ໄວໜຸ່ມແຂວງ ອຽນບາຍ ກັບຂະບວນການຕິດຕັ້ງລະບົບດອກໄຟຕາມເສັ້ນທາງເຂົ້າບ້ານ

Thua Xuan - Thu Hang
Chia sẻ
(VOVWORLD) -ໄລ່ສະເພາະປີ 2021, ພາຍໃຕ້ການເປັນປະທານຂອງຄະນະຊາວໜຸ່ມ, ເມືອງ ລຸກອຽນ ໄດ້ຕິດຕັ້ງລະບົບເສົາໄຟຟ້າ ແລະດອກໄຟຢູ່ຕາມເສັ້ນທາງ 38 ສາຍ, ລວມຄວາມຍາວ 55 ກມ.
ໄວໜຸ່ມແຂວງ ອຽນບາຍ ກັບຂະບວນການຕິດຕັ້ງລະບົບດອກໄຟຕາມເສັ້ນທາງເຂົ້າບ້ານ - ảnh 1(ບ້ານວັດທະນະທຳ ນ່າແກ່ນ - ນ້ຳຈໍ)

“ຕິດຕັ້ງລະບົບດອກໄຟຕາມເສັ້ນທາງເຂົ້າບ້ານ” ແມ່ນໜຶ່ງໃນບັນດາຂະບວນການພົ້ນເດັ່ນຂອງຄະນະຊາວໜຸ່ມແຂວງ ອຽນບາຍ ໃນໄລຍະຜ່ານມາ, ໄດ້ນຳມາເຊິ່ງປະສິດທິຜົນ ແລະ ຄວາມໝາຍແທດຈິງ. ບັນດາເສັ້ນທາງບ້ານຕໍ່ບ້ານມີແສງໄຟຮຸ່ງສະຫວ່າງ ບໍ່ພຽງແຕ່ນຳມາເຊິ່ງຄວາມງາມເທົ່ານັ້ນ, ຫາກຍັງປະກອບສ່ວນຮັກສາຄວາມເປັນລະບຽບຮຽບຮ້ອຍ, ສ້າງທຸກເງື່ອນໄຂສະດວກໃຫ້ແກ່ປະຊາຊົນມີຄວາມອຸ່ນອຽນໃຈອອກແຮງງານ, ທຳການຜະລິດ, ພັດທະນາເສດຖະກິດ.

ດ້ວຍເນື້ອມທີ່ຍາວ ແລະ ກວ້າງທີ່ສຸດຢູ່ເມືອງ ລຸກອຽນ, ສະນັ້ນ ຕາແສງ ເລິມເທື້ອງ ມີເສັ້ນທາງບ້ານຕໍ່ບ້ານຫຼາຍສາຍທີ່ສຸດ. ເພື່ອໃຫ້ເສັ້ນທາງເຫຼົ່ານີ້ມີແສງໄຟຮຸ່ງສະຫວ່າງ, ປົກປ້ອງລະດູການເກັບກ່ຽວ, ປົກປ້ອງຊັບສິນໃຫ້ແກ່ພໍ່ແມ່ປະຊາຊົນ, ຄະນະຊາວໜຸ່ມຕາແສງ ເລິມເທື້ອງ ລະດົມເງິນໄດ້ເກືອບ 300 ລ້ານດົ່ງ ເພື່ອຕິດຕັ້ງລະບົບເສົາໄຟຟ້າ ແລະ ດອກໄຟຢູ່ຕາມເສັ້ນທາງບ້ານຕໍ່ບ້ານ, ດ້ວຍລວງຍາວກວ່າ 16 ກມ. ເອື້ອຍ ຮ່ວາງທິແຢດ, ເລຂາຄະນະຊາວໜຸ່ມຕາແສງ ເລິມເທື້ອງ, ໃຫ້ຮູ້ວ່າ ປະຈຸບັນຍັງເຫຼືອແຕ່ບ້ານ ນ້າມຈັນ ແລະ ເທິມເຟີດ ແມ່ນຍັງບໍ່ທັນໄດ້ຕິດຕັ້ງລະບົບດອກໄຟຢູ່ຕາມເສັ້ນທາງ. ຍ້ອນເຫດນັ້ນ, ຄະນະຊາວໜຸ່ມຕາແສງຈະມານະພະຍາຍາມລະດົມແຫຼ່ງກຳລັງຕື່ມອີກເພື່ອປະຕິບັດໃນໄລຍະຈະມາເຖິງ.

