ຄົ້ນຫາອາຫານປີ້ງໃນລະດູໜາວ

Mình Đức
Chia sẻ

​​(vovworld)-​ໃນ​ອາກາດ​ໜາວ​ເຢັນ, ຖ້າ​ຫາກ​ໄດ້​ນັ່ງ​ອ້ອມໂຕະນ້ອຍ ​ແລະ ກິນ​ປີ້ງປາ​ມຶກ​, ປີ້ງ​ຊີ້ນສາມ​ຊັ້ນ, ປີ້ງ​ຊີ້ນງົວ ຫຼື​ປີ້ງ​ກະ​ເພາະ​ໝູ, ປີ້ງ​ນົມ… ພ້ອມ​ກັບ​ນ້ຳ​ແຈ່ວ​ເຜັດ ​ແລະ ​ເຂັ້ມນັ້ນ​ເປັນຕາ​ກິນທີ່​ສຸດ…

(vovworld)-​ໃນ​ອາກາດ​ໜາວ​ເຢັນ, ຖ້າ​ຫາກ​ໄດ້​ນັ່ງ​ອ້ອມໂຕະນ້ອຍ ​ແລະ ກິນ​ປີ້ງປາ​ມຶກ​, ປີ້ງ​ຊີ້ນສາມ​ຊັ້ນ, ປີ້ງ​ຊີ້ນງົວ ຫຼື​ປີ້ງ​ກະ​ເພາະ​ໝູ, ປີ້ງ​ນົມ… ພ້ອມ​ກັບ​ນ້ຳ​ແຈ່ວ​ເຜັດ ​ແລະ ​ເຂັ້ມນັ້ນ​ແມ່ນສິ່ງທີ່ຈັບອົກຈັບໃຈທີ່​ສຸດ… ​ໃນ​ລາຍການ​ອາຫານ​ຫວຽດນາມ​ພາກ​ນີ້, ​ນັກ​ຂ່າວ​ ມິ​ງດຶກ ຈະ​ແນະນຳ​ກັບ​ພວກ​ທ່ານ​ຮ້ານ​ອານ​ຫານ​ປີ້ງ​ຮ່ວຽນ ຊື່​ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ຮ້ານ​ອາຫານ​ໄດ້​ຮັບ​ຄວາມ​ນິຍົມ​ທີ່​ສຸດ​ຢູ່​ຮ່າ​ໂນ້ຍ.

ຄົ້ນຫາອາຫານປີ້ງໃນລະດູໜາວ - ảnh 1

(ພາບ:ມິ​ງດຶກ)

    ຮ້ານ​ອາຫານ​ປີ້ງ​ຮ່ວຽນ​ຕັ້ງຢູ່​ເຮືອນ​ເລກທີ 96 ທາງ​ຮ່ອມ 107/188 ຫຼິ້ງ​ນາມ-​ຮ່າ​ໂນ້ຍ ​ໃນ​ເນື້ອທີ່ກ້ວາງ​ປະມານ 30 ມ2, ​ໂຕະ, ​ຕັ່ງ​ຖືກ​ຈັດ​ເປັນ​ແຖວ​ຢ່າງ​ເປັນ​ລະບຽບ. ຖ້າ​ຂີ່​ລົດ​ຜ່ານ​ຮ້ານ​ອາຫານປີ້ງແຫ່ງ​ນີ້, ຜູ້​ຄົນ​ທັງຫຼາຍ​ຈະ​​ຖືກດຶງ​ດູດ​ດ້ວຍກິ່ນ​ຫອມ​ຂອງ​ອາຫານ​ກຳລັງ​ປິ້ງຢູ່​ເທິງ​ເຕົາ​​. ​ເພື່ອນ​ເຟືອງ​ລິງ, ​ແຂກ​ປະຈຳ​ຂອງ​ຮ້ານ​ແບ່ງປັນ​ວ່າ:

