ໜົມ ບັນ​ແຕ໋ ຊຶ່ງ​ແມ່ນ​ອາ​ຫານ​ພິ​ເສດ​ຢູ່​ເຂດ​ທົ່ງ​ພຽງພາກ​ເໜືອ.

     ເຮືອນ​ຂອງ​ປ້າ ຮ່​ວາງ​ທິ​ເວີນ​ຕັ້ງ​ຢູ່​ແຄມ​ທາງ​ໃນ ໝູ່​ບ້ານ​ຟູ້​ຍີ. ບ່ອນ​ໃຊ້​ເພື່ອ​ຜະ​ລິດ ເຂົ້າ​ໜົມ ບັນ​ແຕ໋​ແມ່ນ​ເຮືອນ​ຄົວ​ຂອງ​ຄອບ​ຄົວ​ປ້າ. ໃນ​ເຮືອນ​ຄົວ, ມີ​ຄຸ, ຊາມພ້ອມ​ວັດ​ຖຸ​ດິບ​ຊະ​ນິດ​ຕ່າງໆ​ເພື່ອ​ຜະ​ລິດ​ເຂົ້າໜົມ​ຖືກວາງເດຍ​ລະ​ດາດ.  ປ້າ ຮ່​ວາງ​ທິ​ເວີນພວມ​ຂຸ້​ນ​ຂ້ຽວ​ເຊັດໃບ​ຕອງ​ກ້ວຍ​ໃຫ້​ແຫ້ງ​ເພື່ອ​ຫໍ່ເຂົ້າ​ໜົມບັນ​ແຕ໋. ປ້າ​ເວີນ ໃຫ້​ຮູ້​ວ່າ : 

  “ ສຳ​ລັບ ໃບ​ຕອງ​ກ້ວຍ​​ແຫ້ງ ແມ່ນ​ຕ້ອງ​ໄປ​ເອົາ​ແຕ່​ຮຸ່ງ​ເຊົ້າ, ເພາະ​ເວ​ລານັ້ນ​, ຍັງອຸ່ນ, ດັ່ງ​ນັ້ນ​ບໍ່​ຖືກ​ຂາດ​ງ່າຍ. ຖ້າ​ຫາກ​ເອົາ​ຍາມ​ແດດ, ໃບ​ຕອງ​ກ້ວຍ​ມັກ​ຂາດ, ເປັນ​ການ​ຍາກ​ເມື່ອ​ຫໍ່​ເຂົ​້າໜົມ ”

   ນອກ​ຈາກ​ເລື່ອງເລືອກ​ເອົາໃບ​ຕອງ​ກ້ວຍ​ເພື່ອ​ຫໍ່ເຂົ້າ​ໜົມແລ້ວ, ປ້າ​ເວີນ​ຍັງ​ແບ່ງ​ປັນ​ວ່າ : ຂັ້ນ​ຕອນ​ເລືອກ​ເອົາ​ວັດ​ຖຸ​ດິບ​ກໍ​ສຳ​ຄັນ​ທີ່​ສຸດ. ເພື່ອ​ໃຫ້​ເຂົ້າ​ໜົມຂາວ, ຫອມ​ ແລະ ແຊບ, ກໍ​ຕ້ອງ​ເລືອກ​ເອົາເຂົ້າ​ສານ​ຊະ​ນິດ​ທີ່​ມີ​ຄຸນ​ນະ​ພາບ​ສູງ. ເຂົ້າ​ສານ​ທີ່​ເຮັດ​ຊັ້ນ​ນອກ​ຂອງເຂົ້າ​ໜົມ ບັນ​ແຕ໋ ແມ່ນ​ໃຊ້​ພຽງ​ແຕ່​ເຂົ້າ​ຈ້າວ​ເທົ່າ​ນັ້ນ.    ປ້າ ຮ່​ວາງ​ທິ​ເວີນ ໃຫ້​ຮູ້​ວ່າ :

     “ ເມື່ອ​ເລືອກ​ເອົາ​ເຂົ້າ​ຈ້າວ, ພວກ​ເຮົາ​ຄວນ​ໃຊ້​ເຂົ້າສານ​ເກົ່າ​ຈາກລະ​ດູເກັບ​ກ່ຽວ​ປີ​ກ່ອນ. ຫຼັງ​ຈາ​ກນັ້ນ, ຕ້ອງ​ໝ່າ​ເຂົ້າ​ປະ​ມານ 4-5 ວັນ, ແຕ່​ລະ​ວັນ​ຕ້ອງຖ່າຍ​ນ້ຳ 2 ເທືຶ່ອ, ເຮັດ​ເຊັ່ນ​ນັ້ນ, ເຂົ້າ​ຈະ​ບໍ່​ສົ້ມ ແລະ ໜຽວ​ເມື່ອ​ບົດ ”

