ກຸ່ມ​ຮ່າ​ໂນ້ຍສີ​ຂຽວ - ບັນ​ດາ​ນັກ​ຮົບ​ປະ​ກອບ​ສ່ວນຟື້ນ​ຟູ​ແມ່​ນ້ຳສາຍ​ຕ່າງໆ​ຂອງຮ່າ​ໂນ້ຍ

Hien Luong – Van An
Chia sẻ
(VOVWORLD) - ປີຜ່ານມາທຸກໆອາທິດມີເພື່ອນໜຸ່ມກຸ່ມໜຶ່ງໄດ້ເຕົ້າໂຮມກັນແຕ່ 3 - 4 ເທື່ອເພື່ອເກັບມ້ຽນຂີ້ເຫຍື້ອທຳຄວາມສະອາດຢູ່ແມ່ນ້ຳສາຍຕ່າງໆຢູ່ຮ່າໂນ້ຍນັ້ນແມ່ນບັນດາສະມາຊິກຂອງກຸ່ມເພື່ອນໜຸ່ມທີ່ມີຊື່ວ່າຮ່າໂນ້ຍສີຂຽວ. ເຂົາເຈົ້າມີຄວາມປາດຖະໜາວ່າດ້ວຍກຳລັງແຮງໜຸ່ມແລະຄວາມຮັກ ສິ່ງແວດລ້ອມຂອງຕົນຈະປະກອບສ່ວນເຮັດໃຫ້ນະຄອນຫຼວງມີສີຂຽວສະອາດງາມຕາກວ່າດ້ວຍບັນດາການກະທຳທີ່ມີຄວາມໝາຍແທດຈິງຕໍ່ນະຄອນຫຼວງນັ້ນວັນທີ 03 ທັນວາຜ່ານມາຢູ່ຮ່າໂນ້ຍກຸ່ມຮ່າໂນ້ຍສີຂຽວ ເປັນ 1 ໃນ 10 ໝູ່ຄະນະທີ່ໄດ້ຮັບລາງວັນອາສາສະໝັກແຫ່ງຊາດປີ 2023.
ກຸ່ມ​ຮ່າ​ໂນ້ຍສີ​ຂຽວ - ບັນ​ດາ​ນັກ​ຮົບ​ປະ​ກອບ​ສ່ວນຟື້ນ​ຟູ​ແມ່​ນ້ຳສາຍ​ຕ່າງໆ​ຂອງຮ່າ​ໂນ້ຍ - ảnh 1ສະມາຊິກຂອງ ກຸ່ມ ຮ່າໂນ້ຍ ສີຂຽວ
 
 

ກ່ອນ 12 ໂມງຕອນທ່ຽງ, ບັນດາສະມາຊິກຂອງກຸ່ມ ຮ່າໂນ້ຍສີຂຽວ ກໍພາກັນເຕົ້າໂຮມຢູ່ບໍລິເວນແມ່ນ້ຳ ເຍວະ, ເພື່ອຮັບໜ້າທີ່ ແລະ ນຸ່ງຊຸດປ້ອງກັນ. ກ່ອນທີ່ອອກແຮງງານ, ຫົວໜ້າກຸ່ມ, ອ້າຍ ຫງວຽນຕຽນຮຸຍ ໄດ້ຈັດແບ່ງໜ້າວຽກ, ຕັກເຕືອນໃຫ້ບັນດາສະມາຊິກໃນກຸ່ມເຮັດຢ່າງລະມັດລະວັງ ເພື່ອບໍ່ໃຫ້ມີຄົນຖືກບາດເຈັບໃນໄລຍະເກັບມ້ຽນຂີ້ເຫຍື້ອຢູ່ໃຕ້ນ້ຳ. 

