Kaopiz Holdings ຢືນຢັນທີ່ຕັ້ງ ຫວຽດນາມ ໃນແຜນທີ່ເຕັກໂນໂລຊີ

Huyen
Chia sẻ
(VOVWORLD) - ມາຮອດປະຈຸບັນ, Kaopiz Holdings ໄດ້ພັດທະນາກາຍເປັນລະບົບຊີວະພາບເຕັກໂນໂລຊີ ຫວຽດ.
Kaopiz Holdings ຢືນຢັນທີ່ຕັ້ງ ຫວຽດນາມ ໃນແຜນທີ່ເຕັກໂນໂລຊີ - ảnh 1(Kaopiz Smart OCR ໄດ້ຮັບການເຊີດຊູນອນໃນ top 10 ຜະລິດຕະພັນເຕັກໂນໂລຊີດີທີ່ສຸດໃຫ້ແກ່ຕະຫຼາດຕ່າງປະເທດ)

        ຈາກນັກວິສະວະກອນ 6 ຄົນຮຽນຈົບມະຫາວິທະຍາໄລສັບພະວິຊາ, ຜ່ານໄລຍະ 10 ປີແຫ່ງການສ້າງຕັ້ງ, ມາຮອດປະຈຸບັນ, Kaopiz Holdings ໄດ້ພັດທະນາກາຍເປັນລະບົບຊີວະພາບເຕັກໂນໂລຊີ ຫວຽດ. ບໍ່ພຽງແຕ່ສ້າງຂີດໝາຍຢູ່ຕະຫຼາດພາຍໃນປະເທດເທົ່ານັ້ນ, Kaopiz Holdings ຍັງຢືນຢັນຊື່ສຽງຂອງຕົນຢູ່ ຍີ່ປຸ່ນ ແລະ ພວມເປີດກວ້າງອອກສູ່ຫຼາຍປະເທດອື່ນ ໃນການພັດທະນາຊອບແວ, ປັນຍາປະດິດ, ສ້າງບັນດາມາດຕະການແກ້ໄຂເປັນຢ່າງດີທີ່ສຸດເພື່ອຊ່ວຍຍົກສູງສະມັດຕະພາບໃຫ້ແກ່ບັນດາວິສາຫະກິດ.

        ໃນຊຸມປີ 2011 – 2012, ຂົງເຂດເຕັກໂນໂລຊີຍັງແມ່ນຂົງເຂດທີ່ໃໝ່ອ່ຽມຢູ່ ຫວຽດນາມ. ພາຍຫຼັງໄປຮຽນຢູ່ ຍີ່ປຸ່ນ ແລະ ກັບເມືອປະເທດ, ເຂົ້າເຮັດວຽກຢູ່ບາງກຸ່ມບໍລິສັດເຕັກໂນໂລຊີຕ່າງປະເທດຢູ່ ຫວຽດນາມ, ເລວັນຮ່ວາງ, ຜູ້ກໍ່ຕັ້ງ Kaopiz Holdings ໃນປະຈຸບັນເຫັນວ່າ ມີໂອກາດຫຼາຍຢ່າງໃນຂົງເຂດນີ້, ຮ່ວາງ ພ້ອມກັບບັນດາຜູ້ຮ່ວມງານຕັດສິນໃຈສ້າງຕັ້ງ Kaopiz ໃນປີ 2014, ດ້ວຍຄວາມຝັນສ້າງຜະລິດຕະພັນແກ່ງແຍ້ງກັບບັນດາບໍລິສັດເຕັກໂນໂລຊີຂອງ ຍີ່ປຸ່ນ. CEO ເລວັນຮ່ວາງ, ແບ່ງປັນວ່າ:

        “ຍີ່ປຸ່ນ ແມ່ນປະເທດພັດທະນາດ້ານເຕັກໂນໂລຊີທີ່ສຸດ, ຄວາມຕ້ອງການພັດທະນາລະບົບຊອບແວຮັບໃຊ້ວິວັດທະນາການຫັນເປັນດີຈີຕອນໃຫ້ແກ່ບັນດາວິສາຫະກິດ ຍີ່ປຸ່ນ ແມ່ນໃຫຍ່ຫຼວງທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ມີການຂາດແຄນບັນດາຜູ້ສ້າງຊອບແວ, ບັນດາຜູ້ເຮັດວຽກງານໃນຂະແໜງອຸດສາຫະກຳເຕັກໂນໂລຊີ ເພື່ອຕອບສະໜອງຄວາມຕ້ອງການຂອງບັນດາວິສາຫະກິດ ຍີ່ປຸ່ນ. ສະນັ້ນ, ພວກຂ້າພະເຈົ້າຕົກລົງສ້າງບັນດາຜະລິດຕະພັນ, ມາດຕະການແກ້ໄຂທີ່ມີຄຸນນະພາບທຽບເທົ່າ, ສາມາດແກ່ງແຍ້ງກັບບັນດາວິສາຫະກິດ ຍີ່ປຸ່ນ”.

