ເຂົ້າໜົມ ບັນຈໍ, ອາຫານພິເສດຂອງນະຄອນຮ່າໂນ້ຍ

Dieu Hong
Chia sẻ
ບັນ​ຈໍ ແມ່ນ​ເຂົ້າ​ໜົມ​ຊະ​ນິດ​ໜຶ່ງ​ທີ່​ເຮັດ​ດ້ວຍ​ເຂົ້າ​ໜຽວ​ເມັດ​ໃຫຍ່​ຊຶ່ງ​ແມ່ນວັດ​ຖຸ​ດິບ​ທີ່​ລຶ້ງ​ເຄີຍ​ກັບ​ຊາວ​ກະ​ສີ​ກອນ​ເຂດ​ທົ່ງ​ພຽງ​ພາກ​ເໜືອ ແລະ ໃບ​ໄມ້​ເພື່ອ​ຫໍ່​ເຂົ້າ​ໜົມກໍ​ຕ້ອງ​ຂຶ້ນ​ກັບ​ແຕ່​ລະ​ເຂດ ຊຶ່ງ​ອາດ​ຈະ​ແມ່ນ​ໃບ​ຕອງ​ຈິງຫຼື​ໃບ​ຕອງ​ກ້ວຍ

    ບັນ​ຈໍ ແມ່ນ​ເຂົ້າ​ໜົມ​ຊະ​ນິດ​ໜຶ່ງ​ທີ່​ເຮັດ​ດ້ວຍ​ເຂົ້າ​ໜຽວ​ເມັດ​ໃຫຍ່​ຊຶ່ງ​ແມ່ນວັດ​ຖຸ​ດິບ​ທີ່​ລຶ້ງ​ເຄີຍ​ກັບ​ຊາວ​ກະ​ສີ​ກອນ​ເຂດ​ທົ່ງ​ພຽງ​ພາກ​ເໜືອ ແລະ ໃບ​ໄມ້​ເພື່ອ​ຫໍ່​ເຂົ້າ​ໜົມກໍ​ຕ້ອງ​ຂຶ້ນ​ກັບ​ແຕ່​ລະ​ເຂດ ຊຶ່ງ​ອາດ​ຈະ​ແມ່ນ​ໃບ​ຕອງ​ຈິງຫຼື​ໃບ​ຕອງ​ກ້ວຍ. ແຕ່​ພິ​ເສດ, ເຂົ້າ​ໜຽວ​ຕ້ອງ​ໝ່າ​ເປັນຫຼາຍ​ຊົ່ວ​ໂມງໃນນ້ຳ​ຂີ້​ເທົ່າ​ທີ່​ໄດ້​ຈາກ​ການ​ຈູດ​ເຜົາ​ເປືອກ​ໝາກ​ກ້ຽງ​ໃຫຍ່​ແຫ້ງ.     

ເຂົ້າໜົມ ບັນຈໍ, ອາຫານພິເສດຂອງນະຄອນຮ່າໂນ້ຍ - ảnh 1
ເຂົ້າ​ໜົມ ບັນ​​ຈໍ, ອາຫານ​ພິ​ເສດ​ຂອງ​ນະ​ຄອນ​ຮ່າ​ໂນ້ຍ

