ຢໍພຽງ-ອາຫານພິເສດຂອງຮ່າໂນ້ຍ

Dieu Hong
Chia sẻ
ພຽງ​ແມ່ນ​ສັດ​ປະ​ເພດ​ໜຶ່ງ​ເຄີຍ​ປະ​ກົດ​ຕົວ​ຢູ່​ເຂດ​ນ້ຳ​ເຄັມ​ທີ່​ມີ​ຊື່​ວິ​ທະ​ຍາ​ສາດ​ວ່າ Nereidae,  ມີຫຼາຍ​ຢູ່​ແຂວງ​ຫາຍ​ເຢືອງ, ນະ​ຄອນ​ຫາຍ​ຟ່ອງ ພາກ​ເໜືອ​ຫວຽດ​ນາມ

ຢໍພຽງ-ອາຫານພິເສດຂອງຮ່າໂນ້ຍ - ảnh 1
ຢໍພຽງ-ອາຫານພິເສດຂອງຮ່າໂນ້ຍ

   ພຽງ​ແມ່ນ​ສັດ​ປະ​ເພດ​ໜຶ່ງ​ເຄີຍ​ປະ​ກົດ​ຕົວ​ຢູ່​ເຂດ​ນ້ຳ​ເຄັມ​ທີ່​ມີ​ຊື່​ວິ​ທະ​ຍາ​ສາດ​ວ່າ Nereidae,  ມີຫຼາຍ​ຢູ່​ແຂວງ​ຫາຍ​ເຢືອງ, ນະ​ຄອນ​ຫາຍ​ຟ່ອງ ພາກ​ເໜືອ​ຫວຽດ​ນາມ. ສຳ​ລັບ​ຊາວ​ຮ່າ​ໂນ້ຍ​ແລ້ວ, ພຽງແມ່ນ​ວັດ​ຖຸ​ດິບ​ທີ່​ເຄີຍ​ປຸງ​ແຕ່ງເປັນ​ເຍືອງ​ອາ​ຫານ​ພິ​ເສດຢໍ​ພຽງ. ພຽງ​ເຄີຍ​ປະ​ກົດ​ມີ​ຂາຍຫຼາຍ​ທີ່​ສຸດ ແມ່ນ​ໃນ​ຍາມ​ເດືອນ 9 ແລະ 10 ແຕ່​ລະ​ປີ ໂດຍ​ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ.

 “ຢໍ​ພຽງແມ່ນ​ອາ​ຫານ​ຊະ​ນິດ​ໜຶ່ງ​ທີ່​ແຊບ​ນົວ, ພິ​ເສດ​ແມ່ນ​ມີ​ກິນ​ຫອມ​ຂອງ​ເປືອກ​ໝາກ​ກ້ຽງ​ນ້ອຍ. ທັງ​ຄອບ​ຄົວ​ຂ້າ​ພະ​ເຈົາ້, ກໍ​ມັກ​ກິນ ຢໍ​ພຽງ​ທີ່​ສຸດ”

   ສຳ​ລັບ​ປະ​ຊາ​ຊົນ​ຢູ່​ຖະ​ໜົນຫຼໍ່​ດຸກ​ເວົ້າ​ສະ​ເພາະ ແລະ ຊາວຮ່າໂນ້ຍ​ເວົ້າ​ລວມ​ແລ້ວ, ຮ້ານ​ຂາຍ ຢໍ​ພຽງ ຂອງ​ນາງ​ຊວນ ແມ່ນ​ຮ້ານ​ທີ່​ມີ​ຊື່​ສຽງ​ເພາະ ຢໍ​ພຽງ​ຂອງ​ຮ້ານ​ຍາມ​ໃດ​ກໍ​ຖືກ​ປຸງ​ແຕ່ງ​ດ້ວຍ​ວັດ​ຖຸ​ດິບ​ທີ່​ຮັບ​ປະ​ກັນ​ຄຸນ​ນະ​ພາບ. ​ໃນ​ມື້,ຢໍ​ພຽງເຮັດ​ໄດ້ຫຼາຍ​ເທົ່າ​ໃດ, ກໍ​ສາ​ມາດ​ຂາຍ​ໄດ້​ໝົດ​ເທົ່າ​ນັ້ນ.

