ໂລກ ແລະ ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ລັດ​ທິ​ກໍ່​ການ​ຮ້າຍ

Quang Dung
Chia sẻ
(VOVWORLD) - ເຫດກໍ່ການຮ້າຍທີ່ເກີດຂຶ້ນໃນວັນທີ 22 ມີນາ ຢູ່ ໂຮງລະຄອນ Crocus ຢູ່ນະຄອນຫຼວງ ມົດສະກູ ເປັນສິ່ງພິສູດໃຫ້ເຫັນວ່າ ລັດທິກໍ່ການຮ້າຍຍັງແມ່ນໜຶ່ງໃນບັນດາໄພນາບຂູ່ດ້ານຄວາມໝັ້ນຄົງທີ່ໃຫຍ່ທີ່ສຸດສຳລັບຫຼາຍປະເທດໃນໂລກ.

ຕອນຄ່ຳວັນທີ 22 ມີນາ, ກຸ່ມກໍ່ການຮ້າຍປະກອບອາວຸດໄດ້ຍິງປືນບຸກໂຈມຕີ ແລະ ຖີ້ມລະເບີດແອັດຊັງຈູດເຜົາໂຮງລະຄອນ Crocus  City Hall  ຢູ່ຊານນະຄອນຫຼວງ ມົດສະກູ (ລັດເຊຍ) ໃນຈຸດເວລາທີ່ມີຜູ້ຊົມນັບໝື່ນຄົນເຕົ້າໂຮມກັນຊົມລາຍການສະແດງດົນຕີ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 137 ຄົນ ແລະ ມີຜູ້ຖືກບາດເຈັບນັບຮ້ອຍຄົນ. ນີ້ແມ່ນເຫດກໍ່ການຮ້າຍອັນຮ້າຍແຮງທີ່ສຸດຢູ່ ລັດເຊຍ ໃນຮອບເວລາ 20 ປີຜ່ານມາ.

       ຄວາມສາມັກຄີກັບປະຊາຊົນ ລັດເຊຍ

        ພາຍຫຼັງເຫດບຸກໂຈມຕີກໍ່ການຮ້າຍເກີດຂຶ້ນບໍ່ພໍເທົ່າໃດຊົ່ວໂມງ, ພວກກະບົດລັດອິດສະລາມ ອ້າງຊື່ເອງ (IS) ແລະ ໂດຍກົງແມ່ນກຸ່ມ Khorasan, ກຳລັງຍ່ອຍຂອງ IS ຢູ່ ອາບການິດສະຖານ (ISIS -K) ອອກມາຍອມຮັບວ່າ ໄດ້ດຳເນີນການບຸກໂຈມຕີດັ່ງກ່າວ. ໃນຮອບເວລາ 12 ຊົ່ວໂມງຫຼັງການກໍ່ການຮ້າຍ, ວົງການເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ລັດເຊຍ ໄດ້ດຳເນີນບັ້ນກວດລ້າງສືບສວນໃນວົງກວ້າງ ແລະ ຈັບຕົວຜູ້ຖືກສົງໄສ 11 ຄົນ. ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖະແຫຼງວ່າ ຈະສືບສວນຢ່າງສຸດປາຍຂອງເຫດດັ່ງກ່າວ ແລະ ລົງໂທດທຸກຄົນທີ່ກ່ຽວຂ້ອງເຖິງການບຸກໂຈມຕີເຂັ່ນຂ້າສາມັນຊົນ ລັດເຊຍ. ຕາມບັນດານັກຊ່ຽວຊານດ້ານຄວາມໝັ້ນຄົງສາກົນແລ້ວ, ເລື່ອງບັນດາກຸ່ມກໍ່ການຮ້າຍ, ພິເສດແມ່ນ IS ແນໃສ່ລັດເຊຍ ແມ່ນສິ່ງທີ່ໄດ້ມີການແຈ້ງເຕືອນມາກ່ອນແລ້ວ. ເຫດຜົນແມ່ນ ຍ້ອນອຳນາດການປົກຄອງ ລັດເຊຍ ໄດ້ໜູນຊ່ວຍ ຊີຣີ ບຸກໂຈມຕີດັບສູນບັນດາກຳລັງຂອງ IS ຢູ່ພາກເໜືອ ຊີຣີ ໃນບັນດາບັ້ນຮົບການທະຫານນັບແຕ່ປີ 2015 ເປັນຕົ້ນມາ, ພ້ອມດຽວກັນນັ້ນ ISIS – K ກໍ່ພວມຊອກຫາວິທີເພື່ອຂະຫຍາຍຜົນສະທ້ອນຂອງຕົນ ພາຍຫຼັງທີ່ຖືກເຄືອຂ່າຍຂອງກຸ່ມນີ້ຢູ່ ອາບການິດສະຖານ ຖືກຮັດແຄບເຂົ້າ.