  ເມື່ອ​ໝ່າເປັນ​ເວ​ລາ​ພຽງ​ພໍ​ແລ້ວ, ກໍ​ຕ້ອງ​ຕັກ​ແປ້ງ​ຂຶ້ນ, ໃສ່​ເກືອ​ເລກ​ນ້ອຍ, ປ່ອຍ​ນ້ຳ​ເກົ່າ​ອອກ​ເພື່ອບໍ່​ໃຫ້​ສົ້ມ, ແລ້ວ​ປະ​ໃຫ້​ນ້ຳ​ຄ່ອຍຍ້ອຍ​ລົງ. ນີ້​ແມ່ນ​ເຄັດ​ລັບ​ສະ​ເພາະ​ຂອງ​ຜູ້​ເຮັດເຂົ້າ​ໜົມ ບັນ​ແຕ໋​ຢູ່ໝູ່​ບ້ານ​ຟູ້​ຍີ. ປ້າຮ່​ວາງ​ທິ​ເວີນເວົ້າວ່າ :

     “ ສະ​ເພາະ​ຊັ້ນ​ນອກ​ຂອງ​ເຂົ້າ​ໜົມ ບັນ​ແຕ໋​, ເມື່ອປຸງ​ແຕ່ງ​ພຽງ​ແຕ່​ໃຊ້​ເກືອ ແລະ ແປ້ງ​ນົວ​ເທົ່າ​ນັ້ນ. ເມື່ອ​ເອົາ​ແປ້ງ​ໃສ່​ໝໍ້ ເພື່ອ​ຕົ້ມ​ໃຫ້​ສຸກນັ້ນ, ກໍ​ຕ້ອງ​ຄົນ​ໄວ ເພື່ອ​ໃຫ້​ແປ້ງ​ມີ​ຄວາມ​ໜຽວ. ສຳ​ລັບ​ໄສ້​ຂອງເຂົ້າ​ໜົມ ບັນ​ແຕ໋ ແມ່ນ​ຖືກ​ເຮັດ​ດ້ວຍ​ເຫັດ​ສະ​ນຸ່ນ, ຊີ້ນ​ໝູ 3 ຊັ້ນ ແລະ ຫົວ​ຜັກ​ບົວ​ແຫ້ງ​ຖືກ​ຟັກ​ໃຫ້​ມຸ່ນ, ຫຼັງ​ຈາກນັ້ນ​ເອົາ​ວັດ​ຖຸ​ດິບ​ທັງ​ໝົດ​ເຫຼົ້າ​ນັ້ນ​ປະ​ສົມ​ເຂົ້າ​ກັນ, ໃສ່​ເກືອ ແລະ ໝາກ​ພີກ​ໄທ​ຕື່ມ​ນ້ອຍ​ໜຶ່ງ, ຫຼັງ​ຈາກນັ້ນ, ເອົາ​ໄປ​ຂົ້​ວ​ໃຫ້​ສຸກ​ ”

   ເມື່ອ​ຫໍ່​ເຂົ້າ​ໜົມ, ແມ່ນ​ຕ້ອງ​ຫໍ່​ໃຫ້​ສະ​ໝ່່ຳ​ສະ​ເໝີ, ບໍ່​ເຮັດ​ໜາ ຫຼື ບາງ​ເກີນ​ໄປ. ສຳ​ລັບ​ໄສ້​ຂອງ​ເຂົ້າໜົມ ກໍ​ຕ້ອງ​ໃສ່​ພໍ​ດີ​ເພື່ອ​ຫຼີກ​ລ້ຽງ​ໃຫ້​ຊັ້ນ​ນອກ​ຖືກ​ຂາດ. ເຂົ້າ​ໜົມ​ແຕ່ລະ​ກ້ອນ​ເມື່ອ​ຫໍ່​ສຳ​ເລັ​ດ ແມ່ນ​ມີ​ຄວາມ​ຍາວ​ປະ​ມານ 25 ຊັງ​ຕີ​ແມັດ. ພາຍຫຼັງ​ຫໍ່​ເຂົ້າ​ໜົ​ມ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ, ກໍ​ນຳ​ໄປ​ຕົ້ມ​ປະ​ມານ 30 ນາ​ທີ່​ຈຶ່ງ​ສຳ​ເລັດ. ເມື່ອ​ກິນເຂົ້າ​ໜົມ ບັນ​ແຕ໋ ແມ່ນ​ຕ້ອງ​ກິນ​ຮ້ອນ ແລະ ຈ້ຳ​ກັບ​ນ້ຳ​ປາ​ພິ​ເສດ, ໃສ່​ໝາກ​ພີກ​ໄທ​ຕື່ມ​ເລກ​ນ້ອຍ​ເພື່ອ​ໃຫ້​ຫອມ.      ນາງ​ເຟືອງ ລູກ​ຄ້າ​ມາ​ຊື້ ເຂົ້າ​ໜົມ ບັນ​ແຕ໋ ຂອງປ້າເວີນ ໃຫ້​ຮູ້​ວ່າ :