    ຕາມ​ນາງ​ຊວນ​ແລ້ວ, ເຮັດຢໍ​ພຽງແຊບຫຼືບໍ່ ແມ່ນ​ຂຶ້ນ​ກັບ​ວັດ​ຖຸ​ດິບ. ຮອດ​ຍາມ​ມີ​ພຽງ​ໃນ​ແຕ່​ລະ​ປີ, ນາງ​ເຄີຍ​ໄປ​ເກັບ​ຊື້​ພຽງເຖິງ 20-30 ໂລ, ຕ້ອງ​ທຳ​ຄວາມ​ສະ​ອາດ, ແລ້ວນຳ​ເອົາ​ແຊ່​ເຢັນ​ໃນ​ຕູ້​ເຢັນ. ນາງ​ຊວນ​ໃຫ້​ຮູ້​ວ່າ :

    “ ເມື່ອ​ເລືອກ​ເອົາ​ພຽງ ແມ່ນ​ຕ້ອງ​ເອົາ​ໃຈ​ໃສ່​ດັ່ງ​ນີ້: ພຽງ​ຕ້ອງ​ມີ​ສີ​ແດງ, ຍັງ​ເປັນ ແລະ ພວມ​ລອຍ​ຢູ່, ນີ້​ຖື​ວ່າ​ແມ່ນ​ພຽງ​ທີ່​ຮັບ​ປະ​ກັນ​ຄຸນ​ນະ​ພາບ. ສ່ວນ​ພຽງ​ໄດ້​ປ່ຽນ​ສູ່​ສີ​ຂຽວ​ແມ່ນ ພຽງ​ບໍ່​ແຊບ​ອີກ ”

 

  ພຽງ​ແມ່ນ​ສັດ​ປະ​ເພດ​ໜຶ່ງ​ທີ່​ມີ​ທາດ​ບຳ​ລຸງ​ແກ່​ສຸ​ຂະ​ພາບ​ຂອງ​ມະ​ນຸດ, ດັ່ງ​ນັ້ນ​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ຜູ້​ບໍ​ລິ​ໂພກ​ທັງຫຼາຍ. ນາງ​ຊວນ​ເປີດ​ເຜີຍ​ວ່າ :

   “ ວັດ​ຖຸ​ດິບ​ຕົ້ນ​ຕໍ່​ເພື່ອ​ປ່ງ​ແຕ່ງ​ຢໍ​ພຽງ ລວມ​ມີ ຊີ້ນ, ໄຂ່, ຜັກ​ຫອມ​ບົວ, ຜັກ​ຊີ, ເກືອ, ໝາກ​ພີກ​ໄທ, ແປ້ງ​ນົວ ແລະ ສຳ​ຄັນ​ກວ່າ​ໝູ່​ແມ່ນ​ຕ້ອງ​ມີ​ເປືອກ​ໝາກ​ກ້ຽງ​ນ້ອຍ ”

    ນາງ​ຊວນ​ໃຫ້​ຮູ້​ຕື່ມ​ອີກວ່າ :

   “ເປືອກ​ໝາກ​ກ້ຽງ​ນ້ອຍແມ່ນ​ໃຊ້​ເພື່ອຫຼຸດ​ຜ່ອນ​ກິນ​ຄາວ​ຂອ​ງ​ພຽງ, ເປືອກ​ໝາກ​ກ້ຽງ​ຕ້ອງ​ຕັດນ້ອຍ, ແລ້ວ​ເອົາ​ໄປຄັນກັບ​ພຽງ ແລະ ເຄື​່ອງ​ຫອມ​ຕ່າງໆ, ຈຶ່ງ​ຈະ​ເຮັດ​ໃຫ້​ມີ​ລົດ​ຫອມ​ພິ​ເສດ ”

