ພູ​ມ​ປັນ​ຍາລະ​ດັບ​ສູງ​ໃນ​ປຶ້ມ​ເຫຼັ້ມ​ຕ່າງໆ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ

Chia sẻ
(VOVWORLD) - ໃນເກືອບ 2 ປີຜ່ານມາມີປຶ້ມອັນລ້ຳຄ່າຫຼາຍເຫຼັ້ມຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຫງວຽນຝຸຈ້ອງໄດ້ສະເໜີຕົວຕໍ່ຜູ້ອ່ານນັ້ແມ່ນປຶ້ມທີ່ມີຄຸນຄ່າທີ່ສຸດສະສົມການສະຫຼຸບບັນດາບົດກ່າວປາໄສບົດໂອ້ລົມການຊີ້ນຳນຳພາຂອງທ່ານເລຂາທິການໃຫຍ່ສະແດງໃຫ້ເຫັນຈິນຕະນາການທີ່ແຫຼມຄົມວິໄສທັດດ້ານການເມືອງທີ່ດີເດັ່ນຂອງຜູ້ນຳພັກກອມມູນິດຫວຽດນາມກ່ຽວກັບຫຼາຍບັນຫາສຳຄັນຂອງປະເທດຊາດໃນຍຸກສະໄໝໃໝ່.

ພູ​ມ​ປັນ​ຍາລະ​ດັບ​ສູງ​ໃນ​ປຶ້ມ​ເຫຼັ້ມ​ຕ່າງໆ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ - ảnh 1ປຶ້ມ “ກໍ່ສ້າງ ແລະ ພັດທະນາພື້ນຖານວັດທະນະທຳ ຫວຽດນາມໃຫ້ກ້າວໜ້າ ແລະ ເຂັ້ມຄົ້ນໄປດ້ວຍສີສັນຊາດ” ໄດ້ສະເໜີຕົວໃນວັນທີ 21 ມິຖຸນາ 2024
(ພາບ: bvhttdl.gov.vn)

ໃນບັນດາສ່ິງພິມຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງກ່ຽວກັບບັນດາບັນຫາພື້ນຖານໃນພາລະກິດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດ, ການປ່ຽນແປງໃໝ່, ການພັດທະນາປະເທດຊາດໄດ້ພິມຈຳໜ່າຍໃນຊຸມປີມໍ່ໆມານີ້, ປຶ້ມ “ກໍ່ສ້າງ ແລະ ພັດທະນາພື້ນຖານວັດທະນະທຳ ຫວຽດນາມໃຫ້ກ້າວໜ້າ ແລະ ເຂັ້ມຄົ້ນໄປດ້ວຍສີສັນຊາດ” ໄດ້ສະເໜີຕົວໃນວັນທີ 21 ມິຖຸນາ ທີ່ຜ່ານມາແມ່ນສ່ິງພິມທີ່ມີ 927 ໜ້າ. ປຶ້ມໄດ້ເລືອກເອົາ 92 ບົດຂຽນ, ບົດກ່າວປາໄສ, ການຕອບສຳພາດ, ຈົດໝາຍ…ຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງກ່ຽວກັບການສ້າງສາ ແລະ ພັດທະນາວັດທະນະທຳ ຫວຽດນາມ.

ດ້ວຍພູມປັນຍາລະດັບສູງ, ຄວາມເຂົ້າໃຈຢ່າງເລິກເຊິ່ງກວ້າງຂວາງ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ເຮັດໃຫ້ບັນດາຫຼັກການພື້ນຖານກ່ຽວກັບວັດທະນະທຳມີຄວາມເລິກເຊິ່ງ, ອຸດົມສົມບູນ, ມີຊີວິດຊີວາກ່ວາເກົ່າ ແລະ ວັດທະນະທຳແມ່ນຄຸນຄ່າ, ແມ່ນຈິດວິນຍານແຫ່ງຄວາມມີຊີວິດຊີວາ, ກຳລັງແຮງຂອງຊາດ. ໃນປຶ້ມ, ທ່ານເລຂາທິການຢັ້ງຢືນວ່າ ຕ້ອງພັດທະນາວັດທະນະທຳຢ່າງຄົບຊຸດທຽບເທົ່າກັບ ການເມືອງ, ເສດຖະກິດ, ສັງຄົມ, ຕິດພັນກັບການເຕີບໂຕດ້ານເສດຖະກິດ ດ້ວຍການພັດທະນາວັດທະນະທຳ, ຍົກສູງຊີວິດດ້ານວັດທະນະທຳ, ເຮັດໃຫ້ວັດທະນະທຳເຊື່ອມຊືມເຂົ້າທຸກດ້ານ, ທຸກຂົງເຂດ, ທຸກການພົວພັນຂອງຊີວິດ, ສ້າງ ແລະ ເສີມຂະຫຍາຍລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ, ລະບົບຄຸນຄ່າຄອບຄົວ, ເຮັດເປັນພື້ນຖານກຳນົດມາດຖານຄຸນຄ່າຄຸນສົມບັດ ແລະ ສ້າງກຳລັງແຮງຂອງຊາວຫວຽດນາມ. ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ຢັ້ງຢືນວ່າ:

ປຶ້ມມີຄຸນຄ່າອັນລ້ຳຄ່າທີ່ສຸດ, ຍ້ອນວ່ານີ້ບໍ່ພຽງແຕ່ແມ່ນຜະລິດຕະພັນທາງດ້ານພູມປັນຍາທີ່ມີຄວາມສຸດຈິດສຸດໃຈຂອງທ່ານເລຂາທິການໃຫຍ່ເທົ່ານັ້ນ ຫາກຍັງສຳຄັນກ່ວານັ້ນແມ່ນ ກິດຈະກຳທາງດ້ານວິທະຍາສາດທີ່ມີລັກສະນະເປັນລະບົບ, ເຕົ້າໂຮມບັນດາແນວຄິດທັດສະນະຊີ້ນຳ, ບົດກ່າວປາໄສ, ບົດຂຽນຂອງຜູ້ນຳພັກກອມມູນິດ ຫວຽດນາມກ່ຽວກັບທາດແທ້ ແລະ ລັກສະນະພິເສດຂອງພື້ນຖານວັດທະນະທຳ ຫວຽດນາມ,ກ່ຽວກັບບົດບາດພາລະກຳຂອງວັດທະນະທຳຄື ແຫຼ່ງກຳລັງທີ່ເກີດຂຶ້ນຈາກພາຍໃນໃຫ້ແກ່ການພັດທະນາແບບຍືນຍົງ, ຄວາມຜູກພັນຂອງວັດທະນະທຳ ກັບເສດຖະກິດ ແລະ ການເມືອງກ່ຽວກັບການຮັກສາຄຸນຄ່າວັດທະນະທຳທີມີມູນເຊື້ອປະຕິວັດ, ກ່ຽວກັບການພັດທະນາໃນຍຸກສະໄໝໃໝ່.

ພູ​ມ​ປັນ​ຍາລະ​ດັບ​ສູງ​ໃນ​ປຶ້ມ​ເຫຼັ້ມ​ຕ່າງໆ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ - ảnh 2ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ
(ພາບ: bvhttdl.gov.vn)

“ເສີມຂະຫຍາຍມູນເຊື້ອມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງສາປະເທດຊາດຫວຽດນາມໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ສີວິໄລ, ມີຄວາມຜາສຸກ” ແມ່ນປຶ້ມຂອງທ່ານເລຂາທິການໃຫຍ່ກ່ຽວກັບການເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ໃນໄລຍະປະຈຸບັນ. ທ່ານ ຮວິ່ງດາມ, ອະດີດປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢັ້ງຢືນວ່າ:

ນັບແຕ່ຫົວທີ ພັກໄດ້ກຳນົດວ່າ ຢາກໃຫ້ພາລະກິດແຫ່ງການປະຕິວັດປະສົບຜົນສຳເລັດ ແມ່ນຕ້ອງມີຄວາມໄວ້ເນື້ອເຊື່ອໃຈ, ອີງໃສ່ ແລະ ເສີມຂະຫຍາຍໄດ້ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ; ຕ້ອງຢັ້ງຢືນວ່າ ຖືປະຊາຊົນເປັນກົກ”. ບັນດາທັດສະນະນີ້ ໂດຍທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ສືບທອດ, ເສີມຂະຫຍຍາຍົກສູງ ແລະ ນັບມື້ນັບປະຕິບັດໃຫ້ສົມບູນແບບ. ໃນບັນດາບົດກ່າວປາໄສຂອງຕົນ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ຢັ້ງຢືນວ່າ : ຄວາມມະຫາສາມັກຄີແມ່ນປັດໄຈຕັດສິນຊີ້ຂາດໄຊຊະນະ ຄວາມຍືນຍົງຄົງຕົວຂອງພາລະກິດແຫ່ງການປະຕິວັດ ຫວຽດນາມ.

