ຢ້ຽວເນັບໃນວັນບຸນດວານເງາະ

Minh Duc
Chia sẻ
ໃນ​ວັນ​ທີ 5 ເດືອນ 5 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ​ແຕ່​ລະ​ປີ, ຢູ່​ຕະຫຼາດ​ຕ່າງໆ​ຈາກ​ເຂດ​ຕົວ​ເມືອງ​ຕະຫຼອດ​ຮອດ​ເຂດ​ບ້ານນ​າ, ຢູ່​ໃສ​ກໍ​ເຫັນ​ມີ​ຄົນ​ໄປ​ຊື້​ໝາກ​ໄມ້​ຊະ​ນິດ​ຕ່າງໆ​, ພ້ອມ​ກັນ​ນັ້ນ, ຢ້ຽວ​ເນັບ​ກໍ​ແມ່ນ​ເຍື່ອງ​ອາ​ຫານ​ທີ່​ຜູ້​ຄົນ​ມັກ​ຊື້ຫຼາຍກວ່າ​ໝູ່

ໃນ​ວັນ​ທີ 5 ເດືອນ 5 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ​ແຕ່​ລະ​ປີ, ຢູ່​ຕະຫຼາດ​ຕ່າງໆ​ຈາກ​ເຂດ​ຕົວ​ເມືອງ​ຕະຫຼອດ​ຮອດ​ເຂດ​ບ້ານນ​າ, ຢູ່​ໃສ​ກໍ​ເຫັນ​ມີ​ຄົນ​ໄປ​ຊື້​ໝາກ​ໄມ້​ຊະ​ນິດ​ຕ່າງໆ​ເຊັ່ນ: ໝາກ​ລີ້ນ​ຈີ, ໝາກ​ໝັ້ນ, ໝາກມວງ….ພ້ອມ​ກັນ​ນັ້ນ, ຢ້ຽວ​ເນັບ​ກໍ​ແມ່ນ​ເຍື່ອງ​ອາ​ຫານ​ທີ່​ຜູ້​ຄົນ​ມັກ​ຊື້ຫຼາຍກວ່າ​ໝູ່​ເພື່ອ​ໃຕ້​ທູບ​ທຽນ​ບູ​ຊາ​ໃນ​ໂອ​ກາດ​ວັນ​ບຸນ​ຂ້າແມ່​ກາ​ຝາກ​ຂອງ​ຊາວ​ຫວຽດ​ນາມຫຼື​ເອີ້ນ​ວ່າ ບຸນດ​ວານ​ເງາະ.

 

