ແຜນການສັງລວມພັດທະນາເສດຖະກິດທະເລແບບຍືນຍົງຂອງ ຫວຽດນາມ

Thu Hoa
Chia sẻ
(VOVWORLD) - ວັນທີ 06 ມີນາ 2020, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ແຜນການສັງລວມ ແລະ ແຜນການໄລຍະ 5 ປີຂອງລັດຖະບານ ກ່ຽວກັບການປະຕິບັດມະຕິເລກທີ 36 ສະບັບອອກວັນທີ 22 ຕຸລາ 2018 ຂອງກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12 ກ່ຽວກັບຍຸດທະສາດການພັດທະນາເສດຖະກິດທາງທະເລ ຫວຽດນາມ ແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045. 

ແຜນການດ້ວຍບັນດາມາດຕະການລະອຽດນີ້ ຈະຊຸກຍູ້ ຫວຽດນາມ, ປະເທດທີ່ມີຝັ່ງທະເລຍາວແຕ່ເໜືອຮອດໃຕ້ 3.260 ກິໂລແມັດ ແລະ ມີເກາະໃຫຍ່ນ້ອຍກ່ວາ 3000 ແຫ່ງ ພ້ອມກັບ 28 ແຂວງ, ນະຄອນແຄມທະເລ, ຈະເສີມຂະຫຍາຍທ່າໄດ້ປຽບ, ຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫລວງ ໃນການພັດທະນາເສດຖະກິດທາງທະເລແບບຍືນຍົງ.

        ແຜນການສັງລວມຮອດປີ 2030, ວິໄສທັດຮອດປີ 2045 ໄດ້ຍົກອອກ 6 ເນື້ອໃນ, ມາດຕະການກ່ຽວກັບການຄຸ້ມຄອງທະເລ ແລະ ມະຫາສະໝຸດ, ການຄຸ້ມຄອງເຂດແຄມຝັ່ງທະເລ; ກ່ຽວກັບການພັດທະນາເສດຖະກິດທາງທະເລ, ເຂດແຄມຝັ່ງທະເລ; ກ່ຽວກັບການຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ສ້າງວັດທະນະທຳທະເລ, ສັງຄົມສະໜິດຕິດພັນ, ເປັນມິດກັບທະເລ; ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ, ພັດທະນາແຫຼ່ງຊັບພະຍາກອນມະນຸດທະເລ; ກ່ຽວກັບສິ່ງແວດລ້ອມ, ຮັບມືກັບໄພທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຍິ່ງຂຶ້ນສູງ; ຮັບປະກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ແລະ ການຮ່ວມມືສາກົນ.

ແຜນການສັງລວມພັດທະນາເສດຖະກິດທະເລແບບຍືນຍົງຂອງ ຫວຽດນາມ - ảnh 1 ພາບປະກອບ / Chinhphu.vn

ພັດທະນາເສດຖະກິດທາງທະເລ, ເຂດແຄມຝັ່ງທະເລ

       ມາດຕະການໃຫຍ່ສຸດແມ່ນລົງທຶນພັດທະນາພື້ນຖານໂຄງລ່າງ ແລະ ພື້ນຖານທາງດ້ານວັດຖຸເຕັກນິກຂະແໜງທ່ອງທ່ຽວໃຫ້ແກ່ບັນດາບໍລິເວນຈຸດສຸມ, ເຂດທີ່ມີກຳລັງໜູນພັດທະນາການທ່ອງທ່ຽວແຄມຝັ່ງທະເລ, ທະເລໝູ່ເກາະ; ສ້າງບັນດາເຂດບໍລິການທ່ອງທ່ຽວທີ່ມີການປະກອບຈາກຫລາຍພາກສ່ວນ…ຫວຽດນາມ ຈະທົດລອງພັດທະນາບັນດາ tour ທ່ອງທ່ຽວໄປຍັງບັນດາເກາະ, ບໍລິເວນທະເລຢູ່ໄກຝັ່ງໂດຍມີການສົມທົບກັບການບໍລິການທາງທະເລອື່ນໆ, ພ້ອມທັງສົ່ງເສີມການໂຄສະນາການທ່ອງທ່ຽວ, ສ້າງບັນດາຜະລິດຕະພັນ, ລະບົບຜະລິດຕະພັນ, ເຄື່ອງໝາຍການທ່ອງທ່ຽວທາງທະເລຂັ້ນສູງລະດັບສາກົນເປັນຫລາຍຮູບຫລາຍແບບ ເຊື່ອມຕໍ່ກັບບັນດາ tour ທ່ອງທ່ຽວສາກົນ.

