ແມ່ຍິງຊາວເຜົ່າສ່ວນໜ້ອຍ startup: ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ

Chia sẻ
(VOVWORLD) - ມີເອື້ອຍນ້ອງແມ່ຍິງຫຼາຍຄົນຢູ່ແຫ່ງນີ້ເວົ້າສະເພາະ, ແມ່ຍິງຊາວເຜົ່າສ່ວນໜ້ອຍເວົ້າລວມ, ໄດ້ ແລະ ພວມກຳແໜ້ນກາລະໂອກາດ startup ຢູ່ທ້ອງຖິ່ນ,  ພິສູດໄດ້ກຳລັງຄວາມສາມາດຂອງຕົນ
ແມ່ຍິງຊາວເຜົ່າສ່ວນໜ້ອຍ startup: ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ - ảnh 1ປະຈຸບັນ, ບ້ານ ເບືອດ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວນິຍົມຈາກແຂກທ່ອງທ່ຽວ
(ພາບ: baosonla.org.vn)

        startup ບໍ່ແມ່ນເລື່ອງງ່າຍຈັກເທື່ອ, ຍ້ອນນັບແຕ່ການສ້າງແນວຄວາມຄິດ, ວິທີຜັນຂະຫຍາຍ, ລ້ວນແຕ່ມີສິ່ງທ້າທາຍຫຼາຍຢ່າງ. ແຕ່ ດ້ວຍເຈດຈຳນົງ, ຄວາມຕັດສິນໃຈບືນຕົວຂຶ້ນ, ມີປະຊາຊົນຫຼາຍຄົນ, ພິເສດແມ່ນເອື້ອຍນ້ອງແມ່ຍິງຢູ່ບັນດາເຂດບ້ານຂອງເຂດພູດອຍທີ່ຫ່າງໄກ, ກ້າຄິດກ້າທຳ, ມີຄວາມໝັ້ນໃຈປະຕິບັດແນວຄິດ startup ຕິດພັນກັບບັນດາທ່າແຮງຂອງທ້ອງຖິ່ນບັນລຸປະສິດທິຜົນ. ເລື່ອງລາວຂອງເອື້ອຍນ້ອງແມ່ຍິງຢູ່ບ້ານ ເບືອດ, ຕາແສງ ຈ່ຽງອຽນ, ເມືອງ ເວິນໂຮ່, ແຂວງ ເຊີນລາ ແມ່ນຕົວຢ່າງໜຶ່ງ.

        ໃນໄລຍະ 2-3 ປີມໍ່ໆມານີ້, ຍ້ອນການໜູນຊ່ວຍຂອງລັດ, ບັນດາວິສາຫະກິດສັງຄົມ, ພ້ອມກັບການບືນຕົວຂຶ້ນຂອງພໍ່ແມ່ປະຊາຊົນຢູ່ບ້ານ ເບືອດ, ຕາແສງ ຈ່ຽງອຽນ, ເມືອງ ເວິນໂຮ່, ແຂວງ ເຊີນລາ, ການດຳລົງຊີວິດຂອງຫຼາຍຄອບຄົວຢູ່ແຫ່ງນີ້ໄດ້ມີການປ່ຽນແປງຕັ້ງໜ້າຫຼາຍຢ່າງ.

        ກ່ອນນີ້, ຢູ່ບ້ານ ເບືອດ, ປະຊາຊົນດຳລົງຊີວິດແມ່ນອີງໃສ່ກະສິກຳ, ແຕ່ປະຈຸບັນ, ບ້ານ ເບືອດ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວນິຍົມຈາກແຂກທ່ອງທ່ຽວ ແລະ ນັບມື້ນັບມີຫຼາຍຄົນມາແຫ່ງນີ້ເພື່ອຄົ້ນຫາ, ຊົມທິວທັດທຳມະຊາດ ແລະ ອາກາດທີ່ປອດໂປ່ງ. ຈາກນັ້ນ, ກໍ່ໄດ້ສ້າງເປັນບັນດາການບໍລິການທ່ອງທ່ຽວ. ໂດຍກ້າທີ່ຈະ startup ດ້ວຍຮູບແບບທ່ອງທ່ຽວ homestay, ເອື້ອຍ ຮ່າທິຮຽມ, ບ້ານ ເບືອດ, ຕາແສງ ຈ່ຽງອຽນ, ເມືອງ ເວິນໂຮ່, ແຂວງ ເຊີນລາ, ແບ່ງປັນວ່າ:

  ເມື່ອເລີ່ມເຮັດທ່ອງທ່ຽວ, ການດຳລົງຊີວິດຂອງຄອບຄົວມີການປ່ຽນແປງຫຼາຍຢ່າງ, ລາຍຮັບກໍ່ດີກວ່າເມື່ອທຽບໃສ່ການເຮັດກະສິກຳເມື່ອກ່ອນນີ້. ແຕ່ລະເດືອນ, ລາຍຮັບຂອງຂອບຄົວກໍ່ເປັນ ປົກກະຕິກວ່າ, ມີເງື່ອນໄຂເພື່ອລ້ຽງລູກ, ໃຫ້ລູກໄປຮ່ຳຮຽນເປັນຢ່າງດີກວ່າ. ຫວັງວ່າ, ຮູບແບບ homestay ຂອງຂ້າພະເຈົ້າຈະໄດ້ທະວີຄູນຢ່າງກວ້າງຂວາງກວ່າ, ພັດທະນາກວ່າຢູ່ໃນບ້ານ, ມີຫຼາຍຄອຄົວດຳເນີນທຸລະກິດ homestay, ດຶງດູດແຂກທ່ອງທ່ຽວຫຼາຍຂຶ້ນເພື່ອໃຫ້ໝູ່ບ້ານນັບມື້ນັບພັດທະນາ”.

        ປະຈຸບັນ, ຮູບແບບ startup ຂອງເອື້ອຍ ຮ່າທິຮຽມ ໄດ້ ແລະ ພວມເຄື່ອນໄຫວຢ່າງມີປະສິດທິຜົນ, ດຶງດູດເອື້ອຍນ້ອງເຂົ້າຮ່ວມເປັນຈຳນວນຫຼາຍ. ແຕ່ບໍ່ແມ່ນເອື້ອຍນ້ອງໃດກໍ່ກ້າຄິດກ້າທຳ. ທ່ານ ຟ້າມຊວັນດິ້ງ, ຮອງຫົວໜ້າຫ້ອງການວັດທະນະທຳເມືອງ ເວີນໂຮ່, ແຂວງ ເຊີນລາ, ຖືວ່າ:

        ສິ່ງທ້າທາຍໃຫຍ່ສຸດແມ່ນ ເອື້ອຍນ້ອງກ້າຄິດກ້າທຳຫຼືບໍ່, ກ້າພັດທະນາຕົນເອງກວ່າຫຼຼືບໍ່? ສ່ວນໂອກາດສຳລັບແມ່ຍິງແມ່ນມີຫຼາຍ ເພື່ເສີມຂະຫຍາຍໄດ້ຄຸນຄ່າຕົນເອງ, ເສີມຂະຫຍາຍບັນດາສິ່ງທີ່ ເຂເຈົ້ມີຄວາມຮູ້ທາງດ້ານວັດທະນະທຳທີ່ເປັນມູນເຊື້ອຂອງທ້ອງຖິ່ນໄດ້ຢ່າງສຸດຂີດ. ຈາກນັ້ນ, ເຂເຈົ້າກໍ່ຈະ ໂຄສະນາພາບພົດຂອງຊົນເຜົ່າຕົນສູ່ແຂກທ່ອງທ່ຽວເປັນຈຳນວນຫຼາຍ, ບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ ຫາຍັງແຂກທ່ອງທ່ຽວສາກົນອີກດ້ວຍ”.