        ປ້າ​ເນັດ ປີນີ້​ມີ​ອາ​ຍຸກວ່າ 60 ປີ, ລາວ​ແມ່ນ​ຄົນ​ຈ່ອຍ​ຜອມ, ຜິວ​ດຳ​ແດງ​. ມື້​ໃດ​ກໍ​ເຊັ່ນ​ດຽວ​ກັນ, ນັບແຕ່ເຊົ້າໆ ປ້າ​ເນັດໄດ້​ຕື່ນນອນ​ເພື່ອ​ຫາບ​ບັນ​ຈໍໄປ​​ຂາຍ​ຢູ່ຕະຫຼາດຊຸມ​ຊົນ​ທີ່​ເມືອງ ຮາຍ​ບາ​ຈຶງ, ຮ່າ​ໂນ້ຍ. ປ້າ​ເນັດແມ່ນ​ຊາວ​ບ້ານ ດັກ​ເສີ, ເມືອງ​ຮ່​ວາຍ​ດຶກ, ຮ່າ​ໂນ້ຍ ຊຶ່ງ​ແມ່ນ​ໝູ່​ບ້ານ​ອາ​ຊີບ​ເຮັດ ບັນ​ຈໍ, ດັ່ງ​ນັ້ນ ປ້າ​ເນັດໄດ້​ເຮັດ ປ້າ​ເນັດ​ຂາຍ​ໄດ້​ກວ່າ 20 ປີ​ແລ້ວ. ບັນ​ຈໍແຕ່​ລະ​ກ້ອນ ໃຫຍ່​ຊ່ຳ 2 ນິ້ວ​ມື, ຍາ​ວ​ປະ​ມານ 13, 14 ຊັງ​ຕີ​ແມັດ ຖືກ​ຫໍ່​ດ້ວຍ​ໃບ​ຕອງ​ຈິງ. ຖ້າ​ຫາກ​ກິນ ບັນ​ຈໍ ລ້າໆ ກໍ​ບໍ່​ຮູ້​ສຶກວ່າ​ແຊບ​ແຕ່​ຢ່າງ​ໃດ, ແຕ່​ໃນ​ເມື່ອ​ຕັດ​ເປັນ​ຕອນ​ນ້ອຍ​ແຕ່​ລະ​ຕອນ ແລະ ຈ້ຳ​ກັບ​ນ້ຳ​ຕານ​ອ້ອຍ, ຈະ​ຮູ້​ສຶກ​ເປັນ​ຕາໜ້າກິນ​ທີ່​ສຸດ. ຢູ່​ເຂດ​ທົ່ງ​ພາກ​ເໜືອ, ມີຫຼາຍ​ແຫ່ງ​ເຮັດ ບັນ​ຈໍ, ແຕ່​ລະ​ເຂດ​ພັດ​ມີ​ວິ​ທີ​ປຸງ​ແຕ່ງ​ແຕກ​ຕ່າງ​ກັນໂດຍ ໝ່າ​ກັບ​ນ້ຳ​ຂີ້​ເທົ່າ​ທີ່​ເຮັດດ້ວຍ​ເຂັດ​ລັບສະ​ເພາະ. ແຕ່ ບັນ​ຈໍ​ຢູ​່​ບ້ານ ດັກ​ເສີມີ​ຊື່​ສຽງ​ກວ່າ​ໝູ່​, ເພາະ​ວ່ານ້ຳ​ຂີ້​ເທົ່າ​ຖືກ​ປຸງ​ແຕ່ງ​ດ້ວຍ​ວັດ​ຖຸ​ດິບ​ທີ່​ຫາ​ງ່າຍທີ່​ສຸດ. ​ປ້າ​ເນັດ​ແນະ​ນຳ​ກ່ຽວ​ກັບ​ວິ​ທີ​ປຸງ​ແຕ່​ນ້ຳ​ຂີ້​ເທົ່າ​ວ່າ : 