ແຕ່ລະຕອນທີ່ອອກແຮງງານຂອງກຸ່ມ ແມ່ນແກ່ຍາວແຕ່ 4 – 5 ຊົ່ວໂມງ, ໂດຍເລີ່ມແຕ່ 12 ໂມງຕອນທ່ຽງ ຫາ 5 ໂມງຕອນແລງ. ດ້ວຍມາດຕະຖານ “ໄປຮອດໃສ ສະອາດຮອດນັ້ນ”, ກຸ່ມ ຮ່າໂນ້ຍສີຂຽວ ເຄີຍເຮັດອະນາໄມ ທຳຄວາມສະອາດຢູ່ແຕ່ລະໄລຍະທາງອັນສັ້ນໆ ແລະ ພະຍາຍາມຮັບປະກັນບໍ່ໃຫ້ເຫຼືອຈັກໜ້ອຍເຖິງແມ່ນວ່າຈະແມ່ນຖົງຢາງພຽງຖົງດຽວກໍຕາມ. ຮ່າໂນ້ຍສີຂຽວ ໃຫ້ບຸລິມະສິດແກ່ການອະນາໄມຢູ່ຕາມບັນດາສາຍນ້ຳ, ຮ່ອງເໝືອງທີ່ເປັນມົນລະພິດ, ມີຂີ້ເຫຍື້ອຄ້າງໄວ້ແຕ່ດົນ, ເປັນຕົ້ນແມ່ນ: ແມ່ນ້ຳໂຕລິກ, ແມ່ນ້ຳ ເຍວະ, ເຊິ່ງເປັນບ່ອນທີ່ເປັນມົນລະພິດຈາກສິ່ງເສດເຫຼືອໃນຊີວິດປະຈຳວັນຂອງປະຊາຊົນທີ່ດຳລົງຊີວິດຢູ່ບໍລິເວນນັ້ນ.

ເມື່ອແບ່ງປັນກ່ຽວກັບແນວຄວາມຄິດສ້າງຕັ້ງກຸ່ມ ຮ່າໂນ້ຍສີຂຽວ, ອ້າຍ ຫງວຽນຕຽນຮຸຍ ຫົວໜ້າກຸ່ມ ໃຫ້ຮູ້ວ່າ:

ນ້ອງເຫັນໄດ້ເຖິງລະດັບມົນລະພິດຂອງແມ່ນ້ຳ, ຮ່ອງເໝືອງສາຍຕ່າງໆຢູ່ອ້ອມນະຄອນຫຼວງ ຮ່າໂນ້ຍ. ນ້ອງກໍມີຄວາມຮັກສິ່ງແວດລ້ອມ ແລະ ກໍຍັງໜຸ່ມແດ່, ສະນັ້ນ, ນ້ອງຢາກປະກອບສ່ວນເພື່ອສ້າງຄວາມສວຍງາມໃຫ້ນະຄອນຫຼວງ. ເພາະສະນັ້ນ, ນ້ອງຈຶ່ງຕັດສິນໃຈສ້າງຕັ້ງກຸ່ມ ຮ່າໂນ້ຍສີຂຽວ ນີ້ຂຶ້ນມາ ເພື່ອຮຽກຮ້ອງບັນດາອາສາສະໝັກໜຸ່ມ, ບັນດານັກສຶກສາ ເຂົ້າຮ່ວມກິດຈະກຳທຳຄວາມສະອາດໃຫ້ແມ່ນ້ຳ, ຮ່ອງເໝືອງສາຍຕ່າງໆພ້ອມກັບນ້ອງ. ນ້ອງຫວັງວ່າ ຜ່ານບັນດາຄລິບວີດີໂອ, ຈະສາມາດສົ່ງຜົນກະທົບເຖິງຈິດະຂອງຜູ້ຊົມ. ເມື່ອເຂົາເຈົ້າເຫັນພວກນ້ອງ, ບັນດາຊາວໜຸ່ມອາສາສະໝັກຕ້ອງລຸຍນ້ຳເກັບຂີ້ເຫຍື້ອເປັນ 4 5 ຊົ່ວໂມງຄືແນວນັ້ນ, ເຂົາເຈົ້າກໍຈະມີສະຕິຮັກສາສິ່ງແວດລ້ອມກວ່າເກົ່າ”.

