ດ່ານັ້ງ - ສະຖານທີ່ດູດດື່ມ startup ນະວັດຕະກຳ

Vinh Thong – Vinh Phong
Chia sẻ
(VOVWORLD) - FiveSS, ແມ່ນໂປຼແກຼມການຄ້າເອກເລັກໂຕນິກ ໂດຍກະຊວງອຸດສາຫະກຳການຄ້າ ຫວຽດນາມ ອະນຸຍາດເຄືື່ອນໄຫວສະເພາະໃນຂົງເຂດກໍ່ສ້າງ ແລະ ບັນດາການບໍລິການກ່ຽວກັບເຮືອນຢູ່
ດ່ານັ້ງ - ສະຖານທີ່ດູດດື່ມ startup ນະວັດຕະກຳ - ảnh 1(ບໍລິສັດຫຸ້ນສ່ວນ EM&AI, startup ຄົ້ນຄວ້າພັດທະນາປັນຍາປະດິດ)

        ຫວຽດນາມ ໄດ້ກຳນົດວ່າ ນະອນ ດ່ານັ້ງ ແມ່ນໃຈກາງ, ແກ່ນສານ startup ນະວັດຕະກຳເຂດພາກກາງ ຫວຽດນາມ. ທາງນະຄອນພວມມານະພະຍາຍາມກໍ່ສ້າງ ແລະ ມີຫຼາຍນະໂຍບາຍໜູນຊ່ວຍວິສາຫະກິດນະວັດຕະກຳ.

        FiveSS, ແມ່ນໂປຼແກຼມການຄ້າເອກເລັກໂຕນິກ ໂດຍກະຊວງອຸດສາຫະກຳການຄ້າ ຫວຽດນາມ ອະນຸຍາດເຄືື່ອນໄຫວສະເພາະໃນຂົງເຂດກໍ່ສ້າງ ແລະ ບັນດາການບໍລິການກ່ຽວກັບເຮືອນຢູ່, ນີ້ແມ່ນໂຄງການໄດ້ຮັບລາງວັນທີ 3 ທີ່ການແຂ່ງຂັນ startup ນະວັດຕະກຳ ດ່ານັ້ງ (SURF 2023). ຍ້ອນຄວາມເມົາມົວ ແລະ ຄວາມຄາດຫວັງຫັນຂະແໜງກໍ່ສ້າງເປັນດີຈີຕອນ, ທ່ານ ໂດ້ກຸຍຊື້ ພ້ອມກັບເພື່ອນຮ່ວມງານໄດ້ສ້າງຕັ້ງໂປຼແກຼມການຄ້າເອເລັກໂຕນິກ 5 ດາວ FiveSS. ໂປຼແກຼມນີ້ໄດ້ເຊື່ອມຕໍ່ຜູ້ສະໜອງກັບຜູ້ມີຄວາມຕ້ອງການນຳໃຊ້ບັນດາຜະລິດຕະພັນ ແລະ ການບໍລິການກໍ່ສ້າງ. ທ່ານ ໂດ້ກຸຍຊື້ ຖືວ່າ, ເພື່ອບັນລຸໄດ້ໝາກຜົນຄືໃນປະຈຸບັນ, ວິສາຫະກິດຂອງທ່ານ ກໍ່ໄດ້ຮັບການໜູນຊ່ວຍຫຼາຍຢ່າງຈາກອຳນາດການປົກຄອງທ້ອງຖິ່ນ, ບັນດາອົງການ, ອົງໜ່ວຍໃນການ startup.

        ນະຄອນ ດ່ານັ້ງ ໄດໜູນຊ່ວຍບັນດາຫົວໜ່ວຍ startup ໃຫ້ມີເງື່ອນໄຂອຳນວຍສະດວກໃນການໂຄສະນາ ຫຼື ໜູນຊ່ວຍແຫຼ່ງທຶນ startup. ພິເສດ, ທາງນະຄອນຕ້ອງເອົາໃຈໃສ່ເຖິງບັນດາໂຄງການທີ່ໄດ້ນຳມາເຊິ່ງລັກສະນະແທດຈິງໃຫ້ແກ່ສັງຄົມ, ປະຊາຊົນ ແລະ ມີກົນໄກຊ່ວຍໃຫ້ບັນດາໂຄງການໄດ້ຫັນເປັນການຄ້າ”.

        ໃນຂະນະນັ້ນ, ໃນເວລາ 7 ປີທີ່ໄດ້ສ້າງຕັ້ງ ແລະ ພັດທະນາ, ບໍລິສັດຫຸ້ນສ່ວນ EM&AI, startup ຄົ້ນຄວ້າພັດທະນາປັນຍາປະດິດ (AI), ສະໜອງບັນດາໂປຼແກຼມພະນັກງານປະຈຳຮັບສາຍໂທລະສັບ ແລະ ພະນັກງານ AI Chatbot ໜູນຊ່ວຍຕອບຄຳຖາມຂອງລູກຄ້າແບບອັດຕະໂນມັດ. ປະຈຸບັນ, ສະຖານກົນສູນ ຫວຽດນາມ ປະຈຳ ຍີ່ປຸ່ນ ແລະ ຫຼາຍຫົວໜ່ວຍ, ວິສາຫະກິດ… ໄດ້ນຳໃຊ້ຜະລິດຕະພັນຂອງ EM&AI. ທ່ານ ເລງອັກຈີ, ຜູ້ອຳນວຍການຝ່າຍບໍລິຫານບໍລິສັດຫຸ້ນສ່ວນ EM&AI, ຖືວ່າ:

        ນະຄອນພຽງແຕ່ຕ້ອງສ້າງໜ່ວຍວິຊາສະເພາະ, ຍົກອອກບັນດາໃບສັ່ງຊື້ສິນຄ້າຢ່າງຈະແຈ້ງ, ລະອຽດໃຫ້ແກ່ບັນດາ startup. ຖ້າເຮັດໄດ້ຄືແນວນັ້ນ, ກໍ່ຈະກະຕຸກຊຸກຍູ້ບັນດາບໍລິສັດອື່ນກ້າຜັນຂະຫຍາຍຕື່ມອີກ. ນີ້ແມ່ນບັນຫາແທຈິງທີ່ສຸດ”.

