ເຂົ້າປຸ້ນປາຫາຍຟ່ອງ

Minh Duc
Chia sẻ
ເມື່ອ​ເວົ້າ​​ອາ​ຫານເຂົ້າ​ປຸ້ນ, ຜູ້​ຄົນ​ທັງຫຼາຍ​ຄິດ​ເລິີຍ​ເຖິງ​ເຍື່ອງ​ອາ​ຫານ​ເຂົ້າ​ປຸ້ນ​ປາ​ຫາຍ​ຟ່ອງ. ເຂົ້າ​ປຸ້ນ​ປາຫາຍ​ຟ່ອງ​ແມ່ນ​ເຍື່ອງ​ອາ​ຫານ​ຖືກ​ປຸ່ງ​ແຕ່ງ​ໂດຍ​ປະ​ສົມ​ປະ​ສານ​ລົດ​ຊາດ​ອາ​ຫານ​ເຂດ​ບ້ານ​ນາ​ພ້ອມ​ກັບ​ວັດ​ຖຸ​ດິບ​ສະ​ເພາະ​ຂອງ​ເຂດ​ທະ​ເລ
ເມື່ອ​ເວົ້າ​​ອາ​ຫານເຂົ້າ​ປຸ້ນ, ຜູ້​ຄົນ​ທັງຫຼາຍ​ຄິດ​ເລິີຍ​ເຖິງ​ເຍື່ອງ​ອາ​ຫານ​ເຂົ້າ​ປຸ້ນ​ປາ​ຫາຍ​ຟ່ອງ. ເຂົ້າ​ປຸ້ນ​ປາຫາຍ​ຟ່ອງ​ແມ່ນ​ເຍື່ອງ​ອາ​ຫານ​ຖືກ​ປຸ່ງ​ແຕ່ງ​ໂດຍ​ປະ​ສົມ​ປະ​ສານ​ລົດ​ຊາດ​ອາ​ຫານ​ເຂດ​ບ້ານ​ນາ​ພ້ອມ​ກັບ​ວັດ​ຖຸ​ດິບ​ສະ​ເພາະ​ຂອງ​ເຂດ​ທະ​ເລ. ຖ້າ​ຫາກ​ໄດ້​ກິນ​ແລ້ວ, ກໍ​ລ້ວນ​ແຕ່​ຢາກ​ກິນ​ອີກ.

 

  

ເຂົ້າປຸ້ນປາຫາຍຟ່ອງ - ảnh 1
ເຂົ້າປຸ້ນປາຫາຍຟ່ອງ

    ຖ້າ​ຫາກ​ທ່ານ​ມີ​ໂອ​ກາດ​ຍ່າງ​ເລາະ​ຜ່ານ​ຖະ​ໜົນ ເຈືອງດິ້ງ ທີ່ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ, ພວກ​ເພື່ອນອາດ​ຈະ​ເຫັນ​ຮ້ານ​ຂາຍເຂົ້າ​ປຸ້ນ​ປາ ຢາ​ເຮີນ ທີ່​ເຮືອນ​ເລກ​ທີ 623 . ນີ້​ແມ່ນ​ເຮືອນ​ຫ້ອງ​ແຖວ​ແຄມ​ທາງ ມີ​ເນື້ອ​ທີ່​ປະ​ມານ 30 ຕາ​ແມດ ໂດຍ​ຖືກ​ປະ​ດັບ​ປະ​ດາ​ຢ່າງ​ງາມ​ຕາ ແລະ ເວ​ລາ​ໃດ​ກໍ​ມີ​ແຂກ​ມາ​ກິນ​ເຕັມ​ຮ້ານ. ນາງ ເວີນ​ຈາງ ເຈົ້າ​ຂອງ ຮ້ານເຂົ້າ​ປຸ້ນ​ປາຫາຍ​ຟ່ອງ ໃຫ້​ຮູ້​ວ່າ :

   “ ຮ້ານ​ຂອງ​ຂ້າ​ພະ​ເຈົ້າເປີດ​ປະ​ຕູ​ຮັບ​ໃຊ້​ແຂກ​ແຕ່ 6 ໂມງ​ເຊົ້າ​ຫາ 14 ໂມງ ແລະ ຕອນ​ແລງ​ແຕ່ 17 ໂມງ 30 ຫາ 22 ໂມງ. ມື້​ໜຶ່ງ ມີ​ແຂກ​ປະ​ມານ 200 ຄົນ​ມາ​ກິນ ”

