ໂລກສ້າງລະບົບຫັນປ່ຽນພະລັງງານຍຸຕິທຳ ແລະ ກວມລວມກ່ວາ

Quang Dũng
Chia sẻ
(VOVWORLD) -

ກອງປະຊຸມໃຫຍ່ພະລັງງານໂລກ (WEC) ຄັ້ງທີ 26 ຈັດຂຶ້ນແຕ່ວັນທີ 22 25 ເມສາ, ຢູ່ນະຄອນ Rotterdam (ປະເທດ ໂຮນລັງ) ໄດ້ສຸມໃສ່ປຶກສາຫາລືບັນດາມາດຕະການສ້າງລະບົບຫັນປ່ຽນພະລັງງານທົ່ວໂລກໃໝ່ສີຂຽວກວ່າ, ຍຸຕິທຳກວ່າ ແລະ ກວມລວມກວ່າ.

ໂລກສ້າງລະບົບຫັນປ່ຽນພະລັງງານຍຸຕິທຳ ແລະ ກວມລວມກ່ວາ - ảnh 1ພາບປະກອບ

        ເວທີປາໄສທົ່ວໂລກມີອາຍຸຫຼາຍທີ່ສຸດໃນໂລກ ກ່ຽວກັບຫົວຂໍ້ພະລັງງານ, ໂດຍສະພາພະລັງງານໂລກໄດ້ຈັດຂຶ້ນ, ເຊິ່ງໄດ້ຮັບການກຳເນີດກ່ອນນີ້ 100 ປີ (1924), ກອງປະຊຸມໃຫຍ່ພະລັງງານໂລກ ຄັ້ງທີ 26 ປີນີ້ດ້ວຍຫົວຂໍ້ “ສ້າງພະລັງງານຄືນໃໝ່ໃຫ້ແກ່ມະນຸດ ແລະ ໜ່ວຍໂລກ”.

ບໍ່ມີຂັ້ນຕອນຫັນປ່ຽນພະລັງງານໜຶ່ງດຽວ

        ໂດຍໄດ້ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງສະພາພະລັງງານໂລກ (1924 – 2024) ພ້ອມທັງໃນສະພາບການຫັນປ່ຽນພະລັງງານ ກາຍເປັນໜຶ່ງໃນບັນດາຫົວຂໍ້ທົ່ວໂລກຮີບດ່ວນທ່ີສຸດ, ກອງປະຊຸມໃຫຍ່ພະລັງງານໂລກ ຄັ້ງທີ 26 (WEC 26) ໄດ້ຮັບຄວາມສົນໃຈເປັນພິເສດ ຈາກປະຊາຄົມສາກົນ. ມີຜູ້ແທນກ່ວາ 7.000 ຄົນເຂົ້າຮ່ວມ WEC 26, ໃນນັ້ນ ມີລັດຖະມົນຕີ 70 ທ່ານຈາກບັນດາປະເທດ, ການນຳບັນດາຂະແໜງອຸດສາຫະກຳ, ບັນດານັກຊ່ຽວຊານດ້ານພະລັງງານ, ບັນດາຜູ້ສ້າງນະໂຍບາຍ, ພ້ອມກັບຜູ້ຕາງໜ້າບໍລິສັດພະລັງງານໃຫຍ່ທີ່ສຸດໃນໂລກກ່ວາ 200 ທ່ານ.