    ແຕ່​ລະ​ມື້, ຮ​້ານ​ຂອງ​ນາງ​ຊວນ​​ສາ​ມາດຂາຍ ຢໍ​ພຽງ ໄດ້​ນັບ​ສິບ​ໂລ, ຢໍ​ພຽງຕອນ​ນ້ອຍ​ຊ່ຳ​ຝາ​ມືແມ່ນ​ມີ​ລາ​ຄາ​ປະ​ມານ 20.000 ດົງ ປະ​ມານ 1 USD . ເມື່ອ​ກິນ ຢໍ​ພຽງ ກໍ​ຕ້ອງ​ຈ້ຳ​ນ້ຳ​ປາໃສ່​ໝາກ​ເຜັດ ແລະ ຖ້າ​ວ່າ​ພວກ​ເພື່ອນ​ກິນ​ຍາມ​ໜາວ​ກໍ​ແຊບ​ທີ່​ສຸດ.

      ຖ້າ​ຫາກ​ເພື່ອ​ຢາກ​ປຸງ​ແຕ່ງ ຢໍ​ພຽງ ໃຫ້ 4 ຄົນ​ກິ​ນ, ແມ່ນ​ຕ້ອງ​ກະ​ກຽມ​ວັດ​ຖຸ​ດິບ​ດັ່ງ​ນີ້:

    -ພຽງ : 300 ກຣາມ

    - ຊີ້ນ​ໝູ​ບົດ : 150 ກ​ຣາມ

    - ໄຂ່​ໄກ່   : 2 ໜ່ວຍ

    ພ້ອມ​ກັບເປືອກ​ໝາກ​ກ້ຽງ​ນ້ອຍ ຜັກ​ຫອມ​ບົວ, ຜັກ​ຊີ, ເກືອ, ໝາກ​ພີກ​ໄທ, ແປ້ງ​ນົວ…

    ທຳ​ອິດ, ພາຍຫຼັງ​ທີ່​ໄດ້​ຊື້​ພຽງ​ມາ​ແລ້ວ, ພວກ​ເພື່ອ​ນຳ​ເອົາ​ພຽງໃສ່ຊາມໜ່ວຍ​ໜຶ່ງ, ແລ້ວ​ຖອກ​ນ້ຳ​ເຢັນ​ໃສ່, ລ້າງ​ໃຫ້​ສະ​ອາດ, ຕໍ່​ຈາກນັ້ນ​ຕ້ອງ​ລ້າງ​ດ້ວຍ​ນ້ຳ​ອຸ່ນ, ແລ້ວ​ປະ​ໄວ້​ໃຫ້​ແຫ້ງ.

    ຫຼັງ​ຈາກນັ້ນ, ພວກ​ເພື່ອນ​ຕ້ອງ​ລ້າງ ເປືອກ​ໝາກ​ກ້ຽງ​ນ້ອຍ ຜັກ​ຫອມ​ບົວ, ຜັກ​ຊີໃຫ້​ສະ​ອາດ, ແລ້ວ​ຕັດ​ໃຫ້​ນ້ອຍ, ຕໍ່​ຈາກນັ້ນ​ຕ້ອງ​ຄັນກັບເກືອ, ໝາກ​ພີກ​ໄທ, ແປ້ງ​ນົວ ແລ້ວ​ເອົາໄຂ່​ແດງ​ພ້ອມ​ກັບ​ຊີ້​ໝູ​ບົດ ແລະ ພຽງໃສ່ ແລະ ຄົນ​ໃຫ້​ແລກ.    ຂອດ​ສຸດ​ທ້າຍ ແມ່ນ​ນຳ​ໄປ​ຈືນດ້ວຍ​ນ້ຳ​ມັນ​ພືດ​ຈົນ​ສຸກ​ເຫຼືອງ. ຫວັງ​ວ່າ​ພວກ​ທ່ານ​ຈະ​ກິນ​ແຊບ.