“ເຮືອນ​ແຫ່ງ​ສີ​ຂຽວ” ເພື່ອ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ຂອງ ແມ່​ຍິງແຂວງ ເຊີນ​ລາ

Chia sẻ
(VOVWORLD) - ຢູ່ແຂວງເຂດພູສູງ ເຊີນລາ, ຮູບແບບ “ເຮືອນແຫ່ງສີຂຽວສ້າງກອງທຶນການກຸສົນ” ຂອງສະມາຄົມແມ່ຍິງທຸກຂັ້ນ ໄດ້ດຶງດູດສະມາຊິກ ແລະ ປະຊາຊົນເຂົ້າຮ່ວມເປັນຈຳນວນຫຼາຍ. ເງິນຈາກການຂາຍສິ່ງເສດເຫຼືອຈາກ “ເຮືອນແຫ່ງສີຂຽວ” ຈະໄດ້ນຳໃຊ້ເພື່ອສ້າງກອງທຶນການກຸສົນ, ຊ່ວຍເຫຼືອບັນດາສະມາຊິກ, ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ.

“ເຮືອນ​ແຫ່ງ​ສີ​ຂຽວ” ເພື່ອ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ຂອງ ແມ່​ຍິງແຂວງ ເຊີນ​ລາ - ảnh 1“ເຮືອນແຫ່ງສີຂຽວສ້າງກອງທຶນການກຸສົນ” ຂອງແມ່ຍິງ ຢູ່ແຂວງເຊີນລາ (ພາບ: VOV)

ໂດຍເປັນຄວາມລຶ້ງເຄີຍມາເປັນເວລາ 2 ປີແລ້ວ, ໃນວັນອາທິດສຸດທ້າຍຂອງເດືອນ, ປະຊາຊົນພ້ອມກັບແມ່ຍິງກຸ່ມ 4, ເມືອງ ກວຽດທັ້ງ, ນະຄອນເຊີນລາ ໄດ້ນຳເອົາຂີ້ເຫຍື້ອຊະນິດຕ່າງໆຄື: ຕຸກນ້ຳ, ແກ້ວນ້ຳ, ສິ່ງເສດເຫຼືອທີ່ສາມາດນຳໄປຜະລິດຄືນໃໝ່ຄື: ເຫຼັກ, ເຫຼັກກ້າ, ໂລຫະ, ຢາງພາລາ… ມາເຕົ້າໂຮມກັນຢູ່ໃນ “ເຮືອນແຫ່ງສີຂຽວເພື່ອສ້າງກອງທຶນການກຸສົນ” ຂອງສາຂາສະມາຄົມແມ່ຍິງໃນກຸ່ມ. ອ້າຍຮ່ວາງມິງວຽດ, ຢູ່ກຸ່ມ 4 ແບ່ງປັນວ່າ: ການເຄື່ອນໄຫວເກັບໂຮມເອົາຂີ້ເຫຍື້ອເອົາໄປຂາຍ ເພື່ອສ້າງກອງທຶນການກຸສົນຊ່ວຍເຫຼືອຄົນທຸກຍາກແມ່ນມີຄວາມໝາຍທີ່ສຸດ ດັ່ງນັ້ນ ລາວ ພ້ອມກັບທຸກຄົນກໍ່ສະໜັບສະໜູນຢ່າງຕັ້ງໜ້າ.

ຂີ້ເຫຍື້ອປຼາດສະຕິກ ກໍ່ມົນລະພິດຕໍ່ສິ່ງແວດລ້ອມ. ການເຄື່ອນໄຫວເກັບຂີ້ເຫຍື້ອຂອງເອື້ອຍນ້ອງແມ່ຍິງມີຄວາມໝາຍຢ່າງແທ້ຈິງ. ເພາະສະນັ້ນ ເມື່ອເກັບໂຮມຂີ້ເຫຍື້ອປຼາດສະຕິກໄດ້, ຄອບຄົວຂ້າພະເຈົ້າຈະໂຮມເຂົ້າກັນ ແລ້ວສົ່ງໄປໃຫ້ເອື້ອຍນ້ອງແມ່ຍິງ.