   “​​​​ຂ້ອຍມັກອາຫານປີ້ງຢູ່ຮ້ານນີ້ທີ່ສຸດ, ​ຂ້ອຍມາກິນຢູ່ຮ້ານນີ້​ 3-4 ​ເທື່ອຕໍ່ອາທິດໜຶ່ງ. ຢູ່ຮ້ານຮ່ວຽນ, ​ເຮົາສາມາດເຫັນປະຈັກຕາອາຫານຖືກປຸງແຕ່ງຄືແນວໃດ. ຮ້ານນີ້ໃຊ້ແຕ່ອາຫານສົດ, ປະລິມານຊີ້ນກໍ່ຫຼາຍກ່ວາຮ້ານອື່ນ, ບາງເທື່ອມາສວາຍກໍ່ບໍ່ມີຂອງກິນອີກແລ້ວ“.

​ ​ ແຂກ​ມາ​ກິນ​ຢູ່​ຮ້ານອາຫານ​ປີ້ງ​ສ່ວນ​ຫຼາຍ​​ແມ່ນ​ພວກ​ເພື່ອນ​ໜຸ່ມ. ປະຈຸ​ບັນ, ຢູ່​ບັນດາ​ສະຖານ​ທີ່​ໃນ​ນະຄອນ, ອາຫານ​ປີ້ງ​ພວມ​ໄດ້​ຮັບ​ຄວາມ​ນິຍົມຊົມ​ຊອບ​ທີ່​ສຸດ. ສຳລັບຮ້ານ​ຮ່ວຽນ​ແລ້ວ, ​ເພື່ອ​ມີ​ອາຫານ​ປີ້ງ​ທີ່ແຊບນົວ​ນັ້ນ, ​ເຈົ້າຂອງ​ຮ້ານ​​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ, ນັບ​ແຕ່​ການ​​ເລືອກ​ວັດຖຸ​ດິບ ຕະຫຼອດ​ຮອດ​ການ​ປຸງ​ແຕ່ງ​. ຕ້ອງ​ແມ່ນ​​ອາຫານສົດ, ສະອາດ ​ແລະ ຮັບປະກັນ​ຫຼັກ​ອະນາ​ໄມ. ​​ເຮັດ​ໄດ້​ຄື​ແນວ​ນັ້ນ, ​ເມື່ອ​ປີ້ງ​​ແລ້ວ, ອາຫານຈະ​ບໍ່​​ຫຍາບ, ບໍ່ເປື່ອຍ ​ແລ​ະ ນຸ່ມ, ​.. ​ແລະ ​ແນ່ນອນ​ແລ້ວ, ​ເຄື່ອງປຸງ​ທີ່​ຂາດ​ບໍ່​ໄດ້ສຳລັບ​ອາຫານ​ປີ້ງ​ແມ່ນ: ນ້ຳປາ, ​ເກືອ, ໝາກພິກ​ໄທ..​. ​ເພື່ອ​ນຮ່ວາງ​ຮ່າ ​ໃຫ້​ຂໍ້​ສັງ​ເກດ​ວ່າ:

 “ປີ້ງຊີ້ນສາມຊັ້ນຫຼືປີ້ງຊີ້ນງົວຈານໜຶ່ງມີລາຄາພຽງປະມານ 30.000-40.000 ດົ່ງເທົ່ານັ້ນ, ​ເໝາະສົມກັບນັກສຶກສາ​​ຄືພວກນ້ອງ. ​ແຕ່ສຳຄັນແມ່ນເຂັດລັບ​​ໃນການປີ້ງ​​​ແນວໃດໃຫ້ມີກິ່ນຫອມ, ​ປຸງເຄື່ອງໃຫ້ພໍດີຄືແນວນີ້ແມ່ນຍາກຫຼາຍ. ນ້ອງ​​ເຄີຍກິນ ອາຫານປີ້ງ​​ຢູ່ຫຼາຍຮ້ານແລ້ວແລະເຫັນວ່າອາຫານປີ້ງຢູ່ຮ້ານນີ້ແມ່ນແຊບກ່ວາໝູ່“.

