ບ່າເຣ້ຍ - ຫວູງເຕົ່າ ພັດທະນາກະສິກຳເຕັກໂນໂລຊີສູງຕາມທິດຍືນຍົງ

Le Hoa
Chia sẻ
(VOVWORLD) - ຕາມທ່ານນາງ ເລທິຈາງດາຍ, ປະທານຄະນະກຳມະການປະຊາຊົນເມືອງ ຊວຽນມົກ ແລ້ວ, ກ່ອນທີ່ການທ່ອງທ່ຽວຈະພັດທະນາ, ຊວຽນມົກ ແມ່ນເຂດຜະລິດກະສິກຳເປັນຕົ້ນຕໍ່
 
ບ່າເຣ້ຍ - ຫວູງເຕົ່າ ພັດທະນາກະສິກຳເຕັກໂນໂລຊີສູງຕາມທິດຍືນຍົງ - ảnh 1ຮູບແບບລ້ຽງກຸ້ງນຳໃຊ້ເຕັກໂນໂລຊີສູງ
(ພາບ:Gia Khang)

 

 

ກະສິກຳເຕັກໂນໂລຊີສູງ ໄດ້ຮັບການກຳນົດແມ່ນ 1 ໃນ 4 ເສົາຄ້ຳເສດຖະກິດຂອງແຂວງ ບ່າເຣ້ຍ - ຫວູງເຕົ່າ ຕາມມະຕິຂອງອົງຄະນະພັກແຂວງຊຸດທີ VII ອາຍຸການ 2020 2025. ໄລຍະຜ່ານມາ, ເຖິງວ່າຖືກຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາສິ່ງທ້າທາຍຈາກການເຊື່ອມໂຍງ, ແຕ່ແຂວງ ບ່າເຣ້ຍ - ຫວູງເຕົ່າ ຍັງສຸມໃສ່ປະຕິບັດຖືກຕາມທິດທາງທີ່ໄດ້ວາງອອກ, ໃນເບື້ອງຕົ້ນ ບັນລຸໄດ້ໝາກຜົນເປັນໜ້າຊື່ນຊົມ, ຢັ້ງຢືນ ແລະ ເສີມຂະຫຍາຍບົດບາດຂອງກະສິກຳເຕັກໂນໂລຊີສູງ ໃນການພັດທະນາຂອງແຂວງ.

ສະຫະກອນກະສິກຳ ຊວນເຈື່ອງ, ຕາແສງ ບິ່ງບາ, ເມືອງ ເຈົາດຶກ, ໄດ້ຮັບການສ້າງຕັ້ງໃນປີ 2002, ດ້ວຍເນື້ອທີ່ປູກໝາກມັງກອນ 12 ເຮັກຕາ. ໃນເບື້ອງຕົ້ນ, ສະຫະກອນໄດ້ຂົນຂວາຍສະມາຊິກຜະລິດຕາມແບບວິທີ “ປະຕິບັດການຜະລິດກະສິກຳດີຢູ່ ຫວຽດນາມ” (VietGap) ແລະ ບັນດາມາດຖານສາກົນກ່ຽວກັບການຜະລິດກະສິກຳດີ (Global Gap) ເພື່ອຮັບປະກັນການຈຳໜ່າຍເປັນປົກກະຕິ, ບໍ່ເອື້ອຍອີງໃສ່ແມ່ຄ້າພໍ່ຄ້າ. ຮອດທ້າຍປີ 2021, ຍ້ອນຄວາມຕ້ອງການນັບມື້ນັບສູງຂອງບັນດາປະເທດ, ພິເສດແມ່ນຕະຫຼາດ ອາເມລິກາ, ສະຫະກອນກະສິກຳ ຊວນເຈື່ອງ ໄດ້ສົມທົບກັບສະຫະກອນ ແຫ່ງອື່ນໆໃນເຂດ ແນະນຳໃຫ້ພໍ່ແມ່ປະຊາຊົນຜະລິດຕາມມາດຖານ ອົງຄະທາດ, ເຂົ້າຮ່ວມໂຄງການ “ໜຶ່ງຕາແສງ, ໜຶ່ງຜະລິດຕະພັນ” (OCOP), ຮັບປະກັນແຫຼ່ງລາຍຮັບໃຫ້ແກ່ສະມາຊິກ. ທ່ານ ຈິ້ງວັນຕ໋ຽນ, ສະມາຊິກສະຫະກອນ ກະສິກຳ ຊວນເຈື່ອງ, ໃຫ້ຮູ້ວ່າ:

        “ສະມາຊິກສະຫະກອນພວມມານະພະຍາຍາມເຊື່ອມຕໍ່ຄືນໃໝ່ເພື່ອນຳຜະລິດຕະພັນອອກສູ່ທ້ອງຕະຫຼາດ. ປະຈຸບັນ, ສະຫະກອນພວມໄປຕາມທິດຫລຸດຜ່ອນຢາຂ້າສັດຕູພືດ, ໃຊ້ຝຸ່ນອົງຄະທາດເປັນສ່ວນໃຫຍ່, ບໍ່ໃຊ້ຢາເຄມີຫຼາຍ. ພວກຂ້າພະເຈົ້າມີ 4 ເຂດ, ແຕ່ລະເຂດເກັບໝາກມາໄດ້ 4 ໂຕນ. ລາຄາໃນປະຈຸບັນເປັນປົກກະຕິ, ລາຍຮັບສູງ, ເບິ່ງລວມແລ້ວແມ່ນສູງກ່ວາເມື່ອທຽບໃສ່ການປູກໝາກພິກໄທ”.