ຕາມທ່ານນາງ ຟ້າມທິທິງ ຫົວໜ້າສາຂາສະມາຄົມແມ່ຍິງກຸ່ມ 4, ເມືອງ ກວຽດທັ້ງ, ນະຄອນເຊີນລາແລ້ວ, “ເຮືອນແຫ່ງສີຂຽວສ້າງກອງທຶນການກຸສົນ” ຂອງແມ່ຍິງກຸ່ມ ໄດ້ຮັບການຜັນຂະຫຍາຍແຕ່ທ້າຍປີ 2022, ເຊິ່ງໄດ້ອອກແບບກໍ່ຂຶ້ນດ້ວຍໂຄງເຫຼັກ, ມີຫຼັງຄາ ແລະ ຕາໜ່າງອ້ອມ. ໃນວັນອາທິດສຸດທ້າຍຂອງເດືອນ, ເອື້ອຍນ້ອງແມ່ຍິງພ້ອມກັນມາ “ເຮືອນແຫ່ງສີຂຽວສ້າງກອງທຶນການກຸສົນ” ເພື່ອຈັດແຍກປະເພດຂີ້ເຫຍື້ອປຼາດສະຕິກ ແລະ ນຳເອົາຂີ້ເຫຍື້ ໄປຂາຍ. ມາຮອດປັດຈຸບັນ, ຮູບແບບ “ເຮືອນແຫ່ງສີຂຽວ” ຂອງແມ່ຍິງໃນກຸ່ມ ເກັບໂຮມຂີ້ເຫຍື້ອປຼາດສະຕິກໄດ້ປະມານ 10 ໂຕນ ຂາຍໄດ້ເງິນເກືອບ 10 ລ້ານດົ່ງ (ປະມານ 400 USD) ເພື່ອສ້າງກອງທຶນ:

ພວກຂ້າພະເຈົ້າມານະພະຍາຍາມຮັກສາ, ເສີມຂະຫຍາຍເປັນຢ່າງດີ ແລະ ຮຽກຮ້ອງເອື້ອຍນ້ອງແມ່ຍິງຕື່ມອີກຫຼາຍຄົນພ້ອມກັນຮ່ວມແຮງຮ່ວມໃຈເພື່ອປະຕິບັດຮູບແບບເກັບຂີ້ເຫຍື້ອປຼາດສະຕິກໃຫ້ເປັນຢ່າງດີກວ່າ. ຜ່ານນັ້ນ, ກໍ່ເປັນການຮັກສາສິ່ງແວດລ້ອມໃຫ້ຂຽວ - ສະອາດ - ສວຍງາມ ແລະ ຊ່ວຍເຫຼືອຜູ້ປະສົບກັບຄວາມຫຍຸ້ງຍາກ.

ແຕ່ 10 ຮູບແບບຕົວເດັ່ນ “ເຮືອນແຫ່ງສີຂຽວສ້າງກອງທຶນການກຸສົນ” ດ້ວຍສະມາຊິກເພດຍິງເກືອບ 400 ຄົນ, ມາຮອດປັດຈຸບັນ, ສະມາຄົມແມ່ຍິງ ໃນທຸກຂັ້ນຢູ່ແຂວງ ເຊີນລາ ໄດ້ທະວີຄູນຕື່ມອີກ 68 ຈຸດທີ່ປະຕິບັດຮູບແບບຢູ່ 12 ເມືອງ, ນະຄອນ, ດ້ວຍສະມາຊິກກ່ວາ 2.700 ຄົນ. ໄລ່ສະເລ່ຍແຕ່ລະເດືອນ, ບັນດາຮູບແບບເກັບໂຮມ, ຈັດແຍກປະເພດຂີ້ເຫຍື້ອປຼາດສະຕິກ ແລະ ສິ່ງເສດເຫຼືອຊະນິດຕ່າງໆທີ່ສາມາດຜະລິດຄືນໃໝ່ໄດ້ເປັນຈຳນວນຫຼາຍ, ແຕ່ລະຮູບແບບມີລາຍຮັບແຕ່ 300.000 – 500.000 ດົ່ງ (ປະມານ 12 USD – 20 USD). ທ່ານນາງ ວີທິບິ່ງ, ຮອງປະທານສະຫະພັນແມ່ຍິງແຂວງເຊີນລາ ໃຫ້ຮູ້ວ່າ:

ສະຫະພັນແມ່ຍິງແຂວງ ສືບຕໍ່ໂຄສະນາໄປເຖິງສະມາຊິກຍິງ ແລະ ປະຊາຊົນໃນບໍລິເວນແຂວງ ປະຕິບັດວຽກງານປ້ອງກັນ, ຕ້ານມົນລະພິດຂີ້ເຫຍື້ອປຼາດສະຕິກໃຫ້ເປັນຢ່າງດີ. ພວກຂ້າພະເຈົ້າຈະທະວີຄູນບັນດາຮູບແບບທີ່ດີ ມີການເຄື່ອນໄຫວທີ່ມີປະສິດທິຜົນ. ໂຄສະນາກ່ຽວກັບຜົນປະໂຫຍດຂອງ ເຮືອນແຫ່ງສີຂຽວ, ສົ່ງເສີມບັນດາເມືອງ, ນະຄອນ ໝູນໃຊ້ໃນທ້ອງຖິ່ນຂອງຕົນ.