   “ເຂົ້າ​ໜົມ ບັນ​ແຕ໋ ຢູ່​ຮ່າ​ໂນ້ຍ​ຖືກ​ເຮັດ​ແບບ​ອຸດ​ສາ​ຫະ​ກຳຫຼາຍກວ່າ​ເມື່ອ​ທຽບ​ໃສ່​ຢູ່​ເຂດ​ບ້ານ​ນາ. ຢູ່​ຊັ້ນ​ນອກ​ຂອງ​ເຂົ້າ​ໜົມ ກໍ​ເຫັນ​ມີ​ຄວາມ​ແຕກ​ຕ່າງ​ກັນ. ຢູ່​ຊົນ​ນະ​ບົດ, ການ​ຫໍ່ ແລະ ມັດ​ເຂົ້າ​ໜົມ​ກໍ​ແຕກ​ຕ່າງ​ກັນ. ຂ້າ​ພະ​ເຈົ້າ​ມັກ​ກິນ ເຂົ້າ​ໜົມ ບັນ​ແຕ໋​ຢູ່ນີ້. ລາ​ຄາ​ຂາຍ​ເຂົ້າ​ໜົມ ກໍ​ເໝາະ​ສົມ. ແຕ່ 5 ຫາ 7 ພັນ​ດົງ/ກ້ອນ ”

      ເຂົ້າ​ໜົມ ບັນ​ແຕ໋ ແມ່ນ​ອາ​ຫານ​ຊະ​ນິດ​ໜຶ່ງ​ຢູ່​ເຂດ​ບ້ານ​ນາ​ທີ່​ລຽບ​ງ່າຍ, ຊຶ່ງບໍ່​ວ່າ​ຜູ້​ໃດ​ຈາກ​ຜູ້​ອາ​ຍຸ​ສູງ​ຕະຫຼອດ​ຮອດ​ເດັກ​ນ້ອຍ ລ້ວຍ​ແຕ່​ສາ​ມາດ​ກິນ​ໄດ້​ໝົດ. ເມື່ອ​ກິນ, ຕ້ອງ​ໃຊ້​ມິດ​ຕັດ​ເຂົ້າໜົມ​ເປັນ​ແຕ່​ລະ​ຕອນ, ແລ້ວ​ເອົາ​ໃສ່​ຈານ. ເມື່ອ​ກິນ​ເຂົ້າ​ໜົມ ບັນ​ແຕ໋, ຜູ້​ບໍ​ລ​ິໂພກ ຕ່າງ​ກໍ​ສາ​ມາດ​ເຫັນ​ໄດ້​ເຖິງ​ຄວາມ​ໜຽວ​ຂອງ​ຊັ້ນ​ນອກ​ເຂົ້າ​ໜົ້ມ, ລົດ​ເຂັ້ມ​ຂົ້ນຂອງ​ໄສ້ ແລະ ລົດ​ຫອມ​ຂອງ​ໝາກ​ພີກ​ໄທ ແລະ ຜັກ​ຫອມ​ບົວ. ເຂົ້າ​ໜົມ ບັນ​ແຕ໋ ອາດ​ຈະ​ກິນ​ໄດ້​ໃນ​ຍ​າມ​ເຊົ້າ ແລະ ຕອນ​ທ່ຽງ, ຕອນ​ຄ່ຳ​ກໍ​ແລ້ວ​ແຕ່, ກິນຫຼາຍ​ກໍ​ບໍ່​ຮູ້​ສຶກ​ເບື່ອ​ແຕ່​ຢ່າງ​ໃດ.

ຕອບກັບ