“ຄາດວ່າ, ປີນີ້ຈະມານະພະຍາຍາມຂົນຂວາຍເພື່ອຕິດຕັ້ງລະບົບເສົາໄຟຟ້າ ແລະດອກໄຟຢູ່ ຕາມເສັ້ນທາງເຂົ້າບ້ານນ້າມຈັນ ຍ້ອນວ່າບ້ານມີທິດພັດທະນາການທ່ອງທ່ຽວ. ເພື່ອປະຕິບັດໃຫ້ເປັນຢ່າງດີນັ້ນ ພວກຂ້າພະເຈົ້າຈະສົມທົບກັບບ້ານໄປສຳຫຼວດຕົວຈິງເສັ້ນທາງຢ່າງລະອຽດວ່າ ມີຈັກ ກມ, ຕ້ອງໃຊ້ເສົາ ແລະດອກໄຟເທົ່າໄດ… ຫຼັງຈາກນັ້ນຈະຈັດກອງປະຊຸມຮ່ວມກັບບ້ານເພື່ອຂຶ້ນແຜນ, ຄາດຄະເນລາຍຈ່າຍລະອຽດ, ແລ້ວຄະນະບໍລິຫານງານຊາວໜຸ່ມຕາແສງ ຈະພ້ອມກັບບ້ານຂຶ້ນແຜນຂົນຂວາຍ, ປຸກລະດົມການປະກອບສ່ວນເພື່ອຈັດຕັ້ງປະຕິບັດ”.

ເພື່ອສ້າງຄວາມເຫັນດີເຫັນພ້ອມໃນການຈັດຕັ້ງປະຕິບັດໂຄງການ, ຄະນະຊາວໜຸ່ນບັນດາຕາແສງຢູ່ເມືອງ ລຸກອຽນ ໄດ້ພ້ອມກັບສຳນັກງານ, ອົງການຈັດຕັ້ງມະຫາຊົນ, ຕັ້ງໜ້າໂຄສະນາ, ຂົນຂວາຍປະຊາຊົນປະກອບວັດຖຸປັດໃຈ,ແຮງງານເພື່ອຜັນຂະຫຍາຍ, ຈັດຕັ້ງປະຕິບັດ. ໄລ່ສະເພາະປີ 2021, ພາຍໃຕ້ການເປັນປະທານຂອງຄະນະຊາວໜຸ່ມ, ເມືອງ ລຸກອຽນ ໄດ້ຕິດຕັ້ງລະບົບເສົາໄຟຟ້າ ແລະດອກໄຟຢູ່ຕາມເສັ້ນທາງ 38 ສາຍ, ລວມຄວາມຍາວ 55 ກມ ຢູ່ບັນດາບ້ານທີ່ປະສົບກັບຄວາມຫຍຸ້ງຍາກ; ເສັ້ນທາງມີຄວາມສ່ຽງ, ຊ້ອນແຝງອັນຕະລາຍ. ອ້າຍ ນົງແທັງເຊີນ, ເລຂາຄະນະຊາວໜຸ່ມເມືອງ ລຸກອຽນ, ແຂວງ ອຽນບາຍ, ໃຫ້ຮູ້ວ່າ: ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ, ບັນດາສະມາຊິກຊາວໜຸ່ມໄດ້ປະກອບສ່ວນເກືອບ 1.000 ມື້ອອກແຮງງານ ແລະ ລະດົມເງິນໄດ້ກວ່າ 700 ລ້ານດົ່ງຈາກປະຊາຊົນ, ວິສາຫະກິດ ແລະ ບັນດາສະມາຊິກຊາວໜຸ່ມທີ່ໄປເຮັດວຽກຢູ່ເຂດຫ່າງໄກ.