        ນັບແຕ່ປີ 2016 ມາຮອດປະຈຸບັນ, ນະຄອນ ດ່ານັ້ງ ໄດ້ຜັນຂະຫຍາຍການເຄື່ອນໄຫວໜູນຊ່ວຍລະບົບ startup ຫຼາຍຢ່າງ. ພິເສດແມ່ນເລື່ອງເປີດກວ້າງແລວນິຕິກຳ, ຊອກຫາແຫຼ່ງກຳລັງລົງທຶນ, ໜູນຊ່ວຍບັນດາວິສາຫະກິດ, ບຸກຄົນທີ່ startup. ຕາມທ່ານນາງ ເລທິຖຸກ, ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີນະຄອນ ດ່ານັ້ງ ແລ້ວ, ເລື່ອງສ້າງບັນດານະໂຍບາຍຢ່າງຄົບຊຸດ ແມ່ນເພື່ອສ້າງແລວນິຕິກຳຊຸກຍູ້ການພັດທະນາບັນດາປັດໄຈໃນລະບົບນິເວດ startup ນະວັດຕະກຳຂອງນະຄອນ:

        ນະຄອນ ດ່ານັ້ງ ສືບຕໍ່ສຸມໃສ່ສ້າງລະບອບລະບຽບການ, ສ້າງສະພາບແວດລ້ອມທີ່ສະດວກທີ່ສຸດແກ່ວິສາຫະກິດ startup ນະວັດຕະກຳ. ປະຈຸບັນ, ທາງນະຄອນພວມຍື່ນສະເໜີຕໍ່ສະພາແຫ່ງຊາດກ່ຽວກັບນະໂຍບາຍພິເສດສະເພາະໃຫ້ແກ່ນະຄອນ, ໃນນັ້ນ, ມີນະໂຍບາຍ startup ນະວັດຕະກຳ. ຕົວຢ່າງຄື: ນະໂຍບາຍທົດລອງມາດຕະການເຕັກໂນໂລຊີໃໝ່; ນະໂຍບາຍໜູນຊ່ວຍວິສາກິດ startup ນະວັດຕະກຳທີ່ເຂັ້ມແຂງກວ່າ; ນະໂຍບາຍກ່ຽວກັບການນຳໃຊ້ຊັບສິນ, ໂຄງຮ່າງໂຄງລ່າງວິທະຍາສາດເຕັກໂນໂລຊີ ເພື່ອຮັບໃຊ້ການ startup ນະວັດຕະກຳ”.

        ປີນີ້, ສູນໜູນຊ່ວຍ startup ນະວັດຕະກຳ ນະຄອນ ດ່ານັ້ງ ໄດ້ໜູນຊ່ວຍບັນດາໂຄງການ startup ສຳຜັດກັບບັນດານັກຊ່ຽວຊານ, ນັກລົງທຶນ, ກອງທຶນລົງທຶນ ແລະ ບັນດາວິສາຫະກິດ. ທ່ານ ຫງວຽນວຽດຕ່ວານ, ຫົວໜ້າສູນໜູນຊ່ວຍການ startup ວັດຕະກຳ ດ່ານັ້ງ, ໃຫ້ຮູ້ວ່າ:

        ພວກຂ້າພະເຈົ້າພວມຜັນຂະຫຍາຍແຜນການແນະນຳຜະລິດຕະພັ startup ຂອງນະຄອນທັງໝົດກັບບັນດາກອງທຶນລົງທຶນສາກົນ. ຈັດບັນດາວັນບຸນ, workshop ນ້ອຍ ເພື່ອໃຫ້ບັນດາກອງທຶນລົງທຶນສາມາດແລກປ່ຽນໂດຍກົງກັບບັນດາເຈົ້າຂອງໂຄງການ startup. ທຸກສິ່ງທຸກຢ່າງແມ່ນມຸ່ງໄປເຖິງເປົ້າໝາຍຊ່ວຍໃຫ້ພວກເພື່ອນທີ່ startup ສາມາດສຳຜັດກັບແຫຼ່ງທຶນໄດ້, ແບ່ງປັນບົດຮຽນ startup, ແນວຄິດຂອງຕົນໃຫແກ່ບັນດາກອງຶນລົງທຶນ”.

        ປະຈຸບັນ, ດ່ານັ້ງ ມີສູນໜູນຊ່ວຍການ startup ນະວັດຕະກຳ 1 ແຫ່ງ, ສູນ startup 2 ແຫ່ງ ຂຶ້ນກັບບັນດາມະຫາວິທະຍາໄລ, ກອງທຶນລົງທຶນ startup, ບັນດາສະໂມສອນ startup ຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລ… ທາງນະຄອນໄດ້ ແລະ ພວມກາຍເປັນສະຖານທີ່ startup ທີ່ດູດດື່ມໃຈໃຫ້ແກ່ຫຼາຍວິສາຫະກິດ.

ຕອບກັບ