ຢ້ຽວເນັບໃນວັນບຸນດວານເງາະ - ảnh 1
ຢ້ຽວເນັບໃນວັນບຸນດວານເງາະ

     ຕາມ​ຄວາມ​ສຳ​ນຶກ​ຂອງ​ປະ​ຊາ​ຊົນ​ເມື່ອ​ກ່ອນນີ້ ຊຶ່ງ​ຖື​ວ່າ , ຮອດ​ວັນ​ບຸນດ​ວານ​ເງາະ, ແມ່​ກາ​ຝາກ​ໃນ​ທ້ອງ​ຂອງ​ຄົນ​ເລີ່ມ​ແຜ່ຂ​ະ​ຫຍາຍ. ນີ້​ແມ່ນໂອ​ກາດ​ເພື່ອ​ໃຫ້​ຄົນ​ເຮົາ​ອາດ​ຈະ​ກິນ​ອາ​ຫານ, ໝາກ​ໄມ້​ທີ່​ມີ​ລົດ​ສົ້ມ, ຝາດ​ເພື່ອ​ປາບ​ມັນ. ນອກ​ຈາກນັ້ນ, ວັນ​ບຸນ​ຂ້າແມ່​ກາ​ຝາກຍັງ​ມີ​ຄວາມ​ໝາຍ​ແມ່ນ​ວັນ​ຂ້າ​ສັດ​ຕູ​ພືດ​ຂອງ​ຊາວ​ຫວຽດ​ນາມ​ອີກ​ດ້ວຍ. ພິ​ເສດ, ຢູ່​ເຂດ​ຊົນ​ນະ​ບົດຊຶ່ງ​ແມ່ນ​ແຫ່ງ​ທີ່​ປະ​ຊາ​ຊົນ​ເກືອບ​ທັງ​ໝົດ​ມີ​ຄວາມ​ຜູກ​ພັນ​ກັບ​ໄຮ່​ນາ​ຮົ້ວ​ສວນນັ້ນ, ປະ​ເພ​ນີນີ້​ຍິ່ງ​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ. ໃນ​ວັນ​ບຸນ​ຂ້າແມ່​ກາ​ຝາກນັ້ນ, ອາ​ຫານ​ເຍື່ອງ​ທຳ​ອິດ​ໃນ​ມື້​ຂອງ​ຊາວ​ຫວຽດ​ນາມ​ເວົ້າ​ລວມ ແລະ ຊາວ​ກະ​ສີ​ກອນ​ເວົ້າ​ສະ​ເພາະ ແມ່ນຢ້ຽວ​ເນັບຖ້ວຍ​ໜຶ່ງ. ຢ້ຽວ​ເນັບແມ່ນ​ອາ​ຫານ​ປະ​ກອບ​ດ້ວຍ​ເຂົ້າ​ໜຽວ ແລະ ນ້ຳ​ເຫຼົ້າ. ປ້າ ຫງວຽນ​ທິອື້ງ ປີນີ້​ມີ​ອາ​ຍຸກວ່າ 60 ປີ, ຊຶ່ງ​ແມ່ນ​ຜູ້​ເຮັດຢ້ຽວ​ເນັບ​ທີ່​ມີ​ຊື່​ສຽງ​ຢູ່​ບ້ານ ຕໍ້, ແທງ​ຈີ, ຮ່າ​ໂນ້ຍ ເປີດ​ເຜີຍ​ວ່າ : 

    “ ເພືຶ່ອ​ປຸງ​ແຕ່ງຢ້ຽວ​ເນັບ​ໃຫ້​ແຊບ​​ນັ້ນ, ຈຳ​ເປັນ​ຕ້ອງ​ເລືອກ​ເອົາ​ເຂົ​້າ​ໜຽວຊະ​ນິດ​ຫອມ ແລະ ເມັດ​ໃຫຍ່. ທຳ​ອິດ, ຕ້ອງ​ເຊິ​ເຂົ້າ​ໃຫ້​ສະ​ອ​າດ, ແລ້ວ​ປະ​ໃຫ້​ແຫ້ງ, ຫຼັງ​ຈາກນັ້ນ ເອົາ​ໄປ​ໜຶ້ງ. ສຳ​ລັບ​ການ​ໜຶ້ງ​ເຂົ້າ​ແມ່ນ​ຕ້ອງ​ໜຶ້ງ 2 ເທືີ່ອ, ເທື່ອ​ທີ 1 ແມ່ນ​ຕ້ອງ​ໜຶ້ງ​ປະ​ມານ 45 ນາ​ທີ່, ແລ້ວ​ກໍ​ໜຶ້ງ​ອີກ​ເທື່ອ​ໜຶ່ງ ປະ​ມານ 35 ນາ​ທີ່ ຈຶ່ງ​ສຳ​ເລັດ ”

     ເມື່ອ​ເຂົ້າໜຶ້ງສຸກແລ້ວ, ​ເມັດ​ເຂົ້າ​ໜຽວ​ຕ້ອງ​​ໃນ່​ສະ​ໝ່ຳ​ສະ​ເໝີ, ມີ​ຄວາມ​ເຫຼື້ອມ ແລະ ເບິ່ງງາມ​ຕາ. ຫຼັງ​ຈາກນັ້ນ​ ກໍ​ຕັກໃສ່​ພາ​ເຂົ້າ​ໃຫຍ່​ພໍ​ສົມ​ຄວນ, ແລ້ວ​ກໍ​ໃຊ້​ໄມ້​ຖູ່​ເຂ່ຍ​ໃຫ້​ກວ້​າງ​ອອກ​ເພື່ອໃຫ້​ມັນ​ເຢັນ, ຫຼັງ​ຈາກນັ້ນ ກໍ​ເອົາ​ແປ້ງ​ເຫຼົ້າ​ໂຮຍ​ໃສ່​ເທິ່ງ​ຢ່າງ​ສະ​ໝ່ຳ​ສະ​ເໝີ, ແລ້ວ​ກໍ​ນຳ​ໄປ​ບົ່ມ. ລຸງ ຫງວຽນ​ບ້າ​ຈ້ອງ ຜູ້​ເປັນ​ຜົວ​ຂອງ​ປ້າອື້ງ ໃຫ້​ຮູ້​ວ່າ : 