  “ ສຳ​ລັບ​ນ້ຳ​ຂີ້​ເທົ່າ​ນີ້ ແມ່ນເຮັດດ້ວຍເປືອກ​ໝາກ​ກ້ຽງ​ໃຫຍ່​, ຮອດ​ຍາມ​​ໝາກ​ກ້ຽງ​ໃຫຍ່, ຄອບ​ຄົວ​ຂ້າ​ພະ​ເຈົ້າ​ກ​ກໍ​ໄດ້​ເກັບ​ເອົາ ເປືອກ​ໝາກ​ກ້ຽງ​ໃຫຍ່​, ແລ້ວ​ນຳ​ໄປ​ຕາກ​ແດດ​ໃຫ້​ແຫ້ງ, ຫຼັງ​ຈາກນັ້ນກໍ​ຈູດ​ເຜົາ​ເປັນ​ຂີ້​ເທົ່າ, ແລ້ວ​ກໍຕ້ອງ​ປະ​ໄວ້​ໃຫ້​ເຢັນ​ເສຍ​ກ່ອນຈຶ່ງ​ເຈືອ​ກັບ​ນ້ຳໃຫ້​ລະ​ລາຍ​ໝົດ. ຂີ້​ເທົ່າ​ບວງ​ໜຶ່ງ​ຕ້ອງ​ເຈືອ​ກັບ​ນ້ຳ 1 ລິດ. ຫຼັງ​ຈາກນັ້ນ ກໍກັ່ນ​ເອົາ​ສ່ວນ​ນ້ຳ​ໃສ​ເພື່ອ​ໝ່າ​ເຂົ້າ  ”

    ນອກ​ຈາກ​ການ​ຂາຍບັນ​ຈໍ​ແລ້ວ, ປ້າ​ເນັດ​ກໍ​ຍັງ​ຂາຍ​ນ້ຳ​ຂີ້​ເທົ່າ​ໃຫ້​ທຸກ​ຄົນໃດ​ທີ່ຕ້ອງ​ການ​ເຮັດບັນ​ຈໍ​ເອງ. ບັນ​ຈໍຖືກ​ຂາຍ​ດີ​ທີ່​​ສຸດໃນ​ຍາມ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ, ວັນ​ບຸນ​ຂ້າ​ແມ່​ກາ​ຝາກ ດ​ວານ​ເງາະ.

                                             ນາງ​ເຮືອງ ຊຶ່ງ​ແມ່ນ​ຜູ້​ມັກ​ຊື້ບັນ​ຈໍ​ຂອງປ້າ​ເນັດ​ເພື່ອ​ເປັນ​ຂອງ​ຕ້ອນ​ພີ​ນ້ອງ​ຢູ່​ບ້ານນອກ, ເມື່ອ​ຊື້ບັນ​ຈໍແຕ່​ລະ​ເທື່ອ, ນາງ​ເຮືອງ​ໄດ້ໄປ​ຫາປ້າ​ເນັດ​ເພື່ອ​ສັ່ງ​ເຮັດ​ກ່ອນ ແລະ ຊື້​ປະ​ມານ 50 ກ້ອນ. ແຕ່​ສະ​ເພາະ​ມື້ນີ້, ນາງ​ຢາກ​ຊື້ນ້ຳ​ຂີ້​ເທົ່າເມື​ອ​ເຮັດບັນ​ຈໍ ​ເອງ. ດັ່ງ​ນັ້ນ​ລາວ​ໄດ້​ຖາມປ້າ​ເນັດ​ໂດຍ​ລະ​ອຽດກ່ຽວ​ກັບ​ວິ​ທີ​ເລືອກ​ເອົາ​ເຂົ້າ​ໜຽ​ວ, ຂັ້ນ​ຕອນ​ໝ່າ​ເຂ​ົ້າ ແລະ ຫໍ່​ເຂົ້າ​ໜົມ.

 ​​    ຂໍ​ເຊີນ​ທ່ານ​ຕິດ​ຕາມການ​ສົນ​ທະ​ນາ​ລະ​ຫວ່າງ​ນາງ​ເຮືອງ ແລະ ປ້າ​ເນັດ : 

 “ - ປ້າ​ບອກຫຼານ​ກ່ຽວ​ກັບ​ວິ​ທີ​ປຸງ​ແຕ່ງ​ຄື​ແນວ​ໃດ​ເພ​ື​່ອໃຫ້​ແຊບ​ຄື​ດັ່ງເຂົ້າ​ໜົມບັນ​ຈໍທີ່​ປ້າ​ເຮັດ​​ແດ່ ​?

