ບັນຂຸກກວນ , ເຍື່ອງອາຫານທີ່ແຊບນົວໃນນະຄອນຫຼວງຮ່າໂນ້ຍ

Minh Duc
Chia sẻ
ໃນ​ບັນ​ດາ​ເຍື່ອງ​ອາ​ຫານທີ່​ຖືກ​ເລາະ​ຂາຍ​ຢູ່​ຕາມ​ທາງ​ໃນ​ນະ​ຄອນຫຼວງ​ຮ່າ​ໂນ້ຍນັ້ນ, ແມ່ນບໍ່​ອາດບໍ່​ເວົ້າ​ເຖິງ​ເຍື່ອງ​ອາ​ຫານ ບັນ​ຂຸກ ຊຶ່ງ​ຖືກ​ປຸງ​ແຕ່ງ​ດ້ວຍ​ວັດ​ຖຸ​ດິບ​ຕ່າງໆ

ໃນ​ບັນ​ດາ​ເຍື່ອງ​ອາ​ຫານທີ່​ຖືກ​ເລາະ​ຂາຍ​ຢູ່​ຕາມ​ທາງ​ໃນ​ນະ​ຄອນຫຼວງ​ຮ່າ​ໂນ້ຍນັ້ນ, ແມ່ນບໍ່​ອາດບໍ່​ເວົ້າ​ເຖິງ​ເຍື່ອງ​ອາ​ຫານ ບັນ​ຂຸກ ຊຶ່ງ​ຖືກ​ປຸງ​ແຕ່ງ​ດ້ວຍ​ວັດ​ຖຸ​ດິບ​ຕ່າງໆ​ເຊັ່​ນ : ເຂົ້າ​ໜຽວ, ຖົ່ວ​ຂຽວ, ຊີ້ນ​ໝູ, ຜັກ​ຂຸກ…   
      

  

ບັນຂຸກກວນ , ເຍື່ອງອາຫານທີ່ແຊບນົວໃນນະຄອນຫຼວງຮ່າໂນ້ຍ - ảnh 1
ເຍື່ອງ​ອາ​ຫານ ບັນ​ຂຸກ

   ຮ້ານ​ຂາຍ ບັນ​ຂຸກກວນ ຖືກ​ຕັ້ງຢູ່​ເຮືອນ​ເລກ​ທີ 35 ຖະ​ໜົນ ເກົາ​ໂກ້ ຫ່າງ​ຈາກ ໜອງ ຮ່​ວານ​ກ້ຽມ​ ປະ​ມານ 200 ແມັດ. ດ້ວຍ​ເນື້ອ​ທີ່​ແຄບ​ສົມ​ຄວນ, ຮ້ານ​ຂາຍ ບັນ​ຂຸກກວນ ມີ​ພຽງ​ໂຕະ​ຕັ່ງພຽງ 3 ຊຸດ​ເທົ​່ານັ້ນ. ຢູ່​ໜ້າ​ຮ້ານ ມີ​ໝໍ້ໜ່ວຍ​ໜຶ່ງເຮັດ​ດ້ວຍ​ດິນ​ເຜົາ ສາ​ມາດ​ບັນ​ຈຸ ບັນ​ຂຸກ​ໄດ້​ປະ​ມານ 70 ຫາ 80 ຫໍ່, ໝໍ້ບັນ​ຂຸກ​ນີ້ ຖືກຕັ້ງ​ຢູ່​ໃນ​ກະ​ຈາດໂດຍ​ຖືກ​ຫຸ້ມ​ດ້ວຍ​ຜ້າ​ຫົ່ມ​ໜາ​ຜືນ​ໜຶ່ງເພື່ອ​ຮັກ​ສາ​ຄ​ວາມ​ຮ້ອນ. ທ້າ​ວ​ຮ່​ວາງ ຜູ້​ເຄີຍ​ມາ​ຊື້ ບັນ​ຂຸກ ຢູ່ ຮ້ານ​ບັນ​ຂຸກກວນ ໃຫ້​ຮູ້​ວ່າ :

      “ ເຮືອນ​ຂ້າ​ພະ​ເຈົ້າຢູ່​ຖະ​ໜົນ ລໍ່​ດຸກ, ແຕ່​ລະ​ເທື່ອ​ເມື​່ອ​ຢາກ​ກິນ ບັນ​ຂຸກ, ຂ້າ​ພະ​ເຈົ້າຕ້ອງ​ໄປ​ຮອດ​ຖະ​ໜົນ ເກົາ​ໂກ້ ເພື່ອ​ຊື້ ບັນ​ຂຸກ. ບັນ​ຂຸກຢູ່​ ຮ້ານ​ບັນ​ຂຸກກວນ ແຊບຫຼາຍ ”