        ເຖິງວ່າໄດ້ຮັບຄຳກ່າວເຕືອນແລ້ວກໍຕາມ, ແຕ່ການບຸກໂຈມຕີກໍ່ການຮ້າຍທີ່ນອງເລືອດຢູ່ຊານເມືອງ ມົດສະກູ ຍັງເຮັດໃຫ້ປະຊາຄົມສາກົນສະເທືອນໃຈ ເພາະຜົນຮ້າຍຕາມມາອັນໜັກໜ່ວງດ້ານຊີວິດອິນຊີ. ຫຼາຍປະເທດໃນໂລກ ໄດ້ສະແດງ, ແບ່ງປັນຄວາມເສົ້າສະຫຼົດໃຈຕໍ່ການສູນເສຍຂອງປະຊາຊົນ ລັດເຊຍ ແລະ ຢັ້ງຢືນວ່າ ບັ້ນຕໍ່ສູ້ຕ້ານພວກກໍ່ການຮ້າຍແມ່ນໜ້າທີ່ລວມຂອງມະນຸດ. ທ່ານປະທານາທິບໍດີ ຕວັກກີ Recep Tayip Erdogan ຖະແຫຼງວ່າ:

        “ລັດທິກໍ່ການຮ້າຍແມ່ນບໍ່ສາມາດຍອມຮັບໄດ້, ບໍ່ວ່າຈະມາແຕ່ໃສ, ໃຜເປັນຜູ້ປະຕິບັດ. ໂດຍເປັນປະເທດທີ່ມີຄວາມເຂົ້າໃຈຢ່າງຈະແຈ້ງກ່ຽວກັບບັນດາການກະທຳທີ່ນອງເລືອດຂອງລັດທິກໍ່ການຮ້າຍ, ພວກຂ້າພະເຈົ້າຂໍແບ່ງປັນຄວາມເຈັບປວດນີ້ກັບປະຊາຊົນ ລັດເຊຍ. ພວກຂ້າພະເຈົ້າ ຈະສືບຕໍ່ບັ້ນຕໍ່ສູ້ຕ້ານຄືນລັດທິກໍ່ການຮ້າຍ, ເຊິ່ງເປັນສັດຕູໂຕດຽວຂອງມວນມະນຸດ”.

        ໂດຍມີທັດສະນະອັນດຽວກັນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ກໍຮຽກຮ້ອງໃຫ້ບັນດາປະເທດມີການຈຳແນກບັນດາຄວາມບໍ່ລົງລອຍກັນດ້ານການເມືອງຢ່າງຈະແຈ້ງ ເພື່ອສຸມຈິດສຸມໃຈ ແລະ ຮ່ວມມືກັນຢ່າງແທ້ຈິງ ເພື່ອລົບລ້າງທຸກຮູບແບບຂອງລັດທິກໍ່ການຮ້າຍສາກົນ.

