ນຳ​ຫວຽດ​ນາມ ກາຍ​ເປັນຈຸດ​ນັດ​ພົບຂອງ​ນະ​ວັດ​ຕະ​ກຳ

Chia sẻ
(VOVWORLD) - ໃນສະພາບການຂອງການປະຕິວັດອຸດສາຫະກຳ 4.0, ຫວຽດນາມ ພວມຊຸກຍູ້ການພັດທະນາວິທະຍາສາດເຕັກໂນໂລຢີແລະ ນະວັດຕະກຳ, ຜັນຂະຫຍາຍບັນດາໂຄງການກະທຳລະອຽດ ຢ່າງບໍ່ຢຸດຢັ້ງ ເພື່ອຍູ້ແຮງການພັດທະນາລະບົບນິເວດ ແຫ່ງການນະວັດຕະກຳຢ່າງຮອບດ້ານ, ສ້າງສະພາບແວດລ້ອມ ທີ່ມີຄວາມສະດວກເພື່ອການຊຸກຍູ້ການຄົ້ນຄ້ວາພັດທະນາ, ນຳໃຊ້ວິທະຍາສາດເຕັກນິກ ແລະ ຖ່າຍທອດເຕັກໂນໂລຢີ. ສູນນະວັດຕະກຳແຫ່ງຊາດ (NIC) ຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນແນໃສ່ສະໜອງພື້ນຖານໂຄງລ່າງຢ່າງຄົບຊຸດເພື່ອຍູ້ໄວ ແລະ ມີການພັດທະນາລະບົບນິເວດແຫ່ງການນະວັດຕະກຳ ຫວຽດນາມ ໃຫ້ເຂັ້ມແຂງກ່ວາເກົ່າ, ດ້ວຍຄວາມປາດຖະໜາ ນຳ ຫວຽດນາມ ກາຍເປັນຈຸດນັດພົບຂອງການນະວັດຕະກຳ, ເຕົ້າໂຮມພູມປັນຍາ, ແຜ່ຂະຫຍາຍກະຈາຍຜົນປະໂຫຍດຂອງພາກພື້ນ ແລະ ໂລກ ໃນສັງກາດດີຈີຕອນ.

ນຳ​ຫວຽດ​ນາມ ກາຍ​ເປັນຈຸດ​ນັດ​ພົບຂອງ​ນະ​ວັດ​ຕະ​ກຳ - ảnh 1ສູນນະວັດຕະກຳແຫ່ງຊາດ (NIC) (ພາບ: laodong.vn)

ໂດຍໄດ້ຮັບການຜັນຂະຫຍາຍແຕ່ປີ 2019, ສູນນະວັດຕະກຳແຫ່ງຊາດ (NIC) ຕັ້ງຢູ່ ຮວ່າລາກ, ຫ່າງຈາກໃຈກາງ ຮ່າໂນ້ຍ ປະມານ 15 ກີໂລແມັດ. ສູນໄດ້ເປີດນຳໃຊ້ແຕ່ວັນທີ 28 ຕຸລາ, ດ້ວຍພາລະກຳແມ່ນໜູນຊ່ວຍ ແລະ ເຊື່ອມຕໍ່ລະບົບນິເວດນະວັດຕະກຳທັງຢູ່ພາຍໃນປະເທດ ແລະ ສາກົນ.

ນີ້ບໍ່ພຽງແຕ່ແມ່ນສະຖານທີ່ສະຫງວນໃຫ້ແກ່ນະວັດຕະກຳໃຫຍ່ທີ່ສຸດຢູ່ ຫວຽດນາມ, ດ້ວຍຫຼາຍກົນໄກບຸລິມະສິດພິເສດ ເພື່ອແນໃສ່ດຶງດູດບັນດາກຸ່ມບໍລິສັດເຕັກໂນໂລຢີ, ຫົວໜ່ວຍ, ອົງການຫຼໍ່ລ້ຽງ, ໜູນຊ່ວຍວິສາຫະກິດ, ນັກຊ່ຽວຊານ, ປັນຍາຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານ ຫວູກວັກຮູຍ, ຜູ້ອຳນວຍການສູນນະວັດຕະກຳແຫ່ງຊາດ, ຂຶ້ນກັບກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າ ພວມສ້າງລະບົບບັນດາຄູ່ຮ່ວມມືໃຫຍ່ໃນລະບົບນິເວດ, ລວມມີຫຼາຍວິສາຫະກິດ, ກຸ່ມບໍລິສັດທັງຢູ່ພາຍໃນປະເທດ ແລະ ສາກົນ, ມີຫຼາຍກອງທຶນລົງທຶນ, ອົງການໜູນຊ່ວຍນະວັດຕະກຳ ແລະ ລະບົບບັນດາອົງການຄຸ້ມຄອງແຫ່ງລັດ ທີ່ໄດ້ເຊື່ອມຕໍ່ກັບບັນດາປັດໄຈຂອງລະບົບນິເວດນະວັດຕະກຳ ເພື່ອສ້າງເປັນຄວາມຮ່ວມມືຢ່າງມີປະສິດທິຜົນ, ແນໃສ່ສ້າງບັນດາຄຸນຄ່າດ້ານເຕັກໂນໂລຢີ, ຊຸກຍູ້ການຫັນເປັນການຄ້າ, ຊຸກຍູ້ນະວັດຕະກຳໃຫ້ແກ່ບັນດາເຕັກໂນໂລຢີ, ຜະລິດຕະພັນໃໝ່.