        ດ້ວຍກ່ວາ 60 ວາລະປຶກສາຫາລື ແກ່ຍາວໃນເວລາ 4 ວັນ, WEC 26 ໄດ້ສຸມໃສ່ 5 ຫົວຂໍ້ຮັບໃຊ້ການກໍ່ສ້າງລະບົບຫັນປ່ຽນພະລັງງານທົ່ວໂລກໃນອະນາຄົດ, ລວມມີ: ການເຊື່ອມຕໍ່ບັນດາສະພາບການຕົວຈິງທີ່ຫາກໍ່ພົ້ນເດັ່ນ ໃນການຫັນປ່ຽນພະລັງງານທົ່ວໂລກ; ສ້າງໄມ້ງັດໃຫ້ແກ່ການສົມທົບລະຫວ່າງແຫຼ່ງພະລັງງານ, ມາດຕະການ ແລະ ການບໍລິການໃຫ້ດີກວ່າ; ຊຸກຍູ້ຄຳໝັ້ນສັນຍາຂອງປະຊາຊົນ ແລະ ປະຊາຄົມເພື່ອປະຕິບັດການຫັນປ່ຽນພະລັງງານທົ່ວໂລກ; ການເຊື່ອມຕໍ່ຄວາມໝັ້ນຄົງດ້ານພະລັງງານ ດ້ວຍຄວາມສາມາດສະໜອງ ແລະ ຄວາມຍືນຍົງ; ຮັດແຄບຊ່ອງຫວ່າງເພື່ອຊຸກຍູ້ການຫັນປ່ຽນພະລັງງານທີ່ໄວກວ່າ, ຍຸຕິທຳກວ່າ, ໄປໄກກວ່າ.

        ຕາມທ່ານນາງ Angela Wilkinson, ເລຂາທິການໃຫຍ່ສະພາພະລັງງານໂລກແລ້ວ, ສະພາບການຕົວຈິງໃນການຫັນປ່ຽນພະລັງງານໃນໂລກປະຈຸບັນແມ່ນສັບສົນ, ຍ້ອນບັນດາປະເທດ, ອົງການຈັດຕັ້ງ, ວິສາຫະກິດ ມີບັນດາຜົນປະໂຫຍດທີ່ແຕກຕ່າງກັນ. ຍ້ອນເຫດນັ້ນ, WEC 26 ຈະແມ່ນເວທີປາໄສໂອ້ລົມສົນທະນາສຳຄັນ ເພື່ອໃຫ້ບັນດາຝ່າຍເຂົ້າໃຈໄດ້ເຖິງບັນດາສິ່ງທ້າທາຍທີ່ພວມວາງອອກ ແລະ ເປັນເອກະພາບບັນດາຂໍ້ສັງເກດລວມ:

        “ບໍ່ມີການຫັນປ່ຽນພະລັງງານໜຶ່ງດຽວ. ບັນດາພາກພື້ນ, ບັນດາປະເທດມີຈຸດເລີ່ມຕົ້ນທີ່ແຕກຕ່າງກັນ, ມີບັນດາຜົນປະໂຫຍດ, ຄວາມຕ້ອງການທີ່ແຕກຕ່າງກັນ ດັ່ງນັ້ນ ຈະບໍ່ມີເສັ້ນທາງໜຶ່ງດຽວໃຫ້ແກ່ການຫັນປ່ຽນ. ທຸກໆປະເທດພວມປະສົບກັບຄວາມຫຍຸ້ງຍາກ. ນີ້ບໍ່ແມ່ນສິ່ງທ້າທາຍທີ່ງ່າຍດາຍ ຫຼື ແມ່ນເລື່ອງປ່ຽນເຕັກໂນໂລຊີນີ້ດ້ວຍເຕັກໂນໂລຊີອື່ນ, ນີ້ແມ່ນການປ່ຽນແປງທີ່ໃຫຍ່ຫຼວງ”.

ໂລກສ້າງລະບົບຫັນປ່ຽນພະລັງງານຍຸຕິທຳ ແລະ ກວມລວມກ່ວາ - ảnh 2ທ່ານນາງ Angela Wilkinson, ເລຂາທິການໃຫຍ່ສະພາພະລັງງານໂລກ
(ພາບ:petrotimes.vn)