“ກ່ຽວກັບວິທີປະຕິບັດນັ້ນ ພວກຂ້າພະເຈົ້າໄດ້ຈັດກອງປະຊຸມກັບໜ່ວຍພັກ, ແນວໂຮມບ້ານ ເພື່ອປຶກສາຫາລື, ເປັນເອກະພາບຕໍ່ວິທີການຈັດຕັ້ງປະຕິບັດ ແລະ ການໃຊ້ຈ່າຍເງິນ. ພາຍຫຼັງປະຕິບັດສຳເລັດແລ້ວ, ຄະນະຊາວໜຸ່ມຈະມອບໃຫ້ບ້ານ, ໜ່ວຍພັກຄຸ້ມຄອງ, ນຳໃຊ້ ແລະ ສ້ອມແປງບຳລຸງຮັກສາ.”

ໄວໜຸ່ມແຂວງ ອຽນບາຍ ກັບຂະບວນການຕິດຕັ້ງລະບົບດອກໄຟຕາມເສັ້ນທາງເຂົ້າບ້ານ - ảnh 2(ເມືອງ ລຸກອຽນ ໄດ້ຕິດຕັ້ງລະບົບເສົາໄຟຟ້າ ແລະດອກໄຟຢູ່ຕາມເສັ້ນທາງ 38 ສາຍ)

ມາຮອດປະຈຸບັນ, ຢູ່ເສັ້ນທາງເຂົ້າບ້ານ, ເສັ້ນທາງບ້ານຕໍ່ບ້ານມີພົນລະເມືອງຢູ່ເມືອງ ລຸກອຽນເກືອບທັງໝົດເວົ້າສະເພາະ, ແຂວງ ອຽນບາຍ ເວົ້າລວມ ໃນຕອນກາງຄືນໄດ້ມີແສງໄຟຮຸ່ງສະຫວ່າງໄປທົ່ວ. ເລື່ອງຕິດຕັ້ງລະບົບດອກໄຟເຍືອງທາງ, ສົມທົບກັບລະບົບກ້ອງວົງຈອນປິດ (camera) ເພື່ອປ້ອງກັນຄວາມສະຫງົບຂອງກຳລັງຕຳຫຼວດທີ່ໄດ້ຕິດຕັ້ງນັ້ນ, ໄດ້ຊ່ວຍຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນການສັນຈອນໄປມາໃນບໍເວນ. ພັນຕີ ຫງວຽນກາວເກື່ອງ, ຮອງຫົວໜ້າຕຳຫຼວດເມືອງ ລຸກອຽນ, ແຂວງ ອຽນບາຍ, ໃຫ້ຮູ້ວ່າ:

“ພາຍຫຼັງທີ່ຜັນຂະຫຍາຍຮູບແບບນີ້, ສະພາບຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນກໍ່ໄດ້ຮັບການຮັກສາ, ລະອຽດແມ່ນ ພວກອາດຊະຍາກອນ, ການເກີດອຸບັດຕິເຫດໃນການຈະລາຈອນກໍ່ໄດ້ຫຼຸດລົງຫຼາຍເມື່ອທຽບໃສ່ກ່ອນນີ້. ຮູບແບບ ຕິດຕັ້ງລະບົບດອກໄຟເຍືອງທາງ ພ້ອມກັບກ້ອງວົງຈອນປິດໄດ້ຊ່ວຍໃຫ້ກຳລັງຕຳຫຼວດບ້ານຄຸ້ມຄອງບໍລິເວນໄດ້ເປັນຢ່າງດີກວ່າ”.

ຈາກຄວາມມານະພະຍາຍາມຂອງຄະນະຊາວໜຸ່ມທຸກຂັ້ນ, ແສງໄຟໄດ້ນຳມາເຊິ່ງຄວາມປອດໄພໃຫ້ແຕ່ລະບ້ານ. ບໍ່ພຽງແຕ່ເທົ່ານັ້ນ, ການຕິດຕັ້ງລະບົບດອກໄຟຢູ່ຕາມເສັ້ນທາງເຫຼົ່ານັ້ນຍັງເປັນການຢັ້ງຢືນຄວາມຕັດສິນໃຈ, ສາມັກຄີ, ຮ່ວມແຮງຮ່ວມໃຈກັນ ລະຫວ່າງອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າຢູ່ເມືອງ ລຸກອຽນ (ແຂວງ ອຽນບາຍ) ເພື່ອປະຕິບັດເປົ້າໝາຍຮອດປີ 2025 ໃຫ້ສຳເລັດໂຄງການກໍ່ສ້າງຊົນນະບົດໃໝ່ໂດຍພື້ນຖານ./.

ຕອບກັບ