        ດ້ວຍນະໂຍບາຍໜູນຊ່ວຍການພັດທະນາກະສິກຳເຕັກໂນໂລຊີສູງຂອງແຂວງບ່າເຣ້ຍ - ຫວູງເຕົ່າ, ສະຫະກອນກະສິກຳ ເຕັກໂນໂລຊີສູງ ລອງແທັ່ງຟາດ, ແຂວງ ດົ່ງນາຍ, ໄດ້ລົງທຶນຈຳນວນເງິນ 80 ຕື້ດົ່ງ (3,3 ລ້ານໂດລາສະຫະລັດ) ເພື່ອລ້ຽງໄກ່ພັນຢູ່ຕາແສງ ຮ່ວາໂຮ້ຍ, ເມືອງ ຊວຽນມົກ, ແຂວງ ບ່າເຣ້ຍ - ຫວູງເຕົ່າ. ປະຈຸບັນ, ດ້ວຍເນື້ອທີ່ 1,2 ເຮັກຕາ ແລະ ຈຳນວນໄກ່ ແຕ່ລະລຸ້ນແມ່ນແຕ່ 180.000 – 240.000 ໂຕ ໄດ້ລ້ຽງດ້ວຍການນຳໃຊ້ເຕັກໂນໂລຊີຄອກຄົບວົງຈອນ, ສະຫະກອນເປັນເຈົ້າການໃນການຄວບຄຸມ, ສະກັດກັ້ນການລະບາດພະຍາດ ແລະ ບັນດາຜົນກະທົບຈາກພາຍນອກໃຫ້ມີໜ້ອຍທີ່ສຸດ. ທ່ານເລວັນກວຽດ, ປະທານສະພາບໍລິຫານ, ຜູ້ອຳນວຍການສະຫະກອນກະສິກຳເຕັກໂນໂລຊີສູງ ລອງແທັ່ງຟາດ, ໃຫ້ຮູ້ວ່າ:

        “ລ້ຽງຕາມແບບນີ້ແມ່ນດີຕໍ່ສິ່ງແວດລ້ອມ, ສະມັດຕະພາບການລ້ຽງກໍ່ສູງ, ພິເສດແມ່ນໄກ່ບໍ່ຕິດພະຍາດ. ລ້ຽງແບບນີ້ພວກເຮົາກໍ່ຄວບຄຸມໄດ້ອຸນຫະພູມໃນຄອກລ້ຽງ, ຕອບສະໜອງໄດ້ຄວາມຕ້ອງການຕາມອາຍຸຂອງໄກ່ ແລະ ໃຫ້ສະມັດຕະພາບສູງ”.

ບ່າເຣ້ຍ - ຫວູງເຕົ່າ ພັດທະນາກະສິກຳເຕັກໂນໂລຊີສູງຕາມທິດຍືນຍົງ - ảnh 2ການເກັບໝາກລຳໃຍຄຸນນະພາບສູງຂອງພໍ່ແມ່ປະຊາຊົນເມືອງ ເດີດດໍ
(ພາບ: Gia Khang.)

        ມາຮອດປະຈຸບັນ, ແຂວງ ບ່າເຣ້ຍ - ຫວູງເຕົ່າ ດຶງດູດໄດ້ກ່ວາ 484 ວິສາຫະກິດ, ນັກລົງທຶນ, ອົງການຈັດຕັ້ງ, ສ່ວນບຸກຄົນ ເຂົ້າຮ່ວມຂົງເຂດກະສິກຳໝູນໃຊ້ເຕັກໂນໂລຊີສູງ. ໃນນັ້ນ, ມີ 342 ວິສາຫະກິດ, ຮາກຖານທຳການຜະລິດປູກຝັງ; 127 ຟາມລ້ຽງສັດ ແລະ ວິສາຫະກິດ 17 ແຫ່ງທີ່ລົງທຶນເຂົ້າຂົງເຂດສິນໃນນ້ຳ.

