ຄວາມງາມຂອງລົດສາມລໍ້ຢູ່ກຸງເກົ່າເຫວ້

Chia sẻ
(VOVWORLD) -ລົດສາມລໍ້ໄດ້ກາຍເປັນຍານພາຫະນະຂົນສົ່ງທີ່ມີຄວາມລື້ງເຄີຍ ແລະ ໄດ້ເປັນເຄື່ອງໝາຍສະເພາະໃນຈິດໃຈຂອງແຂກທ່ອງທ່ຽວ ແລະ ເຂດດິນແດນກຸງເກົ່າ ເຫວ້. 

ລົດສາມລໍ້ຢູ່ນະຄອນ ເຫວ້ ມີຄວາມງາມສະເພາະ ແລະ ກໍ່ແມ່ນຍານພາຫະນະທີ່ແຂກທ່ອງທ່ຽວນິຍົມທີ່ສຸດ. ປັດຈຸບັນ, ຢູ່ເຫວ້ ມີຜູ້ດຳເນີນອາຊີບຖີບລົດສາມລໍ້ກ່ວາ 700 ຄົນ ເພື່ອຮັບໃຊ້ແຂກທ່ອງທ່ຽວໄປຊົມທິວທັດສຸສານຂອງເຈົ້າຊີວິດ, ວັດວາອາຮາມ, ທັດສະນີຍະພາບທີ່ມີຊື່ສຽງ.

ຄວາມງາມຂອງລົດສາມລໍ້ຢູ່ກຸງເກົ່າເຫວ້ - ảnh 1 ຄວາມງາມຂອງລົດສາມລໍ້ຢູ່ກຸງເກົ່າເຫວ້

20 ກ່ວາປີນີ້, ມື້ໃດກໍ່ຄືກັນ, ແຕ່ເຊົ້າໆລຸງ ຮວີ່ງວັນເອິນ ຢູ່ເມືອງ ຝູບີ່ງ, ນະຄອນ ເຫວ້ ໄດ້ຖີບລົດສາມລໍ້ໄປຍັງເຂດພະລາດຊະວັງ ເຫວ້ ເພື່ອຮັບໃຊ້ແຂກທ່ອງທ່ຽວ. ລົດສາມລໍ້ຂອງລຸງ ໄດ້ສົ່ງແຂກທ່ອງທ່ຽວໄປຊົມທິວທັດວິຫານ, ສຸສານຫໍໂຮງບູຊາເຈົ້າຊີວິດ, ເຂດປູສະນີຍະສະຖານ, ບັນດາທັດສະນີຍະພາບຢູ່ລຽບຕາມ 2 ຝັ່ງແມ່ນ້ຳ ເຮືອງ ທີ່ສວຍງາມຄືດັ່ງໃນຝັນ ບໍ່ຮູ້ວ່າເທົ່າໃດຄົນແລ້ວ. ລຸງ ເອິນ ເວົ້າຄວາມໃນໃຈສູ່ຟັງວ່າ ຕົນເອງມີຊີວິດຍ້ອນອາຊີບ ສະນັ້ນຈຶ່ງຕ້ອງຮຽນຮູ້ວິທີການພົບປະໂອ້ລົມ, ການປະພຶດຢ່າງມີວັດທະນະທຳຕໍ່ແຂກຄົນ. ເມື່ອພາແຂກທ່ອງທ່ຽວໄປຢ້ຽມຊົມຖະໜົນຫົນທາງນັ້ນ, ລຸງ ເອິນ ຍັງກາຍເປັນເພື່ອນທີ່ຮ່ວມເດີນທາງ ແລະ ກໍ່ແມ່ນຜູ້ນຳທ່ຽວເພື່ອແນະນຳໃຫ້ແຂກທ່ອງທ່ຽວມີຄວາມເຂົ້າໃຈກ່ຽວກັບຊີວິດການເປັນຢູ່, ປະຊາຊົນ ເຫວ້ ຕື່ມອີກ. ລຸງ ເອິນ ແບ່ງປັນວ່າ: ເມື່ອມາຢ້ຽມຢາມ ເຫວ້, ແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດລ້ວນແຕ່ມັກນັ່ງລົດສາມລໍ້ໄປຢ້ຽມຊົມນະຄອນ, ພະລາດຊະວັງ, ສຸສານທີ່ເກົ່າແກ່, ແມ່ນ້ຳເຮືອນພູງຶ້, ຊີວິດການເປັນຢູ່ຂອງຊາວກຸງເກົ່າເຫວ້…