ດ້ວຍການເປີດນຳໃຊ້ NIC, ເປັນຄັ້ງທຳອິດ ຫວຽດນາມ ມີພື້ນຖານໂຄງລ່າງຢ່າງຄົບຊຸດ, ໄດ້ຮັບການປະກອບເຄື່ອງວັດຖຸອຸປະກອນທີ່ທັນສະໄໝ ແລະ ໃຮບັນດາສະຖານທີ່ເຮັດວຽກຄົ້ນຄ້ວາ ແລະ ພັດທະນາໃຫ້ແກ່ບັນດາການເຄື່ອນໄຫວນະວັດຕະກຳ. ສິ່ງນີ້ໄດ້ສ້າງແຫຼ່ງບັນດານໃຈ, ກະຕຸກຊຸກຍູ້ຈິດໃຈນະວັດຕະກຳໃນປະຊາຄົມວິສາຫະກິດ ຫວຽດນາມ. ທ່ານ ຫງວຽນວັນຮຸ່ງ, ຜູ້ອຳນວຍການຝ່າຍບໍລິຫານ ບໍລິສັດຫຸ້ນສ່ວນ 3DP ຫວຽດນາມ ໃຫ້ຮູ້ວ່າ NIC ແມ່ນສະຖານທີ່ພົບປະແລກປ່ຽນ, ເຊື່ອມຕໍ່ລະຫວ່າງວິສາຫະກິດ, ນັກຄົ້ນຄ້ວາ ແລະ ນັກຊ່ຽວຊານທັງຢູ່ພາຍໃນປະເທດ ແລະ ສາກົນ, ຊ່ວຍເຂົາເຈົ້າພັດທະນາ, ຖ່າຍທອດເຕັກໂນໂລຢີ:

ຜະລິດຕະພັນຂອງພວກຂ້າພະເຈົ້າກ່ຽວຂ້ອງເຖິງການຜະລິດເຄື່ອງຈັກ, ວັດຖຸອຸປກອນຕ່າງໆ ດັ່ງນັ້ນ ຄ່າໃຊ້ຈ່າຍລົງທຶນພື້ນຖານໂຄງລ່າງ ແມ່ນໃຫຍ່ຫຼວງທີ່ສຸດ, ພິເສດແມ່ນ ໂຮງງານ, ສາງ. ຍ້ອນມີ NIC ເຊິ່ງບໍລິສັດ ຫຸ້ນສ່ວນ 3DP ຫວຽດນາມ ໄດ້ຮັບການໜູນຊ່ວຍຫຼາຍຢ່າງກ່ຽວກັບຄ່າໃຊ້ຈ່າຍໂຮງງານ, ຫ້ອງການ. ຍົກຕົວຢ່າງຄື: ຫ້ອງການ, ບາງຄັ້ງ ມີເງິນກໍ່ບໍ່ສາມາດເຊົ່າໄດ້ ແຕ່ NIC ໄດ້ໜູນຊ່ວຍຫຼາຍຢ່າງດ້ວຍຄ່າໃຊ້ຈ່າຍທີ່ມີບຸລິມະສິດທີ່ສຸດ. ສິ່ງສຳຄັນກ່ວານັ້ນແມ່ນ ບໍລິສັດ Startup ຕ້ອງຂາຍໄດ້ສິນຄ້າ ແລະ NIC ໄດ້ໜູນຊ່ວຍບໍລິສັດເຊື່ອມຕໍ່ກັບບັນດາຄູ່ຮ່ວມມືໃຫຍ່ທີ່ສຸດ ແລະ ໜູນຊ່ວຍການໂຄສະນາຂາຍຜະລິດຕະພັນຫຼາຍທີ່ສຸດ.

