ຄ່ຳ​ຄືນລາຍ​ການ​ສະ​ແດງ​ສິ​ລະ​ປະ​ວັດ​ທະ​ນະ​ທຳ ລາວ​ທີ່​ພົ້ນ​ເດັ່ນ ແລະ ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ ຢູ່ທ່າມ​ກາງ ຮ່າ​ໂນ້ຍ

Nguyen Xuyen
Chia sẻ
(VOVWORLD) - ລາຍການສະແດງສິລະປະ ຂອງນັກສິລະປິນກອງສິລະປະແຫ່ງຊາດ ລາວ ໄດ້ດຳເນີນຢູ່ ໂຮງລະຄອນໃຫຍ່ ຮ່າໂນ້ຍ ຫວ່າງແລ້ວນີ້ ແມ່ນໜຶ່ງໃນບັນດາເຫດການຂອງສັບປະດາວັດທະນະທຳ ລາວ ຢູ່ ຫວຽດນາມ ປີ 2023. ບັນດານັກສິລະປິນລາວ ໄດ້ນຳສາຍລົມໃໝ່ກ່ຽວກັບສິລະປະ, ວັດທະນະທຳທີ່ເປັນເອກະລັກສະເພາະຂອງປະເທດ ລາວທີ່ສວຍງາມ ມາແນະນຳກັບມະຫາຊົນ ຫວຽດນາມ. ມີຫຼາຍບົດເພງມິດຕະພາບ ລາວ ຫວຽດນາມ ໄດ້ດັ່ງ້ຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍແຫ່ງອະລິຍາທຳນັບພັນປີ.

  ຍັງເຫຼືອເວລາອີກ 1 ຊົ່ວໂມງປາຍ ລາຍການສະແດງສິລະປະຈຶ່ງຈະໄດ້ໄຂຂຶ້ນ, ແຕ່ຜູ້ຊົມທັງຫຼາຍໄດ້ເຕົ້າໂຮມກັນຢູ່ປະຕູຂອງໂຮງລະຄອນໃຫຍ່. ຜູ້ໃດກໍ່ຮູ້ສຶກຕື່ນເຕັ້ນທີ່ຈະໄດ້ຮັບຊົມບັນດາລາຍການສະແດງສິລະປະໂດຍບັນດານັກສິລະປິນລາວສະແດງ. ເມື່ອຜູ້ກວດປິ້ເລີ່ມເຮັດວຽກ, ມີນັກສຶກສາ, ທະຫານຫວຽດນາມ, ລາວ, ພະນັກງານ, ລັດຖະກອນສະຖານທູດ ພ້ອມກັບອະດີດທະຫານອາສາສະໝັກ ຫວຽດນາມ ຢູ່ລາວ ກ່ວາ 600 ຄົນ ໄດ້ກ້າວເຂົ້າສູ່ໂຮງລະຄອນ ຈົນບໍ່ມີບ່ອນຫວ່າງ.

ຄ່ຳ​ຄືນລາຍ​ການ​ສະ​ແດງ​ສິ​ລະ​ປະ​ວັດ​ທະ​ນະ​ທຳ ລາວ​ທີ່​ພົ້ນ​ເດັ່ນ ແລະ ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ ຢູ່ທ່າມ​ກາງ ຮ່າ​ໂນ້ຍ - ảnh 1ລາຍການດຶງດູດມາເຂົ້າຊົມເປັນຈຳນວນຫຼວງຫຼາຍ

ຄືກັນກັບຊື່ຂອງລາຍການ, ເມື່ອຈັງຫວະບົດເພງຍິນດີຕ້ອນຮັບດັ່ງຂຶ້ນ, ລາຍການຟ້ອນເລີ່ມຕົ້ນ ພ້ອມກັບຮ້ອຍຍີ້ມ, ຝາມືທີ່ອ່ອນຊ້ອຍ ຂອງບັນດານັກສິລະປິນລາວ ໄດ້ສ້າງຄວາມປະທັບໃຈຕໍ່ທ່ານຜູ້ຊົມໃນທັນທີ ກ່ຽວກັບພາບພົດຂອງປະຊາຊົນລາວທີ່ເປັນມິດ, ຮັກແພງແຂກຄົນ ແລະ ໜ້າຮັກ. ບັນດາທິວທັດທຳມະຊາດ ຂອງລາວ ແຕ່ເໜືອລົງຮອດໃຕ້, ພ້ອມກັບງານບຸນຕ່າງງ ໄດ້ແຜ່ພາບຜ່ານໜ້າຈໍ. ດ້ວຍຊຸດອາພອນທີ່ເປັນປະເພນີຂອງປະຊາຊົນລາວບັນດາເຜົ່າ, ບັນດານັກສິລະປິນລາວ ໄດ້ສ້າງເປັນພາບແຕ້ມ ລວມກ່ຽວກັບປະເທດ ລາວທີ່ສວຍງາມ ດ້ວຍພື້ນຖານວັດທະນະທຳທີ່ຫຼາກຫຼາຍສີສັນ. ໃນໄລຍະເວລາພຽງ 4 ນາທີ, ເບິ່ງຄືວ່າທຸກລາຍການສະແດງສິລະປະດັ່ງກ່າວ ໄດ້ພາຜູ້ຊົມ ຫວຽດນາມ ໄປຮອດທຸກບ່ອນຂອງປະເທດ ລາວທີ່ສວຍງາມ.