        “ພວກຂ້າພະເຈົ້າຮູ້ໄພນາບຂູ່ຂອງລັດທິກໍ່ການຮ້າຍແມ່ນຫຍັງ. ພວກຂ້າພະເຈົ້າລໍຄອຍການຮ່ວມມືກັບທຸກປະເທດທີ່ໄດ້ແບ່ງປັນຄວາມໂສກເສົ້າກັບພວກຂ້າພະເຈົ້າຢ່າງຈິງໃຈ ແລະ ພ້ອມແລ້ວທີ່ຈະເຂົ້າຮ່ວມບັ້ນຕໍ່ສູ້ຕ້ານສັດຕູໂຕດຽວກັນ ນັ້ນແມ່ນລັດທິກໍ່ການຮ້າຍສາກົນ. ພວກກໍ່ການຮ້າຍ, ພວກເຂັ່ນຂ້າມະນຸດ ຈະຕ້ອງປະເຊີນໜ້າກັບໂຊກຊະຕາກຳອັນດຽວ, ນັ້ນກໍຄື: ຖືກລົງໂທດ ແລະ ຫຼົງລືມ. ພວກເຂົາຈະບໍ່ມີອະນາຄົດ”.

       ຄວາມສ່ຽງການກໍ່ກາຍຮ້າຍແຜ່ລາມ

        ບັ້ນກໍ່ການຮ້າຍອັນໂຫດຮ້າຍຢູ່ຊານເມືອງ ມົດສະກູ ໄດ້ຊີ້ໃຫ້ເຫັນວ່າ ລັດທິກໍ່ການຮ້າຍ ຍັງສືບຕໍ່ເປັນໜຶ່ງໃນບັນດາໄພນາບຂູ່ອັນໃຫຍ່ຫຼວງສຳລັບຄວາມໝັ້ນຄົງຂອງຫຼາຍປະເທດໃນໂລກ, ໂດຍບໍ່ສົນໃຈເຖິງເລື່ອງອົງການ IS ຖືກຜົນເສຍຫາຍຮ້າຍແຮງສ່ຳໃດ ພາຍຫຼັງບັ້ນກວາດລ້າງຂອງຫຼາຍປະເທດນັບແຕ່ປີ 2015. ຕາມທ່ານ Colin P.Clarke ນັກໄຈ້ແຍກກ່ຽວກັບການກໍ່ການຮ້າຍຢູ່ Soufan Group, ເຊິ່ງເປັນບໍລິສັດໃຫ້ຄຳປຶກສາດ້ານຄວາມໝັ້ນຄົງທີ່ມີສຳນັກງານຕັ້ງຢູ່ ອາເມລິກາ ແລ້ວ, ເຖິງວ່າ ຖືກຕີຖອຍຈາກ ຊີຣີ, ອີຣັກ ແລະ ຖືກກຳລັງ ຕາລີບານ ຢູ່ ອາບການິດສະຖານ ຈຳກັດການເຄື່ອນໄຫວແລ້ວກໍຕາມ, ແຕ່ກຸ່ມ ISIS – K  ຍັງສາມາດບຸກໂຈມຕີເຂົ້າຫຼາຍເປົ້າໝາຍໃນໂລກ. ແຕ່ວ່າ, ຍ້ອນໃນໄລຍະຜ່ານມາ, ບັນດາປະເທດຝ່າຍຕາເວັນຕົກ ໄດ້ຮັດແໜ້ນບັນດາມາດຕະການດ້ານຄວາມໝັ້ນຄົງ ແລະ ການບຸກໂຈມຕີຫຼັບຫຼັງ, ສະນັ້ນ,  ກຸ່ມ ISIS – K ບໍ່ຄ່ອຍມີໂອກາດບຸກໂຈມຕີເຂົ້າບັນດາປະເທດຝ່າຍຕາເວັນຕົກ, ເຂົາເຈົ້າຈຶ່ງຫັນເປົ້າໝາຍໄປຍັງບັນດາປະເທດອື່ນຄື: ອີຣານ, ລັດເຊຍ, ປາກິດສະຖານ… ເຖິງຢ່າງໃດກໍ່ຕາມ, ຄວາມສ່ຽງການກໍ່ການຮ້າຍເກີດຂຶ້ນຢູ່ບັນດາປະເທດຝ່າຍຕາເວັນຕົກຍັງສູງທີ່ສຸດ. ວັນທີ 21 ມີນາ, ນາຍພົນ Michael Kurilla, ຜູ້ບັນຊາການ CENTCOM ອາເມລິກາ ໄດ້ແບ່ງປັນຂໍ້ສັງເກດດັ່ງກ່າວ ໃນວາລະອະພິປາຍ ຕໍ່ກຳມາທິການການທະຫານຂອງສະພາຕ່ຳ ອາເມລິກາ.