    “ຢ້ຽວ​ເນັບ​ຈະ​ແຊບຫຼືບໍ່​ນັ້ນ ແມ່ນ​ຕ້ອງ​ຂຶ້ນ​ກັບ​ແປ້ງ​ເຫຼົ້າ, ຂ​້າ​ພະ​ເຈົ້າເຮັດ​ແປ້ງ​ເຫຼົ້າດ້ວຍ​ຕົນເອງຕາມ​ເຄັດ​ລັບ​ສະ​ເພາະ​ຂອງ​ຕົນ. ເມື່ອ​ໂຮຍ​ແປ້ງ​ເຫຼົ້າ​ນັ້ນ, ກໍ​ຕ້ອງກວດ​ເບິ່ງວ່າ ເຂົ້າໜຽວ​ຍັງ​ຮ້ອນຫຼືບໍ່ ເພາະ​ວ່າ​ເມື່ອ​ເຮົາ​ໂຮຍ​ແປ້ງ​ເຫຼົ້າ​ຂະ​ນະ​ທີ່​ເຂົ້າ​ຍັງ​ຮ້ອນນັ້ນ, ຈະ​ພາ​ໃຫ້​ແປ້ງ​ເຫຼົ້າ​ຕາຍ ແລະ ຖ້າ​ຫາກ​ເຮົາ​ໂຮຍ​ແປ້ງ​ເຫຼົ້າ​ຂະ​ນະ​ທີ່​ເຂົ້າ​ເຢັນ​ເກີນ​ໄປ​ນັ້ນ ກໍ​ບໍ່​ໄດ້. ດັ່ງ​ນັ້ນ, ດີ​ທີ່​ສຸດ​ແມ່ນ​ຕ້ອງ​​ໂຮຍ​ແປ້ງ​ເຫຼົ້າ​ຂະ​ນະ​ທີ່​ເຂົ້າ​ຍັງ​ອຸ່ນ. ທຳມະ​ດາ​ແມ່ນຕ້ອງໂຮຍ​ແປ້ງ​ເຫຼົ້າ 100 ກ​ຣາມ ຕໍ່ເຂົ້າ​ໜຽວ 1 ກີ​ໂລກ​ຣາມ ”

      ເມື່ອ​ເຂົ້າ​ໜຽວ​​ໄດ້​​ໂຮຍ​ແປ້ງ​ເຫຼົ້າ​ໃສ່​ແລ້ວ, ກໍ​ຈະ​ຖືກ​ບົ່ມໃນ​ໃບ​ບົວ, ແຕ່​ລະ​ໃບ​ມີ​ເຂົ້າ​ໜຽວ​ປະ​ມານ 1 ກິ​ໂລກ​ຣາມ ແລະ ຕ້ອງ​ປະ​ໄວ້​ຮອດມື້ຕໍ່​ມາ ກໍ​ຈະ​ສາ​ມາດ​ກິນ​ໄດ້. ເມື່ອ​ກິນ, ພວກ​ເຮົາ​ຕ້ອງ​ເອົາ​ນ້ຳ​ເຫຼົ້າ​ປະ​ສົມ​ກັບ​ເຂົ້າ​ໜຽວ ຈະ​ສ້າງ​ເປັນ​ລົດ​ຊາດ​ພິ​ເສດ. ປ້າອື້ງ ໃຫ້​ຮູ້​ຕື່ມ​ອີກວ່າ : 