        ຫວ່າງມໍ່ໆມານີ້, ທ່ານນາງ Christine ຮ່າ, ແມ່ຄົວພິການທາງສາຍຕາ ຊາວ ອາເມລິກາ ເຊື້ອຊາດ ຫວຽດນາມ, ຜູ້ຍາດໄດ້ລາງວັນທີ 1 ໃນງານປະກວດພໍ່ຄົວ, ແມ່ຄົວ ອາເມລິກາ, ໃນການເຄື່ອນໄຫວຢູ່ ຫວຽດນາມ ເປັນເວລາ 12 ວັນ ດ້ວຍບົດບາດເປັນທູດວັດທະນະທຳ ກໍ່ໄດ້ມາບ້ານ ເບືອດ ແບ່ງປັນເລື່ອງລາວ startup ຂອງຕົນ. ຈາກນັ້ນ, ກໍ່ໄດ້ຊ່ວຍສ້າງແຮງບັນດານໃຈໃຫ້ແກ່ເອື້ອຍນ້ອງແມ່ຍິງຊາວເຜົ່າສ່ວນໜ້ອຍຢູ່ແຫ່ງນີ້ໄດ້ສ່ວນໃດສ່ວນໜຶ່ງ. ເອື້ອຍ ບ່ານທິກ່ຽວ, ປະທານສະຫະພັນແມ່ຍິງຕາແສງ ຈ່ຽງອຽນ, ເມືອງ ເວີນໂຮ່, ແຂວງ ເຊີນລາ, ຢືນຢັນວ່າ ເນື້ອແທ້ຂອງເອື້ອຍນ້ອງແມ່ຍິງຊາວເຜົ່າສ່ວນໜ້ອຍແມ່ນມີຄວາມດຸໝັ່ນຂະຫຍັນພຽນ, ແຕ່ເຂົາເຈົ້າຖືກຈຳກັດຍ້ອນຮີດຄອງປະເພນີຂອງຄອບຄົວ, ສັງຄົມ. ສະນັ້ນ, ເລື່ອງລາວຂອງທ່ານນາງ Christine ຮ່າ ແມ່ນເປັນປະໂຫຍດຫຼາຍຢ່າງຕໍ່ເອື້ອຍນ້ອງແມ່ຍິງ.

 ຂ້າພະເຈົ້າເອງແມ່ນພະນັກງານສະຫະພັນແມ່ຍິງ, ຂ້າພະເຈົ້າໄດ້ໍ່ກຳລັງແຮງ, ເປັນຂົວເຊື່ອມຕໍ່ ໃຫ້ແກ່ເອື້ອຍນ້ອງໃນບໍລິເວນໃຫ້ມີກຳລັງແຮງຕື່ມອີກ, ສົ່ງເສີມເອື້ອຍນ້ອງພ້ອມກັບພັດທະນາ. ການແບ່ງປັນ ຂອງທ່ານນາງ Christine ຮ່າ ໄດ້ສ້າງແຫຼ່ງບັນດານໃຈໃຫ້ເອື້ອຍນ້ອງແມ່ຍິງາວເຜົ່າສ່ວນໜ້ອຍ ຢູ່ແຫ່ງນີ້ຫຼາຍຢ່າງ, ແຕ່ສິ່ງສຳຄັນທີ່ສຸດຍັງແມ່ນົວຂອງເອື້ອຍນ້ອງແມ່ຍິງ, ຕ້ອງຢືນຢັນຕົນເອງ ແລະ ພິສູດຄວາມສາມາດຂອງຕົນ.

 ກາລະໂອກາດຍາມໃດກໍ່ຢູ່ດ້ານໜ້າ. ມີເອື້ອຍນ້ອງແມ່ຍິງຫຼາຍຄົນຢູ່ແຫ່ງນີ້ເວົ້າສະເພາະ, ແມ່ຍິງຊາວເຜົ່າສ່ວນໜ້ອຍເວົ້າລວມ, ໄດ້ ແລະ ພວມກຳແໜ້ນກາລະໂອກາດ startup ຢູ່ທ້ອງຖິ່ນ,  ພິສູດໄດ້ກຳລັງຄວາມສາມາດຂອງຕົນ, ສ້າງມູນຄ່າເສດຖະກິດໃຫ້ແກ່ຄອບຄົວ, ພ້ອມທັງປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດຢູ່ທ້ອງຖິ່ນ.

ຕອບກັບ