        “ISIS  ໄດ້ຟື້ນຕົວ ແລະ ປະຕິບັດບັນດາບັ້ນບຸກໂຈມຕີຢູ່ ອີຣັກ ແລະ ຊີຣີ ໃນຕົ້ນປີນີ້ ແລະ ຄວາມສ່ຽງທີ່ບັນດາບັ້ນບຸກໂຈມຕີກໍ່ການຮ້າຍທີ່ເລີ່ມຈາກ ອາບການິດສະຖານ ກໍພວມເພີ່ມຂຶ້ນ. ຂ້າພະເຈົ້າໃຫ້ຂໍ້ສັງເກດວ່າ ISIS Khorasan ຍັງຮັກສາໄດ້ກຳລັງຄວາມສາມາດ ແລະ ຕັດສິນໃຈບຸກໂຈມຕີບັນດາຜົນປະໂຫຍດຂອງ ອາເມລິກາ ແລະ ຝ່າຍຕາເວັນຕົກຢູ່ຕ່າງປະເທດໃນໄລຍະເວລາປະມານ 6 ເດືອນຈະມາເຖິງ ໃນຂະນະທີ່ບໍ່ຄ່ອຍມີ ຫຼືຊ້ຳບໍ່ໜຳ ແມ່ນບໍ່ມີການແຈ້ງເຕືອນໃດໆ”.

        ເພື່ອແນໃສ່ຮັບມືກັບບັນດາຄວາມສ່ຽງນີ້, ຫຼາຍປະເທດຕາເວັນຕົກພວມເພີ່ມທະວີມາດຕະການດ້ານຄວາມໝັ້ນຄົງ. ພາຍຫຼັງການບຸກໂຈມຕີກໍ່ການຮ້າຍຢູ່ ມົດສະກູ, ປະເທດເຈົ້າພາບຈັດງານມະຫາກຳກິລາ Olympic ປີນີ້ ເຊິ່ງແມ່ນປະເທດ ຝລັ່ງ ກໍໄດ້ຍົກລະດັບການແຈ້ງເຕືອນຄວາມໝັ້ນຄົງຂຶ້ນລະດັບສູງສຸດ. ຕາມທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລ້ວ, ອົງການຄວາມໝັ້ນຄົງ ຝລັ່ງ ໄດ້ມ້າງທຳລາຍຫຼາຍກົນອຸບາຍກໍ່ການຮ້າຍຈາກ IS ໃນຊຸມເດືອນຜ່ານມາ ແຕ່ເລື່ອງເກີດຂຶ້ນຢູ່ ລັດເຊຍ ນັ້ນ ໄດ້ຊີ້ໃຫ້ເຫັນວ່າ ໄພນາບຂູ່ກໍ່ການຮ້າຍຍັງສືບຕໍ່ເປັນໜ້າທີ່ອັນໜັກໜ່ວງສຳລັບປະເທດນີ້, ພິເສດແມ່ນໃນຂະນະທີ່ ປີ 2024 ນີ້ ເປັນປີທຳອິດໃນປະຫວັດສາດ ທີ່ພິທີໄຂງານມະຫາກຳກິລາ Olympic ຈະຖືກຈັດຂຶ້ນຢູ່ນອກສະໜາມກິລາ./.

ຕອບກັບ