        ໃນຕະຫຼອດບັນດາວາລະປຶກສາຫາລື, ນັກປາຖະກະຖາເກືອບທັງໝົດ ລ້ວນແຕ່ເນັ້ນໜັກເຖິງລັກສະນະຮີບດ່ວນ ຂອງເລື່ອງສົມທົບບັນດາມາດຕະການເຕັກໂນໂລຊີໃໝ່ສຸດ ກັບບັນດາຍຸດທະສາດການເງິນ ດ້ວຍຄວາມມັກໃຫຍ່ໄຝ່ສູງກວ່າ ເພື່ອຊຸກຍູ້ເລື່ອງຫັນປ່ຽນພະລັງງານທົ່ວໂລກ. ຜູ້ຕາງໜ້າຫຼາຍບໍລິສັດພະລັງງານ ກໍ່ກະຕຸກຊຸກຍູ້ບັນດາລັດຖະບານ ຍົກອອກບັນດານະໂຍບາຍຮັບປະກັນການລົງທຶນທີ່ຍາວນານກວ່າ ເພື່ອແນໃສ່ສົ່ງເສີມການລົງທຶນພາກເອກະຊົນ ເຂົ້າຂົງເຂດພະລັງງານທົດແທນ. ໄປຄຽງຄູ່ກັນນັ້ນ, ເລື່ອງເພີ່ມທະວີການໂອ້ລົມສົນທະນາລະຫວ່າງບັນດາບໍລິສັດພະລັງງານກັບບັນດາລັດຖະບານ ກໍ່ແມ່ນຫົວຂໍ້ໃຫຍ່ໃນກອງປະຊຸມໃຫ່ຍ WEC. ຫົວຂໍ້ນີ້ໄດ້ສ້າງຄວາມສົນໃຈຢູ່ WEC 26 ທີ່ຈັດຂຶ້ນໃນວັນທີ 24 ເມສາ, ຂະນະທີ່ລັດຖະສະພາ ເອີລົບ ໄດ້ປ່ອນບັັດສະໜັບສະໜູນເລື່ອງສະຫະພາບ ເອີລົບ (EU) ຖອນຕົວອອກຈາກ ສົນທິສັນຍາກົດບັດພະລັງງານ ດ້ວຍເຫດຜົນທີ່ວ່າສົນທິສັນຍາສະບັບນີ້ ປົກປ້ອງໃຫ້ຜົນປະໂຫຍດຂອງຫຼາຍບໍລິສັດພະລັງງານ ແລະ ບໍ່ເໝາະສົມກັບບັນດາຄວາມມັກໃຫຍ່ໄຝ່ສູງດ້ານດິນຟ້າອາກາດຂອງ EU ອີກຕໍ່ໄປ. ການກະທຳນີ້ໄດ້ກໍ່ໃຫ້ເກີດຄວາມວິຕົກວັງວົນກ່ຽວກັບເລື່ອງທີ່ນັບມື້ນັບມີຫຼາຍຄວາມບໍ່ລົງລອຍກັນ ລະຫວ່າງວົງການນັກກຳນົດນະໂຍບາຍສາທາລະນະ ແລະ ບັນດາກຸ່ມບໍລິສັດພະລັງງານ ທີ່ເຄີຍມີບົດບາດສຳຄັນ ໃນການຫັນປ່ຽນພະລັງງານທົ່ວໂລກ.