     ບັນ​ຂຸກ ຖືກ​ປຸງ​ແຕ່ງ​ຈາກວັດ​ຖຸ​ດິບ​ຕ່າງໆ​ທີ່​ຕິດ​ພັນ​ກັບ​ຊາວ​ກະ​ສີ​ກອນ, ເມື່ອ​ໄດ້​ກິນ ບັນ​ຂຸກ ເທື່ອ​ທຳ​ອິດ ກໍ​ຄຶດ​ວ່າ ຈະ​ເຮັດ​ງ່າຍ, ແຕ່​ໃນ​ຕ​ົວ​ຈິງ ມັນ​ຕ້ອງ​ການ​ປຸງ​ແຕ່ງ​ຢ່າງລະ​ອຽດ ແລະ ຕ້ອງ​ມີ​ປະ​ສົບ​ການ​ດ້ານ​ປຸງ​ແຕ່ງ​ອາ​ຫານ. ເພື່ອ​ປຸງ​ແຕ່ງ ບັນ​ຂຸກ ໃຫ້​ແຊບ​ນັ້ນ, ກໍ​ຕ້ອງ​ເລືອກ​ເອົາ​ວັດ​ຖຸ​ດິບ​ສົດ ແລະ ຊະ​ນິດ​ພິ​ເສດ ພ້ອມ​ດ້ວຍ​ເຂັດ​ລັບ​ຂອງ​ແຕ່​ລະ​ຄົນ. ດ້ວຍ​ປະ​ສົບ​ການ​ໃນ​ການ​ປຸງ​ແຕ່ງ ບັນ​ຂຸກ ມາ​ເປັນ​ເວ​ລາ​ເກືອບ 20 ປີ, ທ້າວ ຫງວຽນ​ວັນ​ກວນ ເຈົ້າ​ຂອງ​ຮ້ານ​ຂາຍ ບັນ​ຂຸກກວນ ຢູ່ 35 ຖະ​ໜົນ​ເກົາ​ໂກ້ ເປີດ​ເຜີຍ​ວ່າ : 

     “  ເພື່ອ​ປຸງ​ແຕ່ງ ບັນ​ຂຸກ ໃຫ້​ແຊບ​ນັ້ນ, ກໍ​ຕ້ອງ​ຜ່ານຫຼາຍ​ຂັ້ນ​ຕອນ, ທຳ​ອິດ​ຕ້ອງ​ເລ​ືອກ​ເອົາ​ເຂົ້າໜຽວຊະ​ນິດ​ຫອມ, ແລ້ວ​ກໍ​ຮອດ​ຂັ້ນ​ຕອນໝ່າ​ເຂົ້າ ກໍ​ຕ້ອງ​ມີ​ເຂັດ​ລັບ​ສະ​ເພາະ. ສຳ​ລັບ​ຖົ່ວ​ຂຽວ, ຊີ້​ໝູ 3 ຊັ້ນ​ກໍ​ຕ້ອງ​ເລືອກ​ເອົາ​ຊະ​ນິດ​ພິ​ເສດ. ”

    ບັນ​ຂຸກ ຖືກຫນື້ງໃນ​ໝໍ້​ດິນ​ເຜົາ​, ເມື່ອ​ເຫັນ​ອາຍ​ລະ​ເຫີຍ​ຂຶ້ນ, ນັບ​ຕັ້ງ​ແຕ່ນັ້ນ ປະ​ມານ ໜຶ່ງ​ຊົ່ວ​ໂມງ ກໍ​ສຸກ​ແລ້ວ. ແຕ່​ລະ​ມື້, ຮ້ານ​ຂາຍ ບັນ​ຂຸກ ຂອງ ທ້າວ​ກວນ ສາ​ມາດ​ຂາຍ ບັນ​ຂຸກ ໄດ້​ເກືອບ 600 ຫໍ່, ນັ້ນ​ແມ່ນ​ຍັງ​ບໍ່​ທັນ​ຄິດ​ໄລ່​ເຖິງ​ຈຳ​ນວນ ບັນ​ຂຸກ ຖືກ​ຂາຍ​ສົ່ງ​ຢູ່​ຮ້ານ​ຕ່າງໆ​ໃນ​ນະ​ຄອນ. ນາງ ເລ​ທິຍ​່ວນ ຜູ້​ຂາຍ ບັນ​ຂຸກ ໃຫ້​ຮູ້​ວ່າ : 