“ເພື່ອສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວ, ເພື່ອໃຫ້ເຂົາເຈົ້າມີຄວາມຊົມຊອບໄປທ່ຽວ ເຫວ້, ກ່ອນອື່ນໝົດ ຜູ້ຂັບລົດສາມລໍ້ຕ້ອງມີການປະພຶດວັດທະນະທຳທີ່ດີໃນການທັກທາຍສະບາຍດີ, ພົບປະໂອ້ລົມ. ຫລັງຈາກນັ້ນ ຈຶ່ງສາມາດແນະນຳໃຫ້ແຂກທ່ອງທ່ຽວຫລາຍຢ່າງກ່ຽວກັບບັນດາສະຖານທີ່ວັດທະນະທຳຂອງຊາວ ເຫວ້ ກ່ວາອີກ, ສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວຕື່ມອີກ ແລະ ພວກຂ້າພະເຈົ້າກໍ່ມີວຽກເຮັດງານທຳ.”

ຄວາມງາມຂອງລົດສາມລໍ້ຢູ່ກຸງເກົ່າເຫວ້ - ảnh 2

ບຸນເຕັດແມ່ນໄລຍະເວລາທີ່ວົງການຜູ້ຖີບລົດສາມລໍ້ ເຫວ້ ມີຄວາມຄຶກຄື້ນສົ່ງແຂກຄົນໄປທ່ຽວຫລາຍທີ່ສຸດ. ຊຸມວັນນີ້ ບັນດາຜູ້ຖີບລົດສາມລໍ້ເຄື່ອນໄຫວຈົນສຸດກຳລັງແຮງຂອງຕົນ ຍ້ອນແຂກທ່ອງທ່ຽວມາຢ້ຽມຢາມ ເຫວ້ ເປັນຈຳນວນຫລວງຫລາຍ. ຊຸມວັນບຸນເຕັດແມ່ນໄລຍະເວລາທີ່ເຂົາເຈົ້າບໍ່ມີເວລາພັກຜ່ອນ. ບຸນເຕັດຂອງວົງການລົດສາມລໍ້ ແມ່ນບັນດາຖ້ຽວລົດສາມລໍ້ຖີບໄປມາຕາມຖະໜົນຫົນທາງສາຍຕ່າງໆ ເພື່ອສົ່ງແຂກທ່ອງທ່ຽວໄປຊົມທິວທັດຍາມລະດູບານໃໝ່. ທ່ານ ຫງວຽນເຕິ໊ນຊວຽນ, ປະທານສະຫະສະມາຄົມລົດສາມລໍ້ທ່ອງທ່ຽວເຫວ້, ແບ່ງປັນວ່າ: 10 ກ່ວາປີນີ້, ບັນດາອົງການບໍລິການລົດສາມລໍ້ ເຄີຍຝຶກອົບຮົມທັກສະການພົບປະໂອ້ລົມຢ່າງມີວັດທະນະທຳ, ການປະພຶດໃຫ້ແກ່ຜູ້ຖີບລົດສາມລໍ້ເປັນປະຈຳ. ທ່ານ ຊວຽນ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າກໍ່ພະຍາຍາມສ້າງພາບພົດທີ່ດີງາມກ່ຽວກັບລົດສາມລໍ້ ເປັນຕົ້ນແມ່ນພວກເຮົາໄດ້ສຶກສາໃຫ້ອ້າຍນ້ອງກ່ຽວກັບວິທີການປະພຶດ ເຮັດແນວໃດເພື່ອໃຫ້ແຂກທ່ອງທ່ຽວເມື່ອຂີ່ລົດສາມລໍ້ແລ້ວ ລ້ວນແຕ່ມີຄວາມເພິ່ງພໍໃຈ.”