     “ຢ້ຽວ​ເນັບມີ 2 ຊະ​ນິດ, ນັ້ນ​ແມ່ນ​ຊະ​ນິດ​ທີ່​ເຮັດ​ດ້ວຍ​ເຂົ້າ​ໜຽວ​ຂາວ ແລະ ອີກ​ຊະ​ນິດ​ໜຶ່ງ​ທີ່​ເຮັດ​ດ້ວຍ​ເຂົ້າ​ກ່ຳ. ສະ​ເພາະຢ້ຽວ​ເນັບ​ຊະ​ນິດ​ເຮັດ​ດ້ວຍ​ເຂົ້າ​ກ່ຳນັ້ນ, ຜູ້​ບໍ​ລິ​ໂພກ​ມັກ​ກິນ​ແບບ​ປະ​ສົ​ມ​ກັບ​ນົມ​ສົ້ມ ”

    ສ່ວນ​ນາງ ຮ່​ວານ, ຜູ້​ເຄີຍ​ມາ​ຊື້ຢ້ຽວ​ເນັບ​ຂອງ​ປ້າອື້ງເປັນ​ປະ​ຈຳ ໃຫ້​ຮູ້​ວ່າ :
“ ຂ້າ​ພະ​ເຈົ້າ​ເຄີຍ​ຊື້ຢ້ຽວ​ເນັບ​ມາ​ກິນ​ເປັນ​ປະ​ຈຳ. ມື້ນີ້​ແມ່ນມື້​ພິ​ເສດ, ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຊື້​ຫຼາຍກວ່າ​ເພື່ອ​ໃຫ້​ທັງ​ຄອບ​ຄົວ​ກິນ​ນຳ​ກັນ​ໃນ​ໂອ​ກາດ​ວັນ​ບຸນ ດ​ວານ​ເງາະ. ຢ້ຽວ​ເນັບຂອງ​ປ້າອື້ງ​ແຊ​ບຫຼາຍ ”

                                                      ----------------------------------

     ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ !

  ເພື່ອ​ປຸງ​ແຕ່ງຢ້ຽວ​ເນັບ ພວກ​ເພື່ອນ​ກະ​ກຽ​ມ​ວັດ​ຖຸ​ດິບ​ດັ່ງນີ້ :

     -ເຂົ້າ​ໜຽວ​ເມັດ​ໃຫຍ່ 1 ກິ​ໂລກ​ຣາມ

     - ແປ້ງ​ເຫຼົ້າ 3 ກ້ອນ

     - ໃບ​ຕອງ​ກ້ວຍ(ຫຼື​ໃບ​ບົວ)

    ວິ​ທີ​ເຮັດ :

-       ຕ້ອງ​ໝ່າເຂົ້າ​ໜຽວ​ປະ​ມານ 8-10 ຊົ່ວ​ໂມງ

-       ເຊິ​ໃຫ້​ສະ​ອາດ

-       ໜຶ້ງ​ໃຫ້​ສຸກ

-       ຕັກໃສ່​ພາ​ເຂົ້າ​, ແລ້ວ​ກໍ​ໃຊ້​ໄມ້​ຖູ່​ເຂ່ຍ​ໃຫ້​ກວ້​າງ​ອອກ​ເພື່ອໃຫ້​ມັນ​ເຢັນ

-       ເອົາ​ແປ້ງ​ເຫຼົ້າ​ໂຮຍ​ໃສ່​ເທິງເຂົ້າ​ຢ່າງ​ສະ​ໝ່ຳ​ສະ​ເໝີ, ແລ້ວ​ກໍ​ນຳ​ໄປ​ບົ່ມໃນ​ໃບ​ບົວຫຼື​ໃບ​ຕອງ​ກ້ວຍ​ເປັນ​ເວ​ລາ 1-2 ມື້ ກໍ​ສາ​ມາດ​ກິນ​ໄດ້.

ສະ​ເພາະ​ນ້ຳ​ເຫຼົ້າ​ທີ່​ຍ້ອຍ​ລົງ​ທາງ​ລຸ່ມນັ້ນ ກໍ​ຄວນ​ໃສ່​ນ້ຳ​ຕານ​ໜ້ອຍ​ໜຶ່ງ.​  ຫວັງ​ວ່າ​ພວກ​ເພື່ອນ​ຈະ​ກິນ​ແຊບ.

ຕອບກັບ