        ລຸງມັກຫຼາຍ! ນີ້ແມ່ນຄັ້ງທຳອິດທີ່ລຸງໄດ້ຊົມ. ລຸງເຫັນພາບຖ່າຍຕ່າງໆຜ່ານ visual, ມີທິວທັດທຳມະຊາດ ຫຼາຍແຫ່ງທີ່ງາມທີ່ສຸດ. ບັນດາຈັງຫວະ, ບົດເພງ ແລະ ບົດຟ້ອນກໍ່ມ່ວນ ແລະ ງາມຫຼາຍ.

        ນ້ອງເຫັນວ່າ ລາຍການມີຄວາມຄຶກຄື້ນຫຼາຍດ້ວຍສຽງຂອງທຳມະຊາດ, ຟັງແລ້ວມ່ວນຫຼາຍ. ນ້ອງຍັງມີຄວາມຮູ້ຕື່ມອີກຫຼາຍຢ່າງ ກ່ຽວກັບ ທິວທັດທຳມະຊາດ, ປະຊາຊົນ ກໍ່ຄືບັນດາຮີດຄອງປະເພນີຂອງປະເທດລາວ ອີກດ້ວຍ.

ຄ່ຳ​ຄືນລາຍ​ການ​ສະ​ແດງ​ສິ​ລະ​ປະ​ວັດ​ທະ​ນະ​ທຳ ລາວ​ທີ່​ພົ້ນ​ເດັ່ນ ແລະ ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ ຢູ່ທ່າມ​ກາງ ຮ່າ​ໂນ້ຍ - ảnh 2ຮອຍຍິ້ມອ່ອນຫວານ, ວາດຟ້ອນອ່ອນຊ້ອຍຂອງນັກສິລະປິນລາວ ແລະ ຄວາມຫຼາກຫຼາຍສີສັນວັດທະນະທຳລາວ ໄດ້ສ້າງຄວາມຈັບອົກຈັບໃຈຕໍ່ຜູ້ຊົມ

ດ້ວຍ 10 ກ່ວາລາຍການສະແດງສິລະປະ ທີ່ໄດ້ດຳເນີນໃນເວລາເກືອບ 2 ຊົ່ວໂມງ, ບັນດານັກສິລະປິນລາວ ໄດ້ສ້າງຄວາມປະທັບໃຈໃຫ້ຜູ້ຊົມ ຫວຽດນາມ. ສະຫຼັບກັບບັນດາບົດເພງ, ບົດຟ້ອນທີ່ຍ້ອງຍໍຊົມເຊີຍກ່ຽວກັບປະເທດຊາດ, ປະຊາຊົນ, ນ້ຳໃຈມິດຕະພາບ ຫວຽດນາມ - ລາວ ກໍ່ແມ່ນບັນດາລາຍການສະແດງກາຍຍະສິນ ເຊິ່ງມີຄວາມດຶງດດູດທ່ານຜູ້ຊົມຫຼາຍ.

ຄ່ຳ​ຄືນລາຍ​ການ​ສະ​ແດງ​ສິ​ລະ​ປະ​ວັດ​ທະ​ນະ​ທຳ ລາວ​ທີ່​ພົ້ນ​ເດັ່ນ ແລະ ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ ຢູ່ທ່າມ​ກາງ ຮ່າ​ໂນ້ຍ - ảnh 3ການສະແດງກາຍຍະສິນທີ່ຈັບໃຈຂອງນັກສິລະປິນລາວ

ນັກຮ້ອງ ໄກ່ແກ້ວ ຫຼ້າສີມາ ນາງສາວລາວຄົນໜຶ່ງ ຫາກໍ່ຂັບຮ້ອງບັນດາຄຳທຳອິດຂອງບົດເພງ ເດິດເນຶອກໂຕຍ ແປວ່າ ປະເທດຂອງຂ້ອຍ ເຊິ່ງແມ່ນບົດເພງຂອງນັກດົນຕີ ຟ້າມມິງຕວັນ ກໍ່ຄືແມ່ນເວລາທີ່ບັນດາຜູ້ຊົມທັງຫຼາຍຕົບມືດັ່ງກ້ອງກັງວານຂຶ້ນ.

        ນ້ອງຮູ້ສຶກເອກອ້າງທະນົງໃຈຫຼາຍເມື່ອ ນັກຮ້ອງຄົນລາວ ຂັບຮ້ອງ ເພງປະເທດຊາດເຮົາ ໃນລາຍການທີ່ຍິ່ງໃຫຍ່ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ. ເມື່ອນັກຮ້ອງຮ້ອງບົດເພງ ນ້ອງຮູ້ສຶກຕື້ນຕັນໃຈຫຼາຍ. ນ້ອງຮູ້ສຶກວ່າ  ຕົນເອງຮັກແພງປະເທດຊາດໍຫຼາຍຂຶ້ນອີກ ແລະ ຢາກເຮັດສິ່ງໃດສິ່ງໜຶ່ງ ເພື່ອເຮັດໃຫ້ປະເທດຊາດຂອງຕົນໝັ້ນຄົງເຂັ້ມແຂງກ່ວາອີກ ແລະ ສອງປະເທດ ຫວຽດນາມ ແລະ ລາວ ນັບມື້ນັບສະໜິດຕິດພັນກ່ວາເກົ່າ ແລະ ຊ່ວຍເຫຼືອກັນບົນເວທີສາກົນ.