ຢູ່ນະຄອນ ເຫວ້ ມີ 5 ອົງການລົດສາມລໍ້, ໃນນັ້ນ ອົງການບໍລິການລົດສາມລໍ້ທ່ອງທ່ຽວມີ 250 ຄັນເພື່ອຮັບໃຊ້ແຂກທ່ອງທ່ຽວ, ນັ້ນແມ່ນໜ່ວຍລົດສາມລໍ້ທີ່ໃສ່ຊື່ຕາມສະຖານທີ່ຈອດລົດລໍຖ້າແຂກຄື: Morin, ເຮືອງຢາງ, ກາເຫວ້, Festival, ດ້າຍໂນ້ຍ, ເກື໋ອງັນ…ຫວ່າງແລ້ວນີ້, ໃນການພົບປະສັງສັນກັບວົງການລົດສາມລໍ້, ທ່ານ ຟານງອັກເທາະ, ປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫວ້ ໄດ້ສົ່ງເສີມຜູ້ຖີບລົດສາມລໍ້ເຂົ້າຮ່ວມອົງການບໍລິການລົດສາມລໍ້ທ່ອງທ່ຽວ ເຫວ້ ເພື່ອໄດ້ຮັບການຮັບປະກັນຜົນປະໂຫຍດອັນຊອບທຳ, ຖືກຕາມກົດໝາຍກໍ່ຄືໄດ້ຮັບການໜູນຊ່ວຍຢ່າງມີລັກສະນະອາຊີບໃນວິວັດແຫ່ງການດຳເນີນອາຊີບ. ທ່ານ ຟານງອັກເທາະ ໃຫ້ຮູ້ວ່າ: ທາງແຂວງພວມສ້າງແຜນຮ່າງ “ວັດທະນະທຳລົດສາມລໍ້ ເຫວ້”. ຕາມນັ້ນແລ້ວ, ບັນດາສະມາຊິກອົງການບໍລິຫານລົດສາມລໍ້ທ່ອງທ່ຽວ ເຫວ້ ຈະໄດ້ຮັບການບຳລຸງສ້າງດ້ານພາສາ ແລະ ການຝຶກອົບຮົມດ້ານວິຊາການ, ການປະພຶດໃນການດຳເນີນອາຊີບຢ່າງມີແບບມີແຜນ; ພ້ອມທັງ ສ້າງເຄື່ອງໝາຍລົດສາມລໍ້ ເຫວ້ ທີ່ສະໜິດສະໜົມ, ຮັກແພງແຂກຄົນ, ມີລັກສະນະອາຊີບ ແລະ ມີຄວາມໄວ້ເນື້ອເຊື່ອໃຈ. ທ່ານ ຟານງອັກເທາະ ກ່າວວ່າ:

  ຄວາມປາດຖະໜາຂອງພວກຂ້າພະເຈົ້າແມ່ນສ້າງພາບພົດກ່ຽວກັບຜູ້ຖີບລົດສາມລໍ້ເປັນຄົນໃຈດີ ທັງດຳເນີນອາຊີບຢ່າງຊອບທຳ ທັງຮັບປະກັນເປັນຜູ້ນຳທ່ຽວ ໃນຂະບວນວິວັດການແນະນຳໃຫ້ແກ່ແຂກທ່ອງທ່ຽວທີ່ມາຢ້ຽມຢາມ ເຫວ້.

ລົດສາມລໍ້ໄດ້ກາຍເປັນຍານພາຫະນະຂົນສົ່ງທີ່ມີຄວາມລື້ງເຄີຍ ແລະ ໄດ້ເປັນເຄື່ອງໝາຍສະເພາະໃນຈິດໃຈຂອງແຂກທ່ອງທ່ຽວ ແລະ ເຂດດິນແດນກຸງເກົ່າ ເຫວ້. ລົດສາມລໍ້ສີຂຽວ, ສີອິດ…ແລ່ນຊ້າໆໄປຕາມບັນດາເສັ້ນທາງທີ່ເຕັມໄປດ້ວຍຮົ່ມໄມ້ນັ້ນ ໄດ້ນຳມາເຊິ່ງຄວາມງາມທີ່ເປັນເອກະລັກສະເພາະໃຫ້ແກ່ດິນແດນແຫ່ງນີ້./.

ຕອບກັບ