ໃນຂະນະນັ້ນ, ປຶ້ມ “ສ້າງສາ ແລະ ພັດທະນາພື້ນຖານການຕ່າງປະເທດ, ການທູດ ຫວຽດນາມ ຢ່າງຮອບດ້ານ, ທັນສະໄໝ, ເຂັ້ມຂຸ້ນໄປດ້ວຍສີສັນ ຕົ້ນໄມ້ໄຜ່ ຫວຽດນາມ” ຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ສະເໜີຕົວໃນວັນທີ 21 ພະຈິກປີ 2023, ໄດ້ຖອດຖອນບັນດາແນວຄິດຫຼັກຂອງການທູດ, ການຕ່າງປະເທດ ຫວຽດນາມ ໃນຕະຫຼອດໄລຍະປະຫວັດສາດນັບພັນປີຂອງຊາດ. ທ່ານ ເລຮວ່າຍຈຸງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ເນັ້ນໜັກວ່າ:

ນີ້ແມ່ນປຶ້ມເຫຼັມທຳອິດທີ່ໄດ້ຫັນບັນດາບົດຂຽນ, ບົດກ່າວປາໄສສຳຄັນຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໃນທຸກຕຳແໜ່ງການນຳທີ່ແຕກຕ່າງກັນໃນຂົງເຂດການຕ່າງປະເທດໃຫ້ເປັນລະບົບ. ທ່ານເລຂາທິການໃຫຍ່ໄດ້ເປັນຜູ້ສັງລວມ ແລະ ພັດທະນາດ້ານທິດສະດີ, ຍົກອອກແນວຄິດບົນພື້ນຖານສືບທອດມູນເຊື້ອຂອງຊາດ ຫວຽດນາມ ແລະ ແນວຄິດ ໂຮ່ຈີມິນ, ຜ່ານວຽກງານທິດສະດີ ແລະ ພຶດຕິກຳຕົວຈິງຂອງການພົວພັນຕ່າງປະເທດ ເພື່ອໃຫ້ພວກເຮົາສ້າງສາ ແລະ ພັດທະນາພື້ນຖານການຕ່າງປະເທດຢ່າງຮອບດ້ານ, ທັນສະໄໝ , ເຂັ້ມຄົ້ນໄປດ້ວຍສີສັນໄມ້ໄຜ່ ຫວຽດນາມ.

ພູ​ມ​ປັນ​ຍາລະ​ດັບ​ສູງ​ໃນ​ປຶ້ມ​ເຫຼັ້ມ​ຕ່າງໆ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ - ảnh 3ທ່ານ ເລຮວ່າຍຈຸງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ
(ພາບ:  baoquocte.vn)

ຈິນຕະນາການ ແລະ ທິດສະດີອັນແຫຼມຄົມຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ກ່ຽວກັບແນວທາງການຕ່າງປະເທດໃນປຶ້ມ, ສະແດງອອກຜ່ານຈິດໃຈຍາມໃດກໍ່ເຊື່ອມຊື່ມແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເປັນ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ຫວຽດນາມ ແມ່ນເພື່ອນມິດຂອງທຸກໆປະເທດ, ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຢຶດໝັ້ນກັບແນວຄິດ, ຫຼັກການແກ້ໄຂທຸກບັນຫາທີ່ເກີດຂຶ້ນແບບບັງເອີນຢ່າງມີໄຫວພິບ, ຍາມໃດກໍ່ກຳແໜ້ນສະພາບການໃໝ່, ການຜັນແປໂດຍໄວ  ຂອງສະພາບການພາຍໃນປະເທດ ແລະ ສາກົນ.

ໄປຄຽງຄູ່ກັນນັ້ນ, ປຶ້ມເຫຼັ້ມຕ່າງໆຂອງທ່ານເລຂາທິການໃຫຍ່ ກ່ຽວກັບການປ່ຽນແປງໃໝ່ສະພາແຫ່ງຊາດ, ວຽກງານປ້ອງກັນຕ້ານການສໍ້ຫຼາດບັງຫຼວງ, ແນວທາງການທະຫານ, ຍຸດທະສາດດ້ານປ້ອງກັນຊາດ… ກໍ່ສະແດງໃຫ້ເຫັນພູມປັນຍາຢູ່ລະດັບສູງ,ຈິນຕະນາການທີ່ແຫຼມຄົມ, ປະດິດຄິດສ້າງຂອງຜູ້ນຳພັກກອມມູນິດ ຫວຽດນາມ. ນີ້ແມ່ນສາງເອກະສານອັນລ້ຳຄ່າ, ແມ່ນການກຳນົດທິດໃຫຍ່ໃຫ້ແກ່ການພັດທະນາຂອງຫວຽດນາມ ໃນປັດຈຸບັນ ແລະ ໄລຍະຈະມາເຖິງ.

ຕອບກັບ