        ຫວຽດນາມ ຈະພັດທະນາລະບົບທ່າກ່ຳປັ່ນຕາມແຜນຜັງສັງລວມ ແລະ ເປັນເອກະພາບດ້ວຍຂອບຂະໜາດທົ່ວປະເທດ ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ; ສ້າງພື້ນຖານທາງດ້ານວັດຖຸເຕັກນິກ ເພື່ອເຊື່ອມໂຍງຢ່າງວ່ອງໄວ ແລະ ມີກຳລັງແກ່ງແຍ້ງຢ່າງພຽງພໍ ໃນການເຄື່ອນໄຫວຂອງທ່າກ່ຳປັ່ນກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ.

        ຫວຽດນາມ ຈະສຸມໃສ່ພັດທະນາການລ້ຽງປູກສິນທະເລຢູ່ທະເລ, ເຂດແຄມຝັ່ງທະເລຕາມທິດຜະລິດເປັນສິນຄ້າ, ທັນສະໄໝ, ໝູນໃຊ້ເຕັກໂນໂລຊີສູງ, ຍູ້ແຮງການພັດທະນາບັນດາອາຊີບຈັບຫາສິນທະເລຢູ່ໄກຝັ່ງຕາມທິດອຸດສາຫະກຳ, ຕິດພັນການຂຸດຄົ້ນແບບຍືນຍົງກັບການຮັກສາ ແລະ ພັດທະນາແຫຼ່ງຜົນປະໂຫຍດຊັບພະຍາກອນນ້ຳ. ຫວຽດນາມ ກໍ່ໄດ້ກໍ່ສ້າງ ແລະ ນຳໃຊ້ບັນດາຮູບແບບການຈັດການຕັ້ງຜະລິດໃນການລ້ຽງປູກ ແລະ ຈັບຫາສິນທະເລໃຫ້ເໝາະສົມ.

        ຍົກສູງຊີວິດການເປັນຢູ່ໃຫ້ປະຊາຊົນ, ສ້າງວັດທະນະທຳທະເລ

        ຫວຽດນາມ ຈະເພີ່ມເຕີມ ແລະ ສ້າງພື້ນຖານໂຄງລ່າງເສດຖະກິດ - ສັງຄົມໃຫ້ຄົບຖ້ວນ ເພື່ອຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນຢູ່ບັນດາເຂດທະເລໝູ່ເກາະ, ສ້າງປັບປຸງ ແລະ ພັດທະນາບັນດາລະບອບລະບຽບການທາງດ້ານວັດທະນະທຳໃຫ້ແກ່ວົງຄະນະຍາດພົນລະເມືອງເຂດທະເລ ແລະ ແຄມຝັ່ງທະເລໃຫ້ສົມບູນແບບ, ຮັກສາ, ຟື້ນຟູ ແລະ ພັດທະນາບັນດາງານບຸນ, ເຂດປູຊະນີຍະສະຖານປະຫວັດສາດ, ວັດທະນະທຳ; ອະນຸລັກຮັກສາວັດທະນະທຳ, ສະຖາປັດຕະຍະກຳ ແລະ ມໍລະດົກທຳມະຊາດ, ຮັກສາ, ພັດທະນາບັນດາສູນວັດທະນະທຳທີ່ເປັນເອກະລັກສະເພາະຢູ່ບັນດາແຂວງ, ນະຄອນຕິດກັບທະເລທີ່ຂຶ້ນກັບສູນກາງ. ຜັນຂະຫຍາຍການປະຕິບັດວຽກງານການສຶກສາ, ຍົກສູງສະຕິຄວາມຮັບຮູ້, ຄວາມຮູ້, ຄວາມເຂົ້າໃຈກ່ຽວກັບທະເລ, ມະຫາສະໝຸດ, ຄວາມສາມາດຄົງຄົວ, ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຍິ່ງຂຶ້ນສູງ, ການປ້ອງກັນ, ຫຼີກລ້ຽງໄພທຳມະຊາດໃຫ້ແກ່ນັກຮຽນ, ນັກສຶກສາທຸກຂັ້ນ.