       ເຂົາ​ເຈົ້າມານີ້ ບໍ່​ພຽງ​ແຕ່​ໄດ້​ຊິມ​ລົດ​ຊາດ​ອາ​ຫານພິ​ເສດ​​ຂອງນະ​ຄອນ​ຫາຍ​ຟ່ອງເທົ່າ​ນັ້ນ, ຫາກ​ຍັງ​ມານີ້ເພື່ອ​ຮັບ​ເອົາ​ຄວາມ​ອົບ​ອຸ່ນ​ຂອງນະ​ຄອນ​ຫາຍ​ຟ່ອງ ການ​ຮັບ​ໃຊ້​ແຂກ​ຢ່າງ​ສະ​ໜິດ​ສະ​ໜົມ​ຂອງ​ຮ້ານ​ອີກ​ດ້ວຍ. ​ສຳ​ລັບເຂົ້າ​ປຸ້ນ​ປາຂອງ​ຮ້າຍ​ຢາ​ເຮີນ, ນອກ​ຈາກ​ມີ​ປາ​ຈືນ, ໄສ້​ອົວ​ຊີ້ນ​ງົວ, ປາ​ທູ​ຈືນແລ້ວ, ກໍ​ຍັງ​ມີ​ລູກ​ຊີ້ນ​ປາ​ທີ່​ແຊບ​ນົວ, ກິນ​ກັບ​ທູນ​ພ້ອມ​ດ້ວຍ​ເຄື່ອງ​ເຕີມ​ຄື ນ້ຳ​ໝາກ​ຂາມ, ໝາກ​ສົ້ມ…

     ທ້າວ ຫງວຽນ​ກົງ​ຮ​ວານ ຊາວ​ຫາຍ​ຟ່ອງ ແຂກ​ປະ​ຈຳ​ຂອງ​ຮ້ານເຂົ້າ​ປຸ້ນ​ປາຢາ​ເຮີນ ເປີດ​ເຜີຍ​ວ່າ : 

   “ ຂ້າ​ພະ​ເຈົ້າ​ໄດ້​ໄປ​ກິນ​ເຂົ້າ​ປຸ້ນ​ຢູ່​ຮ້ານ​ທີ່​ມີ​ຊື່​ສຽງຫຼາຍ​ແຫ່ງ​ທີ່​ຮ່າ​ໂນ້ຍ​ແລ້ວ, ແຕ່​ເຫັນ​ວ່າ ເຂົ້າ​ປຸ້ນ​ປາຫາຍ​ຟ່ອງ​ມີ​ຄວາມ​ແຕກ​ຕ່າງ​ກັບ​ບັນ​ດາ​ຮ້ານເຂົ້າ​ປຸ້ນ​ຢູ່​ຮ່​າ​ໂນ້ຍ. ເມື່ອ​ໄດ້​ກິນເຂົ້າ​ປຸ້ນ​ປາຫາຍ​ຟ່ອງ​ຈະ​ຮູ້​ສຶກ​ເຖິງ​ລົດ​ຫວານ​ຂອງ​ກະ​ດູກ, ຂອງ​ ຢໍປາ​, ລົດ​ເຜັດຂອງ​ໝາກ​ເຜັດ ແລະ ລົດ​ຫອມ​ຂອງ​ຜັກ​ຫອມ​ຊະ​ນິດ​ຕ່າງໆ. ເຂົ້າ​ປຸ້ນ​ປາຫາຍ​ຟ່ອງ​ ບໍ່​ພຽງ​ແຕ່​ແມ່ນ​ເພື່ອ​ຮັບ​ປະ​ທານ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຂດ​ດິນ​ຫາຍ​ຟ່ອງ​ອີກ​ດ້ວຍ ”

    ລົດ​ຫວານ​ພິ​ເສດ​ຂອງ​ນ້ຳ​ເຂົ້າ​ປຸ້ນ​ ແມ່ນ​ຖືກ​ເຈົ້າ​ຂອງ​ຮ້ານ​ປຸ່ງ​ແຕ່ງ​ຈາກ​ນ້ຳ​ຕົ້ມຫົວ​ປາ, ກະ​ດູກ​ປາ ເມື່ອກິນ​ຈະ​ມີ​ລົດ​ຫວານ ແລະ ພັດ​ບໍ່​ຄາວ​ແຕ່​ຢ່າງ​ໃດ. ສຳ​ລັບ​ປາ, ພາຍຫຼັງ​ປາດ​ເອົາ​ຊີ້ນ​ແລ້ວ, ນຳ​ໄປ​ເອືອບ​ກັບ​ເກືອ ແລະ ເຄື​ອ່ງ​ຫອມ, ແລ້ວ​ກໍ​ຈືນ​ໃຫ້​ສຸກ​ເຫຼືອງ​ພໍ​ດີ. ນາງ ເວີນ​ຈາງ ເຈົ້າ​ຂອງ ຮ້ານເຂົ້າ​ປຸ້ນ​ປາຫາຍ​ຟ່ອງ ໃຫ້​ຮູ້​ກ່ຽວ​ກັບ​ເຂັດ​ລັບ​ເມື່ອ​ປຸ່ງ​ແຕ່ງເຂົ້າ​ປຸ້ນ​ປາວ່າ :