ສະເລ່ຍແຕ່ລະອາທິດ, ກຸ່ມ ຮ່າໂນ້ຍສີຂຽວ ຈະເຄື່ອນໄຫວປະມານ 4 ຕອນ, ດ້ວຍຈຳນວນແຕ່ 10 – 20 ຄົນຕໍ່ຕອນ. ແຕ່ລະຕອນແກ່ຍາວແຕ່ 2 - 3 ຊົ່ວໂມງ ຫຼື ໝົດມື້ ອີງຕາມແຕ່ລະບໍລິເວນ ແລະ ປະລິມານຂີ້ເຫຍື້ອ.

“ປະລິມານຂີ້ເຫຍື້ອແມ່ນຂຶ້ນກັບແຕ່ລະບໍລິເວນ. ມື້ໃດມີຜູ້ເຂົ້າຮ່ວມຫຼາຍ ແມ່ນຈະເກັບຂີ້ເຫຍື້ອໄດ້ປະມານ 100 ຖົງ, ແຕ່ລະຖົງໜັກປະມານ 20 ກິໂລກຣາມ. ສ່ວນມື້ໃດທີ່ມີແຮງງານໜ້ອຍ, ປະມານ 15 20 ຄົນ ແລະ ຢູ່ເຂດທີ່ມີຂີ້ເຫຍື້ອໜ້ອຍ ແມ່ນເກັບໄດ້ປະມານ 30 - 40 ຖົງ”.

ນັບແຕ່ເມື່ອສ້າງຕັ້ງຈົນຮອດປັດຈຸບັນ, ຮ່າໂນ້ຍສີຂຽວ ໄດ້ຮຽກຮ້ອງໃຫ້ໄວໜຸ່ມທີ່ດຳລົງຊີວິດຢູ່ບໍລິເວນນະຄອນຫຼວງເຂົ້າຮ່ວມເປັນຈຳນວນຫຼາຍນັບຮ້ອຍຄົນ. ເລທິອຽນຍີ, ສະມາຊິກກຸ່ມ ຮ່າໂນ້ຍສີຂຽວ, ແບ່ງປັນວ່າ:

“ນ້ອງເຫັນເຂົາເຈົ້າເກັບຂີ້ເຫຍື້ອຢູ່ຕາມແມ່ນ້ຳ, ນ້ອງກໍຢາກເຂົ້າຮ່ວມນຳ ເພື່ອຮ່ວມແຮງຮ່ວມໃຈປົກປັກຮັກສາສິ່ງແວດລ້ອມ. ແຕ່ຄັ້ງທຳອິດ, ເມື່ອມ້ຽນຂີ້ເຫຍື້ອຢູ່ແມ່ນໍ້ານັ້ນ, ນ້ອງກໍຢ້ານຫຼາຍ ເພາະວ່າບໍ່ເຄີຍເຮັດວຽກນີ້ມາກ່ອນ. ແຕ່ຫຼັງຈາກນັ້ນ ນ້ອງກໍຄິດວ່າ ຕົນເອງຍິ່ງຢ້ານເທົ່າໃດຍິ່ງຕ້ອງຜ່ານຜ່ຄວາມຢ້ານໄປຫຼາຍເທົ່ານັ້ນ”.

1 ປີຜ່ານມາ, ກຸ່ມອາສາສະໝັກ “ຮ່າໂນ້ຍສີຂຽວ” ໄດ້ຈັດການເກັບມ້ຽນຂີ້ເຫຍື້ອຢູ່ທົ່ວບັນດາເຂດແມ່ນ້ຳ, ຮ່ອງເໝືອງຂອງຮ່າໂນ້ຍຄື: ແມ່ນ້ຳໂຕລິກ, ຮ່ອງເໝືອງ ລາເຄ, ແມ່ນ້ຳເຍວະ... ທຳຄວາມສະອາດໜອງ, ບຶງທີ່ຖືກມົນລະພິດຍ້ອນສິ່ງເສດເຫຼືອ. ການກະທຳຂອງເຂົາເຈົ້າ ເຮັດໃຫ້ຫຼາຍຄົນຮູ້ສຶກປາບປຶ້ມໃຈ.