    “ ມີຫຼາຍ​ຄົນ​ໄດ້​ມາ​ຊື້ ບັນ​ຂຸກ ເພື່ອ​ນຳ​ໄປ​ພາກ​ໃຕ້, ມີ​ເອື້ອຍ​ຄູຫຼາຍ​ຄົນ​ກໍ​ໄດ້​ມາ​ຊື້​ໃຫ້​ນັກ​ຮຽນ​ຂອງ​ຕົນ​ອີກ. ຖ້າ​ວ່າ ແຂກ​ຢາກ​ຊື້ບັນ​ຂຸກນຳ​ໄປ​ແດນ​ໄກ, ກໍ​ຄວນ​ປະບັນ​ຂຸກໃຫ້​ເຢັນ, ແລ້ວ​ຫຸ້ມ​ຫໍ່​ໃຫ້​ດີ, ເວ​ລາ​ໃດ​ຢາກ​ກິນ ກໍ​ຄວນ​ນຳ​ໄປ​ໜື້ງ​ຄືນ​ໃຫ້​ຮ້ອນ ”

        ສ່ວນ​ທ້າວ​ເຈືອງ ຜູ້​ມາ​ກິນ ບັນ​ຂຸກ ຢູ່ ຮ້ານ​ບັນ​ຂຸກກວນ ໃຫ້​ຮູ້​ວ່າ : 

    “ບັນ​ຂຸກມີ​ລົດ​ຊາດ​ພິ​ເສດຫຼາຍ​ຢ່າງ, ເມື່ອ​ກິນບັນ​ຂຸກ​ຢູ່ຮ້ານ​ບັນ​ຂຸກກວນ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ໄດ້​ເຖິງ​ລົດ​ຫວານ​ຂອງ​ເຂົ້າ​ໜຽວ, ລົດ​ຫອມ​ຂອງຖົ່ວ​ຂຽວ, ​ຜັກ​ຂຸກ, ໝາກ​ພີກ​ໄທ ແລະ ລົດຊາດ​ພິ​ເສດ​ຂອງ​ຊີ້ນ​ໝູ 3 ຊັ້ນ. ເມືືື່ອ​ກິນບັນ​ຂຸກໂດຍ​ຈ້ຳ​ກັບ​ງາ ຈະ​ເຮັດ​ໃຫ້​ຜູ້​ບໍ​ລິ​ໂພກບໍ່​ອາດຫຼົງ​ລືມ​ໄດ້ ”

     ສ່ວນ​ປ້າ​ເຝື້ອງ​ເປີດ​ເຜີຍ​ວ່າ : 

“ ແຕ່​ລະ​ເທື່ອ, ເມື່ອມີໝູ່​ມາ​ຢ້ຽມ​ຢາມ, ນັບ​ທັງ​ໝູ່​ມາ​ຈາກ​ພາກ​ໃຕ້, ຂ້າ​ພະ​ເຈົ້າລ້ວນ​ແຕ່​ມານີ້​​ຊື້ ບັນ​ຂຸກເມືອ​ລ້ຽງ​ໝູ່. ເມື່ອ​ໄດ້​ກິນ​ແລ້ວ, ໃຜໆ ກໍ​ຍ້ອງວ່າ​ແຊບ” 

       ບັນ​ຂຸກຮ້ອນ​ຖືກ​ຫໍ່​ດ້ວຍ​ໃບ​ຕອງກ້ວຍ​ສົດ ແລະ ຖືກ​ຂາຍ​ດ້ວຍ​ລາ​ຄາ 13. 000 ດົງ​/ຫໍ່. ຖ້າ​ຫາກ​ບັນ​ດາ​ເພື່ອນ​ມີ​ໂອ​ກາດ​ມາ​ຢ້ຽມ​ຢາມ​ຮ່າ​ໂນ້ຍດ ຢາ​ລືມ​ແວ່ ຮ້ານ​ບັນ​ຂຸກກວນ ຕັ້ງຢູ່​ເຮືອນ​ເລກ​ທີ 35 ຖະ​ໜົນ ເກົາ​ໂກ້ ເພື່ອ​ຊິມ​ລົດ​ຊາດ​ພິ​ເສດ​ຂອງ ບັນ​ຂຸກ ແດ່​ເດີ​້.

ຕອບກັບ