   “ ທີ່​ໜຶ່ງ​ແມ່ນ​ນ້ຳ​ເຂົ້າ​ປຸ້ນ​ຕ້ອງ​ເຮັດ​ໃຫ້​ນ້ຳ​ບໍ່​ຄາວ,  ແລະ ທີ 2 ແມ່ນ​ຕ້ອງ​ຈືນ​ປາ​ຕ່າງ​ຫາກ ເພາະ​ຈະ​ຮັກ​ສາ​ກິນ​ຫອມ ແລ​ະ ບໍ່​ຖືກ​ເປື່ອຍ ”

      ເພື່ອ​ມີ​ລົດ​ຊາດ​ພິ​ເສດ​ຂອງເຂົ້າ​ປຸ້ນ​ປາ, ນາງ ເວີນ​ຈາງ ເຈົ້າ​ຂອງ ຮ້ານເຂົ້າ​ປຸ້ນ​ປາຫາຍ​ຟ່ອງແບ່ງ​ປັນ​ຕື່ມ​ອີກວ່າ :

   “ ປາ​ເຂັງ​ສົດ​ແມ່ນ​ຕ້ອງ​ຊຶ້​​ຢູ່ຮ່າ​ໂນ້ຍ, ສ່ວນ​ຢໍປາ​ທູ, ໄສ້ອົວ, ເສັ້ນ​ລ້ອນແມ່ນ​ຕ້ອງ​ສັ່ງຊື້​ມາ​ຈາກ​ນະ​ຄອນ​ຫາຍ​ຟ່ອງ. ມີ​ສິ່ງ​ໜຶ່ງ​ທີ່​ສາ​ມາດ​ສ້າງ​ໃຫ້​ມີ​ລົດ​ຊ​າດ​ພິ​ເສດ​ຂອງ ເຂົ້າ​ປຸ້ນ​ປາຫາຍ​ຟ່ອງ​ ນັ້ນແມ່ນ​ຕ້ອງ​ປຸງ​ແຕ່ງ​ນ້ຳ​ໝາກ​ຂາມ ແລະ ເມື່ອ​ກິນ​ເຂົ້າ​ປຸ້ນ​ປາ​ທີ່​ໃສ່ຕື່ມ​ນ້ຳໝາກ​ຂາມ ກໍ​ຈະ​ເຮັດ​ໃຫ້​ມີ​ລົດ​ຫອມ ແລະ ບໍ່​ຖືກ​ສົ້ມ​ແຮງ​ຄື​ໃສ່​ໝາກ​ນາວ ”

        ເຂົ້າ​ປຸ້ນ​ປາຫາຍ​ຟ່ອງ​ແມ່ນ ເຍື່ອງ​ອາ​ຫານ​ທີ່​ຜູ້​ບໍ​ລິ​ໂພກ​ທັງຫຼາຍ​ມັກ​ທີ່​ສຸດ ຍ້ອນ​ລົດ​ຫອມ​ພິ​ເສດ​ຂອງປາ ແລະ ນ້ຳ​ເຂົ້າ​ປຸ້ນ. ເຂົ້າ​ປຸ້ນ​ປາຫາຍ​ຟ່ອງ​ ບໍ່​ພຽງ​ແຕ່​ແມ່ນ ເຍື່ອງ​ອາ​ຫານ​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ສິ່ງ​ສະ​ແດງ​ໃຫ້​ເຫັນ​ແນວ​ຄິດ​ຈິດ​ໃຈ ແລະ ສ້າງ​ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ​ທາງ​ດ້າ​ນ​ອາ​ຫານ​ການ​ກິນ​ຂອງ​ເຂດ​ດິນ​ຫາຍ​ຟ່ອງ​ອີກ​ດ້ວຍ.

                                         
   ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ !

  ເພື່ອ​ປຸ່ງ​ແຕ່ງເຂົ້າ​ປຸ້ນ​ປາ 4 ຖ້ວຍ , ພວກ​ເພື່ອນ​ກະ​ກຽ​ມ​ວັດ​ຖຸ​ດິບ​ດັ່ງນີ້ :

-       ປາ​ເຂັງ ແລະ ປາ​ໂຄກ : 1 kg.