Kaopiz Holdings ຢືນຢັນທີ່ຕັ້ງ ຫວຽດນາມ ໃນແຜນທີ່ເຕັກໂນໂລຊີ - ảnh 2(CEO Kaopiz ເລວັນຮ່ວາງ)

        ບັນດາໃບສັ່ງສິນຄ້າທຳອິດມີລາຄາພຽງແຕ່ 2.000 – 3.000 USD ເທົ່ານັ້ນ, ແຕ່ໄດ້ສ້າງກຳລັງໜູນຢ່າງໃຫຍ່ຫຼວງ, ສ້າງຄວາມໄວ້ເນື້ອເຊື່ອໃນເພື່ອໃຫ້ Kaopiz ປະຕິບັດຄວາມໄຝ່ຝັນອັນໃຫຍ່ຫຼວງຂອງຕົນ. ພຽງໃນໄລຍະ 2 ປີແຫ່ງການສ້າງຕັ້ງ, ເພື່ອກຳນົດແຈ້ງທ່າແຮງໃຫຍ່ຫຼວງທີ່ສຸດຂອງຕົນຢູ່ຕະຫຼາດ ຍີ່ປຸ່ນ, Kaopiz ຕັດສິນໃຈສຸມເຫື່ອເທແຮງເຂົ້າຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນທີ່ສຸດນີ້. ແລະ ຫ້ອງການທຳອິດຂອງ Kaopiz ກໍ່ໄດ້ສ້າງຂຶ້ນຢູ່ ນະຄອນຫຼວງ ໂຕກຽວ, ປະເທດຍີ່ປຸ່ນ ໃນເດືອນ ສິງຫາ 2016.

        “ຂ້າພະເຈົ້າເຫັນວ່າ, ທ່າແຮງຂອງຕົນແມ່ນມາຈາກ 2 ຢ່າງ. ທີ 1 ແມ່ນມີຄວາມຄ້າຍຄືກັນທາງດ້ານວັດທະນະທຳລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ. ທີ 2 ແມ່ນບັນດານັກວິສະວະກອນ ຫວຽດນາມ ສາມາດແລກປ່ຽນກັບລູກຄ້າ ຍີ່ປຸ່ນ ດ້ວຍພາສາ ຍີ່ປຸ່ນ. ມີທ່າແຮງໜຶ່ງອີກແມ່ນ, ບັນດານັກວິສະວະກອນ ຫວຽດນາມ, ດ້ວຍຄວາມອາດສາມາດ, ລະດັບຄວາມຮູ້ແມ່ນຄ້າຍຄືກັນກັບບັນດານັກວິສະວະກອນໃນໂລກ, ສາມາດຜະລິດອອກບັນດາຜະລິດຕະພັນທີ່ມີຄຸນນະພາບດີ”.

        ປີ 2023, Kaopiz ມີລາຍຮັບຫຼາຍກວ່າ 200 ຕື້ດົ່ງ (ກວ່າ 8,6 ລ້ານ USD), ໃນນັ້ນ 95% ແມ່ນມາຈາກຕະຫຼາດ ຍີ່ປຸ່ນ. ມາຮອດປະຈຸບັນ, ພາຍຫຼັງສ້າງຕັ້ງເປັນເວລາກວ່າ 10 ປີ, Kaopiz Holdings ໄດ້ກາຍເປັນລະບົບຊີວະພາບລວມມີຫຼາຍບໍລິສັດລູກ. ນອກນັ້ນ, Kaopiz ຍັງຜັນຂະຫຍາຍຫຼາຍໂຄງການພັດທະນາຊອບແວ, ໂປຼແກຼມກ່ຽວກັບເວັບໄຊ, ໂທລະສັບມືຖື, ເກມ… ໃຫ້ແກ່ລູກຄ້າຢູ່ຕະຫຼາດຈຳນວນໜຶ່ງ, ຄື: ຮົ່ງກົງ (ຈີນ), ການາດາ… ຫງວຽນດິ່ງນາມ, ນັກວິສະວະກອນຢູ່ Kaopiz, ແບ່ງປັນວ່າ:

        “ຢູ່ Kaopiz, ພວກຂ້າພະເຈົ້າໄດ້ຮ່່ຳຮຽນ, ຄົ້ນຄວ້າ ແລະ ພັດທະນາໃນສະພາບແວດລ້ອມທີ່ຂະຫຍັນຂັນເຄື່ອນ ແລະ ເຕັມໄປດ້ວຍຄວາມກະຕືລືລົ້ນ. ພວກຂ້າພະເຈົ້າໄດ້ຈັດການແບ່ງປັນປະຈຳອາທິດກ່ຽວກັບບັນດາຫົວຂໍ້ໃໝ່, ສິ່ງທ້າທາຍໃໝ່ໃນຂົງເຂດເຕັກໂນໂລຊີ, ອັບເດດຄວາມຮູ້ດ້ານເຕັກໂນໂລຊີເປັນປະຈຳ, ຄົ້ນຄວ້າ ເພື່ອຮັບໃຊ້ວຽກງານ ແລະ ຍົກສູງກຳລັງຄວາມສາມາດຂອງແຕ່ລະຄົນ”.

        ປີ 2023, ຜະລິດຕະພັນຫັນເອກະສານເປັນດີຈີຕອນສະຫງວນໃຫ້ແກ່ຕະຫຼາດ ຍີ່ປຸ່ນ Kaopiz Smart OCR ໄດ້ຮັບການເຊີດຊູນອນໃນ top 10 ຜະລິດຕະພັນເຕັກໂນໂລຊີດີທີ່ສຸດໃຫ້ແກ່ຕະຫຼາດຕ່າງປະເທດ, ຂຶ້ນກັບລາງວັນ Make in Vietnam ໂດຍກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ມອບໃຫ້. ດ້ວຍຄວາມຕັດສິນໃຈເປັນຢ່າງສູງ ນຳພູມປັນຍາ ຫວຽດ ອອກສູ່ໂລກ, CEO Kaopiz ເລວັນຮ່ວາງ, ແບ່ງປັນວ່າ:

        “ໃນໄລຍະຈະມາເຖິງ, Kaopiz ຈະສຸມໃສ່ 2 ແຜນການຕົ້ນຕໍ. ທຳອິດແມ່ນຜະລິດຊອບແວໃຫ້ແກ່ຕະຫຼາດ ຍີ່ປຸ່ນ. ທີ 2 ແມ່ນພັດທະນາບັນດາຜະລິດຕະພັນ Make in Vietnam ດ້ວຍເຄື່ອງໝາຍການຄ້າ Kaopiz ແລະ ນຳບັນດາຜະລິດຕະພັນນີ້ອອກສູ່ໂລກ. Kaopiz ປາດຖະໜາຢາກຍູ້ແຮງການພັດທະນາຜະລິດຕະພັນ, ເພື່ອຢືນຢັນ ພູມປັນຍາ ຫວຽດ ໄດ້ສ່ວນໃດສ່ວນໜຶ່ງ, ຍົກສູງທີ່ຕັ້ງຂອງບັນດາວິສາຫະກິດ ຫວຽດນາມ ບົນເວທີສາກົນ”.

        ພາຍຫຼັງຄວາມມານະພະຍາຍາມເປັນເວລາດົນນານ, ໄລ່ຮອດເດືອນ ສິງຫາ 2024, Kaopiz ໄດ້ຜັນຂະຫຍາຍເກືອບ 700 ໂຄງການທີ່ເປັນຫຼາຍຮູບຫຼາຍແບບໃນຫຼາຍຂົງເຂດບັນລຸຜົນສຳເລັດ, ຄື: ການສຶກສາ, ສາທາລະນະສຸກ, ການຫັນເປັນອັດຕະໂນມັດ, ກໍ່ສ້າງ, ຂາຍຍ່ອຍ… ລາຍຮັບໃນປີ 2023 ບັນລຸ 100 ລ້ານ USD.

        ດ້ວຍຖັນແຖວນັກວິສະວະກອນເກືອບ 500 ຄົນທີ່ພວມເຮັດວຽກຢູ່ ຮ່າໂນ້ຍ, ດ່ານັ້ງ ແລະ ໂຕກຽວ,  Kaopiz Holdings ພວມນັບມື້ນັບມີຄວາມໄວ້ເນື້ອເຊື່ອໃຈມຸ່ງໄປເຖິງເປົ້າໝາຍກາຍເປັນບໍລິສັດເຕັກໂນໂລຊີແຖວໜ້າຂອງ ຫວຽດນາມ, ສ້າງໄດ້ບັນດາຜະລິດຕະພັນ, ການບໍລິການເຕັກໂນໂລຊີສູງ, ຢືນຢັນພູມປັນຍາ, ກຳລັງຄວາມສາມາດຂອງຊາວ ຫວຽດນາມ ຢູ່ໃນໂລກ.

ຕອບກັບ