        ຄວາມສ່ຽງດ້ານການເມືອງຕໍ່ການຫັນປ່ຽນພະລັງງານ

        ໂດຍແມ່ນເວທີປາໄສສຸມໃສ່ໃຫ້ແກ່ການໂອ້ລົມສົນທະນາກ່ຽວກັບດ້ານນະໂຍບາຍ, ເຕັກໂນໂລຊີ ແລະ ບັນດາສິ່ງທ້າທາຍໃໝ່ໃນຂົງເຂດພະລັງງານ ແຕ່ໃນສະພາບການຜັນປ່ຽນຂອງດ້ານພູມສາດການເມືອງໃນໂລກ, ບັນດານັກປາຖະກະຖາເຂົ້າຮ່ວມ WEC 26 ກໍ່ໄດ້ກ່າວເຕືອນເລື່ອງຮ່ວມມືດ້ານພະລັງງານໃນໂລກ ທີ່ພວມຖືກຫັນເປັນການເມືອງ. ທ່ານ Carole Nakhle, ຜູ້ອຳນວຍການຝ່າຍບໍລິຫານ ບໍລິສັດຄົ້ນຄ້ວາ ແລະ ໃຫ້ຄຳປຶກສາດ້ານພະລັງງານ Crystol Energy ມີສຳນັກງານຕັ້ງຢູ່ ລອນດອນ (ປະເທດ ອັງກິດ), ໄດ້ຕີລາຄາວ່າ ບັນຫາດ້ານຄວາມໝັ້ນຄົງພະລັງງານພວມຖືກຖືເບົາ ໃນບັນດາການປຶກສາຫາລືກ່ຽວກັບການຫັນປ່ຽນພະລັງງານສີຂຽວ. ສ່ວນທ່ານ Andy Brogan, ນັກຍຸດທະສາດກ່ຽວກັບພະລັງງານ ແລະ ຊັບພະຍາກອນທົ່ວໂລກຢູ່ EY Parthenon, ບໍລິສັດທີ່ປຶກສາຍຸດທະສາດຂອງກຸ່ມບໍລິສັດ Ernst&Young, ກໍ່ຖືວ່າ: ຄວາມໝັ້ນຄົງຂອງແຫຼ່ງການສະໜອງ ພວມແມ່ນບຸລິມະສິດອັນດັບໜຶ່ງຂອງບັນດາປະເທດ:

        “ໃນ 3 ໝວດບັນຫາໃຫຍ່ຂອງພະລັງງານ, ຄື: ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງຂອງແຫຼ່ງສະໜອງ ແລະ ຄວາມຍືນຍົງຍາວນານນັ້ນ, ຄວາມໝັ້ນຄົງຂອງແຫຼ່ງສະໜອງ ແມ່ນບັນຫາສຳຄັນທີ່ສຸດ. ປະຈຸບັນ, ບັນດາລັດຖະບານລ້ວນແຕ່ໄດ້ຮັບຮູ້ວ່າ ເຖິງວ່າໄດ້ເຮັດວຽກງານໃດໜຶ່ງ, ຄວາມໝັ້ນຄົງດ້ານຂອງແຫຼ່ງສະໜອງຍັງຮັກສາບົດບາດສຳຄັນທີ່ສຸດ”.

        ທ່ານ Andres Rebolledo, ເລຂາທິການຜູ້ບໍລິຫານອົງການພະລັງງານ ອາເມລິກາ ລາຕິນ (OLADE) ກໍ່ໄດ້ແບ່ງປັນຂໍ້ສັງເກດກ່ຽວກັບການແກ່ງແຍ້ງດ້ານພູມສາດການເມືອງໃນໂລກ ພວມມີໄພກໍ່ຄວາມເສຍຫາຍ ເຖິງບັນດາຄວາມມານະພະຍາຍາມທົ່ວໂລກລວມກ່ຽວກັນການຫັນປ່ຽນພະລັງງານ. ຍົກຕົວຢ່າງກ່ຽວກັບເຂດ ອາເມລິກາ ລາຕິນ, ພາກພື້ນກວມເອົາ 25% ປະລິມານການສະສົມໃນໂລກ ດ້ວຍບັນດາແຫຼ່ງຊັບພະຍາກອນແຮ່ທາດທີ່ຈຳເປັນ ໃຫ້ແກ່ການຫັນປ່ຽນພະລັງງານ, ທ່ານ Andres Rebolledo ໃຫ້ຮູ້ວ່າ: ບັນດາປະເທດໃນພາກພື້ນພວມຮັບຮູ້ໄດ້ເຖິງຄວາມກົດດັນກ່ຽວກັບການແກ່ງແຍ້ງດ້ານພູມສາດການເມືອງ ລະຫວ່າງບັນດາປະເທດມະຫາອຳນາດ, ພາໄປເຖິງເລື່ອງຄິດໄລ່ຊັ່ງຊາ ກ່ຽວກັບການຜັນຂະຫຍາຍບັນດາໂຄງການຮ່ວມມືຂອບຂະໜາດໃຫຍ່ ກັບບັນດາປະເທດໃນພາກພື້ນ ເພື່ອແນໃສ່ຍູ້ແຮງການຫັນປ່ຽນພະລັງງານ./.

 

ຕອບກັບ