ຄົ້ນຫາອາຫານປີ້ງໃນລະດູໜາວ - ảnh 2

(ພາບ:ມິ​ງດຶກ)

  ນອກຈາກ​ອາຫານ​ສົດ​ປີ້ງແລ້ວ, ຍັງ​ມີ​ເຄື່ອງທີ່​ກິນ​​ກັບຄື: ​ເກືອ​ໝາກ​ນາວ, ​ໝາກເຜັດ, ຊອັດໝາກຜັກ, ຜັກ​ກັບ​ຊະນິດ​ຕ່າງໆ…ເພື່ອ​ຫລຸດຜ່ອນຄວາມ​ຕຸ້ຍ. ເອື້ອຍ​ຟ້າ​ມທູ​ຮ່ວຽນ ​ເຈົ້າຂອງ​ຮ້ານ​ອາຫານ​ປີ້ງ​ຮ່ວຽນ ​ແບ່ງປັນ​ວ່າ:

  “ຢູ່ຮ່າໂນ້ຍມີຮ້ານອາຫານປີ້ງຄືແນວນີ້ຫຼາຍຮ້ານ, ​ແຕ່ລະຮ້ານມີລົດຊາດແຕກຕ່າງກັນ. ຊີ້ນປີ້ງຢູ່ຮ້ານຂອງຂ້ອຍ​​ໄດ້ເອືອບດ້ວຍເຄື່ອງປຸງພິເສດສະເພາະ. ສິ່ງສຳຄັນແມ່ນການເອືອບ​​ຄືແນວໃດແລະໃນ​​ເວລາປີ້ງຊີ້ນຈະສຸ, ນຸ້ມ, ມີກິ່ນຫອມ, ລົດຊາດພໍດີ. ນອກຈາກນັ້ນຕ້ອງມີລາຄາຖືກແລະ ອາຫານຕອ້ງສົດ, ​ແຕ່ລະມື້, ຂ້ອຍຕ້ອງໄປເລືອກຊື້ອາຫານເພື່ອຮັບໃຊ້ແຂກ“.

ຄົ້ນຫາອາຫານປີ້ງໃນລະດູໜາວ - ảnh 3

(ພາບ:ມິ​ງດຶກ)

   ອາຫານ​ປີ້ງ​ຢູ່​ຮ້ານ​ຮ່ວຽນ ​ແມ່ນ​ມີ​ຫຼາຍ​ຊະນິດ, ​ເມື່ອ​ມາ​ຮ້ານ​ນີ້​ເພື່ອນ​ສາມາດ​ເລືອກອາຫາ​ນ​ເຍື່ອງ​ທີ່​ຕົນ​ມັນ. ​ເອື້ອ​ຍຮ່ວຽນ ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

  “ຮ້ານຂອງຂ້ອຍມີອານຫານປີ້ງກ່ວາ 10 ເຍື່ອງຄື: ປີ້ງນົມ, ​ປີ້ງຊີ້ນໝູ, ປີ້ງປາ​​ມຶ​, ປີ້ງຊີ້ນງົວ… ​ແລະ ອາຫານຕົ້ນຕໍແມ່ນປີ້ງຊີ້ນສາມຊັ້ນ. ​ແຂກສ່ວນຫຼາຍມານີ້ມັກກິນປີ້ງຊີ້ນສາມຊັ້ນ ຍ້ອນວ່າມັນມີລົດຊາດແຊບນົວ, ມັນຫນ້ອຍໜຶ່ງແລະ ກິນງ່າຍ. ນອກນັ້ນປີ້ງປາ​​ມຶກຍັກກໍ່ໄດ້ຮັບຄວາມນິຍົມທີ່ສຸດ,

   ​ເມື່ອ​ມາ​ຮ້ານ​ອາຫານ​ປີ້ງຮ່ວຽນ ​ເພື່ອນ​ຈະ​ໄດ້​ສຳ​ພັດ​ກັບ​ການ​ບໍລິການທີ່​ວ່ອງ​ໄວ, ລອບ​ຄອບ​ຖີ່​ຖ້ວນ​ທີ່​ສຸດ. ​ເຖິງ​ວ່າ​ເພື່ອນ​ຈະກິນ​ຫນ້ອຍ ຫຼື​ຫຼາຍ​ກໍ່​ບໍ່​ມີ​ບັນຫາ​. ຜູ້​ບໍລິການ​ຢູ່​ທີ່​ນີ້​ຍັງ​ຕ້ອນຮັບ​ເພື່ອນ​ດ້ວຍ​ຄວາ​ມຍີ້ມ​ແຍ້​ມ​ແຈ່ມ​ໃສ ​ແລະ ກະກຽມ​ ອາຫານ​ທີ່​ແຊບນົວ, ຄົບ​ຖ້ວນ ແລະ ສະອາດ​ທີ່​ສຸດໃຫ້​ເພື່ອ​ນ ​./.