ຍິງ: “ບັນດາເພື່ອນໜຸ່ມເຫຼົ່ານັ້ນ ສຸດຍອດຫຼາຍ. ເຖິງວ່າຍັງເປັນນັກສຶກສາ ແຕ່ມີແນວຄິດອອກແຮງງານເກັບມ້ຽນຂີ້ເຫຍື້ອຄືແນວນີ້, ຖືວ່າເປັນບຸກຄົນທີ່ດຸໝັ່ນຫຼາຍ”.

ຍິງ: “ການລົງແມ່ນ້ຳເກັບຂີ້ຫຍື້ອ, ທຳຄວາມສະອາດແບບນີ້ແມ່ນສິ່ງທີ່ໜ້າເຄົາລົບທີ່ສຸດ”.

ຍິງ: “ຂ້າພະເຈົ້າຮູ້ສຶກປາບປຶ້ມໃຈຕໍ່ການກະທຳຂອງເຂົາເຈົ້າ. ເຖິງວ່ານ້ຳຈະເປື້ອນ, ແຕ່ເຂົາເຈົ້າຍັງລົງເກັບຂີ້ເຫຍື້ອຂຶ້ນເປັນຖົງໃຫຍ່ໆ. ຂ້າພະເຈົ້າເຫັນວ່າ ການກະທຳຂອງເຂົາເຈົ້າແມ່ນມີປະໂຫຍດຫຼາຍສຳລັບສັງຄົມ”.

ການລຸຍນ້ຳເປື້ອນເປັນຊົ່ວໂມງຢູ່ແມ່ນ້ຳ, ຮ່ອງເໝືອງຕ່າງໆ, ບັນດາເພື່ອນໜຸ່ມຂອງກຸ່ມ ຮ່າໂນ້ຍສີຂຽວ ເປັນຜູ້ເຂົ້າໃຈດີກວ່າໝູ່ກ່ຽວກັບຄວາມສ່ຽງ ແລະ ຄວາມອັນຕະລາຍ ກໍຄືຜົນກະທົບໂດຍກົງຕໍ່ສຸຂະພາບຄືແນວໃດ. ເຖິງຢ່າງໃດກໍຕາມ, ບັນດາກິດຈະກຳເຫຼົ່ານັ້ນຍັງສືບຕໍ່ໄດ້ດຳເນີນ ເພາະວ່າ ເຂົາເຈົ້າມີຄວາມເຊື່ອໝັ້ນ ແລະ ຄວາມຫວັງວ່າ ຈະສາມາດແຜ່ຂະຫຍາຍໄດ້ສະຕິເຄົາລົບ ແລະ ປົກປັກຮັກສາສິ່ງແວດລ້ອມສູ່ວົງຄະນະຍາດໄດ້ຢ່າງກວ້າງຂວາງ. ລາງວັນ ອາສາສະໝັກແຫ່ງຊາດ ປີ 2023 ເຊິ່ງກຸ່ມມີຄວາມເປັນກຽດໄດ້ຮັບໃນມໍ່ໆມານີ້ ກໍແມ່ນລາງວັນເຊີດຊູບັນດາວຽກງານທີ່ມີຄວາມໝາຍ, ແທດຈິງຂອງບັນດາເພື່ອນໜຸ່ມ  ທີ່ຍັງຄົງມານະພະຍາຍາມນຳເອົາຄວາມສະອາດ, ສວຍງາມມາໃຫ້ແມ່ນ້ຳສາຍຕ່າງໆຢູ່ນະຄອນຫຼວງ./.

ຕອບກັບ