ນຳ​ຫວຽດ​ນາມ ກາຍ​ເປັນຈຸດ​ນັດ​ພົບຂອງ​ນະ​ວັດ​ຕະ​ກຳ - ảnh 2ທ່ານ ຫວູກວັກຮູຍ, ຜູ້ອຳນວຍການສູນນະວັດຕະກຳແຫ່ງຊາດ, ຂຶ້ນກັບກະຊວງແຜນການ ແລະ ການລົງທຶນ ຫວຽດນາມ (ພາບ: laodong.vn)

ຢູ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ເປັນຄັ້ງທຳອິດມີຄຳວ່າ “ນະວັດຕະກຳ” ໄດ້ລະບຸໄວ້ໃນເອກະສານ, ກົດໝາຍວ່າດ້ວຍການລົງທຶນ ປີ 2020 ໄດ້ເຕື້ອງເຖິງບຸລິມະສິດໃຫ້ແກ່ວິສາຫະກິດນະວັດຕະກຳ. ນັບແຕ່ນັ້ນມາຮອດປັດຈຸບັນ, ລັດຖະບານ ຍາມໃດກໍ່ມະນະພະຍາຍາມຜັນຂະຫຍາຍການປະຕິບັດດ້ວຍຫຼາຍນະໂຍບາຍ ແລະ ມີການໜູນຊ່ວຍລະອຽດ. ປັດຈຸບັນ, ດ້ວຍສູນນະວັດຕະກຳ ຫວຽດນາມ, ລັດຖະບານ ໄດ້ມີບັນດາກົນໄກສະເພາະ, ເພື່ອແນໃສ່ສ້າງເງື່ອນໄຂດຶງດູດພູມປັນຍາ, ເຕັກໂນໂລຢີທີ່ກ້າວໜ້າຂອງໂລກ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

ຕ້ອງຄົ້ນຄ້ວາ, ກ້າຫານຜັນຂະຫຍາຍບັນດາກົນໄກທົດລອງ, ພິເສດແມ່ນບັນດາເປົ້າໝາຍ, ຂົງເຂດນະວັດຕະກຳ ທີ່ມີຄວາມສາມາດບົ່ມຊ້ອນບຸກທະລຸ ແລະ ສ້າງກຳລັງໜູນໃໝ່ໃຫ້ແກ່ພື້ນຖານເສດຖະກິດ. ຕ້ອງສ້າງຍຸດທະສາດ, ແຜນການ, ໂຄງການກະທຳເພື່ອສຸມໃສ່ພັດທະນາບັນດາຂົງເຂດທີ່ມີລັກສະນະວິທະຍາສາດເຕັກໂນໂລຢີ, ນະວັດຕະກຳສູງ ແລະ ນຳມາເຊິ່ງມູນຄ່າເພີ່ມສູງໃຫ້ແກ່ ຫວຽດນາມ ໃນໄລຍະຈະມາເຖິງ. ພ້ອມກັນນັ້ນ ກໍ່ຕ້ອງກະກຽມທຸກເງື່ອນໄຂຄື: ພື້ນຖານໂຄງລ່າງ, ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ເພື່ອພັດທະນາບັນດາຂົງເຂດ; ເສີມຂະຫຍາຍຈິດໃຈຮ່ວມມື, ເຊື່ອມຕໍ່ຢ່າງມີປະສິດທິຜົນ, ຍືນຍົງ, ຮອບດ້ານລະຫວ່າງບັນດາເຈົ້າຂອງລະບົບນິເວດນະວັດຕະກຳ.

ຫວຽດນາມ ກໍ່ແມ່ນໜຶ່ງໃນ 7 ປະເທດມີລາຍຮັບປານກາງທີ່ບັນລຸໄດ້ຄວາມກ້າວໜ້າຫຼາຍທີ່ສຸດກ່ຽວກັບນະວັດຕະກຳ ໃນໄລຍະ 10 ປີຜ່ານມາ, ພ້ອມທັງແມ່ນ 1 ໃນ 3 ປະເທດບັນລຸລະດັບສະຖິຕິມີຜົນສຳເລັດດີເມື່ອທຽບໃສ່ກັບລະດັບການພັດທະນາໃນໄລຍະ 13 ປີຢ່າງລຽນຕິດ. ນີ້ແມ່ນປະຖົມປັດໄຈ ເພື່ອໃຫ້ ຫວຽດນາມ ບັນລຸໄດ້ປົ້າໝາຍນຳ ນະວັດຕະກຳກາຍເປັນກຳລັງໜູນຊ່ວຍການເຕີບໂຕຫຼັກຂອງພື້ນຖານເສດຖະກິດ. ພ້ອມທັງ ນຳ ຫວຽດນາມ ກາຍເປັນຈຸດນັດພົບຂອງນະວັດຕະກຳ, ເຕົ້າໂຮມພູມປັນຍາ, ແຜ່ກະຈາຍຜົນປະໂຫຍດຂອງພາກພື້ນ ແລະ ໂລກໃນສັງກາດດີຈີຕອນ.

ຕອບກັບ