-       ປາ​ທູ 0,5 kg

-       ກະ​ດູກ​ໝູ 0,5 kg

-       ທູນ 6 ກ້ານ

-       ໝາກ​ເລັ່ນ 5 ໜ່ວຍ

-       ຂີງ 1 ຫົວ

-       ຂີ້​ໝິ້​ນ 2 ຫົວ

-       ໝາກ​ຂາມ​ສຸກ 5 ໜ່ວຍ ພ້ອມ​ດ້ວຍ​ໝາກ​ປີ, ຜັກ​ບົວ​ລະ​ພາ, ຜັກ​ຊີ, ຫອມ​ບົວ, ນ້ຳ​ປາ​, ເກືອ, ແປ້ງ​ນົວ…..

ການ​ປຸ່ງ​ແຕ​່ງນ້ຳເຂົ້າ​ປຸ້ນ​ :

   ປາ​ທູດິບ​ຕ້ອງ​ປາດ ແລະ ລ້າງ​ໃຫ້​ສະ​ອາດ, ແລ້ວ​ປາດ​ເອົາ​ຊີ້ນ ແລະ ກະ​ດູກ​ຕ່າງ​ຫາກ. ສ່ວນ​ກະດູກ ແລະ ຫົວ​ປາ​​ແມ່ນເອົາໄປ​ຕົ້ມ​ເອົາ​ນ້ຳ. ພ້ອມ​ກັນ​ນັ້ນ ກໍ​ເອົາ​ກະ​ດູກ​ໝູ ໄປ​ຕົ້ມ​ຕ່າງ​ຫາກ ແລ້ວ​ປົນ​ນ້ຳ 2 ໝໍ້​ນີ້​ໃສ່​ກັນ. ຫຼັງ​ຈາກນັ້ນ ຕ້ອງ​ຊິມ​ເບິ່ງ ພໍ​ດີ​ດີຫຼືບໍ່ ?

   ເຮັດ​ ຢໍປາ​, ປາຈືນ ​ :

-       ເອົາຊີ້ນ​ປາໄປ​ຕ່ຳຫຼື​ບົດ​ພ້ອມ​ດ້ວຍ​ຜັກ​ຊີ, ແລ້ວ​ເອືອບ​ກັບ​ແປ້ງ​ນົວ, ໝາກ​ພີກ​ໄທ, ເກືອ. ເມື່ອເອືອບ​ປະ​ມານ 30 ນາ​ທ​ີແລ້ວ, ຕ້ອງ​ເຮັດ​ເປັນ​ກ້ອນ​ນ້ອຍໆ ແລ້ວ​ໜີບ​ໃຫ້​ແປ ເພື່ອ​ນຳ​ໄປ​ຈືນ​ຈົນ​ສຸກ​ເຫຼືອງ.

-       ​ສຳ​ລັບ​ປາ​ເຂັງ : ກໍ​ຕ້ອງ​ລ້າງ​ໃຫ້​ສະ​ອາດ, ຕັດ​ເປັນ​ຕອນ​ຊ່ຳ​ນິ້ວ​ມື, ແລ້ວ​ນຳ​ໄປ​ຈືນ​ຈົນ​ກອບ​ເຫຼືອງ.

-       ສຳ​ລັບ​ທູນ, ຜັກ​ຫອ​ມນັ້ນ, ພວກ​ເພື່ອນ​ກໍ​ຕ້ອງ​ລ້າງ​ສະ​ອາດ, ແລ້ວ​ເອົາ​ໄປ​ແຊ່​ນ້ຳ​ເກືອ​ປະ​ມານ 10 ນາ​ທີ , ກໍ​ສາ​ມາດ​ກິນ​ໄດ້.

ເມື່ອ​ກິ​ນ, ພວກ​ເພື່ອນ​ເອົາ​ເຂົ້າ​ປຸ້ນ​ໃສ່​ຖ້ວຍ, ພ້ອມ​ກັບ​ ຢໍປາ​, ປາ​ຈືນ, ທູນ, ໝາ​ກປີ, ນ້ຳ​ໝາກ​ຂາມ, ໝາກ​ເຜັດ….ແລ້ວ​ກໍ​ຕັກ​ເອົາ​ນ້ຳ​ເຂົ້າ​ປຸ້ນ​ໃສ່​ຖ້ວຍ. ຫວັງ​ວ່າ​ພວກ​ເພື່ອນ​ຈະ​ກິນ​ແຊບ.

ຕອບກັບ