ຄ່ຳ​ຄືນລາຍ​ການ​ສະ​ແດງ​ສິ​ລະ​ປະ​ວັດ​ທະ​ນະ​ທຳ ລາວ​ທີ່​ພົ້ນ​ເດັ່ນ ແລະ ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ ຢູ່ທ່າມ​ກາງ ຮ່າ​ໂນ້ຍ - ảnh 4ນັກຮ້ອງ ໄກ່ແກ້ວ ຫຼ້າສີມາ ຜູ້ຮ້ອງບົດເພງ ເດິດເນຶອກໂຕຍ ຂອງນັກດົນຕີ ຟ້າມມິງຕວັນ

ສ່ວນນັກຮ້ອງ ໄກ່ແກ້ວ ຫຼ້າສີມາ ແບ່ງປັນວ່າ, ເຖິງວ່າບໍ່ຮູ້ພາສາ ຫວຽດນາມ ກໍຕາມ, ແຕ່ເພິ່ນກໍ່ບໍ່ປະສົບກັບຄວາມຫຍຸ້ງຍາກໃດໃນການຝືກແອບ ແລະ ສະແດງບົດເພງນີ້. ເພິ່ນໃຫ້ຮູ້ວ່າ:

"ທຸກຄັ້ງທີ່ໄດ້ຟັງເພງ ຫວຽດນາມ ຈະຮູ້ສຶກພາກພູມໃຈ. ຄຶດວ່າ ເດິດເນືອກໂຕຍ ອາດແປວ່າ ປະເທດຂ້ອຍ ກໍຊິເໝືອນວ່າ ຮ້ອງເພງກ່ຽວກັບປະເທດຕົນເອງ, ກໍຄື ລາວ - ຫວຽດນາມ ເປັນອ້າຍນ້ອງ. ສາຍພົວພັນລາວ - ຫວຽດນາມ ອ້າຍນ້ອງມັນຝັງເລິກຢູ່ໃນໃຈແລ້ວ. ຕົນເອງກໍຮູ້ສຶກພາກພູມໃຈ ຫາອັນປຽບບໍ່ໄດ້ ເມື່ອມາຢືນຢູ່ເວທີນີ້ ແລະ ເລືອກເພງນີ້ມາຮ້ອງ."
 
ຄ່ຳ​ຄືນລາຍ​ການ​ສະ​ແດງ​ສິ​ລະ​ປະ​ວັດ​ທະ​ນະ​ທຳ ລາວ​ທີ່​ພົ້ນ​ເດັ່ນ ແລະ ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ ຢູ່ທ່າມ​ກາງ ຮ່າ​ໂນ້ຍ - ảnh 5ລາຍການສະແດງສິລະປະໄດ້ປິດທ້າຍດ້ວຍລາຍການຮ້ອງ ແລະ ຟ້ອນສາຍສຳພັນລາວ - ຫວຽດ 
ລາຍການສະແດງສິລະປະ ໄດ້ເລີ່ມຕົ້ນດ້ວຍເພງຊາດຂອງທັງສອງປະເທດ ແລະ ສິ້ນສຸດລົງດ້ວຍບົດເພງມິດຕະພາບ. ລາຍການບໍ່ພຽງແຕ່ນຳສາຍລົມໃໝ່ກ່ຽວກັບສິລະປະຂອງລາວ, ໂຄສະນາພາບພົດກ່ຽວກັບປະເທດຊາດ ແລະ ຊາວ ລາວ ເທົ່ານັ້ນ ຫາກຍັງເຮັດໃຫ້ນ້ຳໃຈມິດຕະພາບ ລະຫວ່າງປະຊາຊົນສອງປະເທດເຂັ້ມຂຸ້ນກ່ວາເກົ່າ. ມີທ່ານຜູ້ຊົມຫຼາຍຄົນ ປາດຖະໜາວ່າໃນໄລຍະຈະມາເຖິງ, ຈະມີຫຼາຍລາຍການສະແດງສິລະປະລາວ ຢູ່ ຫວຽດນາມ. ພາຍຫຼັງລາຍການ, ມີຜູ້ຊົມຫຼາຍຄົນໄດ້ສະແດງຄວາມຮັກແພງກ່ຽວກັບວັດທະນະທຳ, ປະເທດຊາດ ແລະ ຊາວລາວ ກໍ່ຄືມີຄວາມປາດຖະໜາ ຈະໄປທ່ອງທ່ຽວລາວ ໃນເວລາໃກ້ໆນີ້./.

           

ຕອບກັບ