        ເມືອງ ເຈົາດຶກ ແມ່ນທ້ອງຖິ່ນທີ່ແຂວງ ບ່າເຣ້ຍ - ຫວູງເຕົາ ເລືອກເພື່ອເຮັດທົດລອງການປະຕິບັດຜະລິດກະສິກຳໝູນໃຊ້ເຕັກໂນໂລຊີສູງ. ມາຮອດປະຈຸບັນ, ໃນບໍລິເວນມີຫຼາຍຮູບແບບບັນລຸປະສິດທິຜົນ, ຜະລິດຕະພັນໝູນໃຊ້ເຕັກໂນໂລຊີສູງກວມເອົາ 40% ມູນຄ່າໂຄງປະກອບເສດຖະກິດຂອງທ້ອງຖິ່ນ. ທ່ານ ຫງວຽນເຕີ໋ນບ໋ານ, ປະທານຄະນະກຳມະການປະຊາຊົນເມືອງ ເຈົາດຶກ, ໃຫ້ຮູ້ວ່າ:

        “ໄລຍະຈະມາເຖິງ, ເມືອງ ເຈົາດຶກ ຈະສຸມໃສ່ຜະລິດກະສິກຳເຕັກໂນໂລຊີສູງຕາມທິດຮ່ວມສຳພັນລະບົບມູນຄ່າ ແລະ ມຸ່ງໄປສູ່ກ່ຽວກັບການສົ່ງອອກຢ່າງແຮງເພື່ອເພີ່ມມູນຄ່າໃນເນື້ອທີ່ດິນໜຶ່ງ. ຈາກນັ້ນ, ກໍ່ຊ່ວຍໃຫ້ອະນາຄົດ, ຊາວກະສິກອນໄດ້ມີຜົນກຳໄລໃນເນື້ອທີ່ດິນກະສິກຳຂອງເມືອງລວມທັງໝົດກ່ວາ 8.000 ເຮັກຕາ”.

        ຕາມທ່ານນາງ ເລທິຈາງດາຍ, ປະທານຄະນະກຳມະການປະຊາຊົນເມືອງ ຊວຽນມົກ ແລ້ວ, ກ່ອນທີ່ການທ່ອງທ່ຽວຈະພັດທະນາ, ຊວຽນມົກ ແມ່ນເຂດຜະລິດກະສິກຳເປັນຕົ້ນຕໍ່. ພາຍຫຼັງມີມະຕິ 09 ຂອງຄະນະພັກແຂວງ ບ່າເຣ້ຍ - ຫວູງເຕົ່າ, ທີ່ໄດ້ວາງແຜນຜັງບັນດາເຂດຜະລິດກະສິກຳເຕັກໂນໂລຊີສູງປູກຕົ້ນຢາງພາລາ, ໝາກພິກໄທ, ຕົ້ນໄມ້ກິນໝາກ… ໄລຍະ 2020 – 2025, ໃນເບື້ອງຕົ້ນ, ບັນດາຜະລິດຕະພັນດັ່ງກ່າວຂອງເມືອງໄດ້ສ້າງເຄື່ອງໝາຍການຄ້າທີ່ມີອິດທິພົນຊື່ສຽງ:

        “ຢູ່ ຊວຽນມົກ ໄດ້ວາງແຜນໝູນໃຊ້ເຕັກໂນໂລຊີສູງຈາກບັນດາເຂດ, ກຸ່ມເພື່ອຜະລິດກະສິກຳເຕັກໂນໂລຊີສູງ, ມີບັນດາຮູບແບບໃນເບື້ອງຕົ້ນ, ສະຫະກອນໄດ້ຮັບປະກັນສົ້ນອອກຂອງສິນຄ້າ. ນອກຈາກນັ້ນ, ຢູ່ ຊວຽນມົກ ຍັງມີຫຼາຍຮູບແບບໝູນໃຊ້ Viet Gap, Life Gap…”.

        ໄລຍະ 2021 – 2025, ບ່າເຣ້ຍ - ຫວູງເຕົ່າ ໄດ້ວາງເປົ້າໝາຍນຳອັດຕາສ່ວນມູນຄ່າການຜະລິດກະສິກຳເຕັກໂນໂລຊີສູງໃຫ້ກວມເອົາ 50% ຍອດມູນຄ່າການຜະລິດກະສິກຳ; ຢ່າງໜ້ອຍສຸດມີ 10 ເຂດ ແລະ 5 ວິສາຫະກິດກະສິກຳເຕັກໂນໂລຊີສູງ. ເນື້ອທີ່ດິນວາງແຜນຜັງພັດທະນາກະສິກຳເຕັກໂນໂລຊີສູງ 100% ໄດ້ເວນຄືນເພື່ອຜັນຂະຫຍາຍບັນດາໂຄງການຜະລິດ. ດ້ວຍຈຸດໝາຍນີ້, ບ່າເຣ້ຍ - ຫວູງເຕົ່າ ຈະສືບຕໍ່ເສີມຂະຫຍາຍບັນດາຮູບແບບການໝູນໃຊ້ເຕັກໂນໂລຊີສູງໃຫ້ມີປະສິດທິຜົນ, ປະກອບສ່ວນພັດທະນາການຜະລິດກະສິກຳແບບຍືນຍົງ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ບັນດາສະຫະກອນ, ວິສາຫະກິດ ແລະ ຊາວກະສິກອນ./.

ຕອບກັບ