****************

ຖ້າ​ຫາກ​ທ່ານ​ຢາກ​ປຸງ​ແຕ່ງ​ອາຫານ​ປີ້ງ​ທີ່​​ແຊບນົວ ​ໃຫ້ 4 ຄົນ​ກິນ​ຢູ່​ບ້ານ, ທ່ານ​ຕ້ອງ​ກະກຽມ​ວັດຖຸ​ດິບ​ດັ່ງ​ນີ້ :

  ​ຊີ້ນ​ໝູສາມ​ຊັ້ນ: 800 g;  ນ້ຳໜ້າ ​1 ແກ້ວ, ນ້ຳປາ, ຜັກ​ບົ່ວ​ແຫ້ງ 5 ຫົວ, ຜັກ​ບົວ​ສົດ 5 ຫົວ, ຫົວ​ຂ່າ 50 g, ພິກ​ໄທ​, ຄະນໍ, ນ້ຳມັນ​ຫອຍ, ນົມ​ປ່ອງ, ໝາກ​ນາວ 2 ໜ່ວຍ, ໝາກ​ເຜັດ 3 ໜ່ວຍ, ນ້ຳຕານ, ຊອັດ​ໝາກ​ເຜັດ….ນອກຈາກ​ນັ້ນ​ຕ້ອງ​ກະກຽມ​​ເຄື່ອງກິນພ້ອມ​ຄື: ຜັກ​ສະ​ລັດ, ຜັກ​ແພວ, ຜັກດອງ, ກາ​ຣົດ..

ວິທີເອື້ອບຊີ້ນ:

  ຊີ້​ນໝູ​ສາມ​ຊັ້ນ​ຕ້ອງ​ລ້າງ​​ໃຫ້​ສະອາດ, ຊອຍ​ເປັນ​ຕ່ອນ​ເທົ່າ​ກັບ 2 ນີ້ວມື, ​ແລ້ວເອືອບ​ພ້ອມກັບຫົວ​ຂ່າ​ຕຳ, ​​ເກືອ, ​ ຫົວ​ບົ່ວ​ແຫ້ງທຸບ, ແປ້ງ​ນົວ, ຄະ​ນໍ, ນົມ​ປ່ອງ, ພິກ​ໄທ​, ນ້ຳມັນຫອຍ…. ​ເອືອບ​ປະມານ 30 ນາທີ, ​ໃນ​ເວລາ​ເອືອບ​ຕ້ອງປິ້ນຊີ້ນ​ໃຫ້​​ເຂົ້າກັບ​ເຄື່ອງປຸງ.

 ​ຫຼັງ​ຈາກ​ນັ້ນຈະປີ້ງ​ດ້ວຍຖ່ານ, ​ໃນ​ເວລາ​ປີ້ງ​ຕ້ອງ​ປີ້ນຊີ້ນ​​ສະ​ເໝີກັນເພື່ອ​ໃຫ້​ຊີ້ນ​ມີ​ສີ​ເຫຼືອງ​ ​ແລະ ງາມ​ຕາ. ​ສຸດ​ທ້າຍ, ເພື່ອນສາມາດ​ກິນ​ອາຫານ​ປີ້ງ​ນີ້​ຈຳ້​ກັບຈານເກືອ​​ໃສ່ໝາກ​ນາວ, ໝາກ​ເຜັດ, ຊອັດ​ໝາກ​ເຜັດ, ຜັກ​ກິນ​ພ້ອມ​ຊະນິດ​ຕ່າງໆ, ຫົວຜັກ​ດອງ./.

ຕອບກັບ