ຕາມຂໍ້ມູນສະຖິຕິຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຊີນລາແລ້ວ, ແຕ່ລະປີ, ປະລິມານຂີ້ເຫຍື້ອປຼາດສະຕິກໃນບໍລິເວນແຂວງແມ່ນຫຼາຍກ່ວາ 10.630 ໂຕນ; ໃນນັ້ນ, ປະລິມານຂີ້ເຫຍື້ອທີ່ເກັບມາໄດ້ແມ່ນເກືອບ 8.400 ໂຕນ/ປີ. ພ້ອມກັບຮູບແບບ “ເຮືອນແຫ່ງສີຂຽວສ້າງກອງທຶນການກຸສົນ”, ໃນບໍລິເວນແຂວງ ກໍ່ມີຫຼາຍຮູບແບບຂອງຊາວໜຸ່ມຄື: “ເອົາເຈ້ຍ, ປຼາດສະຕິກ, ກະປອງເສດເຫຼືອແລກເອົາຕົ້ນໄມ້”,“ຕະຫຼາດຫຼຸດຜ່ອນຂີ້ເຫຍື້ອປຼາດສະຕິກ”, “ປະດິດສ້າງເຄື່ອງຫຼິ້ນ, ເຄື່ອງຂອງທີ່ລະນຶກຈາກກະປອງ, ຕຸກຢ່າງເສດເຫຼືອ”… ມີຫຼາຍອົງການ, ຫົວໜ່ວຍ, ວິສາຫະກິດໃນບໍລເວນແຂວງ ໄດ້ຫັນປ່ຽນການບໍລິໂພກນ້ຳດື່ມໃສ່ຕຸກຢ່າງມາໃສ່ກວດແກ້ວ, ໃສ່ກວດເຈ້ຍ ແລະ ວັດຖຸປະເພດຕ່າງໆທີ່ເປັນມິດກັບສິ່ງແວດລ້ອມ; ຫຼຸດຜ່ອນການນຳໃຊ້ຖົງຢາງປຼາດສະຕິກທີ່ລະລາຍຍາກ. ທ່ານທ່ຽວກວາງຟີຮຸງ, ຮອງຫົວໜ້າຫ້ອງການຄຸ້ມຄອງສິ່ງແວດລ້ອມ, ພະແນກຊັບພະຍາກອນທຳມະຊາດ - ສິ່ງແວດລ້ອມແຂວງ ເຊີນລາ ໃຫ້ຮູ້ວ່າ:

ການຜັນຂະຫຍາຍປະຕິບັດຮູບແບບນີ້ປະກອບສ່ວນຊຸກຍູ້, ໂຄສະນາການປ້ອງກັນ, ຕ້ານມົນລະພິດຂີ້ເຫຍື້ອປຼາດສະຕິກ ແລະ ປາສະຈາກຜະລິດຕະພັນຢາງປຼາດສະຕິກໃຊ້ເທື່ອດຽວ. ບັນດາການກະທຳນີ້ກໍ່ປະກອບສ່ວນສ້າງຄວາມຊິ້ນເຄີຍໃນການເກັບ, ຈັດແຍກ, ນຳໃຊ້ຄືນ, ຜະລິດຄືນໃໝ່ບັນດາຂີ້ເຫຍື້ອປຼາດສະຕິກໃນຊີວິດປະຈຳວັນຂອງປະຊາຊົນ, ອົງການຈັດຕັ້ງ, ສ່ວນບຸກຄົນ.

ຂີ້ເຫຍື້ອປຼາດສະຕິກ ບໍ່ໄດ້ຮັບການເກັບໂຮມ, ແກ້ໄຂຖືກຕ້ອງຕາມການກຳນົດຈະເຮັດໃຫ້ເປັນມົນລະພິດຕໍ່ສິ່ງແວດລ້ອມ, ກໍ່ຜົນສະທ້ອນທີ່ໃຫຍ່ຫຼວງຕໍ່ສຸຂະພາບຂອງປະຊາຊົນ.  ດັ່ງນັ້ນ, ປະຊາຊົນແຕ່ລະຄົນດ້ວຍການກະທຳທີ່ເລັກໆນ້ອຍໆຂອງຕົນ ກໍ່ຈະເປັນການປະກອບສ່ວນຮ່ວມແຮງຮ່ວມໃຈປ້ອງກັນຕ້ານມົນລະພິດຂີ້ເຫຍື້ອປຼາດສະຕິກ.

ຕອບກັບ