        ຍູ້ແຮງການຄົ້ນຄວ້າວິທະຍາສາດເຕັກໂນໂລຊີທາງທະເລ

       ກ່ຽວກັບດ້ານວິທະຍາສາດ, ເຕັກໂນໂລຊີ, ການພັດທະນາແຫຼ່ງຊັບພະຍາກອນມະນຸດທາງທະເລ, ລັດຖະບານ ຫວຽດນາມ ໄດ້ຮຽກຮ້ອງໃຫ້ມີການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ໝູນໃຊ້ບັນດາຜົນງານທາງດ້ານວິທະຍາສາດ, ເຕັກໂນໂລຊີກ້າວໜ້າ ແລະ ຍູ້ແຮງການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີທາງທະເລຕິດພັນກັບການສຳຫລວດທະເລໂດຍພື້ນຖານ. ສ້າງຕັ້ງບັນດາສູນຄົ້ນຄວ້າວິທະຍາສາດ, ໝູນໃຊ້ເຕັກໂນໂລຊີກ້າວໜ້າ, ດີເດັ່ນຄື: ເຕັກໂນໂລຊີຊີວະວິທະຍາທາງທະເລ, ເຕັກໂນໂລຊີອາວະກາດໃນການຕິດຕາມກວດກາທະເລ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທາງທະເລທີ່ມີຄຸນນະພາບສູງ, ຍູ້ແຮງການຮ່ວມມື, ຍາດແຍ່ງການໜູນຊ່ວຍຂອງບັນດາຄູ່ຮ່ວມມື, ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ ເພື່ອຄົ້ນຄວ້າວິທະຍາສາດ ແລະ ໝູນໃຊ້ເຕັກໂນໂລຊີທັນສະໄໝເຂົ້າໃນບັນດາຂະແໜງເສດຖະກິດທະເລ, ປົກປັກຮັກສາສິ່ງແວດລ້ອມ, ປ້ອງກັນ, ຕ້ານໄພທຳມະຊາດ ແລະ ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຍິ່ງຂຶ້ນສູງ.

        ກ່ຽວກັບດ້ານສິ່ງແວດລ້ອມ, ຮັບມືກັບໄພທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຍິ່ງຂຶ້ນສູງ, ຫວຽດນາມ ຈະສືບຕໍ່ກວດກາຄືນໃໝ່, ສ້າງ ແລະ ຜັນຂະຫຍາຍການປະຕິບັດບັນດາແຜນຮ່າງ, ໂຄງການ, ໜ້າທີ່ຢູ່ໃນໂຄງການຈຸດສຸມໃນການສຳຫລວດຊັບພະຍາກອນ, ສິ່ງແວດລ້ອມທາງທະເລ ແລະ ທະເລໝູ່ເກາະໂດຍພື້ນຖານຢ່າງມີປະສິດທິຜົນ. ປະຕິບັດການປະມວນ, ຫັນຂໍ້ມູນກ່ຽວກັບທະເລ ແລະ ທະເລໝູ່ເກາະຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນກັບຖານຂໍ້ມູນທະເລແຫ່ງຊາດເປັນດີຈີຕອນ. ຜັນຂະຫຍາຍ, ປະຕິບັດການວາງແຜນຜັງບັນດາເຂດເສດຖະກິດ, ເຂດອຸດສາຫະກຳ, ກຸ່ມອຸດສາຫະກຳ ແລະ ເຂດຕົວເມືອງທີ່ຢູ່ແຄມທະເລ ເຊິ່ງຂັ້ນທີ່ມີສິດອຳນາດໄດ້ອະນຸມັດຜ່ານ ຮັບປະກັນຕາມທິດຍືນຍົງ, ອີງໃສ່ລະບົບຊີວະພາບ, ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຍິ່ງຂຶ້ນສູງແບບອັດສະລິຍະ, ຕອບສະໜອງຕາມບັນດາຂໍ້ກຳນົດຂອງກົດໝາຍກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ./.

ຕອບກັບ