   - ໂອ! ວິ​ທີ​ປຸງ​ແຕ່ງ​ແມ່ນ​ງ່າຍດາຍ​ທີ່​ສຸດ, ຫຼານ​ໄປ​ຕະຫຼາດ​ຊື້​ເອົາ​ເຂົ້າ​ໜຽວ​ຊະ​ນິດ​ເມັດ​ໃຫຍ່​ປະ​ມານ 1 ກິ​ໂລ​ຣາມ. ຫຼັງ​ຈາກນັ້ນ ນຳ​ໄປເຊິ​ໃຫ້​ສະ​ອາດ, ແລ້ວ​ກໍ​ໝ່າ​ກັບ​ນ້ຳ​ຂີ້​ເທົ່າ​ປະ​ມານ 20 ຊົ່ວ​ໂມງ ຈຶ່ງ​ຫໍ່, ເມື່ອ​ຫໍ່​ແລ້ວໆ ກໍ​ນຳ​ໄປ​ຕົ້ມ​ປະ​ມານ 2-3 ຊົ່ວ​ໂມງ. ແລ້ວ​ຕັກ​ອອກ ແລ​ະ ຕ້ອງ​ປະ​ໃຫ້​​ມັນເຢັນ. ສຳ​ລັບ​ເຂົ​້າ​ໜົມ​ຊະ​ນິດນີ້​ຕ້ອງ​ກິນ​ເມື່ອ​ເຢັນ​ຈ​ຶ່ງ​ແຊບ.

  - ຂອບ​ໃຈ​ນຳ​ປ້າຫຼາຍໆ, ຖ້າ​ຫາກຫຼານ​​ສາ​ມາດເຮັດ​ເຂົ້າ​ໜົມທີ່​ແຊບ​ໄດ້, ຫຼານ​ກໍຈະຫາບ​ໄປ​​ເລາະຂາຍເພື່ອ​ແຂ່ງ​ຂັນ​ກັບ​ປ້າ”

     ຖ້າ​ຜູ້​ໃດ​ມີ​ຄວາມ​ຕ້ອງ​ການ​ເຮັດບັນ​ຈໍ, ປ້າ​ເນັດລ້ວນ​ແຕ່​ແນະ​ນຳ​ວິ​ທີ​ປຸງ​ແຕ່ງ​ໂດຍ​ລະ​ອຽດ, ແຕ່​ຍາກ​ທີ່​ຈະ​ມີ​ຜູ້​ໃດ​ສາ​ມາດ​ເຮັດ​ບັນ​ຈໍໄດ້ແຊບ​ຄືປ້າ​ເນັດ​ເລີຍ. ໃນ​ມື້​ທຳ​ມະ​ດາ, ປ້າ​ເນັດຂາຍບັນ​ຈໍ​ໄດ້​ປະ​ມານ 200 ກ້ອນ. ສະ​ເພາະ​ໃນ​ໂອ​ກາດ​ວັນ​ບຸນ​ຕ່າງໆ, ປ້າ​ເນັດສາ​ມາດ​ຂາຍບັນ​ຈໍໄດ້ຫຼາຍ​ທົບ 3-4 ເທົ່າ. ປ້າ​ເນັດເປີດ​ເຜີຍ​ວ່າ ຜົນ​ກຳ​ໄລ​ກໍ​ແມ່ນ​ເລື່ອງ​ສຳ​ຄັນ​ແທ້, ແຕ່​ສິ່ງ​ສຳຄັນກວ່າ​ໝູ່ ແມ່ນ​ລາວ​ສາ​ມາດ​ຮັກ​ສາ​ອາ​ຊີບ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ບ້ານ ດັກ​ເສີ ເພື່ອ​ສືບ​ທອດ​ໃຫ້​ເສັ່ນ​ລູກ​ເສັ່ນຫຼານ.

ຕອບກັບ